ຄວາມສຳຄັນຂອງການຕິດຕັ້ງສັນຍານເຕືອນຄວັນຢູ່ໃນເຮືອນ

NSW Rural Fire Service crews fight the Gospers Mountain Fire as it impacts a property at Bilpin, Saturday, 21 December, 2019.

ການເກີດໄຟໄໝ້ ເປັນສິ່ງທີ່ໜ້າຢ້ານກົວຫຼາຍ. ມັນສາມາດທຳລາຍທັງຊັບສິນແລະຊີວິດ. Source: AAP

ການຕິດຕັ້ງສັນຍານເຕືອນຄວັນຢູ່ໃນເຮືອນ ມີຄວາມສຳຄັນຫຼາຍໃນການຮັກສາຊັບສິນ ແລະຊີວິດ. ລະດູໜາວກຳລັງຈະມາຮອດແລ້ວ, ທຸກຄົນຄວນຈະເອົາໃຈໃສ່ໃນເລື້ອງນີ້ ເພື່ອຄວາມປອດພັຍ.


ຄວາມສຳຄັນຂອງການຕິດຕັ້ງສັນຍານເຕືອນຄວັນຢູ່ໃນເຮືອນD

ໜ່ວຍດັບເພິງຊົນນະບົດ (Country Fire Authority) ແລະຫນ່ວຍກູ້ພັຍໄຟໄຫມ້ (Fire Rescue) Victoria ໄດ້ເລີ່ມການປຸກລະດົມ ໃຫ້ປະຊາຊົນ ຕິດຕັ້ງສັນຍານເຕືອນຄວັນຢູ່ໃນເຂດບ່ອນນອນ.

ຂໍ້ມູນສະແດງໃຫ້ເຫັນວ່າ ໃນປະຈຸບັນ ມີພຽງແຕ່ 17 ເປີເຊັນ ຂອງຜູ້ຄົນ ທີ່ມີສັນຍານຄວັນ ຢູ່ໃນຫ້ອງນອນຂອງເຂົາເຈົ້າ ໃນຣັດ Victoria.

ແຕ່ດັ່ງທີ່ Soofia Tariq ໄດ້ລາຍງານ, ສັນຍານອາດຈະເປັນຄວາມແຕກຕ່າງ ລະຫວ່າງຊີວິດ ແລະຄວາມຕາຍ.

ມັນເປັນເວລາ 4 ໂມງເຊົ້າ ຂອງວັນຈັນ ໃນເດືອນເມສາ ເມື່ອ Sean Wilkeson ໄດ້ຕື່ນຂຶ້ນມາ ຍ້ອນສຽງສັນຍານຄວັນໄຟ-ແລະໄຟໄຫມ້ກຳລັງຢູ່ຊານ ຂອງເຮືອນລາວ.

ໄຟໄດ້ໄຫມ້ລາມ ເຂົ້າໄປໃນເຮືອນຄົວຢ່າງໄວ, ໄດ້ໄຫມ້ຝາເຮືອນ ແລະຫລັງຄາເຮືອນ ຂອງລາວ ຢູ່ Belgrave Heights, ໃນ Yarra Ranges ຂອງຣັດ Victoria.

Sean ກ່າວວ່າ ໄຟໄດ້ໄຫມ້ເຮືອນຂອງພວກເຂົາເຈົ້າ ປະມານ 30 ເປີເຊັນ.

"ມັນເປັນປະສົບການ ທີ່ຫນ້າຢ້ານຫຼາຍ. ຂ້ອຍໄດ້ແລ່ນລົງເຮືອນ ແລະສິ່ງທໍາອິດ ທີ່ຂ້ອຍໄດ້ເຫັນຜ່ານປະຕູ ແມ່ນມີແຕ່ໄຟ. ຄວາມຄິດຕ່າງໆ ກໍແລ່ນເຂົ້າມາເຕັມສມອງ. ເຮົາຈະເຮັດຫຍັງໄດ້ແດ່? ຊິມອດໄຟໄດ້ບໍ່? ແລະຂ້ອຍຮູ້ວ່າມັນບໍ່ສາມາດຄວບຄຸມໄດ້. ຂ້ອຍເຮັດຫຍັງບໍ່ໄດ້ແລ້ວ. ສນັ້ນ ມັນແມ່ນຕອນທີ່ ຂ້ອຍພະຍາຍາມເອົາທຸກຄົນ ອອກຈາກເຮືອນ ໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້, ແລະເມັຍຂອງຂ້ອຍໄດ້ໂທຫາ Triple Zero."

