ຄວາມກົດດັນຂອງນັກຮຽນ ຫຼັງຈາກຜົນ ATAR ໄດ້ຖືກປະກາດ.
ຄຳອະທິບາຍ:
ATAR ຫຍໍ້ມາຈາກ the Australian Tertiary Admissions Rank. ATAR ແມ່ນວິທີທີ່ມະຫາວິທະຍາໄລປຽບທຽບຜົນການຮຽນ HSC (High School Certificate) ຂອງນັກຮຽນທີ່ຮຽນວິຊາທີ່ແຕກຕ່າງກັນ. ATARs ແມ່ນຕັ້ງແຕ່ 00.00 ຫາ 99.95 ແລະ ປຽບທຽບຜົນການຮຽນ ຂອງລູກທ່ານກັບນັກຮຽນຄົນອື່ນ ຂອງເຂົາເຈົ້າໂດຍການຄິດໄລ່ເປັນເປີເຊັນ. ຖ້າວ່າ ATAR ເທົ່າກັບ 90 ຫມາຍຄວາມວ່າ ລູກ ຂອງທ່ານເຮັດໄດ້ດີກວ່າ 90% ຂອງນັກຮຽນຄົນອື່ນ.
ຫຼັງຈາກສິບສາມປີຂອງການຮຽນ-ນັກຮຽນປີ 12 ໃນເວລານີ້ ສາມາດພັກຜ່ອນ ແລະເລີ່ມເບິ່ງໄປທີ່ອະນາຄົດຂອງເຂົາເຈົ້າ.
ຜົນຂອງ ATAR ໄດ້ຖືກເຜີຍແພ່ທົ່ວປະເທດໂດຍຫຼ້າສຸດ ຈາກພາກຕາເວັນຕົກ ຂອງອອສເຕຣເລັຍ ແລະເຂດພາກເຫນືອ ໂດຍມີການເຕືອນ ໃຫ້ນັກຮຽນເອົາຄະແນນຂອງເຂົາເຈົ້າ ເຂົ້າສູ່ມຸມມອງຂອງພາບຮວມ. Massilia Aili ລາຍງານ.
ຫຼັງຈາກຮຽນແປດປີ ແລະໄລຍະການສຶກສາທີ່ຂຸ້ນຂ້ຽວ, ຕອນນີ້ ມັນເປັນເວລາ ໜ້າສິ່ວໜ້າຂວານ.
Sulaxchhya Magar ຫນີອອກຈາກ Bhutan ຕອນອາຍຸສິບປີ -ຈະເປັນຄົນທໍາອິດ ໃນຄອບຄົວຂອງນາງ ທີ່ໄດ້ໄປຮຽນ ຢູ່ມະຫາວິທະຍາໄລ.
ຄວາມໄຝ່ຝັນຂອງນາງ ແມ່ນເປັນແພດຜດຸງຄັນ.
"ຂ້ອຍຢາກເປັນຫມໍເພາະວ່າພວກເຮົາຂາດເຂີນແພດ ໃນຄ້າຍອົບພະຍົບ ດັ່ງນັ້ນຂ້ອຍຈຶ່ງມີຄວາມຄຶດວ່າ ມີໂອກາດຫຼາຍ ທີ່ຈະເປັນແນວນັ້ນເພື່ອຊ່ວຍຄົນ ແລະໃນເວລານັ້ນ ພວກເຮົາຂາດເຂີນແພດ. ເປັນຫຍັງຂ້ອຍຈຶ່ງຈະເຮັດແນວນັ້ນບໍ່ໄດ້? ເທື່ອຫນຶ່ງຂ້ອຍໄດ້ຕົກຢູ່ໃນ ສະພາບການ ທີ່ຂ້ອຍບໍ່ສາມາດຊ່ວຍຫຍັງໄດ້ ແລະມີຄົນ ຕ້ອງການຄວາມຊ່ວຍເຫລືອ ແລະຂ້ອຍບໍ່ຮູ້ວ່າ ຈະເຮັດແນວໃດ.
ຜົນການຮຽນຂອງນາງ ແມ່ນບໍ່ສູງພໍ ທີ່ຈະມີ ATAR ເພື່ອຈະຮຽນຫຼັກສູດນັ້ນ.
ແລະນາງກໍບໍ່ແມ່ນຄົນດຽວ.
ນັກສຶກສາຈາກທຸກຣັດ ແລະເຂດປົກຄອງ ຕອນນີ້ ແມ່ນໄດ້ຮັບຄະແນນຂອງພວກເຂົາແລ້ວ.
ຫລ້າສຸດ ແມ່ນເຂດພາກເຫນືອ ຊຶ່ງໄດ້ຮັບໃນວັນຈັນ ແລະໃນຂນະທີ່ຫລາຍຄົນສເລີມສລອງ ຄວາມສໍາເລັດ ຂອງພວກເຂົາເຈົ້າ, ບາງຄົນກໍປະເຊີນກັບຄວາມຜິດຫວັງ.
ແຕ່ນັກຈິດຕະວິທະຍາ ຄລີນິກຂອງ A.C.U ທ່ານນາງ Madeleine Ferrari ອະທິບາຍເຖິງຄວາມສໍາຄັນ ຂອງການຮັກສາມຸມມອງ ໃນທາງບວກຕໍ່ອະນາຄົດ.
