ການປ່ຽນພຶດຕິກັມໃນການຊື້ສິນຄ້າຂອງຊາວອອສເຕຣເລັຍ

Consumers make purchases at Myer in Melbourne, Dec. 8, 2008 (AAP)

ລູກຄ້າກຳລັງຈ່າຍການຊື້ສິນຄ້າດ້ວຍ credit card ທີ່ Myer, Melbourne. Source: AAP

ຄ່າຈ້າງສໍາລັບຊາວອອສເຕຣເລັຍ ໄດ້ເພີ່ມຂຶ້ນໃນປີກາຍນີ້, ແຕ່ວ່າການເພີ່ມຂຶ້ນນີ້ ໄດ້ຖືກບົດບັງ ດ້ວຍຄວາມກົດດັນ ດ້ານຄ່າຄອງຊີບ. ເພື່ອຮັບມື ກັບການເພີ່ມຂຶ້ນເຫຼົ່ານີ້, ຜູ້ບໍຣິໂພກ ໄດ້ປ່ຽນພຶດຕິກັມການຊື້ສິນຄ້າຂອງພວກເຂົາ. ແຕ່ອາດຈະມີເຫດຜົນຢ່າງອື່ນທີ່ມີສ່ວນກ່ຽວຂ້ອງເຊັ່ນ: ການສນັບສນູນ ທຸລະກິດ ແລະຜລິດຕະພັນ ໃນທ້ອງຖິ່ນ ແລະຄວາມຍືນຍົງຂອງສະພາບແວດລ້ອມ.


ການປ່ຽນພຶດຕິກັມໃນການຊື້ສິນຄ້າຂອງຊາວອອສເຕຣເລັຍ.

ກະຊວງການຄັງ ຊີ້ໃຫ້ເຫັນວ່າ ຄ່າຈ້າງສໍາລັບຊາວ ໄດ້ເພີ່ມຂຶ້ນໃນປີກາຍນີ້, ແຕ່ວ່າການເພີ່ມຂຶ້ນນີ້ ໄດ້ຖືກບົດບັງ ດ້ວຍຄວາມກົດດັນ ດ້ານຄ່າຄອງຊີບ.

ເພື່ອຮັບມື ກັບການເພີ່ມຂຶ້ນເຫຼົ່ານີ້, ຜູ້ບໍຣິໂພກ ໄດ້ປ່ຽນພຶດຕິກັມການຊື້ສິນຄ້າຂອງພວກເຂົາ. Alex Anyfantis ລາຍງານ.

ພະນັກງານເຕັມເວລາ ໃນອອສເຕຣເລັຍ ຄວນສເລີມສລອງ.

ພາຍໃນປີທີ່ຜ່ານມາ ກະຊວງການຄັງກ່າວວ່າ ພະນັກງານເຕັມເວລາ ໄດ້ຮັບຄ່າແຮງ ເພີ່ມຂຶ້ນ 1000 ໂດລາ ແລະຍັງມີຕໍາແຫນ່ງວຽກ ເພີ່ມອີກຫລາຍກວ່າ 330,000 ຕໍາແຫນ່ງ.

ທ່ານ Jim Chalmers, ຣັຖມົນຕີການຄັງກ່າວວ່າ ຈໍານວນດັ່ງກ່າວ ແມ່ນເລື້ອງທີ່ໜ້າດີໃຈ.

