ຈຸດສໍາຄັນ
- ມີສາມຊ່ອງທາງການຂາຍຣົດໃນອອສເຕຣເລັຍ: ໂຕຕໍ່ໂຕ, ຜ່ານຜູ້ຂາຍ ຫຼື ຜ່ານການປະມູນ.
- ສິ່ງທີ່ຕ້ອງພິຈາຣະນາ ເມື່ອຂາຍເປັນສ່ວນບຸກຄົນ, ລວມມີການຕີລາຄາ, ການສ້ອມແປງໃດໆທີ່ຈໍາ ເປັນກ່ອນການຂາຍ ແລະໃນບາງຣັດມີການກວດສອບຣົດ ຕາມຂໍ້ກຳໜົດ (Roadworthy Compliance) ທີ່ຈໍາເປັນ.k.
- ທຳການໂອນທະບຽນຕາມທີ່ໜ່ວຍງານທະບຽນຣົດຂອງທ່ານ, ຊຶ່ງເປັນສິ່ງຈໍາເປັນ ຫຼັງຈາກການຂາຍຣົດຂອງທ່ານ.
ສໍາລັບຜູ້ຂາຍຣົດທີ່ໃຊ້ແລ້ວ ໃນອອສເຕຣເລັຍ, ມີຜູ້ຊື້ຈຳນວນຫຼາຍ ທີ່ເປັນເປົ້າຫມາຍ ການຂາຍຂອງທ່ານ.
ຕາມການປະມານຂອງ ເມື່ອບໍ່ດົນມານີ້, ຕລາດຍານພາຫະນະທີ່ໃຊ້ແລ້ວ ແມ່ນປະມານສາມເທົ່າ ຂອງຕລາດຍານພາຫະນະໃຫມ່.
ແຕ່ທ່ານຈະ ຂາຍຣົດຂອງທ່ານໄດ້ແນວໃດ?
ສິ່ງທໍາອິດທີ່ຕ້ອງຕັດສິນໃຈແມ່ນວ່າ ຈະຂາຍເປັນສ່ວນຕົວ ຫລືຜ່ານໂຕແທນຂາຍ ທີ່ໄດ້ຮັບການອະນຸມັດ (Accredited Dealer) ຫຼືບ່ອນປະມູນ (Auction House), Kathy Townsendຜູ້ອໍານວຍການຂອງ Regulatory Engagementທີ່ New South Wales Fair Trading ກ່າວ.

Credit: Alan Powdrill/Getty Images
ບ່ອນປະມູນ ແມ່ນບ່ອນທີ່ນິຍົມສຳລັບການຂາຍຣົດແບບ Classic ແລະ Collector, ໃນຂນະທີ່ການບໍຣິການຂອງໂຕແທນຂາຍຣົດ (Dealer) ເປັນທາງເລືອກທີ່ດີ ໃນການຊື້ຂາຍຣົດເກົ່າຂອງທ່ານສໍາລັບຣົດໃຫມ່ ຫຼືພຽງແຕ່ຕ້ອງການທີ່ຈະມອບຫມາຍຂະບວນການຂາຍ.
ການຂາຍແບບບຸກຄົນຕໍ່ບຸກຄົນ, ປົກກະຕິແລ້ວແມ່ນຜ່ານເວັບໄຊໂຄສະນາອອນໄລນ໌ເຊັ່ນ Facebook Market ຫຼືອື່ນໆ, ເປັນທາງຂາຍຣົດທົ່ວໄປ ສໍາລັບຜູ້ຂາຍສ່ວນຕົວ.
Ms. Townsend ໃຫ້ພາບລວມ ກ່ຽວກັບເອກະສານທີ່ເປັນປໂຍດ ທີ່ທ່ານຄວນຈະກຽມໄວ້ ເມື່ອເລືອກຂາຍສ່ວນຕົວ.