"ເລກໂຕດຽວບໍ່ໄດ້ກໍານົດ ແລະຈະບໍ່ກໍານົດວ່າທ່ານແມ່ນໃຜ. ໃນຊີວິດຍັງມີຢ່າງອື່ນນອກຈາກ ຕົວເລກຕົວດຽວເທົ່ານັ້ນ ແລະການຖືກຊີ້ນໍາໂດຍສິ່ງທີ່ຫນ້າສົນໃຈ ຫລືຄວາມຊຸກຍູ້, ນັ້ນຄືສິ່ງທີ່ຈະນໍາໄປສູ່ຊີວິດທີ່ຂັບເຄື່ອນດ້ວຍຄຸນຄ່າ, ບໍ່ແມ່ນພຽງແຕ່ຖືກນໍາພາດ້ວຍເລກໂຕດຽວເທົ່ານັ້ນ."
ມັນເປັນຄວາມຄຶດຢ່າງນັກທຸລະກິດ Sabri Suby ໄດ້ປະຕິບັດມາ.
ລາວໄດ້ອອກຈາກການຮຽນລະດັບປະຣິນຍາຕີ ສາຂາການ ຕລາດ ເພື່ອເລີ່ມຕົ້ນບໍຣິສັດການຕລາດ ດິຈິຕອນສາກົນ ຂອງຕົນເອງ.
"ການຕັດສິນໃຈທີ່ຈະໄປຮຽນຢູ່ມະຫາວິທະຍາໄລ ຫຼືບໍ່ໄປຮຽນຕໍ່ ມະຫາວິທະຍາໄລ ບໍ່ແມ່ນເລື່ອງໃຫຍ່ເຊັ່ນນັ້ນ. ຂ້າພະເຈົ້າພຽງແຕ່ຈື່ໄດ້ວ່າ ຕອນຂ້າພະເຈົ້າມີອາຍຸ 18 ປີ ແລະຜູ້ໃຫ້ຄຳແນະນຳເລື້ອງອາຊີບ ແລະຄົນເຫຼົ່ານັ້ນທີ່ມາເວົ້າລົມກັບທ່ານ ແລະພວກເຂົາເຮັດໃຫ້ທ່ານຮູ້ສຶກວ່າ ການຕັດສິນໃຈ ທີ່ທ່ານກໍາລັງເລືອກທີ່ຈະເຮັດສິ່ງນັ້ນ ຈະເປັນເສັ້ນທາງດຽວ ທີ່ທ່ານກໍາລັງເດີນໄປຕລອດ ຊີວິດຂອງທ່ານ. ແລະສ່ວນຫລາຍແລ້ວ, ເສັ້ນທາງທີ່ຄົນເລືອກຕອນໂຮງຮຽນມັດທະຍົມປາຍ ບໍ່ແມ່ນເສັ້ນທາງ ທີ່ເຂົາເຈົ້າຈະເຮັດ, ຄົນຈະມີການປ່ຽນແປງຫລາຍເທື່ອ ໃນຊີວິດຂອງເຂົາເຈົ້າ."
ໂອກາດຈະບໍ່ສິ້ນສຸດພຽງເທົ່ານັ້ນ ສໍາລັບນັກຮຽນ ທີ່ອາດບໍ່ໄດ້ຮັບຜົນ ATAR ທີ່ຈໍາເປັນ ສໍາລັບຫຼັກສູດ ທີ່ເຂົາເຈົ້າເລືອກ.
ຂໍ້ສເນີຮອບທີສອງ ຈະມີໃຫ້ນັກສຶກສາທົ່ວປະເທດ ໃນເດືອນມັງກອນ ແລະຍັງມີທາງອື່ນເຊັ່ນ TAFE ນຳອີກ.
Sulaxchhya Magar ກຳລັງຊັ່ງຊາຍຸດທະສາດ ທີ່ແຕກຕ່າງກັນ.
"ແຕ່ຂ້ອຍຈະເຮັດວຽກຫນັກກວ່າເກົ່າ ເພື່ອປັບປຸງມັນ, ຂ້ອຍຈະເຮັດວຽກຢ່າງສລາດກວ່າ, ຂ້ອຍຈະປ່ຽນ ຍຸດທະສາດຂອງຂ້ອຍ ຫຼືມັກເຮັດສິ່ງໃດກໍຕາມ ທີ່ຂ້ອຍສາມາດເຮັດໄດ້. ລົມກັບຄົນອື່ນ, ຫມູ່ເພື່ອນ ຫຼືຄູອາຈານຂອງຂ້ອຍ, ຍັງດີທີ່ຂ້ອຍຍັງສາມາດຕິດຕໍ່ ຫາພວກເຂົາໄດ້, ດັ່ງນັ້ນ ຂ້ອຍຈະຊອກຫາວິທີ ໃນການເຂົ້າໄປຮຽນທາງການແພດ.”
ນີ້ແມ່ນການພິສູດວ່າ ມີຫຼາຍກວ່າຫນຶ່ງວິທີ ທີ່ຈະປູທາງ ສໍາລັບອະນາຄົດ.
ເນື້ອເລື່ອງໂດຍ Massilia Aili ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.