"ຂ້າພະເຈົ້າຄິດວ່າ ຊາວອອສເຕຣເລັຍສາມາດພູມໃຈໄດ້ແທ້ໆ ກັບສິ່ງທີ່ພວກເຮົາ ໄດ້ປະສົບຄວາມສຳເລັດຮ່ວມກັນ ໃນໄລຍະສິບສອງເດືອນທໍາອິດ ຂອງ ຣັຖບານ Albanese ນີ້. ແລະສິ່ງຫນຶ່ງ ທີ່ພວກເຮົາພູມໃຈທີ່ສຸດ ກໍຄືໂຕເລກໃຫມ່ເຫລົ່ານີ້ ຊຶ່ງສະແດງໃຫ້ເຫັນວ່າ ນີ້ແມ່ນສິບສອງເດືອນທໍາອິດ ທີ່ເຂັ້ມແຂງທີ່ສຸດ ຂອງໃຫມ່ ເປັນປວັດການ. ການເຕີບໂຕ ຂອງຕຳແໜ່ງ ວຽກງານຂອງພວກເຮົາ ແມ່ນນຳໜ້າເສດຖະກິດໃຫຍ່ທັງຫມົດ ແລະພວກເຮົາ ຍັງເຫັນການເຕີບໂຕ ຂອງຄ່າຈ້າງ ທີ່ເຂັ້ມແຂງທີ່ສຸດ ເປັນເວລາຫຼາຍກວ່າສິບປີ."

ດັ່ງນັ້ນ ຊາວອອສເຕຣເລັຍ ອາດຈະມີເງິນເພີ່ມເລັກນ້ອຍ ໂດຍສະເລັ່ຍ.

ແຕ່ມັນບໍ່ໄດ້ສ້າງຄວາມແຕກຕ່າງຫລາຍ ຕໍ່ຊີວິດປະຈໍາວັນ ຂອງເຂົາເຈົ້າ-ເນື່ອງຈາກອັດຕາເງິນເຟີ້ ຊຶ່ງເກີນກວ່າ ການເຕີບໂຕ ຂອງຄ່າຈ້າງ.

ທ່ານ Chalmers ກ່າວວ່າ ທ່ານເຂົ້າໃຈດີ.

"ພວກເຮົາຮູ້ວ່າ ຊາວອອສເຕຣເລັຍຢູ່ໃຕ້ຄວາມກົດດັນ. ເຮົາຮູ້ວ່າ ຄວາມກົດດັນນັ້ນໜັກ. ດ້ວຍເຫດນີ້ ຣັຖບານຈຶ່ງແນໃສ່ ທີ່ຈະຫຼຸດຜ່ອນຄວາມກົດດັນ ຂອງຄ່າຄອງຊີບໃນໄລຍະ 12 ເດືອນທໍາອິດ ໂດຍບໍ່ໄດ້ເພີ່ມອັດຕາເງິນເຟີ້. ນັ້ນແມ່ນ ສິ່ງທີ່ງົບປະມານຄັ້ງທີສອງ ແລະສິ່ງທີ່ ຣັຖບານໄດ້ເຮັດເຊັ່ນກັນ. ມີຫຼາຍຢ່າງທີ່ໜ້າພູມໃຈ ແຕ່ພວກເຮົາຮູ້ວ່າ ຍັງມີວຽກທີ່ຈະຕ້ອງເຮັດອີກຫຼາຍ."

ສິ່ງຫນຶ່ງ ທີ່ຊາວອອສເຕຣເລັຍໄດ້ເຮັດ ເພື່ອຮັບມືກັບຄ່າຄອງຊີບທີ່ເພີ່ມຂຶ້ນ ນັ້ນກໍຄືການປ່ຽນແປງ ພຶດຕິກັມຂອງຜູ້ບໍຣິໂພກ.

ການສໍາຫຼວດຄັ້ງໃຫມ່ ຈາກມະຫາວິທະຍາໄລ Monash ໄດ້ເປີດເຜີຍວ່າ ຜູ້ຄົນກໍາລັງຮູ້ສຶກ ເຖິງການໃຊ້ຈ່າຍຂອງເຂົາເຈົ້າຫລາຍຂຶ້ນ.

