ອະດີດ ຣັຖມົນຕີໃຫ້ການຕໍ່ສານໃນ ຄະດີ Robodebt ທີ່ຍັງຄົງດຳເນີນຕໍ່ໄປ.

Former Liberal minister Christian Porter appears at the Royal Commission (AAP).jpg

Former Liberal minister Christian Porter appears at the Royal Commission Source: AAP

ການສອບສວນກ່ຽວກັບການໃຊ້ Robodebt ມາເອີ້ນຄືນເງິນຊ່ອຍເຫຼືອຈາກ Centrelink ຊຶ່ງໄດ້ກໍ່ໃຫ້ເກີດການຂ້າໂຕຕາຍຂອງຫຼາຍຄົນ ຍັງຄົງດຳເນີນຕໍ່ໄປ ໂດຍ ມີອະດີດ ຣັຖມົນຕີໃນຄນະຣັຖບານເກົ່າຖືກເອີ້ນໂຕໄປໃຫ້ປາກຄຳຕໍ່ສານ.


ອະດີດ ຣັຖມົນຕີໃຫ້ການຕໍ່ສານໃນ ຄະດີ Robodebt ທີ່ຍັງຄົງດຳເນີນຕໍ່ໄປ.

ອະດີດຣັຖມົນຕີຊ່ວຍວ່າການບໍຣິການສັງຄົມ (Social Services) ພັກ Liberal, ທ່ານ Christian Porter, ໄດ້ບອກຄນະກັມມາທິການ ກ່ຽວກັບໂຄງການ Robodebt ທີ່ຜິດກົດຫມາຍວ່າ ທ່ານບໍ່ ຮູ້ຫຍັງເລີຍ ກ່ຽວກັບເລື່ອງນີ້ ແລະມີຄວາມຜິດຫວັງ ໂດຍການອະທິບາຍ ຈາກຫ້ອງການຂອງເພື່ອນຮ່ວມງານຂອງທ່ານ Alan Tudge ທີ່ຮັບຜິດຊອບໃນການນໍາໃຊ້.

ອະດີດຣັຖມົນຕີກະຊວງບໍຣິການມະນຸດ (Human Services) ທ່ານ Tudge ໄດ້ປະຕິເສດຕໍ່ຄໍາແນະນໍາວ່າ Robodebt ຄວນຖືກຢຸດ ຫລັງຈາກມີລາຍງານວ່າ ມັນໄດ້ເຮັດໃຫ້ມີການຂ້າຕົວຕາຍ. Stefan Armbruster ແລະ Aymen Baghdadi ລາຍງານ.

ມັນເປັນການປາກົດຕົວ ຕໍ່ສາທາຣະນະ ທີ່ຫາຍາກຂອງທ່ານ Christian Porter, ອະດີດຣັຖມົນຕີບໍຣິການສັງຄົມ (Social Services).

ພາຍໃຕ້ການສອບສວນ ວ່າເປັນຫຍັງ ແລະວິທີການທີ່ Centrelink ໃຊ້ໂຄງການກູ້ຄືນຫນີ້ສິນອັດຕະໂນມັດທີ່ໄດ້ຖືກສ້າງຂຶ້ນໃນປີ 2015 ກ່ອນທີ່ຈະຖືກປິດລົງໃນ ປີ 2019.

Mr Porter ເປັນຄນະຣັຖມົນຕີ ເມື່ອເລື່ອງລາວທີ່ບໍ່ດີກ່ຽວກັບ Robodebt ໄດ້ລະເບີດຂຶ້ນ ໃນສື່ມວນຊົນໃນປີ 2017.

ລາວເຮັດວຽກແທນ ຣັຖມົນຕີກະຊວງບໍຣິການມະນຸດ (Human Services) ແທນ Alan Tudge ທີ່ລາພັກ.

ລາວຖືກຖາມກ່ຽວກັບບົດບາດຂອງລາວໃນໂຄງການນັ້ນ.

