ຊຸກຍູ້ ໃຫ້ລະວັງ ໃນການຂັບຣົດ ໃນຊ່ວງບຸນຄຣິສມັສ.

Car crash

ພາບຂອງອຸບັດເຫດທາງຣົດ ຊຶ່ງສາມາດນຳມາຊຶ່ງ ຄວາມເສັຍຫາຍຕໍ່ ຊີວິດແລະຊັບສິນ ພ້ອມທັງ ສຸຂພາບຈທາງຈິດໃຈ ອີກດ້ວຍ. Source: YouTube

Get the SBS Audio app

Other ways to listen


Published

By Sydney Lang
Presented by Sak Phoumirath
Source: SBS

Share this with family and friends


ສຳນັກງານ ຕໍາຫລວດແຫ່ງຊາດ ອອສເຕຣເລັຍ (The Australian Federal Police) ກໍາລັງຊຸກຍູ້ ຊາວອອສເຕຣເລັຍ ໃຫ້ໃຊ້ຄວາມລະມັດລະວັງ ເພີ່ມເຕີມ ໃນການໃຊ້ຫົນທາງ ໃນຊ່ວງບຸນຄຣິສມັສ ເນື່ອງຈາກຂໍ້ມູນຂອງ ສະມາຄົມຣົດ ຂອງອອສເຕຣເລັຍ(Australian Automobile Association) ໄດ້ພົບວ່າ ປີ 2023 ເປັນປີ ທີ່ມີການຕາຍຫລາຍທີ່ສຸດ ຂອງອອສເຕຣເລັຍ ໃນອຸບັດເຫດທາງຣົດ ໃນຮອບເຄິ່ງທົດສະວັດ.


ຊຸກຍູ້ ໃຫ້ລະວັງ ໃນການຂັບຣົດ ໃນຊ່ວງບຸນຄຣິສມັສ.

ຂໍ້ມູນເມື່ອບໍ່ດົນມານີ້ ຈາກສະມາຄົມຣົດ ຂອງ(Australian Automobile Association) ໄດ້ພົບວ່າ ປີ 2023 ເປັນປີ ທີ່ມີການຕາຍຫລາຍທີ່ສຸດ ຂອງອອສເຕຣເລັຍ ໃນອຸບັດເຫດທາງຣົດ ໃນຮອບເຄິ່ງທົດສະວັດ.

ສຳນັກງານ ຕໍາຫລວດແຫ່ງຊາດ ອອສເຕຣເລັຍ (The Australian Federal Police) ກໍາລັງຊຸກຍູ້ ຊາວອອສເຕຣເລັຍ ໃຫ້ໃຊ້ຄວາມລະມັດລະວັງ ເພີ່ມເຕີມ ໃນການໃຊ້ຫົນທາງ ໃນຊ່ວງບຸນຄຣິສມັສ ທີ່ວຸ້ນວາຍນີ້.

Sydney Lang ລາຍງານ.

ມັນເປັນອາທິດທີ່ຮ້າຍແຮງ ຕາມຖນົນ ໃນ New South Wales.

ໃນເຈັດມື້ທີ່ຜ່ານມາ, ມີຜູ້ເສັຍຊີວິດ ແປດຄົນ.

ນາຍົກຣັດ New South Wales, ທ່ານ Chris Minns ກ່າວວ່າ ຕໍາຫລວດບໍ່ຢາກເຫັນໂຕເລກນັ້ນ ສູງຂຶ້ນກວ່ານີ້.