concerned Asian Chinese mature woman comparing financial bill statement with bank on phone line Credit: Edwin Tan /Getty Images
ຄໍາແນະນໍາ ສໍາລັບການຂາຍສ່ວນບຸກຄົນ
Kara Faella, ຜູ້ຈັດການການຕລາດຜູ້ບໍຣິໂພກ ຂອງແພລຕຟອມອອນໄລນ໌ Carsales, ແບ່ງປັນປັດໄຈສໍາຄັນ ທີ່ສົ່ງຜົນກະທົບຕໍ່ຄວາມເປັນໄປໄດ້ ຂອງສຳເລັດຂອງການຂາຍຣົດ.
ຄວາມໂປ່ງໃສ ກ່ຽວກັບປວັດ ແລະສະພາບຣົດຂອງທ່ານ, ລວມທັງຄວາມບໍ່ສົມບູນຕ່າງໆ: "ນີ້ຈະຊ່ວຍໄດ້ ເມື່ອທ່ານພົບກັບຜູ້ຊື້ ເປັນການສ່ວນບຸກຄົນ ໃນລະຫວ່າງການກວດສອບ ແລະຊ່ວຍຫຼີກເວັ້ນ ຄວາມແປກໃຈທີ່ຫນ້າອຶດອັດໃນວັນນັ້ນ."
ເວລາຕອບໂຕ້ຂອງທ່ານຕໍ່ຜູ້ຊື້: "ການຕອບຄໍາຖາມ ໃນເວລາທີ່ເຫມາະສົມເປັນສິ່ງສໍາຄັນ [...], ແລະມັນເປັນປໂຍດຕໍ່ທ່ານ ທີ່ຈະເຮັດແນວນັ້ນ ເພາະວ່າຖ້າຜູ້ຊື້ກໍາລັງສອບຖາມກ່ຽວກັບຣົດຂອງທ່ານ, ພວກເຂົາຄົງຈະສອບຖາມເລື້ອງອື່ນໆ ກ່ຽວກັບຣົດເຊັ່ນດຽວກັນ, ດັ່ງນັ້ນ ທ່ານຕ້ອງການໃຫ້ແນ່ໃຈວ່າ ທ່ານກໍາລັງບໍ່ປ່ອຍໂອກາດຂາຍໃຫ້ຫຼຸດໄປ."
ການກໍານົດ ແລະການເຈລະຈາຕໍ່ລາຄາ: "ລາຄາສ່ວນໃຫຍ່ຈະບົ່ງບອກລະດັບຄວາມສົນໃຈທີ່ທ່ານຈະໄດ້ຮັບຈາກຜູ້ຊື້. ພະຍາຍາມຕີລາຄາຣົດຂອງທ່ານ ໃຫ້ຢູ່ໃນຂອບເຂດທີ່ແນະນໍາຕາມມູນຄ່າ ຕລາດທີ່ແທ້ຈິງ ເພື່ອຊ່ວຍໃຫ້ທ່ານດຶງດູດຄວາມສົນໃຈ. [...] ແລະຖ້າຫາກເຮັດໄດ້, ໃຫ້ກະລາຄາເພື່ອໄວ້ຫນ້ອຍຫນຶ່ງໃນລາຄາປະກາດຂາຍ ສໍາລັບການຕໍ່ລາຄາຈາກຜູ້ຊື້, ລວມທັງຮູ້ລາຄາຕ່ຳສຸດທີ່ທ່ານເຕັມໃຈຂາຍ."
Alex Forrest ເປັນຜູ້ຈັດການຂອງ ຍານພາຫະນະແລະເຊື້ອໄຟ (Vehicles and Fuels) ທີ່ສະໂມສອນຣົດ Royal Automobile Club (RAC) ໃນ Western Australia.
Alex Forrest ເປັນຜູ້ຈັດການຂອງ ຍານພາຫະນະແລະເຊື້ອໄຟ (Vehicles and Fuels) ທີ່ສະໂມສອນຣົດ Royal Automobile Club (RAC) ໃນ Western Australia.
