ການສອບສວນ ຂອງກັມມາທິການ ທີ່ເປັນເອກກະເທດ ຈາກຣັຖບານ(The Royal Commission) ກ່ຽວກັບໂຄງການເກັບໜີ ແບບອັດຕະໂນມັດ (Robodebt Scheme) ຂອງຣັຖບານເກົ່າ ໄດ້ເລີ່ມຂຶ້ນທີ່ເມືອງ Brisbane. ລາຍງານໂດຍ Stefan Armbruster ແລະ Sunil Awasthi.
Jennifer Miller ແມ່ນຫນຶ່ງໃນຂອງຈຳນວນຄົນ ທີ່ກ່ຽວຂ້ອງກັບໂຄງການ 'Robodebt' ນີ້.
ໃນຂນະທີ່ການພິຈາຣະນາໄດ້ເລີ່ມຕົ້ນ ແຜນການເກັບຄືນຫນີ້ສິນ ຂອງຣັຖບານ, ນາງໄດ້ເລົ່າເລື່ອງຂອງລູກຊາຍ, Rhys, ທີ່ເສັຍຊີວິດ ໄປແລ້ວຂອງນາງ.
"ຂ້ອຍໄດ້ສູນເສັຍ Rhys ຫ້າປີເຄິ່ງຜ່ານມາ, ແລະຂ້ອຍໄດ້ຕໍ່ສູ້ເພື່ອລາວທຸກຢ່າງ. ລາວມີຫນີ້ສິນຢ່າງມະຫາສານ 28,000 ໂດລາ. ລາວຖືກກ່າວຫາແບບຜິດໆ. ມັນໜັກຫຼາຍເກີນກວ່າລາວຈະທົນໄດ້ ແລະລາວກໍໄດ້ ປິດຊີວິດຂອງຕົວເອງ."
ໂຄງການ Robodebt ໄດ້ຖືກສ້າງຂຶ້ນໃນປີ 2015 ພາຍໃຕ້ ທ່ານ Scott Morrison ຣັຖມົນຕີວ່າການ ບໍຣິການສັງຄົມໃນເວລານັ້ນ. ຫລັກຖານພົບວ່າໂຄງການນີ້ ໄດ້ກ່າວຜິດຜູ້ຮັບສວັດດີການວ່າ ເປັນຫນີ້ຣັຖບານກາງ. ມັນໄດ້ອອກແຈ້ງການຫນີ້ສິນອັດຕະໂນມັດ ຫລັງຈາກໄດ້ຄິດໄລ່ ລາຍໄດ້ປະຈໍາອາທິດ ຂອງຜູ້ຮັບສວັດດີການຢ່າງຜິດ.
ມັນໄດ້ຖືກຄາດການໄວ້ວ່າເປັນການປະຢັດເງິນຫຼາຍກວ່າ 1,7 ພັນ ລ້ານ ໂດລາ ໃນໄລຍະຫ້າປີ ໃນງົບປະມານ ຂອງຣັຖບານ ປີ 2015 ແລະມີການຈ້າງຜູ້ເກັບຫນີ້ ເພື່ອທວງເງິນຄືນ.
ໃນທີ່ສຸດ, ໂຄງການດັ່ງກ່າວ ໄດ້ເກັບກູ້ຄືນຢ່າງບໍ່ຖືກຕ້ອງ ກວ່າ 750 ລ້ານໂດລາ ຈາກ 381,000 ຄົນ.
ສານຣັຖບານກາງ ໄດ້ຕັດສິນວ່າ ໂຄງການດັ່ງກ່າວນັ້ນຜິດກົດຫມາຍ ໃນປີ 2019 ແລະມີການຕົກລົງກັນນອກສານ ດ້ວຍຈໍານວນເງິນ 1.2 ພັນລ້ານໂດລາ.
