ການຣົນນະຣົງໃນການຂັບຂີ່ຣົດຢ່າງປອດພັຍ ໃນຊ່ວງເທສການ Christmas.
ໃນຂນະທີ່ລະດູຮ້ອນທໍາອິດ ໂດຍບໍ່ມີຂໍ້ຈໍາກັດນັບຕັ້ງແຕ່ COVID-19 ໃກ້ເຂົ້າມາ, ຜູ້ສນັບສນູນ ແລະເຈົ້າຫນ້າທີ່ ກໍາລັງເຕືອນຄອບຄົວອອສເຕຣເລັຍ ໃຫ້ລະມັດລະວັງໃນການໃຊ້ຖນົນຫົນທາງ.
ແມ່ຄົນຫນຶ່ງ, ຜູ້ທີ່ຮູ້ຊຶ້ງເຖິງ ຄວາມເຈັບປວດຈາກອຸບັດເຫດທາງຖນົນ ກຳລັງດຳເນີນພາລະກິດ ເພື່ອທີ່ຈະຮັກສາຄົນຍ່າງຫນຸ່ມໃຫ້ປອດພັຍ ໃນຊ່ວງ ຄຣິດມັສນີ້. Brooke Young ລາຍງານ.
ມັນເປັນສະຖິຕິ ທີ່ຫນ້າຕົກໃຈ ທີ່ບໍ່ມີພໍ່ແມ່ຄົນໃດຢາກໄດ້ຍິນ-ເກືອບທຸກອາທິດ ເດັກນ້ອຍຄົນຫນຶ່ງເສັຍຊີວິດ ໃນອຸປະຕິເຫດທາງ ຖນົນໃນ ອອສເຕຣເລັຍ.
ແລະມີຄໍາເຕືອນວ່າ ເທດສະການຄຣິສມັສ ປີນີ້ ອາດຈະເປັນອັນຕະຣາຍທີ່ສຸດໃນຮອບຫຼາຍປີ.
ແມ່ຜູ້ໜຶ່ງ ໃນ ຊິດນີ, Michelle McLaughlin ຮູ້ດີໃນຄວາມເປັນຈິງທີ່ທຳລາຍຫົວໃຈ ໃນການສູນເສັຍລູກຈາກການບາດເຈັບຈາກອຸປະຕິເຫດທາງຖນົນ.
ໃນປີ 2014, ລູກຊາຍອາຍຸສີ່ປີຂອງນາງ ໄດ້ເສັຍຊີວິດ ໃນອຸປະຕິເຫດທາງທາງຖນົນຄົນຍ່າງ ຢູ່ແຄມຝັ່ງທະເລພາກກາງ ຂອງຣັດ ນິວເຊົາເວລສ໌.
"ມັນເປັນຕາຢ້ານຫຼາຍທີ່ຈະຜ່ານເຫດການນັ້ນໄປ ແລະ ມັນ ເຮັດໃຫ້ທ່ານຮູ້ສຶກວ່າ ມີຊ່ອງວ່າງອັນໃຫຍ່ຢູ່ໃນໃຈ. ມັນແກ້ໄຂບໍ່ໄດ້ ເມື່ອມັນໄດ້ເກີດຂຶ້ນແລ້ວ. ສະນັ້ນ ທັງຫມົດແມ່ນກ່ຽວກັບການປ້ອງກັນ."
ແລະນັ້ນກໍຄື ສິ່ງທີ່ ນາງ McLaughlin ໄດ້ສນັບສນູນ ຕັ້ງແຕ່ນັ້ນມາ.
ນາງແລະ David ສາມີຂອງນາງ ໄດ້ສ້າງຕັ້ງມູນນິທິ Little Blue Dinosaur ຂຶ້ນ ໃນປີ 2014, ເພື່ອຊ່ວຍສ້າງ ຄວາມຮັບຮູ້ ກ່ຽວກັບອັນຕະລາຍທາງຖນົນ ແລະເພື່ອປ້ອງກັນ ບໍ່ໃຫ້ເດັກນ້ອຍຄົນອື່ນໆຕ້ອງສູນເສັຍຊີວິດ.
ລະດູຮ້ອນນີ້ ຈະມີຄວາມຄຶກຄັກທີ່ສຸດ ນັບຕັ້ງແຕ່ກ່ອນ COVID, ດັ່ງນັ້ນ ນາງ McLaughlin ແລະຜູ້ຊ່ຽວຊານດ້ານຄວາມປອດພັຍທາງຖນົນ ຈຶ່ງຮຽກຮ້ອງໃຫ້ບັນດານັກທ່ອງທ່ຽວໃນອອສເຕຣເລັຍ ໃຫ້ຂັບຣົດຊ້າລົງ, ມີຄວາມລະມັດລະວັງ, ແລະໃຫ້ຄວາມສົນໃຈ ເປັນພິເສດ ຢູ່ທາງແຍກທີ່ມີຄົນຂັບຣົດ ແລະຄົນຍ່າງຕາມຫົນທາງຫຼາຍ.