Mr Porter ກ່າວວ່າ ທ່ານປລາດໃຈ ກັບການລາຍງານ ຂອງຫ້ອງການຂອງທ່ານ Tudge ກ່ຽວກັບລາຍໄດ້ສເລັ່ຍ ທີ່ໃຊ້ໃນການເພີ່ມຫນີ້ຕໍ່ຜູ້ຮັບສວັດດີການ.

"ຂ້າພະເຈົ້າໄດ້ເລີ່ມປະຕິບັດງານ ປະມານວັນທີ 28 ທັນວາ, ຂ້າພະເຈົ້າຄິດວ່າ ມັນໄດ້ສິ້ນສຸດລົງປະມານ ວັນທີ 10 ມັງກອນ, ຂ້າພະເຈົ້າໄດ້ຮັບການຮ້ອງຮຽນ ແລະບົດຄວາມຂອງສື່ມວນຊົນຊຶ່ງຕ້ອງມີການຕອບຢ່າງຊັດເຈນ. ຂ້າພະເຈົ້າຈື່ໄດ້ວ່າ ໄດ້ຜ່ານໄລຍະເວລານັ້ນ ນັບແຕ່ວັນທີ 28 ທັນວາ ຫາວັນທີ 10 ມັງກອນ,ຄ້າຍກັບເປັນການຍອມຮັບຕໍາແຫນ່ງ ແລະຈຸດສົນທະນາແລ້ວໄດ້ປ່ຽນໄປໃນບາງຈຸດເປັນ...ການສົງໄສ..ໃນທີ່ສຸດ ຂ້າພະເຈົ້າກໍງຸດງິດໃຈເປັນພິເສດ ກັບລະດັບຂໍ້ມູນທີ່ກໍາລັງໄດ້ຮັບ...ແລະເມື່ອໃກ້ຈະເຖິງຕອນທ້າຍ ຂອງການເຮດວຽກແທນນັ້ນ ຂ້າພະເຈົ້າ ແລະພະນັກງານຂອງຂ້າພະເຈົ້າ ກໍມີຄໍາຖາມ ແລະການສອບຖາມເກີດຂຶ້ນຫລາຍຢ່າງ.

720 ລ້ານໂດລາໄດ້ຖືກເອີ້ນຄືນຈາກປະຊາຊົນ ຫຼາຍກວ່າ 300,000 ຄົນ ທີ່ໄດ້ຕົກເປັນເປົ້າຂອງຣັຖບານ ກ່ອນທີ່ະຖືກຕັດສິນວ່າ ຜິດກົດຫມາຍ ໂດຍສານຣັຖບານກາງ.

ທ່ານ Christian Porter ເປັນອະດີດຣັຖມົນຕີຣັຖບານ Morrison ຄົນທີສີ່ ທີ່ປະເຊີນຫນ້າກັບຄນະກັມມາທິການ ໃນໂຄງການ Robodebt ແລະສອງມື້ທີ່ທ່ານ AlanTudge ໄດ້ໃຫ້ປາກຄຳຕໍສານທີ່ກ່າວວ່າ ທ່ານບໍ່ມີເຫດຜົນທີ່ຈະສົງໄສ ຄວາມຖືກຕ້ອງຕາມກົດຫມາຍໂຄງການ Robodebt ນີ້.

ຫລາຍຄົນໄດ້ເອົາຊີວິດຂອງຕົນເອງໃນຂນະທີ່ຖືກໄລ່ທວງຫນີ້ເພື່ອໃຫ້ງົບປະມານເປັນບວກ.

ອະດີດຣັຖມົນຕີວ່າການ ບໍຣິການມະນຸດ (Human Service), ທ່ານ Alan Tudge, ກໍໄດ້ຖືກຖາມໃນມື້ນີ້ກ່ຽວກັບບົດບາດຂອງທ່ານໃນໂຄງການນັ້ນ.

