ການກຳຈັດວັດທະນະທັມ ການລ່ວງລະເມີດທາງເພດໃນອຸດສາຫະກັມບໍ່ແຮ່.
ອຸດສາຫະກັມບໍ່ແຮ່ ໄດ້ເປັນເຈົ້າພາບ ກອງປະຊຸມສຸດຍອດ ’ຄວາມເຄົາລົບ’ ໃນເມືອງ Perth ໃນຂນະທີພາກສ່ວນເຄື່ອນໄຫວເພື່ອສະແດງໃຫ້ເຫັນວ່າ ພວກເຂົາກໍາລັງທຳໜ້າທີ່ ເພື່ອກຳຈັດວັດທະນະທັມ ການລ່ວງລະເມີດທາງເພດ.
Western Australia ຍັງໄດ້ປະກາດ ໃຫ້ມີການສນັບສນຸນສາຍດ່ວນ ການລາຍງານ ສໍາລັບຜູ້ເຄາະຮ້າຍເພື່ອປົກປ້ອງພະນັກງານ ທີ່ມີຄວາມສ່ຽງໃຫ້ດີຂຶ້ນ.
Tom Stayner ມີລາຍລະອຽດ:
ວີດີໂອ ທີ່ໄດ້ຖືກສ້າງຂຶ້ນ ຫຼັງຈາກການລ່ວງລະເມີດທາງເພດ ໄດ້ຖືກເປີດເຜີຍວ່າ ມີຄວາມໜ້າເປັນຫ່ວງທີ່ສໍາຄັນ ທີ່ພາກສ່ວນບໍ່ແຮ່ກຳລັງປະເຊີນຢູ່.
ພາກສ່ວນອຸດສາຫະກັມ ແລະຣັຖບານ Western Australia ໄດ້ສັນຍາວ່າ ຈະດຳເນີນການ.
ເພື່ອຈັດການກັບຄວາມຫຼົ້ມເຫຼວ ທາງວັດທະນະທັມເຫຼົ່ານີ້ ໃນພາກສ່ວນ, ຜູ້ນໍາຣັຖບານ ແລະຜູ້ມີສ່ວນຮ່ວມສໍາຄັນ ໃນອຸດສາຫະກັມໄດ້ພົບກັນ ໃນກອງປະຊຸມສຸດຍອດ ທີ່ເມືອງ Perth.
ທ່ານນາງ Sue Ellery ເປັນຣັຖມົນຕີວ່ າການ ຜົນປໂຍດຂອງແມ່ຍິງ(Minister for Women's Interests) ຂອງຣັຖບານ WA.
"ກອງປະຊຸມສຸດຍອດໃນມື້ນີ້ ແມ່ນເຫດການສໍາຄັນແທ້ໆ ໃນການເດີນທາງ ທີ່ພວກເຮົາກໍາລັງຈະຈັດການ ກັບການລ່ວງລະເມີດທາງເພດ ແລະຄວາມຮຸນແຮງທາງເພດ ໃນອຸດສາຫະກັມຊັບພະຍາກອນ."
ກອງປະຊຸມ ແມ່ນຂໍ້ສເນີທີ່ສໍາຄັນ ຂອງລາຍງານຂອງຣັຖສະພາທີ່ພົບວ່າ ພາກສ່ວນບໍ່ແຮ່ໄດ້ "ສືບທອດວັດທະນະທັມທີ່ບໍ່ປົກປ້ອງແມ່ຍິງ ທີ່ຍັງດໍາລົງຊີວິດ ຢູ່ກັບຄວາມເປັນຈິງ ຂອງການຖືກລ່ວງລະເມີດທາງເພດ ແລະການທໍາຮ້າຍທາງເພດ."
ຄໍາແນະນໍາໄດ້ກ່າວວ່ານີ້ແມ່ນ "ຄວາມລົ້ມແຫລວຂອງອຸດສາຫະກັມ" ຊຶ່ງກະຕຸ້ນໃຫ້ມີການຮຽກຮ້ອງ ໃຫ້ມີການດຳເນີນການຫຼາຍຂຶ້ນ.
Sue Ellery ອີກຄັ້ງ.
"ທ່ານຈໍາເປັນຕ້ອງວາງນະໂຍບາຍ ແລະຂັ້ນຕອນຕ່າງໆ ທີ່ເຮັດໃຫ້ຜູ້ຄົນຮູ້ສຶກປອດພັຍ ທີ່ຈະເປີດເຜີຍ ແລະຈາກນັ້ນ ພວກເຂົາໄດ້ຮັບການປົກປ້ອງ ໃນຂນະທີ່ບໍຣິສັດ ກໍາລັງຕອບສນອງ ແລະກວດສອບຂໍ້ກ່າວຫາ.