"ສາມປີ ຫລັງຈາກພັຍທັມມະຊາດ ແລະ COVID ໄດ້ສົ່ງຜົນກະທົບ ຕໍ່ວັນພັກໃນລະດູຮ້ອນ, ຂ້າພະເຈົ້າຄິດວ່າ ມັນຈະເປັນຍາມພັກໂຮງຮຽນ ທີ່ມີຄົນທ່ອງທ່ຽວຫຼາຍເພາະວ່າຫຼາຍລ້ານຄອບຄົວ ຈະເດີນທາງເປັນຝູງໃນການພັກຜ່ອນວັນຄຣິດສະມາດ ເພາະວ່າພວກເຮົາບໍ່ມີຂໍ້ຈໍາກັດ ຫຼືລັອກດາວ. ແລະອີກຢ່າງນຶ່ງ, ການເດີນທາງຣະຫວ່າງປະເທດກໍຍັງມີບັນຫາຢູ່ຫນ້ອຍຫນຶ່ງ. ດັ່ງນັ້ນ ຜູ້ຄົນຈຶ່ງມີແນວໂນ້ມ ທີ່ຈະທ່ອງທ່ຽວພາຍໃນປະເທດ."
ສາດສະດາຈານ Emeritus Ann Williamson ຈາກສູນຄົ້ນຄວ້າການຂົນສົ່ງ ແລະຄວາມປອດພັຍທາງຖນົນຂອງ ມະຫາວິທະຍາໄລ New South Wales ກ່າວວ່າ ພໍ່ແມ່ ແລະຜູ້ດູແລ ຕ້ອງເຕືອນລູກຂອງເຂົາເຈົ້າ ກ່ຽວກັບຄວາມສໍາຄັນ ຂອງການເອົາໃຈໃສ່ ເມື່ອຢູ່ໃກ້ຖນົນຫົນທາງ.
"ເດັກນ້ອຍ, ໂດຍສະເພາະເດັກອາຍຸນ້ອຍ, ພົບວ່າມັນຍາກທີ່ຈະຕັດສິນທິດທາງຂອງສຽງ, ແລະຄວາມໄວ ແລະໄລຍະຫ່າງຂອງຍານພາຫະນະ ທີ່ກໍາລັງຈະມາເຖິງ. ພວກເຂົາເຈົ້າ ບໍ່ມີແນວຄວາມຄິດທີ່ຊັດເຈນ ກ່ຽວກັບຄວາມສ່ຽງ. ເດັກສາມາດເຄື່ອນຍ້າຍຢ່າງກະທັນຫັນ ແລະບໍ່ຄາດຄິດ, ແລະຂນາດທີ່ນ້ອຍກວ່າຂອງເຂົາເຈົ້າ ເຮັດໃຫ້ເປັນການຍາກ ສໍາລັບຜູ້ຂັບຂີ່ທີ່ຈະເຫັນພວກເຂົາ. ໃນໄລຍະເທດສະການ, ຄວາມຕື່ນເຕັ້ນ ແລະຄວາມເມື່ອຍ ສາມາດເປັນສ່ວນໃນເລື່ອງນີ້, ແລະພວກເຮົາອາດຈະ ເຫັນ ເດັກນ້ອຍປະພຶດໃນສິ່ງ ທີ່ບໍ່ຄາດຄິດ ແລະໃສ່ໃຈຕໍ່ສິ່ງແວດລ້ອມ ຫນ້ອຍລົງ."
ຈໍານວນຜູ້ເສັຍຊີວິດຈາກອຸປະຕິເຫດ ທີ່ກ່ຽວຂ້ອງກັບເດັກນ້ອຍ ທີ່ມີອາຍຸລະຫວ່າງ 0 ຫາ 14 ປີ ບໍ່ໄດ້ມີການປ່ຽນແປງຫລາຍ ໃນໄລຍະ ສິບປີທີ່ຜ່ານມາ.
ການຂົນສົ່ງທາງບົກ ຍັງຄົງເປັນສາເຫດສຳຄັນ ຂອງການເສັຍຊີວິດຂອງ ເດັກນ້ອຍອອສເຕຣເລັຍ ອາຍຸຂນາດນີ້ ໂດຍມີເດັກນ້ອຍ 43 ຄົນເສັຍຊີວິດໃນການທີ່ຣົດຕຳກັນ ໃນປີກາຍນີ້ ພຽງປີດຽວ.
ສາດສະດາຈານ Williamson ກໍາລັງຊຸກຍູ້ ໃຫ້ຜູ້ຂັບຂີ່ ມີຄວາມຕື່ນຕົວສູງຂຶ້ນ.