ນັກກົດໝາຍຂອງ Royal Commission, ທ່ານ Justin Greggery,ໄດ້ໃຫ້ຄໍາຫມັ້ນສັນຍາວ່າ ຈະບໍ່ຕັດສິນໂດຍອີງຕາມລາຍງານ ແລະການສອບສວນທີ່ຜ່ານມາ.
ແຕ່ທ່ານນາງ Catherine Holmes ຜູ້ອໍານວຍການຂອງ Royal Commission ໄດ້ໃຫ້ສັນຍາວ່າ ຈະໃຫ້ຄວາມຮັບຜິດຊອບ.
"ບໍ່ມີການເປີດເຜີຍຫຼາຍປານໃດກ່ຽວກັບເຫດຜົນວ່າເປັນຫຍັງ, ກ່ຽວກັບຄໍາແນະນໍາ ຫຼືການປຶກສາຫາລື ຫຼືການຫາເຫດຜົນ ຫຼືການຕອບຕໍ່ການວິພາກວິຈານ ທີ່ເກີດຂື້ນຢູ່ເບື້ອງຫຼັງ ບໍ່ວ່າໃນຂັ້ນຕອນໃດກໍຕາມ."
The Royal Commission ເປັນສັນຍາການເລືອກຕັ້ງທີ່ສໍາຄັນ ຂອງຣັຖບານກາງໃນປະຈຸບັນ.
ເນື່ອງຈາກຄວາມໄວທີ່ກໍາລັງດໍາເນີນຢູ່ນັ້ນ, ການພິຈາຣະນາທັງຫມົດຈະມີຂຶ້ນ ໃນເມືອງ Brisbane, ແລະພະຍານຢູ່ບ່ອນອື່ນ ຈະສາມາດໃຫ້ຫລັກຖານ ໂດຍການເຊື່ອມຕໍ່ທາງວິດີໂອ, ຍົກເວັ້ນອະດີດຣັຖມົນຕີ ຂອງຣັຖບານເກົ່າ ແລະລັດຖະກອນ.
The Royal Commission ເປັນສັນຍາການເລືອກຕັ້ງທີ່ສໍາຄັນ ຂອງຣັຖບານກາງໃນປະຈຸບັນ.
ຣັຖມົນຕີກະຊວງ ບໍຣິການຣັຖບານ (Government Services), ທ່ານ Bill Shorten ກ່າວວ່າ ຣັຖບານທີ່ຜ່ານມາດຳເນີນໂຄງການດ້ວຍຄວາມ ປມາດ.
"ເຖິງແມ່ນຈະມີການເຕືອນ, ເຖິງແມ່ນຈະສ້າງຄວາມຫຍຸ້ງຍາກ, ເຖິງແມ່ນຈະສ້າງຄວາມເຈັບປວດ, ແຕ່ໂຄງການ Robodebt ກໍໄດ້ຖືກນໍາມາໃຊ້ຢ່າງບໍ່ລົດລະ ໂດຍຣັຖບານ Morrison. ສະນັ້ນ, ຄນະກັມມາທິການນີ້ ແມ່ນເພື່ອຈະຮູ້ວ່າ: ເປັນຫຍັງຈຶ່ງມີ ຄວາມ ລົ້ມແຫຼວຢ່າງໃຫຍ່ຫຼວງ ໃນການບໍລິຫານໂດຍຣັດ? ຣັຖບານ ອອສເຕຣເລັຍ ສາມາດເອົາຫນີ້ສິນ ໃຫ້ຕໍ່ເພື່ອນຮ່ວມຊາດ ຂອງອອສເຕຣເລັຍເກືອບ 400,000 ຄົນ ຢ່າງບໍ່ຖືກຕ້ອງໄດ້ແນວໃດ ໂດຍກ່າວຫາວ່າ 1.7 ພັນລ້ານໂດລາ ເປັນຫນີ້ຂອງ Commonwealth? ໂຄງການນີ້ບໍ່ຖືກຕ້ອງຕາມກົດຫມາຍ. ຄຳເຕືອນໄດ້ຖືກເມີນເສີຍ. ຄວາມເຈັບປວດກໍໄດ້ເກີດຂຶ້ນ."