ຣັຖບານ ກໍາລັງນໍາພາການຣົນນະຣົງ ທີ່ມຸ້ງຫມາຍໃນການເພີ່ມຄວາມຮັບຮູ້ ກ່ຽວກັບສາຍດ່ວນ ສໍາລັບການລາຍງານ ການລ່ວງລະເມີດທາງເພດ.
ຊັບພະຍາກອນ ແລະການຝຶກອົບຮົມ ໄດ້ຮັບການສົ່ງເສີມ ເພື່ອໃຫ້ແນ່ໃຈວ່າ ການບໍຣິການກ່ຽວກັບການຖືກທຳຮ້າຍ ໄດ້ຮັບການສນັບສນູນ ຈາກອຸດສາຫະກັມ.
ທ່ານນາງ Rebecca Tomkinson ຈາກຫ້ອງການບໍ່ແຮ່ ແລະພະລັງງານ (Chamber of Minerals and Energy) ກ່າວວ່າ ມັນເຖິງເວລາແລ້ວ.
"ສິ່ງນີ້ ບໍ່ເຄີຍເກີດຂຶ້ນໄວພໍ, ແລະພວກເຮົາຕ້ອງການ ໃຫ້ມັນເກີດຂຶ້ນ ໄວກວ່າທີ່ເຄີຍມີມາກ່ອນ ແລະມຸ່ງໝັ້ນທີ່ຈະມອບ ການປ່ຽນແປງນັ້ນ ໃນສະພາບໂຕຈິງ."
ດ້ວຍອຸດສາຫະກັມ ໄດ້ດໍາເນີນຕາມຂັ້ນຕອນ ການປະຕິບັດຕົວຈິງເພື່ອນໍາສເນີມາດຕະການ ຄວາມປອດພັຍທີ່ດີຂຶ້ນ ເຊັ່ນກ້ອງວົງຈອນປິດ (CCTV) ທີ່ເພີ່ມຂຶ້ນ ຢູ່ໃນສະຖານທີ່ຂຸດຄົ້ນບໍ່ແຮ່, ຣັຖບານ WA ກ່າວວ່າມັນກໍາລັງທຳງານເພື່ອໃຫ້ແນ່ໃຈວ່າ ບໍຣິສັດຊັບພະຍາກອນ ຂນາດນ້ອຍ ແລະຂນາດກາງ ມີຄວາມພ້ອມ ທີ່ຈະປ່ຽນແປງວັດທະນະທັມ ອີກດ້ວຍ.
Warren Pearce ແມ່ນ CEO ຂອງສະມາຄົມ ບໍຣິສັດສຳຫຼວດ ແລະຂຸດຄົ້ນບໍ່ແຮ່.
"ຖ້າພວກເຮົາທຸກຄົນ ເຮັດວຽກຮ່ວມກັນ ກ່ຽວກັບບັນຫາເຫຼົ່ານີ້ ພວກເຮົາມີໂອກາດ ທີ່ຈະສ້າງຄວາມແຕກຕ່າງຢ່າງແທ້ຈິງ, ຖ້າພວກເຮົາສືບຕໍ່ ເຮັດໃນວິທີການ ແບບແຍກສ່ວນແລ້ວ ບາງບໍຣິສັດອາດຈະເຮັດໄດ້ດີ ແລະບາງບໍຣິສັດກໍຈະເຮັດໄດ້ບໍ່ດີ ແລະນັ້ນຈະບໍ່ເຮັດໃຫ້ເກີດ ການປ່ຽນແປງ ຕໍ່ອຸດສາຫະກັມຂອງພວກເຮົາ."
ທ່ານ Owen Whittle ເລຂາທິການໃຫຍ່ຂອງສະຫະພາບແຮງງານ WA ກ່າວວ່າ ຄວາມສຳຄັນ ແມ່ນໃຫ້ແນ່ໃຈວ່າ ຈາກການປະຊຸມ ກໍຈະກາຍເປັນການປ່ຽນແປງ ທີ່ແທ້ຈິງຢູ່ ໃນສະຖານທີ່ຂຸດຄົ້ນແຮ່.
"ສະນັ້ນ ໃນຂນະທີ່ການຕອບສນອງ ໄດ້ຖືກຕ້ອນຮັບ, ພວກເຮົາ ຕ້ອງເຮັດຫຼາຍກວ່າເກົ່າ ໃນດ້ານການປ້ອງກັນ ເພື່ອໃຫ້ແນ່ໃຈວ່າ ພະນັກງານ ບໍ່ໄດ້ຮັບອັນຕະລາຍໃນບ່ອນເຮັດວຽກ ແລະວ່າການລ່ວງລະເມີດທາງເພດ ແລະການທໍາຮ້າຍທາງເພດ ຖືກລົບອອກຈາກອຸດສາຫະກັມ"
ເນື້ອເລື່ອງໂດຍ Tom Stayner ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