"ພວກເຮົາ ກໍາລັງມຸ້ງຫນ້າໄປຫາຊ່ວງຄຣິສມັສ ທີ່ວຸ້ນວາຍ ແລະຄວາມເປັນຫ່ວງທີ່ແທ້ຈິງ ຂອງພວກເຮົາ ແມ່ນອຸບັດເຫດ ຈະເພີ່ມຂຶ້ນ ໃນຊ່ວງຄຣິສມັສ. ດັ່ງນັ້ນ, ຂໍ້ຄວາມແມ່ນ: ຂັບຣົດໃຫ້ຊ້າລົງ. ຕໍາຫຼວດ ຣັດ New South Wales ຈະອອກປະຕິບັດງານ, ການຫັກຄະແນນ Demerit ສອງເທົ່າຈະຖືກນໍາໃຊ້, ແລະຖ້າຫາກວ່າ ທ່ານຂັບໄວ ຫຼືທ່ານລະເມີດກົດຈະຣາຈອນ, ໃນສະຖານະການ ທີ່ດີທີ່ສຸດ ແມ່ນທ່ານຈະສູນເສັຍໃບອະນຸຍາດຂັບຂີ່ຂອງທ່ານ. ໃນສະຖານະການທີ່ຮ້າຍແຮງທີ່ສຸດ ຄືທ່ານຂ້າຕົວທ່ານເອງ ຫຼືຄົນທີ່ທ່ານຮັກ ຫຼືຄົນທີ່ທ່ານ ບໍ່ເຄີຍພົບມາກ່ອນ."

ຣັດ Victoria ຍັງໄດ້ເຫັນການຕາຍ ຈາກອຸບັດເຫດເພີ່ມຂຶ້ນຢ່າງໄວ.

CEO ຂອງຄນະກັມມະການ ອຸບັດຕິເຫດຂົນສົ່ງ ໃນຣັດ Victoria (the Transport Accident Commission in Victoria), Tracey Slatter ກ່າວວ່າຈໍານວນຜູ້ເສັຍຊີວິດທາງຣົດ ໃນປີນີ້ ແມ່ນສູງສຸດ ນັບແຕ່ ປີ 2008.

"ພວກເຮົາ ກໍາລັງເຫັນຈໍານວນທີ່ຜິດປົກກະຕິບາງຢ່າງ ໃນສະຖານະການໂດຍລວມ ໃນປີນີ້. ແລະຫນຶ່ງໃນນັ້ນ ແມ່ນການຕາຍ ໃນເສັ້ນທາງໃນພູມີພາກ ຊຶ່ງເປັນສິ່ງທ້າທາຍຢ່າງຕໍ່ເນື່ອງ. ແລະນັ້ນ ໄດ້ເພີ່ມຂຶ້ນຫລາຍກວ່າ 30 ເປີເຊັນໃນປີນີ້. ນອກນັ້ນ, ຍັງມີສິ່ງ ທີ່ຜິດປົກກະຕິ ໃນການເກີດອຸບັດເຫດ ທີ່ມີການຕາຍຫຼາຍ ເຫດການໃນປີນີ້ ແລະຈໍານວນການຊີວິດ ຂອງຜູ້ໂດຍສານ ໄດ້ເພີ່ມຂຶ້ນຫຼາຍກວ່າສອງເທົ່າ. ນັ້ນຄື ຄວາມເປັນຫ່ວງຂອງພວກເຮົາ."

ຕົວເລກຂອງ New South Wales ແລະ Victoria ບໍ່ແມ່ນປາກົດການໂດດດ່ຽວ.

ຂໍ້ມູນ ຈາກສະມາຄົມຣົດ ຂອງອອສເຕຣເລັຍ (the Australian Automobile Association) ສະແດງໃຫ້ເຫັນວ່າ ຈໍານວນຜູ້ເສັຍຊີວິດທາງຣົດ ຂອງປະເທດ ແມ່ນສູງທີ່ສຸດໃນຮອບຫ້າປີ, ໂດຍມີຜູ້ເສັຍຊີວິດ1,253 ຄົນ ໃນອຸບັດເຫດທາງຣົດ ໃນໄລຍະ ສິບສອງເດືອນ ຫາວັນທີ 30ພະຈິກ.

ສະແດງໃຫ້ເຫັນວ່າ South Australia ໄດ້ມີຜູ້ເສັຍຊີວິດ ເພີ່ມຂຶ້ນສູງທີ່ສຸດໂດຍເພີ່ມຂຶ້ນ 61.4 ເປີເຊັນ ຈາກໄລຍະດຽວກັນ ຂອງປີກາຍນີ້.