"Q: ນີ້ແມ່ນເອກະສານທີ່ທ່ານຊີ້ໃຫ້ເຫັນ ໄດ້ດຶງດູດຄວາມສົນໃຈ ຂອງຫ້ອງການຂອງນາຍົກຣັຖມົນຕີ ແລະໄດ້ຖືກສ້າງຂື້ນ ຈາກລະດັບນັ້ນພາຍໃນຣັຖບານອອສເຕຣເລັຍ ແລະທ່ານເປັນຣັຖມົນຕີທີ່ຮັບຜິດຊອບ. ທ່ານເວົ້າຢ່າງຈິງຈັງບໍວ່າ ທ່ານບໍ່ໄດ້ອ່ານມັນຢ່າງໃກ້ຊິດ?

ທ່ານ Christian Porter ຕອບກັບ: Uhm...ຂ້າພະເຈົ້າບໍ່ຈື່ວ່າໄດ້ອ່ານລາຍລະອຽດຂອງເອກະສານນີ້ຫຼືບໍ່. ຂ້າພະເຈົ້າຈະໄດ້ກຽມພ້ອມ ຢ່າງລະອຽດ ສໍາລັບການປະຊຸມກັບນາຍົກຣັຖມົນຕີ ແລະຂ້າພະເຈົ້າເຊື່ອວ່າ ຂ້າພະເຈົ້າໄດ້ປະຊຸມແທ້, ຂ້າພະເຈົ້າບໍ່ໄດ້ປະຊຸມໃນເດືອນມີນາ, ຂ້າພະເຈົ້າໄດ້ປະຊຸມກັບນາຍົກຣັຖມົນຕີໃນເດືອນມິຖຸນາ ແລະກຸມພາ... ສະນັ້ນ ການກັບຄືນໄປຫາຄໍາຖາມວ່າ ຂ້າພະເຈົ້າໄດ້ອ່ານເອກະສານນີ້ບໍ? ຂ້າພະເຈົ້າຄົງໄດ້ອ່ານເອກະສານນີ້ ແລະຄົງຈະໄດ້ອ່ານຢ່າງໃກ້ຊິດ....ກະເວົ້າບໍ່ໄດ້."

ທ່ານ Tudge ໄດ້ປະຕິເສດວ່າ ສາເຫດທີ່ Robodebt ຢູ່ພາຍໃຕ້ການເຝົ້າລະວັງຂອງລາວຫຼືວ່າມັນພຽງພໍທີ່ຈະຢຸດໂຄງການນັ້ນ.

ຜູ້ຊ່ວຍຂອງສານ, ທ່ານ Justin Greggery, ຍັງໄດ້ຕັ້ງຄໍາຖາມຕໍ່ທ່ານ Tudge ກ່ຽວກັບການຮັບຮູ້ ກ່ຽວກັບການຂ້າຕົວຕາຍໃດໆໃນເວລານັ້ນ.

"ການຂ້າຕົວຕາຍເປັນເລື່ອງເສົ້າສລົດໃຈ, ພວກເຮົາບໍ່ເຄີຍຮູ້ເລີຍວ່າ ອັນໃດທີ່ເຮັດໃຫ້ບາງຄົນເສັຍຊີວິດ. ຫນ້າເສົ້າທີ່ມັນເກີດຂຶ້ນເລື້ອຍເກີນໄປ ໃນອອສເຕຣເລັຍ"

ການໄຕ່ສວນຮອບທີສາມນີ້ ໄດ້ສິ້ນສຸດລົງ ໃນວັນສຸກ ດ້ວຍຄຳໃຫ້ການຂອງອະດີດຂ້າຣາຊການ.

ຖ້າຫາກທ່ານຫຼືຄົນທີ່ທ່ານຣູ້ຈັກຕ້ອງການການສນັບສນູນ ໂທຫາ Beyond Blue ທີ່ 1300 224 636, ຫຼື ໂທຫາ Lifeline ທີ່131 114.

ເນື້ອເລື່ອງໂດຍ Aymen Baghdadi ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

Share