ຄຳຕອບຂອງຣັຖບານຕໍ່ລາຍງານ Robodebt.

Australia's Opposition Leader Bill Shorten

Minister for NDIS Bill Shorten during Question Time in the House of Representatives. Source: AAP

ຣັຖບານ Albanese ກ່າວວ່າ ຕົນເຫັນດີໃນຫຼັກການ ກັບຄໍາແນະນໍາ ທັງຫ້າສິບຫົກຂໍ້ ທີ່ໄດ້ລະບຸໄວ້ ໃນລາຍງານ ຂອງຄນະກັມມາທິການRobodebt. ການຕອບຕໍ່ຄໍາແນະນໍາທັງຫມົດ ທີ່ໄດ້ລະບຸໄວ້ ໃນລາຍງານເດືອນມິຖຸນາ ຢ່າງເປັນທາງການ, ຣັຖບານກ່າວວ່າ ຈະມຸ່ງຫມັ້ນ ທີ່ຈະເຮັດໃຫ້ເລື່ອງທີ່ສ້າງຄວາມເສັຍຫາຍດັ່ງກ່າວ ບໍ່ເກີດຊ້ຳອີກ.


ຄຳຕອບຂອງຣັຖບານຕໍ່ລາຍງານ Robodebt.

Albanese ກ່າວວ່າ ຕົນເຫັນດີໃນຫຼັກການ ກັບຄໍາແນະນໍາ ທັງຫ້າສິບຫົກຂໍ້ ທີ່ໄດ້ລະບຸໄວ້ ໃນລາຍງານ ຂອງຄນະກັມມາທິການ Robodebt.

ການຕອບຕໍ່ຄໍາແນະນໍາທັງຫມົດ ທີ່ໄດ້ລະບຸໄວ້ ໃນລາຍງານເດືອນມິຖຸນາ ຢ່າງເປັນທາງການ, ຣັຖບານກ່າວວ່າ ຈະມຸ່ງຫມັ້ນ ທີ່ຈະເຮັດໃຫ້ເລື່ອງທີ່ສ້າງຄວາມເສັຍຫາຍດັ່ງກ່າວ ບໍ່ເກີດຊ້ຳອີກ.

Sydney Lang ລາຍງານ.

ແຜນການເກັບຫນີ້ ທີ່ຮູ້ກັນໃນປັດຈຸບັນວ່າ Robodebt ໄດ້ຖືກນໍາສເນີໃນປີ 2016 ໂດຍອະດີດຣັຖບານປະສົມ ແລະຖືກຖືວ່າ 'ໂຫດຮ້າຍ', 'ຫຍາບຄາຍ' ແລະ 'ຜິດກົດຫມາຍ' ໂດຍລາຍງານຂອງຄນະກັມມາທິການ Royal Commission.

ແຜນການດັ່ງກ່າວ ໄດ້ແຈ້ງຫນີ້ສິນປອມ ຫຼາຍກວ່າ 400,000 ສະບັບ ສໍາລັບຜູ້ຮັບສວັດດີການ ຫຼັງຈາກໃຊ້ລະບົບການປະເມີນ ອັດຕະໂນມັດ ກ່ອນທີ່ຈະຖືກຍົກເລີກ ໃນປີ 2020.

ໃນວັນທີ 13 ພິຈິກນີ້, ທ່ານ Bill Shorten, ຣັຖມົນຕີ NDIS, ຊຶ່ງຄວາມຮັບຜິດຊອບຂອງກະຊວງນີ້ ກວມເອົາ 26 ຂໍ້ຂອງຄໍາແນະນໍາ, ໄດ້ບອກກັບຣັຖສະພາວ່າ ຣັຖບານ Albanese ໄດ້ຕອບສນອງ ແລະ, ໂດຍຫຼັກການແລ້ວ, ເຫັນດີກັບຄໍາແນະນໍາທັງຫມົດ 56 ຂໍ້ ທີ່ຖືກລະບຸໄວ້ ໃນ Robodebt Royal Commission.

ທ່ານ Bill Shorten ກ່າວວ່າ ຣັຖບານໄດ້ເລີ້ມປະຕິບັດ ມາດຕະການຕາມທີ່ແນະນໍາແລ້ວ.