ຫລັງຈາກປະສົບການຂອງລາວ, Sean ໄດ້ເຂົ້າຮ່ວມການຣົນນະຣົງ ຂອງໜ່ວຍດັບເພິງຊົນນະບົດ ແລະຫນ່ວຍກູ້ພັຍໄຟໄຫມ້ Victoria ເພື່ອຊຸກຍູ້ ໃຫ້ຄົນອື່ນຕິດຕັ້ງສັນຍານຄວັນ ຄືກັນກັບທີ່ລາວໄດ້ເຮັດ.

ຂໍ້ມູນຈາກ CFA ແລະ Fire Rescue Victoria (FRV) ຊີ້ໃຫ້ເຫັນວ່າ ໃນຣັດ Victoria, ຫຼາຍກວ່າ 72 ເປີເຊັນຂອງໄຟ ທີ່ຮ້າຍແຮງ ເລີ່ມຕົ້ນໃນຫ້ອງນອນ ແລະຫ້ອງນັ່ງຫຼິ້ນ.

ແຕ່ມີພຽງແຕ່ 17 ເປີເຊັນຂອງຜູ້ຄົນເທົ່ານັ້ນ ທີ່ມີສັນຍານຄວັນໄຟ ຢູ່ໃນຫ້ອງນອນ.
ເຈົ້າຫນ້າທີ່ໜ່ວຍດັບເພິງຊົນນະບົດ, ທ່ານ Garry Cook ກ່າວວ່າ ສັນຍານດັ່ງກ່າວ ແມ່ນສິ່ງຈໍາເປັນ.

"ການມີສັນຍານຄວັນໄຟໃນຫ້ອງນອນ ແລະໃນບ່ອນນັ່ງຫຼິ້ນ ໃນເຮືອນຂອງພວກເຮົາ ຈະເຮັດໃຫ້ຄອບຄົວ ຂອງພວກເຮົາ ມີໂອກາດຫຼາຍທີ່ສຸດ ທີ່ຈະໄດ້ຮັບການເຕືອນກ່ຽວກັບໄຟໄຫມ້ ແລະໃຫ້ໂອກາດຫຼາຍທີ່ສຸດ ແກ່ພວກເຂົາ ທີ່ຈະອອກໄປຢ່າງປອດພັຍ."

Garry Cook ກ່າວວ່າ ການຕິດຕັ້ງເຄື່ອງຈັບຄວັນ ໃນຫ້ອງນອນ ແລະຫ້ອງນັ່ງຫຼິ້ນເຮັດໃຫ້ຜູ້ຄົນ ມີໂອກາດທີ່ດີທີ່ສຸດ ທີ່ຈະລອດຊີວິດຈາກໄຟໄໝ້, ໂດຍສະເພາະຢ່າງຍິ່ງ ເມື່ອອາກາດໜາວເຢັນລົງ.

"ໃນຂນະທີ່ເດືອນທີ່ໜາວເຢັນ ກຳລັງຈະມາຮອດພວກເຮົາ ໃນເວລານີ້ ແລະພວກເຮົາ ໄດ້ເຫັນຫິມະຕົກຕາມເທິງພູ, ໃນເຂດລຸ່ມ ແລະຢູ່ທົ່ວຣັດ ໃນທ້າຍອາທິດ. ດັ່ງນັ້ນ, ລະບົບຄວາມຮ້ອນໃນເຮືອນ, ເຄື່ອງອົບເຄື່ອງນຸ່ງ, ສິ່ງອື່ນໆທີ່ເຮົາເຮັດໃນຍາມຫນາວ ຈະເຫັນການເພີ່ມຂຶ້ນຂອງໄຟໄຫມ້ໃນຄົວເຮືອນ. ເມື່ອເຮົາຄິດເຖິງເລື່ອງນັ້ນ ໂອກາດທີ່ຈະເກີດໄຟໄຫມ້ມີສູງຂຶ້ນ, ແລ້ວການມີສັນຍານຄວັນໄຟ ໃນເຮືອນຂອງທ່ານ ຈະເຮັດໃຫ້ທ່ານມີໂອກາດຫຼາຍທີ່ສຸດ ທີ່ຈະໄດ້ຮັບການຕັກເຕືອນ ຖ້າຫຍັງຜິດປົກກະຕິ ແລະຖ້າມັນເກີດຂຶ້ນແທ້ໆ ເຈົ້າ ແລະຄອບຄົວຂອງເຈົ້າ ກໍມີໂອກາດທີ່ດີທີ່ສຸດ ທີ່ຈະອອກໄປໄດ້ຢ່າງປອດພັຍ."