Dr Eloise Zoppos ຜູ້ຂຽນຫຼັກຂອງການສໍາຫຼວດກ່າວວ່າ:

"ພວກເຮົາ ກໍາລັງເຫັນແນວໂນ້ມໃຫຍ່ ຂອງຜູ້ຊື້ຊາວອອສເຕຣເລັຍທີ່ຕ້ອງການສນັບສນູນ ທຸລະກິດທ້ອງຖິ່ນ ແລະຜລິດຕະພັນ ທີ່ຜລິດໃນທ້ອງຖິ່ນ. ແນວໂນ້ມນີ້ ໄດ້ເກີດຂຶ້ນແທ້ໆ ເປັນເວລາສອງສາມປີ ແລະພວກເຮົາ ໄດ້ເລີ່ມຕົ້ນເຫັນມັນ ໃນການຄົ້ນຄວ້າຂອງພວກເຮົາ ໃນລະຫວ່າງການລະບາດ ເນື່ອງຈາກວ່າປະຊາຊົນມີເວລາ ແລະຄິດຫຼາຍຂຶ້ນກ່ຽວກັບ ສິ່ງທີ່ພວກເຂົາໃຊ້ຈ່າຍ ແລະບ່ອນທີ່ພວກເຂົາຊື້-ແລະແນ່ນອນວ່າ ຊາວອອສເຕຣເລັຍບາງຄົນ ບໍ່ສາມາດເດີນທາງໄກເກີນໄປ ເພື່ອຈະຊື້ສິນຄ້າຂອງພວກເຂົາ. ສະນັ້ນ ມັນຈຶ່ງເປັນແນວໂນ້ມ ທີ່ພວກເຮົາໄດ້ເຫັນ ມາເປັນເວລາສອງສາມປີແລ້ວ ແລະໃນປະຈຸບັນ ມັນກໍແຮງຂຶ້ນ ກວ່າທີ່ຜ່ານມາ "

ການສໍາຫຼວດຊີ້ໃຫ້ເຫັນວ່າ ພຶດຕິກັມການຊື້ ຍັງມີແຮງຈູງໃຈຫຼາຍຂຶ້ນ ຈາກສາເຫດທາງສັງຄົມ ເຊັ່ນ: ການສນັບສນູນຕໍ່ສິ່ງແວດລ້ອມ.

ຈາກການສໍາຫຼວດພົບວ່າ ຫຼາຍກວ່າ ສາມສິບສ່ວນຮ້ອຍ ໄດ້ເລືອກເອົາຜລິດຕະພັນ ທີ່ເປັນມິດຕໍ່ສິ່ງແວດລ້ອມໃນປີນີ້, ເມື່ອທຽບໃສ່ປີຜ່ານມາ.

CEO ຂອງ National Retail Association (NRA) ຂອງອອສເຕຣເລັຍ, Paul Zahra ກ່າວວ່າ ຂໍ້ມູນຂອງຕົນເອງ ສນັບສນູນການພົບເຫຼົ່ານີ້.

"ບໍ່ຕ້ອງສົງສັຍເລີຍວ່າ  ຄວາມຍືນຍົງ ແມ່ນຂອບເຂດໃຫມ່ ແລະຜູ້ຂາຍທຸກຄົນ ກໍາລັງເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຈະເຮັດເຊັ່ນນັ້ນ. ມັນຂຶ້ນຢູ່ກັບວ່າ ພວກເຂົາຢູ່ບ່ອນໃດ ໃນການເດີນທາງ.ຫລາຍຄົນຍັງບໍ່ໄດ້ເລີ່ມຕົ້ນ, ແຕ່ສ່ວນຫລາຍ ໄດ້ມີແຜນບາງຢ່າງ ແລະພວກເຂົາເຈົ້າຍຶດຕິດກັບມັນ. ຕອນນີ້ ພວກເຂົາຮູ້ວ່າ ຄວາມຍືນຍົງ ເປັນຄຸນຄ່າທີ່ສໍາຄັນສໍາລັບລູກຄ້າ, ແລະລູກຄ້າຈະຈ່າຍເງິນຊື້ ໃນບ່ອນທີ່ຄ່ານິຍົມຂອງພວກເຂົາ ສອດຄ່ອງກັນ."

