ຣັຖບານກຳລັງຫາວິທີກຳຈັດການຫຼອກຕົ້ມການລົງທຶນ

Australians lose millions of dollars to scammers every year

ປະຊາຊົນໃນອອສເຕຣເລັຍ ກໍາລັງສູນເສັຍເງິນຫຼາຍລ້ານໂດລາ ຍ້ອນການຫຼອກລວງ ການລົງທຶນທຸກປີ. Source: Getty / Kanok Sulaiman

ຜູ້ຄົນ ໃນອອສເຕຣເລັຍ ໄດ້ສູນເສັຍເງິນຫຼາຍຂຶ້ນ ຈາກການຫຼອກລວງໃນແຕ່ລະປີ, ການສູນເສັຍທັງຫມົດ ເກີນກວ່າ ສາມພັນລ້ານໂດລາ ໃນປີກາຍນີ້. ດັ່ງນັ້ນ, ຣັຖບານກາງ ຈຶ່ງໄດ້ຮວບຮວມຄນະທຳງານສະເພາະ ຂອງຜູ້ຊ່ຽວຊານ ເພື່ອຈະແນເປົ້າຫມາຍ ໃສ່ນັກຕົວະຕົ້ມການລົງທຶນ ພາຍໃຕ້ສູນຕໍ່ຕ້ານການການຫຼອກລວງແຫ່ງຊາດ (National Anti-Scams Centre).


ຣັຖບານກຳລັງຫາວິທີກຳຈັດການຫຼອກຕົ້ມການລົງທຶນ.

ກາງ ໄດ້ຮວບຮວມຄນະທຳງານສະເພາະ ຂອງຜູ້ຊ່ຽວຊານ ເພື່ອຈະແນເປົ້າຫມາຍ ໃສ່ນັກຕົວະຕົ້ມການລົງທຶນ ພາຍໃຕ້ສູນຕໍ່ຕ້ານການການຫຼອກລວງແຫ່ງຊາດ (National Anti-Scams Centre).

ເຈົ້າຫນ້າທີ່ກ່າວວ່າ ປະຊາຊົນໃນອອສເຕຣເລັຍ ກໍາລັງສູນເສັຍເງິນຫຼາຍລ້ານໂດລາ ຍ້ອນການຫຼອກລວງ ການລົງທຶນທຸກປີ.

Mahnaz Angury ແລະ Ciara Hain ລາຍງານ.

ໃນປີ 2019, Sylvia Chou ໄດ້ສູນເສັຍເງິນຫຼາຍກວ່າ 2.6 ລ້ານໂດລາ ໃນການຫຼອກລວງ ການລົງທຶນ.

ລາວເວົ້າວ່າ ສິ່ງທີ່ໄດ້ເລີ້ມຕົ້ນ ຈາກຄຳສັນຍາ 250 ໂດລາ, ໄດ້ເພີ່ມຂຶ້ນຢ່າງໄວ ໃນໄລຍະສາມເດືອນ.

"ຫຼາຍຄົນເວົ້າວ່າຈາກ 250 ໂດລາ ຈະກາຍເປັນເງິນຫຼາຍກວ່າ 2.6 ລ້ານໂດລາ ໄດ້ແນວໃດ? ນັ້ນເປັນຕາຢ້ານ ແລະອັນຕະລາຍຫຼາຍ. ພວກເຂົາດັກທ່ານ ແລະເມື່ອທ່ານບໍ່ຢູ່ໃນສະຖານະການ ທີ່ທ່ານສາມາດຄິດ, ທ່ານມີຄວາມຕື່ນຕົກໃຈ, ໃຈຂອງທ່ານຈະບໍ່ທ່ຽງ, ທ່ານສູນເສັຍ ການຕັດສິນໃຈທີ່ຖືກຕ້ອງ ແລະທ່ານພຽງແຕ່ປະຕິບັດ ຕາມສິ່ງທີ່ຂ້າພະເຈົ້າເວົ້າ. ນັ້ນແມ່ນສິ່ງທີ່ເກີດຂຶ້ນ."

ເຖິງວ່າ ເຄີຍມີປະສົບການໃນການລົງທຶນມາກ່ອນ, ແຕ່ນາງ Sylvia ກ່າວວ່າ ນາງຕົກຢູ່ໃນບ້ວງຂອງຜູ້ສໍ້ໂກງ, ເຮັດໃຫ້ເກີດຜົນກະທົບ ບໍ່ພຽງແຕ່ ສະພາບການທາງດ້ານການເງິນຂອງນາງເທົ່ານັ້ນ ແຕ່ທາງດ້ານຊີວິດສ່ວນຕົວ ຂອງນາງນໍາອີກ.