ຜູ້ນໍາພັກຝ່າຍຄ້ານ ທ່ານ Peter Dutton, ກໍາລັງເອີ້ນ Royal Commission ວ່າແມ່ນການ “ແກ້ແຄ້ນ” ທາງດ້ານການເມືອງ ຕໍ່ພັກຂອງລາວ.
ແຕ່ທ່ານ Shorten ກ່າວວ່າ ມີສິ່ງທີ່ຕ້ອງຄົ້ນພົບ.
"ພວກເຮົາຫວັງວ່າຄນະກັມມາທິການຂອງ Royal Commission ຈະໄປເຖິງຕົ້ນຕໍວ່າ ເປັນຫຍັງເຫດການນີ້ຈຶ່ງເກີດຂຶ້ນ, ແລະໃຫ້ແນ່ໃຈວ່າ ມັນຈະບໍ່ເກີດຂຶ້ນອີກ. ເປັນຫຍັງຣັຖມົນຕີຜູ້ຂອງຣັຖບານ Morrison ທີ່ສືບຕໍ່ຈາກຣັຖມົນຕີ ຂອງ ຣັຖບານ Turnbull, ຈຶ່ງບໍ່ສົນໃຈ ກັບຄໍາເຕືອນ; ເປັນຫຍັງພະນັກງານລັດຖະກອນອາວຸໂສ ຈຶ່ງບໍ່ໄດ້ເຮັດການກວດສອບທີ່ເຫມາະສົມເພື່ອເບິ່ງວ່າໂຄງການນັ້ນຖືກຕ້ອງຕາມກົດຫມາຍຫຼືບໍ."
ຜູ້ທີ່ໄດ້ຮັບຜົນກະທົບໂດຍກົງນັ້ນເວົ້າວ່າ ເຂົາເຈົ້າຕ້ອງການ ພຽງແຕ່ຄໍາຕອບເທົ່ານັ້ນ.
ພວກເຮົາຫວັງວ່າຄນະກັມມາທິການຂອງ Royal Commission ຈະໄປເຖິງຕົ້ນຕໍວ່າ ເປັນຫຍັງເຫດການນີ້ຈຶ່ງເກີດຂຶ້ນ, ແລະໃຫ້ແນ່ໃຈວ່າ ມັນຈະບໍ່ເກີດຂຶ້ນອີກ.ທ່ານ Bill Shorten ກ່າວກ່ຽວກັບ The Royal Commission ກຳລັງພິຈາຣະນາກວດສອບ Robodebt
Kath Madgwick ແມ່ຂອງຜູ້ເສັຍຊີວິດອີກຜູ້ນຶ່ງຂອງໂຄງການນີ້ ກ່າວວ່າ:
"ຂ້ອຍຂໍຂອບໃຈຕໍ່ທ່ານ Bill Shorten ແລະພັກແຮງງານ ທີ່ຮັກສາຄຳສັນຍາຂອງພວກເຂົາ ທີ່ຈະເຮັດສິ່ງນີ້. ເຮົາບໍ່ສາມາດຈະເຮັດໃຫ້ລູກຊາຍຂອງເຮົາກັບຄືນມາໄດ້, ແຕ່ເຮົາຕ້ອງມີຄວາມແຈ່ມແຈ້ງ ກ່ຽວກັບສິ່ງທີ່ໄດ້ເກີດຂຶ້ນໃນທີ່ນີ້."
ພະຍານຄົນທໍາອິດ ຈະໃຫ້ຫລັກຖານໃນວັນທີ 31 ຕຸລານີ້.
ຄນະກັມມາທິການຈະຕ້ອງລາຍງານໃນເດືອນ ເມສາ ປີຫນ້າ.
ເນື້ອເລື່ອງໂດຍ Stefan Armbruster, Sunil Awasthi ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