Darren McQuade ຜູ້ຊ່ວຍເຈົ້າຫນ້າທີ່ດັບເພີງ ຂອງ Victoria ເພື່ອຄວາມຍືດຍຸ່ນຂອງຊຸມຊົນ (Community Resilience)

ລາວເວົ້າວ່າ ສັນຍານຄວັນ ຄວນມີແບັດເຕີຣີທີ່ມີອາຍຸໃຊ້ງານສິບປີ, ຄວນຖືກທົດສອບທຸກເດືອນ ແລະທໍາຄວາມສະອາດທຸກໆ ປີ.

ລາວເວົ້າວ່າ ເຄື່ອງສັນຍານຄວັນ ຄວນເຊື່ອມຕໍ່ກັນດ້ວຍ.

"ຂໍ້ຄວາມແນະນຳໃນມື້ນີ້ ແມ່ນທຸກຄົນຄວນຈະມີສັນຍານຄວັນ ເຊື່ອມຕໍ່ກັນ ເພື່ອວ່າເມື່ອສັນຍານຄວັນຫນຶ່ງດັງຂຶ້ນ, ແລ້ວພວກສັນຍານອື່ນໆ ກໍຈະດັງຂຶ້ນທັງໝົດ.ນັ້ນຈະເຮັດໃຫ້ຜູ້ຄົນ ມີໂອກາດທີ່ດີທີ່ສຸດ ທີ່ຈະອອກຈາກໄຟໄຫມ້ເຮືອນ. ເຮົາຮູ້ວ່າ ເດັກນ້ອຍອາຍຸຕ່ຳກວ່າສິບປີ ຈະບໍ່ຕື່ນຈາກສຽງສັນຍານຄວັນທີ່ດັງ ສນັ້ນ ມັນຈະເປັນການດີທີ່ສຸດ ທີ່ຈະມີສັນຍານຄວັນເຊື່ອມຕິດຕໍ່ກັນ ໃນທຸກຫ້ອງນອນ ເພື່ອວ່າພໍ່ແມ່ຈະສາມາດຕື່ນຂຶ້ນ ແລະອົບພະຍົບຄອບຄົວຂອງເຂົາເຈົ້າ ໄດ້ຢ່າງປອດພັຍ. ມັນເປັນໂອກາດທີ່ດີທີ່ສຸດ ສໍາລັບທຸກຄົນທີ່ຈະປອດພັຍ."

ຍ້ອນສັນຍານເຕືອນຄວັນໄຟ, ຄອບຄົວຂອງ Sean ທຸກຄົນຈຶ່ງໄດ້ລອດຊີວິດມາໄດ້.

ລາວກໍາລັງຊຸກຍູ້ທຸກຄົນ ໃຫ້ເອົາໃຈໃສ່ຕໍ່ຄຳແນະນຳ ຂອງຜູ້ດັບເພີງ.

"Country Fire Authority (CFA) ໄດ້ຕອບສນອງຢ່າງໄວ. ຫລາຍຄົນຢູ່ທີ່ນີ້ ໃນມື້ນີ້ ແລະພວກເຂົາເປັນເພື່ອນບ້ານ ແລະເພື່ອນຂອງເຮົາ, ແລະພວກເຂົາໄດ້ມາຊ່ອຍພວກເຮົາຕອນໄຟໄໝ້ເຮືອນ ແລະພວກເຂົາກໍໄດ້ເຮັດສິ່ງນັ້ນຢ່າງຫນ້າອັດສະຈັນ. ສະນັ້ນ ຖ້າຫາກຕ້ອງໃຊ້ເວລາດົນກວ່າສາມ ຫລືສີ່ນາທີ, ຖ້າຫາກຂ້າພະເຈົ້າໄດ້ລັງເລໃຈ ຫລືຖ້າຫາກເຂົາເຈົ້າຢູ່ຫ່າງໄກກວ່ານີ້ ຫລືຕອບສນອງຊ້າກວ່ານີ້, ພວກເຮົາຄົງຈະສູນເສັຍບ້ານໄປທັງຫຼັງ. ແຕ່ການຮວມກັນ ຂອງສັນຍານຄວັນ ແລະການຕອບສນອງຢ່າງໄວ ແລະຄວາມເປັນມືອາຊີບຂອງພວກເຂົາ ໄດ້ຊ່ວຍເຮືອນຂອງພວກເຮົາໄວ້, ແລະອາດຈະຮວມເຖິງຊີວິດ ຂອງພວກເຮົາອີກດ້ວຍ."

Soofia Tariq ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share