ທ່ານ Chris Minns ກ່າວວ່າ ການກັບຄືນຂອງຜູ້ຄົນ ໄປສູ່ການໃຊ້ຫົນທາງ ຫລັງຈາກການລະບາດຂອງໂຣກ COVID ອາດເຮັດໃຫ້ມີການເພີ່ມຂຶ້ນ ຂອງອຸບັດເຫດ.

"ການເສັຍຊີວິດ ຍ້ອນອຸບັດເຫດທາງຣົດ ໃນ New South Wales ແມ່ນສ້າງຄວາມເສັຍຫາຍ ແລະເຈັບປວດ ໃຫ້ແກ່ຄອບຄົວ ແລະຫມູ່ເພື່ອນຂອງບຸກຄົນນັ້ນ. ເຫັນໄດ້ຢ່າງຊັດແຈ້ງວ່າ ປີ 2023 ເປັນປີ ທີ່ບໍ່ມີ COVID, ໄດ້ມີການປ່ຽນແປງ ຕໍ່ການຂັບຣົດ ແລະພຶດຕິກັມ ໃນປີ 2022.ເປັນທີ່ຫນ້າເສັຍໃຈ-ແລະເປັນຕາຢ້ານ-ທີ່ພວກເຮົາໄດ້ເຫັນ ສະຖິຕິ ວ່າມີການຕາຍທີ່ເພີ່ມຂຶ້ນ ໃນປີ 2023 ຫຼາຍກວ່າ 2022."

ຊຸມຊົນ Amber ຊຶ່ງເມື່ອກ່ອນເອີ້ນວ່າ Road Trauma Support Services Victoria ແມ່ນກຸ່ມ ທີ່ອຸທິດຕົນ ເພື່ອໃຫ້ການສນັບສນູນ ແລະໃຫ້ຄໍາປຶກສາ ໂດຍບໍ່ເສັຍຄ່າ ແກ່ຜູ້ທີ່ໄດ້ຮັບຜົນກະທົບ ຈາກການບາດເຈັບທາງຖນົນ.

Bernadette Nugent, CEO ຂອງກຸ່ມກ່າວວ່າ ການບາດເຈັບທາງຣົດ ແລະເຫດການເສັຍຊີວິດ ບໍ່ແມ່ນຜົນສະທ້ອນ ຂອງການຂັບຣົດ ທີ່ມີຄວາມສ່ຽງສູງສເມີໄປ.

"ຂ້າພະເຈົ້າຄິດວ່າ ອາດຈະຂາດການຮັບຮູ້ ໃນຊຸມຊົນ ກ່ຽວກັບວ່າ ຜູ້ໃດໄດ້ຮັບຜົນກະທົບ ຈາກການບາດເຈັບປວດທາງຣົດ. ຂ້າພະເຈົ້າຄິດວ່າ ບາງເທື່ອ ເຮົາສາມາດສົມມຸດວ່າ ມັນເປັນຜູ້ຄົນທີ່ເຮັດຜິດຢ່າງຮ້າຍແຮງ ໃນການຂັບຣົດ. ສະນັ້ນ, ຜູ້ທີ່ຂັບຣົດດ້ວຍຄວາມໄວສູງເກີນໄປຫລືໄດ້ຮັບອິດທິພົນຈາກຢາເສບຕິດ ແລະເຫລົ້າ. ແຕ່ມີຫຼາຍຢ່າງ ທີ່ເກີດຂຶ້ນ ທີ່ກໍ່ໃຫ້ເກີດການບາດເຈັບ ຕາມທ້ອງຖນົນ ທີ່ມາຈາກຄວາມຜິດພາດປົກກະຕິ ໃນທຸກໆມື້ທີ່ຜູ້ຄົນເຮັດ ຊຶ່ງທ່ານກໍຮູ້ວ່າ ມັນເປັນສ່ວນນຶ່ງຂອງສະຖິຕິ ດັ່ງທີ່ມັນເປັນໃນປີນີ້."