"ພວກເຂົາເຈົ້າເກັ່ງຫຼາຍ....ໃຫ້ເຊື່ອຂ້ອຍນີ້. ພວກເຂົາຮູ້ວິທີ ທີ່ຈະຈີ້ຈຸດອ່ອນຂອງທ່ານ. ຄອບຄົວຂອງຂ້ອຍ ພັງທະລາຍ ເພາະຂ້ອຍເປັນແມ່ຜູ້ດຽວ. ສ່ວນລູກສອງຄົນຂອງຂ້ອຍນັ້ນ, ຂ້ອຍຄິດວ່າ ມັນຍາກເກີນໄປສໍາລັບພວກເຂົາ ທີ່ຈະຮັບມືກັບຄວາມເຄັ່ງຕຶງນີ້ ຈາກຂ້ອຍເຊັ່ນກັນ.ພວກເຮົາມີຄວາມສໍາພັນ ທີ່ທ້າທາຍຫຼາຍ ຫລັງຈາກຂ້າພະເຈົ້າ ໄດ້ຖືກຫລອກລວງ."

ແລະ Sylvia ບໍ່ແມ່ນຜູ້ດຽວ.

ຜູ້ຄົນ ໃນ ໄດ້ສູນເສັຍເງິນຫຼາຍຂຶ້ນ ຈາກການຫຼອກລວງໃນແຕ່ລະປີ, ໂດຍທີ່ Australian Competition and Consumer Commission ລາຍງານວ່າ ການສູນເສັຍທັງຫມົດ ເກີນກວ່າ ສາມພັນລ້ານໂດລາ ໃນປີກາຍນີ້.

ຂໍ້ມູນຈາກປີ 2022 ເປີດເຜີຍວ່າ ການຫຼອກລວງການລົງທຶນ ມີຈໍານວນ66 ເປີເຊັນ ຂອງການສູນເສັຍ ທາງການເງິນທັງຫມົດ ທີ່ໄດ້ລາຍງານໃຫ້ Scamwatch**-ຊຶ່ງຜູ້ເຄາະຮ້າຍ ສູນເສັຍຫຼາຍກວ່າ 1.5 ພັນລ້ານໂດລາ.

ໃນຄວາມພະຍາຍາມ ຕໍ່ສູ້ກັບການຫຼອກລວງ, ຣັຖບານກາງ ໄດ້ຈັດຕັ້ງທີມງານ ທີ່ນໍາພາໂດຍ Consumer Commission ຄຽງຄູ່ກັບ Australian Securities and Investments Commission (ASIC).

ຜູ້ຊ່ວຍຣັຖມົນຕີການຄັງ ທ່ານ Stephen Jones ກ່າວວ່າ ທ່ານຫມັ້ນໃຈວ່າ ທີມງານຈະຫຼຸດຜ່ອນ ການສູນເສັຍນັ້ນ.

"ຮ່ວມກັບຄວາມຊ່ຽວຊານຈາກອຸດສາຫະກັມ, ທະນາຄານ, ບໍຣິສັດໂທຣະຄົມມະນາຄົມຂອງເຮົາ, ເວທີສື່ມວນຊົນສັງຄົມຂອງເຮົາ, ນໍາເອົາຍຸດທະສາດ, ກົນລະຍຸດຮ່ວມກັນ ເພື່ອຕໍ່ສູ້ກັບຜູ້ຫຼອກຕົ້ມ. ແລະພວກເຮົາຮູ້ວ່າ ພວກຜູ້ຫຼອກຕົ້ມ ມີຄວາມວ່ອງໄວ ດັ່ງນັ້ນ ຖ້າຫາກວ່າ ພວກເຮົາວາງຍຸດທະສາດ ທີ່ຈະຕໍ່ສູ້ ແລະພວກເຮົາໄດ້ຮັບຄວາມສໍາເລັດ ແລ້ວພວກເຂົາຈະຍ້າຍໄປສູ່ສິ່ງອື່ນ ຊຶ່ງເປັນສາເຫດທີ່ວ່າ ນີ້ຕ້ອງເປັນຍຸດທະສາດ ທີ່ຕໍ່ເນື່ອງ ແລະພວກເຮົາ ຈະຕັ້ງສິ່ງເຫລົ່ານີ້ຂຶ້ນ ໃນໄລຍະຫນຶ່ງປີ ເພື່ອເອົາການຕໍ່ສູ້ກັບຜູ້ຫຼອກຕົ້ມ."

ທ່ານນາງ Catriona Lowe ຮອງປະທານ Competition and Consumer Commission ກ່າວວ່າ ຜູ້ແທນຈາກທົ່ວອຸດສາຫະກັມ ແລະຣັຖບານໃນອີກບໍ່ຊ້ານີ້ ກໍຈະຖືກເຊື້ອເຊີນ ໃຫ້ເຂົ້າຮ່ວມວຽກສະເພາະນີ້.