ຄວາມຫມັ້ນໃຈຍັງສູງ ສໍາລັບຜູ້ບໍຣິໂພກບາງຄົນ.

27 ເປີເຊັນໄດ້ກ່າວວ່າ ເຂົາເຈົ້າໃຊ້ຈ່າຍເງິນ ໃນການຊື້ສິນຄ້າຂອງເຂົາເຈົ້າ ຫລາຍກວ່າທີ່ພວກເຂົາເຮັດ ໃນຊ່ວງນີ້ຂອງປີກາຍ, ໃນຂນະທີ່ 29 ເປີເຊັນ ລາຍງານວ່າໃ ຊ້ຈ່າຍໃນຈໍານວນເງິນເທົ່າກັນ.

ແຕ່ຄວາມຫມັ້ນໃຈນັ້ນ ບໍ່ໄດ້ເປັນກັບທຸກຄົນ.

Dr Zoppos ຈາກມະຫາວິທະຍາໄລ Monash ກ່າວວ່າ ຜູ້ຄົນກໍາລັງມີວິທີອື່ນ ທີ່ຈະຫຼຸດການຊື້ສິນຄ້າ.

"ບາງຄົນກໍພະຍາຍາມ ທີ່ຈະຄວບຄຸມການໃຊ້ຈ່າຍທັງຫມົດ. ຕົວຢ່າງເຊັ່ນ: ເຮົາພົບວ່າ 50 ເປີເຊັນ ຂອງຊາວອອສເຕຣເລັຍທີ່ພວກເຮົາໄດ້ສໍາຫຼວດກ່າວວ່າ ບັດນີ້ພວກເຂົາເຈົ້າ ກໍາລັງລະງັບ ຫຼື ເລື່ອນການຊື້ ຈົນກວ່າຈະມີການຫຼຸດລາຄາ ຫຼື ຂໍ້ສເນີພິເສດ, ຫຼາຍກວ່າ ທີ່ພວກເຂົາເຈົ້າໄດ້ເຮັດ ໃນເວລາດຽວກັນ ຂອງປີກາຍ."

ນັ້ນກໍຄືກັນ ກັບໃນຂໍ້ມູນທີ່ສະມາຄົມຂາຍຍ່ອຍ ໄດ້ພົບ.

Paul Zahra ກ່າວວ່າ ໂຕເລກຫລ້າສຸດ ຊີ້ໃຫ້ເຫັນວ່າ ຝ່າຍຂາຍຍ່ອຍ ກໍຮູ້ສຶກເຖິງຄວາມກະທົບນັ້ນ.

"ເມື່ອເຮົາເບິ່ງ ຮ້ານຂາຍສິນຄ້າທີ່ບໍ່ຈຳເປັນ-ໂດຍສະເພາະເຄື່ອງຕົບແຕ່ງເຮືອນ, ຫຼຸດລົງ 17 ເປີເຊັນເຄິ່ງ-ນີ້ແມ່ນການຫຼຸດລົງໄປ ເປັນຕົວເລກສອງຫຼັກ, ເຄື່ອງເອເລັກໂຕຣນິກ ຫຼຸດລົງ 15.9 ເປີເຊັນ ແລະເຄື່ອງນຸ່ງຫົ່ມຫຼຸດລົງ 9.1 ເປີເຊັນ. ສະນັ້ນ, ພວກເຮົາກໍາລັງເຫັນ-ຄ້າຍກັບສິ່ງທີ່ເຮົາເຫັນກ່ອນ ຫນ້ານີ້ ກັບວິກິດການສຸຂະພາບ, ຕອນນີ້ພວກເຮົາກໍາລັງເຫັນວິກິດການ ຄວາມຮັ່ງມີ"

Alex Anyfantis ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share