Tracey Slatter ກ່າວວ່າ ເຖິງແມ່ນວ່າ ບາງຄົນຈະຄິດແນວໃດກໍຕາມແຕ່ເຫດການສ່ວນໃຫຍ່ ບໍ່ໄດ້ເກີດຈາກຄົນຂັບຣົດ ທີ່ມີອາຍຸນ້ອຍກວ່າ.

"ມີຄວາມເຂົ້າໃຈກັນທົ່ວໄປວ່າ ສ່ວນຫລາຍແລ້ວ ແມ່ນຄົນຫນຸ່ມ ທີ່ກ່ຽວຂ້ອງກັບອຸປະຕິເຫດ ແຕ່ນັ້ນບໍ່ແມ່ນສິ່ງທີ່ເຮົາເຫັນ. ຂ້າພະເຈົ້າຫມາຍຄວາມວ່າ ເຫັນໄດ້ຢ່າງຊັດແຈ້ງວ່າ ເຮົາເຫັນຄົນຫນຸ່ມເປັນສ່ວນນຶ່ງ ໃນອຸບັດເຫດ ແຕ່ອຸບັດເຫດ ໃນຜູ້ຄົນທີ່ມີອາຍຸ 70 ປີ ຫຼືສູງກວ່າ ກໍມີຫຼາຍ ເທົ່າກັບຜູ້ຄົນໃນວັຍຫນຸ່ມ ແລະໃນທຸກວັຍ .ໂດຍທົ່ວໄປແລ້ວ, ເຮົາເຫັນວ່າ ຄວາມໄວ ເປັນປັດຈັຍສໍາຄັນ ໃນການບາດເຈັບທາງຣົດ ແລະພວກເຮົາ ຮຽກຮ້ອງໃຫ້ຊາວ Victorian ທຸກຄົນ ຂັບຊ້າລົງ ແລະຂັບຣົດຕາມກົດ, ແລະການຈໍາກັດຄວາມໄວ ບໍ່ແມ່ນຄວາມໄວຂອງເປົ້າຫມາຍ. ມັນເປັນການຈໍາກັດ ແລະ ເງື່ອນໄຂ ແລະສະຖານະການ ຫມາຍຄວາມວ່າ ສ່ວນຫລາຍແລ້ວ ທ່ານຕ້ອງຂັບຣົດດ້ວຍຄວາມໄວຕ່ຳກວ່າການຈໍາກັດຄວາມໄວ."

ແຕ່ເວລານີ້ຣັຖບານ New South Wales ກໍກໍາລັງທົດລອງ ແຜນການສົ່ງຄືນ Demerit point ຊຶ່ງຣັຖມົນຕີ ວ່າການກະຊວງເສັ້ນທາງ (Minister for Roads) ທ່ານ John Graham ກ່າວວ່າ ສາມາດຈູງໃຈ ການຂັບຣົດ ໄດ້ດີຂຶ້ນກວ່າເກົ່າ.

"ມີການເຕືອນຜູ້ຂັບຂີ່ 1.3 ລ້ານຄົນ, ຜູ້ທີ່ມີສິດ ໄດ້ຮັບຄະແນນກັບຄືນ ຖ້າພວກເຂົາ ສືບຕໍ່ພຶດຕິກັມທີ່ດີ, ພຶດຕິກັມທີ່ດີຢ່າງຕໍ່ເນື່ອງ ຕັ້ງແຕ່ວັນທີ 17 ມັງກອນປີນີ້. ຖ້າຫາກເຂົາເຈົ້າ ຮັກສາຄວາມພະຍາຍາມນັ້ນ ຈົນເຖິງວັນທີ 17 ເດືອນມັງກອນປີຫນ້າ ເຂົາເຈົ້າຈະໄດ້ຮັບຄະແນນກັບຄືນ ໃນຂນະທີ່ ເຮົາທົດລອງທັງລາງວັນ ແລະການລົງໂທດ (the carrot and the stick)."