"ເມື່ອຜູ້ຫຼອກຕົ້ມ ມີຄວາມຊັບຊ້ອນຫຼາຍຂຶ້ນ ໃນກົນອຸບາຍຂອງພວກເຂົາ, ເຫັນໄດ້ຊັດເຈນວ່າ ຕ້ອງມີການຕອບສນອງ ທີ່ປະສານທົ່ວພາກຣັຖບານ, ຜູ້ກຳກັບດູແລ, ຜູ້ຮັກສາກົດໝາຍກົດຫມາຍ ແລະພາກເອກະຊົນ. ມັນເປັນສິ່ງສໍາຄັນໃ ນການຕໍ່ສູ້ ກັບການຫຼອກຕົ້ມ ຢ່າງມີປະສິດທິພາບ. ການປະສານງານຄັ້ງນີ້ ຈະເປັນບົດບາດ ຂອງສູນຕ້ານການຫຼອກລວງແຫ່ງຊາດ"

ເຖິງແມ່ນວ່າ ການເຄື່ອນໄຫວດັ່ງກ່າວ ໄດ້ຮັບການຕ້ອນຮັບ ຈາກອົງການຕ່າງໆ ທີ່ຊ່ອຍເຫລືອຜູ້ຖືກສໍ້ໂກງ ແຕ່ພວກເຂົາເຈົ້າກ່າວວ່າ ຍັງຈໍາເປັນຕ້ອງໄດ້ເຮັດຕື່ມອີກຫຼາຍ.

Roberta Grealish ແມ່ນທະນາຍຄວາມຂອງ Consumer Credit Legal Service.

"ພວກເຮົາ ຈໍາເປັນຕ້ອງປັບປຸງມາດຕະການ ການກວດຈັບ ແລະການປ້ອງກັນ ແລະຂ້າພະເຈົ້າຄິດວ່າ ຮູບແບບການຊໍາລະເງິນຄືນ ຄືກັບທີ່ພວກເຂົາ ປະຕິບັດໃນອັງກິດ ໃຫ້ແຮງຈູງໃຈ ສຳລັບທະນາຄານ ເພື່ອເຮັດໃນການລົງທຶນປະເພດນີ້. ທະນາຄານ ມີຄວາມສໍາຄັນໃນເລື່ອງນີ້,ບັນຊີ ແລະລະບົບການຊໍາລະເງິນ ຂອງພວກເຂົາ ແມ່ນສາຍສົ່ງຂອງຄວາມເສັຍຫາຍ. ໃນສະຖານະການ ທີ່ຜູ້ບໍຣິໂພກມີທາງເລືອກຫນ້ອຍ ນອກຈາກການເຮັດ ທຸຣະກັມເທິງເວທີເຫຼົ່ານີ້, ທະນາຄານ ມີຄວາມຮັບຜິດຊອບ ທີ່ຈະເຮັດໃຫ້ແນ່ໃຈວ່າ ພວກເຂົາປອດພັຍ ແລະເຂັ້ມແຂງ."

ເຈົ້າຫນ້າທີ່ ກໍາລັງເຕືອນປະຊາຊົນ ໃຫ້ລະວັງ ເມື່ອມີການຕິດຕໍ່ແບບບໍ່ຮູ້ໂຕ, ໂດຍທາງໂທຣະສັບ ຫຼືອີເມວ, ແລະສເນີໂອກາດ ທີ່ຈະລົງທຶນໃນ 'ໂອກາດຄັ້ງຫນຶ່ງໃນຊີວິດ'.

ທ່ານນາງ Danielle Press ຜູ້ອໍານວຍການ Securities and Investments Commission ກ່າວວ່າ ຖ້າເບິ່ງຄືວ່າ ດີເກີນໄປທີ່ຈະເປັນຄວາມຈິງ......ມັນອາດຈະເປັນໄດ້.

"ຂ້າພະເຈົ້າຈະຊຸກຍູ້ ໃຫ້ຜູ້ບໍຣິໂພກເບິ່ງ Moneysmart*, ໃຫ້ຄິດເຖິງວິທີທີ່ທ່ານກວດພົບ ການຫຼອກລວງການລົງທຶນ ໄດ້ແນວໃດ ເພາະມີສັນຍານບາງຢ່າງ ທີ່ຊັດເຈນຫຼາຍ ວ່າບາງສິ່ງບາງຢ່າງບໍ່ຖືກຕ້ອງ. ມັນແມ່ນສິ່ງ ທີ່ພວກເຮົາກໍາລັງເບິ່ງຢູ່. ພວກເຮົາຍັງເບິ່ງຫຼາຍເວັບໄຊທ໌ ທີ່ບໍ່ໄດ້ຖືກສເນີໂດຍ ຜູ້ບໍຣິການທາງດ້ານການເງິນ ທີ່ມີໃບອະນຸຍາດ-ເຮົາຈະລຶບເວບໄຊ້ເຫຼົ່ານັ້ນລົງ ກ່ອນທີ່ພວກເຂົາຈະເຂົ້າເຖິງຜູ້ບໍຣິໂພກ."

ຫນ່ວຍງານຫຼອກລວງການລົງທຶນ ຈະດໍາເນີນການເປັນເວລາ 6 ເດືອນໃນເບື້ອງຕົ້ນ ແລະລາຍງານ ໃຫ້ສູນຕໍ່ຕ້ານການຫຼອກລວງແຫ່ງຊາດ.

Mahnaz Angury ແລະ Ciara Hain ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share