"ມັນສ້າງຄວາມເສັຍຫາຍ ທັງໃນດ້ານມະນຸດ ແລະເສດຖະກິດ. ດັ່ງນັ້ນໃນມື້ນີ້, ຣັຖບານ Albanese ກ່າວວ່າ ຈະບໍ່ເກີດຂຶ້ນອີກຕໍ່ໄປ. ພວກເຮົາໄດ້ຢຸດການໃຊ້ໜ່ວຍເກັບຫນີ້ ໃນການກູ້ຄືນຫນີ້ສິນ ແລະການບໍຣິການ ອອສເຕຣເລັຍ (Services Australia) ແລ້ວ. ພວກເຮົາ ໄດ້ຢຸດການປ່ຽນແປງການພິສູດຫຼັກຖານ. ພວກເຮົາ ໄດ້ຢຸດການປະຕິບັດ ຕໍ່ຜູ້ຄົນທີ່ໃຊ້ເຄືອຂ່າຍຄວາມປອດພັຍ ປະກັນສັງຄົມ (Social Security Safety Net) ວ່າເປັນປະຊາຊົນຄົດໂກງຊັ້ນທີສອງ. ແລະອາທິດແລ້ວນີ້, ພວກເຮົາ ໄດ້ປະກາດຕຳແໜ່ງວຽກໃຫມ່ 3,000 ບ່ອນ ແລະຕຳແໜ່ງ ດ້ານຫນ້າ ຂອງການບໍຣິການ ເພື່ອຊ່ວຍໃຫ້ຜູ້ຄົນ ດໍາເນີນການຮຽກຮ້ອງ ແລະການໂທຣະສັບຂອງເຂົາເຈົ້າ."

ຣັຖບານກາງ ສັນຍາວ່າ ຈະໃຫ້ທຶນໃຫມ່ 21.1 ລ້ານໂດລາ ໃນໄລຍະ ສີ່ປີຂ້າງຫນ້າ ເພື່ອສນັບສນູນ ການດຳເນີນການ ຕາມຄໍາແນະນໍາ.

ມີຈຳນວນເງິນກວ່າ 750 ລ້ານໂດລາ ໄດ້ຖືກເກັບຢ່າງຜິດ ຕລອດການນໍາໃຊ້ແຜນການດັ່ງກ່າວ, ໂດຍປະໃຫ້ມີຮອຍໄວ້ໃນ ອັນທີ່ນັກການເມືອງບາງຄົນເອີ້ນວ່າ ໜ້າລະອາຍທີ່ສຸດບົດຫນຶ່ງ ໃນປວັດສາດນະໂຍບາຍ ສາທາຣະນະ ຂອງອອສເຕຣເລັຍ (Australian Public Policy History).

ຜູ້ນໍາພັກ Greens, ທ່ານ Adam Bandt ກ່າວວ່າ ວິທີທີ່ດີທີ່ສຸດ ເພື່ອຫຼີກລ່ຽງ ການເກີດຊ້ຳຊ້ອນ ຂອງເລື່ອງທີ່ສ້າງຄວາມເສັຍຫາຍເຊັ້່ນກັບ Robodebt ກໍຄື ການຍົກຊາວອອສເຕຣເລັຍ ອອກຈາກຄວາມທຸກຍາກ.