ການເພີ່ມຂຶ້ນ ຂອງການເສັຍຊີວິດນັ້ນ ກະຕຸ້ນໃຫ້ມີການຮຽກຮ້ອງ ໃຫ້ມີຄວາມຊັດເຈນຫລາຍຂຶ້ນຈາກຣັດ ກ່ຽວກັບສະຖິຕິ ການເສັຍຊີວິດທາງຣົດ ຂອງເຂົາເຈົ້າ.

ສະມາຄົມຣົດ ຂອງອອສເຕຣເລັຍ (The Australian Automobile Association) ກ່າວວ່າ ພວກເຂົາເຈົ້າ ຕ້ອງການຂໍ້ມູນທີ່ສໍາຄັນ ກ່ຽວກັບສາເຫດຂອງອຸບັດເຫດ ແລະແບບແຜນການບັງຄັບໃຊ້ກົດຫມາຍ, ທ່າມກາງຄວາມເປັນຫ່ວງວ່າ ເປົ້າຫມາຍແຫ່ງຊາດ ທີ່ຈະຫຼຸດການເສັຍຊີວິດ ຫ້າສິບເປີເຊັນ ພາຍໃນປີ 2030 ກຳລັງລົ້ມເຫລວ.

ສະມາຄົມ ການແພດ ຂອງອອສເຕຣເລັຍ (The Australian Medical Association) ກໍາລັງສະທ້ອນ ສຽງຮຽກຮ້ອງເຫລົ່ານັ້ນ.

ອົງການ AMA ກ່າວວ່າ ຂໍ້ມູນຂອງຣັດ Victoria ສະແດງໃຫ້ເຫັນວ່າ ມີການເພີ່ມຂຶ້ນ ຂອງການເຂົ້າໂຮງຫມໍ ຈາກເຫດການທີ່ກ່ຽວຂ້ອງກັບ e-scooter, ແຕ່ພວກເຂົາເຈົ້າ ບໍ່ຮູ້ວ່າແນວໂນ້ມນີ້ ເກີດຂຶ້ນໃນຣັດອື່ນໆຫລືບໍ່ ເພາະຂາດຂໍ້ມູນ ຈາກພວກເຂົາເຈົ້າ.

ເຖິງຢ່າງໃດກໍຕາມ, ບໍ່ວ່າຜູ້ໃດ ຫລືສິ່ງໃດ ຢູ່ເບື້ອງຫລັງການເສັຍຊີວິດທາງຣົດ ເພີ່ມຂຶ້ນກໍຕາມ, Bernadette Nugent ກ່າວວ່າ ຄວາມເສັຍຫາຍ ແລະຄວາມເຈັບປວດ ທີ່ເກີດຈາກອຸບັດເຫດ ແມ່ນແພ່ຢ່າງກວ້າງຂວາງ.

ລາວເວົ້າວ່າ ທຸກຄົນໃນຊຸມຊົນ ມີຄວາມຮັບຜິດຊອບ ທີ່ຈະຮັກສາກັນແລະກັນໃຫ້ປອດພັຍ.

"ຂ້າພະເຈົ້າ ກໍາລັງເວົ້າເຖິງທຸກຄົນ ໃນຖານະຜູ້ໃຊ້ຖນົນ, ລວມທັງຄົນຍ່າງ ແລະຜູ້ຂີ່ຣົດຖີບ, ກ່ຽວກັບການຮັບຜິດຊອບ ຕໍ່ພຶດຕິກັມຂອງພວກເຮົາເອງ ແລະໃນຂນະທີ່ຂັບຣົດນັ້ນ ໃຫ້ຄິດວ່າ ຜົນກະທົບໄລຍະຍາວ ຂອງສິ່ງນັ້ນ ຈະເປັນແນວໃດ? "

ເນື້ອເລື່ອງໂດຍ Sydney Lang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share