ຫຼາຍຄັ້ງ ຢ່າງທ່ານເຫັນໃນໂຄສະນາ, ທ່ານຮູ້ບໍວ່າ ຣົດຫາກໍໄດ້ຮັບການບໍຣິການ, ມັນມີຢາງຣົດໃຫມ່, ແລະນັ້ນແມ່ນສິ່ງທີ່ເຮັດໃຫ້ຜູ້ຊື້ທີ່ອາດຈະຮູ້ສຶກດີຂຶ້ນ ກ່ຽວກັບຣົດທີ່ພວກເຂົາຈະຊື້.Alex Forrest
"ປົກກະຕິແລ້ວ ສ່ວນເສີມ ແລະອຸບປະກອນເສີມທັງຫມົດເຫຼົ່ານັ້ນ ທີ່ທ່ານສາມາດຊື້ ໄດ້ໃນຕລາດ ບໍ່ໄດ້ເພີ່ມມູນຄ່າຂອງຣົດຫຼາຍປານໃດ, ໂດຍສະເພາະ ຖ້າຜູ້ຊື້ຕ້ອງໄປດັດແປງຣົດອີກເທື່ອຫນຶ່ງ ໃຫ້ກັບຄືນໄປຄືເກົ່າ ເພາະວ່າພວກເຂົາບໍ່ມັກ ອຸບປະກອນເສີມ ເຫຼົ່ານັ້ນທີ່ມາກັບມັນ."

Australia Explained - Selling your Car - woman driving a car Credit: FG Trade/Getty Images
ທ່ານນາງ Faella ແນະນໍາວິທີແກ້ໄຂ ເລື່ອງນີ້.
"ທ່ານສາມາດນັດພົບກັບຜູ້ຊື້ ໃນສະຖານທີ່ສາທາຣະນະ, ຕົວຢ່າງ, ບ່ອນຈອດຣົດໃນສູນການຄ້າ, ບ່ອນທີ່ມີຄົນລາຍ ແລະບໍ່ປ່ຽວ.
"ໃນການທົດລອງຂັບ, ທ່ານສາມາດຂໍຖືກະແຈຣົດທີ່ພວກເຂົາຂັບເພື່ອພົບກັບທ່ານ ຫຼືເອົາໃບຂັບຂີ່ຂອງພວກເຂົາໄວ້ກັບທ່ານ ເພື່ອຄວາມປອດພັຍເລັກນ້ອຍ ເມື່ອມີການທົດລອງຂັບ. ແລະທ່ານຍັງສາມາດໄປກັບເຂົາ ໃນການທົດລອງຂັບ ແລະນັ່ງຢູ່ບ່ອນນັ່ງຂອງຜູ້ໂດຍສານ."
ເຖິງຢ່າງໃດກໍຕາມ, ການມີສ່ວນເສີມ ແລະອຸບປະກອນເສີມ ແມ່ນບໍ່ຈໍາເປັນ ແລະບໍ່ແມ່ນທາງເລືອກທີ່ສລາດທີ່ສຸດສເມີໄປ ກ່ອນທີ່ຈະຂາຍຣົດຂອງທ່ານ.

Australia Explained - Mechanic fixes engine Credit: Reza Estakhrian/Getty Images
ຂໍ້ກຳໜົດກ່ອນການຂາຍ ແລະ ຫຼັງການຂາຍ
ຂຶ້ນກັບຣັດຂອງທ່ານ, ການທີ່ຍານພາຫະນະຂອງທ່ານ ຜ່ານການກວດສອບເງື່ອນໄຂ ແລະການປະຕິບັດຕາມຂໍ້ກຳໜົດ ກ່ອນການຂາຍ ອາດຈະແມ່ນກົດບັງຄັບ.
ຕົວຢ່າງໃນ Victoria, ທ່ານຕ້ອງໄດ້ຮັບໃບຮັບຮອງຍານພາຫະນະ ທີ່ໃຊ້ໄດ້ໃນຖນົນ (Roadworthy Vehicle Certificate) ກ່ອນການໂອນ ການເປັນເຈົ້າຂອງ. ແຕ່ວ່າ ນີ້ບໍ່ແມ່ນກໍຣະນີຂອງ Western Australia
ທ່ານ Forrest ກ່າວວ່າ "ສະນັ້ນ, ຈຶ່ງມີຄວາມແຕກຕ່າງກັນ ໃນການກວດສອບ ຍານພາຫະນະທີ່ກົດຫມາຍກຳໜົດ ໃນຣັດຕ່າງໆ ໃນອອສເຕຣເລັຍ"
"ແລ້ວກໍມີການກວດສອບສະພາບເຄື່ອງຈັກ ຂອງຍານພາຫະນະ ທີ່ບໍ່ໄດ້ຖືກບັງຄັບ, ແຕ່ກໍເປັນການແນະນໍາ ສໍາລັບຄົນທີ່ກໍາລັງຊອກຊື້ຣົດ ທີ່ໃຊ້ແລ້ວ."