"ມັນເປັນບົດທີ່ໜ້າເສົ້າ ໃນປວັດສາດຂອງອອສເຕຣເລັຍ, ໂດຍສະເພາະສໍາລັບຜູ້ທີ່ດີ້ນລົນເພື່ອຄວາມຢູ່ລອດ. ຜູ້ທີ່ຖືກໄລ່ທວງໜີ້ ເຖິງແມ່ນວ່າ ເຂົາເຈົ້າບໍ່ໄດ້ເຮັດຫຍັງຜິດ. ເປັນການດີ ທີ່ຈະເວົ້າວ່າ ມີການລົງມືປະຕິບັດ. ແຕ່ໃຫ້ເຮົາຄວນເຮັດຫລາຍກວ່າ ພຽງແຕ່ຢຸດ Robodebt. ພວກເຮົາ ຈຳເປັນຕ້ອງຍົກຜູ້ຄົນ ອອກຈາກຄວາມທຸກຍາກ. ພວກເຮົາ ຕົກຢູ່ໃນສະຖານະການທີ່ຫນ້າຢ້ານກົວນີ້ ຢູ່ໃນປະເທດທີ່ຮັ່ງມີ ທີ່ເອີ້ນວ່າອອສເຕຣເລັຍ ຊຶ່ງດ້ວຍເຫດນີ້ ມີພຽງແຕ່ຜູ້ຄົນທີ່ຖືກທວງໜີ້ສິນ ທີ່ພວກເຂົາບໍ່ເຄີຍມີ, ແຕ່ພວກເຂົາເຈົ້າ ຖືກບັງຄັບໃຫ້ໃຊ້ຊີວິດ ຕ່ຳກວ່າເສັ້ນຄວາມທຸກຍາກ (Poverty Line) ແມ່ນວິທີ ທີ່ດີທີ່ສຸດ ເພື່ອໃຫ້ແນ່ໃຈວ່າ ພວກເຮົາຈະບໍ່ເຫັນການເກີດຊໍ້າ ຂອງເລື່ອງນີ້ອີກ ແລະເພື່ອໃຫ້ແນ່ໃຈວ່າ ປະຊາຊົນກໍາລັງຖືກຍູ້ ໄປສູ່ຈຸດແຕກຫັກຄືການຍົກລະດັບປະຊາຊົນ ໃຫ້ສູງກວ່າເສັ້ນຄວາມທຸກຍາກ (Poverty Line)."

ໃນບັນດາຄໍາແນະນໍາ ແມ່ນການຮຽກຮ້ອງໃຫ້ Services Australia ຫຼີກເວັ້ນພາສາ ທີ່ສ້າງເຄື່ອງໝາຍ ຫຼືຄວາມອັບອາຍ ແກ່ຜູ້ຮັບສວັດດີການ.

ໃນບົດທີ່ບໍ່ໄດ້ຖືກເຜີຍແພ່ນັ້ນ, ທ່ານນາງ Catherine Holmes ກັມມາທິການ, ໄດ້ແນະນຳວ່າ ບຸກຄົນສຳຄັນໃນເລື້ອງນີ້ ຕ້ອງປະເຊີນກັບການດໍາເນີນຄະດີ ທາງອາຍາ ເນື່ອງຈາກຖືກກ່າວຫາວ່າ ມີສ່ວນຮ່ວມໃນແຜນການນັ້ນ.

ບໍ່ມີການເປີດເຜີຍຊື່.

ອັຍການສູງສຸດ, ທ່ານ Mark Dreyfus ກ່າວວ່າ ລາຍງານໄດ້ພົບເຈດຕະນາ ທີ່ຊັດເຈນ ແລະການກະທໍາໂດຍເຈດຕະນາ ໃນໂຄງການຂອງພັກ Liberal.

"ແຜນການ Robodebt ຂອງພັກ Liberal ບໍ່ໄດ້ເປັນຄວາມຜິດພາດ ໂດຍບໍ່ເຈດຕະນາ. ນີ້ແມ່ນແຜນການໂດຍເຈດຕະນາ ແລະວາງແຜນໄວ້. ຄນະກັມມາທິການ (The Royal Commission) ພົບວ່າ Robodebt ເປັນກົນໄກ ທີ່ຫຍາບ ແລະໂຫດຮ້າຍ, ທັງບໍ່ຍຸດຕິທັມ ຫຼືຖືກຕ້ອງຕາມກົດຫມາຍ ແລະມັນເຮັດໃຫ້ ຫຼາຍຄົນຮູ້ສຶກວ່າ ເປັນອາດຊະຍາກອນ....ຄນະກັມມາທິການ (The Royal Commission) ຍັງພົບວ່າ ຄວາມບໍ່ຍຸດຕິທັມ, ອາດຈະຜິດກົດຫມາຍ ແລະຄວາມໂຫດຮ້າຍ ປາກົດໃຫ້ເຫັນໃນຕົ້ນປີ 2017, ແລະແທນທີ່ຈະຍຸຕິມັນ, ແຕ່ວິທີ ທີ່ຣັຖບານເກົ່າປະຕິບັດນັ້ນ ໄດ້ລະບຸໄວ້ຢ່າງຊັດແຈ້ງ ໃນລາຍງານ ເພື່ອໂຈມຕີໃນສື່ມວນຊົນ ທີ່ຮ້ອງຮຽນ, ແລະເພື່ອຮັກສາຄວາມຕົວະ ຊຶ່ງໃນຄວາມເປັນຈິງແລ້ວ... ລະບົບບໍ່ໄດ້ປ່ຽນແປງເລີຍ."