"ດຽວນີ້ພວກເຮົາຮູ້ວ່າຄວາມໄວທີ່ຊ້າລົງ ເຮັດໃຫ້ ຈໍານວນຂອງອຸບັດຕິເຫດທີ່ຮ້າຍແຮງຫຼຸດລົງ, ໂດຍສະເພາະສໍາລັບຄົນຍ່າງຖນົນ, ແລະ ໂດຍສະເພາະຢ່າງຍິ່ງສໍາລັບເດັກນ້ອຍ. ຕົວຢ່າງເຊັ່ນ: ໃນພື້ນທີ່ມີຈຳນວນຄົນຍ່າງຫຼາຍ, ການຄົ້ນຄວ້າແນະນໍາໃຫ້ຜູ້ຂັບຂີ່ໄປໄວບໍ່ເກີນ 30 ກິໂລແມັດຕໍ່ຊົ່ວໂມງ ເພາະໃນຄວາມໄວນີ້ ຄວາມສ່ຽງຂອງການເກີດອຸບັດຕິເຫດຮ້າຍແຮງແມ່ນສິບສ່ວນຮ້ອຍ, ແລະຈາກນີ້ ຄວາມສ່ຽງຕໍ່ການເກີດອຸບັດຕິເຫດ ຈະເພີ່ມຂຶ້ນຢ່າງໄວປະມານ 90 ເປີເຊັນຢູ່ທີ່ 50 ກິໂລແມັດຕໍ່ຊົ່ວໂມງ."
ມູນນິທິ Little Blue Dinosaur ກໍາລັງຮຽກຮ້ອງ ໃຫ້ທຸກລະດັບ ຂອງຣັຖບານ ໃຫ້ທຶນໃນການລິເລີ່ມດ້ານຄວາມປອດພັຍ ແລະ ການໂຄສະນາເຜີຍແຜ່ທາງສື່ຕ່າງໆ ເພື່ອຊ່ວຍຍົກລະດັບ ຄວາມຮັບຮູ້ດ້ານຄວາມປອດພັຍທາງຖນົນ.
ຜູ້ຊ່ວຍ ຣັຖມົນຕີ ກະຊວງສາທາຣະນະສຸກ ແລະການຂົນສົ່ງ ທ່ານນາງ Carol Brown ໄດ້ບອກກັບ SBS ວ່າ, ແຜນການປະຕິບັດ ຄວາມປອດພັຍທາງຣົດແຫ່ງຊາດ ຈະຊ່ວຍປົກປ້ອງ ຜູ້ໃຊ້ເສັ້ນທາງທີ່ມີຄວາມສ່ຽງ.
"ຍຸດທະສາດຄວາມປອດພັຍທາງຖນົນແຫ່ງຊາດ ໄດ້ຮັບການສນັບສນູນຈາກທຸກລະດັບຂອງຣັຖບານ ແລະເປົ້າຫມາຍຂອງພວກເຮົາໃນປີ 2030 ແມ່ນຈະເຫັນການຫຼຸດລົງ 50 ເປີເຊັນ ຂອງຜູ້ທີ່ເສັຍຊີວິດໃນ ຖນົນ ຂອງພວກເຮົາ ແລະຫຼຸດລົງ 30 ເປີເຊັນ ຕໍ່ຜູ້ທີ່ໄດ້ຮັບບາດເຈັບຮ້າຍແຮງ."
ນັບແຕ່ປີ 2014 ເປັນຕົ້ນມາ, ມູນນິທິ Little Blue Dinosaur ໄດ້ອໍານວຍຄວາມສະດວກໃຫ້ແກ່ປ້າຍຄວາມປອດພັຍທາງຖນົນໃນ 63 ເຂດປົກຄອງທ້ອງຖິ່ນ (LGAs).
ແຕ່ສໍາລັບນາງ McLaughlin, ລາວຕ້ອງການທີ່ຈະເຂົ້າເຖິງທັງຫມົດ 537 ເຂດປົກຄອງທ້ອງຖິ່ນ (LGAs) ທົ່ວອອສເຕຣເລັຍ.
ນາງເວົ້າວ່າ ລາວບໍ່ຢາກໃຫ້ມີຄອບຄົວອື່ນໆ ຕ້ອງໄດ້ຮັບຄວາມເຈັບປວດໃຈ ຄືກັນກັບລາວ ຍ້ອນການສູນເສັຍລູກ.
"ຂ້າພະເຈົ້າຈະບອກພໍ່ແມ່ທຸກຄົນໃນປະເທດນີ້ໃຫ້ຄວາມສໍາ ຄັນ ໃນການໃສ່ເຂັມຂັດບ່ອນນັ່ງໃຫ້ເດັກນ້ອຍໃນຣົດ ເທົ່າກັນກັບຄວາມສໍາຄັນ ທີ່ພວກເຮົາຈັບມືລູກຂອງເຮົາທີ່ ອາຍຸຕໍ່າກວ່າ 10 ປີ ເມື່ອພວກເຮົາຢູ່ໃນບ່ອນຈອດຣົດ, ຕາມຖນົນຫົນທາງ, ຫຼືຢືນຢູ່ໃນທາງຂັບຣົດຂອງເຮືອນເຮົາເອງ, ກະລຸນາຈັບມືພວກເຂົາ. ພວກເຂົາ ອ່ອນແອ ແລະມີຄ່າຫຼາຍ ແລະບໍ່ສາມາດທົດແທນໄດ້."
ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບThe Little Blue Dinosaur Foundation ຢ້ຽມຢາມ
ເນື້ອເລື່ອງໂດຍ Brooke Young ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