"ແລ້ວກໍມີການກວດສອບສະພາບເຄື່ອງຈັກ ຂອງຍານພາຫະນະ ທີ່ບໍ່ໄດ້ຖືກບັງຄັບ, ແຕ່ກໍເປັນການແນະນໍາ ສໍາລັບຄົນທີ່ກໍາລັງຊອກຊື້ຣົດ ທີ່ໃຊ້ແລ້ວ."
- ຕິດຕໍ່ຜູ້ປະກັນພັຍ ແລະ ຜູ້ຊ່ອຍເຫຼືອ ແຄມທາງຂອງທ່ານ (Roadside Assistance Providers)
- ໃຫ້ແນ່ໃຈວ່າບັນຊີ tollway ຂອງທ່ານ ຖືກໂອນໄປຫາຍານພາຫະນະຄັນໃໝ່ຂອງທ່ານ, ແລະ
- ແຈ້ງໃຫ້ຫ້ອງການທະບຽນຣົດໃນຣັດ ຂອງທ່ານ
ຍົກຕົວຢ່າງໃນ New South Wales, ທ່ານຈະຕ້ອງແຈ້ງໃຫ້ Service NSW ຮູ້ ກ່ຽວກັບການຂາຍຣົດຂອງທ່ານ.
ທ່ານນາງ Townsend ຈາກ NSW Fair Trading ອະທິບາຍວ່າ "ສິ່ງນີ້ເປັນສິ່ງສໍາຄັນ ທີ່ຈະເຮັດໃຫ້ໄວທີ່ສຸດ ເທົ່າທີ່ຈະເປັນໄປໄດ້ ຫລັງຈາກການຂາຍ ເພາະມັນຈະຊ່ອຍ ບໍ່ໃຫ້ທ່ານຖືກປັບໄໝໃດໆ ທີ່ອາດຈະເກີດຂຶ້ນໂດຍຜູ້ຊື້ໃຫມ່."

Car repairman giving car keys to customer after success car repairing in garage Source: Moment RF / thianchai sitthikongsak/Getty Images
"ກວດເບິ່ງວ່າ ຂໍ້ກຳໜົດຂອງຣັດທ້ອງຖິ່ນຂອງທ່ານແມ່ນຫຍັງ. ຂໍ້ກຳໜົດເຫຼົ່ານີ້ ອາດຈະຕ່າງກັນ ໃນແຕ່ລະຣັດ. ແຕ່ໃນກໍຣະນີສ່ວນໃຫຍ່,ທ່ານຈະຕ້ອງແຈ້ງໃຫ້ຜູ້ທີ່ມີສິດອໍານາດໃນການຈົດທະບຽນຍານພາຫະນະຂອງທ່ານຊາບ. ແລະນັ້ນແມ່ນຂໍ້ກຳໜົດ ທີ່ທັມມະດາພໍສົມຄວນ. ມັນເປັນພຽງແຕ່ອົງກອນທີ່ມີອໍານາດທີ່ກ່ຽວຂ້ອງກັບ ທະບຽນຍານພາຫະນະຈະແຕກຕ່າງກັນ ໃນແຕ່ລະຣັດ."
ທ່ານໄດ້ຂາຍຣົດຂອງທ່ານແລ້ວບໍ?
ຂໍສະແດງຄວາມຍິນດີນຳ! ນີ້ແມ່ນສິ່ງທີ່ທ່ານຈໍາເປັນຕ້ອງເຮັດຕໍ່ໄປ, ຂຶ້ນກັບບ່ອນທີ່ທ່ານອາສັຍຢູ່ໃນອອສເຕຣເລັຍ