ໄດ້ມີການຮຽກຮ້ອງຫຼາຍຄັ້ງໃຫ້ Coalition ຂໍໂທດດ້ວຍຄວາມຈິງໃຈ ຕໍ່ຜູ້ເຄາະຮ້າຍ ຂອງແຜນການ Robodebt ນັ້ນ.

ເຖິງຢ່າງໃດກໍຕາມ, ທ່ານ Bill Shorten ກ່າວວ່າ ຈົນເຖິງເວລານີ້ ສຽງຂອງການຂາດຄວາມຂໍໂທດ ໄດ້ກໍ່ໃຫ້ເກີດຄວາມສົງໄສ ກ່ຽວກັບຄໍາຫມັ້ນສັນຍາ ຂອງອອສເຕຣເລັຍ ທີ່ຈະປ້ອງກັນ ບໍ່ໃຫ້ເກີດເຫດການແບບນີ້ອີກ ໃນອະນາຄົດ.

"ທ່ານບໍ່ສາມາດ ມີຄວາມຍຸຕິທັມ ສໍາລັບຊາວອອສເຕຣເລັຍ, ສັນຍາທີ່ຈະບໍ່ເກີດຂຶ້ນອີກ ເມື່ອຣັຖບານຂອງອີກພັກໜຶ່ງ ບໍ່ຍອມຮັບວ່າ ເປັນຜູ້ສ້າງບັນຫາ. ທ່ານບໍ່ສາມາດ ມີຄວາມຍຸຕິທັມ ສໍາລັບຜູ້ເຄາະຮ້າຍໄດ້ ເວັ້ນເສັຍແຕ່ວ່າ ມີການຮັບປະກັນວ່າ ຈະບໍ່ເກີດຊ້ຳອີກ ແລະໄດ້ຮຽນຮູ້ບົດຮຽນນັ້ນ. ເຖິງຢ່າງໃດກໍຕາມ, ຈົນເຖິງຕອນນີ້ ຜູ້ນໍາຝ່າຍຄ້ານ ກໍບໍ່ໄດ້ໃຫ້ສັນຍານວ່າ ຈະເປັນເຈົ້າຂອງ ພັຍພິບັດຢ່າງເຕັມທີ່ ຊຶ່ງກໍແມ່ນ Robodebt ນີ້. ພວກເຮົາທຸກຄົນ ຮູ້ຄວາມແຕກຕ່າງລະຫວ່າງ ການຂໍໂທດໂດຍທົ່ວໄປ ຂອງນັກການເມືອງ-ຖ້າຫາກວ່າທ່ານບໍ່ພໍໃຈ-ຂ້າພະເຈົ້າຂໍໂທດ-ແລະການຂໍໂທດທີ່ແທ້ຈິງ. ມັນເປັນເວລາ ສໍາລັບຜູ້ແທນຈາກເຂດ Dickson, ເວລາສໍາລັບການຂໍໂທດ ທີ່ແທ້ຈິງ ໃນມື້ນີ້ ຢູ່ໃນສະພາແຫ່ງຊາດນີ້, ໃນຕອນນີ້. ສໍາເນົາຜູ້ແທນ ທີ່ກ້າຫານຕ່າງໆຂອງພັກທ່ານ, ຍອມຮັບເອົາບາບຂອງ Coalition ແລະຢຸດ Air brushing ປວັດສາດ."

ເນື້ອເລື່ອງໂດຍ Sydney Lang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share