ສັບປະດາຂອງໂຣກຫຼອດເລືອດໃນສມອງແຫ່ງຊາດD
ໂຣກຫຼອດເລືອດໃນສມອງ ຫຼື Strokes ເປັນສາເຫດທີຫນຶ່ງ ຂອງຄວາມພິການ ໃນ, ໂດຍຫນຶ່ງໃນສີ່ຄົນ ຄາດວ່າ ຈະມີໂຣກຫຼອດເລືອດໃນສມອງ ໃນຊ່ວງນຶ່ງຂອງຊີວິດຂອງເຂົາເຈົ້າ.
ໃນລະຫວ່າງ ສັບປະດາຂອງໂຣກຫຼອດເລືອດໃນສມອງ (National Stroke Week ) ແຫ່ງຊາດປີນີ້ (7-13ສິງຫາ), ມູນນິທິໂຣກຫຼອດເລືອດໃນສມອງຂອງອອສເຕຣເລັຍ (Australian Stroke Foundation)ຫວັງຈະຍົກລະດັບຄວາມຮັບຮູ້ ກ່ຽວກັບໂຣກຫຼອດເລືອດໃນສມອງ ທີ່ສາມາດສ້າງຜົນກະທົບ ຕໍ່ຊີວິດຂອງຜູ້ຄົນ ແລະວິທີປ້ອງກັນໂຣກນີ້.
Alex Anyfantis ລາຍງານ.
ອົງການສຸຂະພາບເຕືອນວ່າ ໂຣກຫຼອດເລືອດໃນສມອງຫຼື Strokes ກາຍເປັນຄວາມສ່ຽງທີ່ ເພີ່ມຂຶ້ນ ສໍາລັບຄົນໃນອອສເຕຣເລັຍ.
ອີງຕາມມູນນິທິ ໂຣກຫຼອດເລືອດໃນສມອງຂອງອອສເຕຣເລັຍ, ໃນປີ 2020, ມີຊາວອອສເຕຣເລັຍ ຫຼາຍກວ່າ 27,000 ຄົນ ທີ່ປະສົບກັບໂຣກເສັ້ນເລືອດໃນສມອງ ເປັນຄັ້ງທໍາອິດໃນຊີວິດຂອງພວກເຂົາ ເຊິ່ງເທົ່າກັບຫນຶ່ງ Stroke ທຸກໆ 19 ນາທີ.
John De Rango ຜູ້ອໍານວຍການໃຫຍ່ດ້ານການຕລາດ ຂອງມູນນິທິໂຣກຫຼອດເລືອດໃນສມອງ ກ່າວວ່າ ເສັ້ນເລືອດໃນສມອງ ອາດເກີດຈາກສາເຫດຫຼາຍປະການ.
"ບາງສ່ວນຂອງປັນຫາຫຼັກ ອາດຈະມາຈາກຄວາມດັນເລືອດສູງ ທີ່ບໍ່ໄດ້ຮັບການປິ່ນປົວ. ເປັນຫນຶ່ງໃນປັດໄຈສ່ຽງສູງທີ່ສຸດ ສໍາລັບໂຣກເສັ້ນເລືອດໃນສມອງ ແລະຫນ້າເສັຍດາຍ ທີ່ທ່ານບໍ່ຮູ້ວ່າ ທ່ານມີຄວາມດັນເລືອດສູງຫຼືບໍ່ ເວັ້ນເສັຍແຕ່ວ່າ ທ່ານໄປຮັບການກວດ ຄວາມດັນເລືອດຂອງທ່ານ. ດັ່ງນັ້ນ ພວກເຮົາຈຶ່ງບອກໃຫ້ ຊາວອອສເຕຣເລັຍ ໄປກວດເບິ່ງຄວາມດັນເລືອດຂອງພວກເຂົາໃຫ້ຫຼາຍ ເທົ່າທີ່ຈະເປັນໄປໄດ້ ເພາະມັນສາມາດປິ່ນປົວໄດ້, ຄວາມດັນເລືອດສູງ ສາມາດປິ່ນປົວໄດ້. ນອກນັ້ນ ຍັງມີປວັດຄອບຄົວ ກ່ຽວກັບໂຣກເສັ້ນເລືອດໃນສມອງ, ມີນໍ້າຫນັກຫຼາຍເກີນໄປ, ສູບຢາ, ມີຄໍເລສເຕີຣອນສູງ ຫຼືການກິນເຫຼົ້າຫຼາຍ ແລະ/ຫຼື ການເປັນໂຣກເບົາຫວານ ຊຶ່ງອາດນໍາໄປສູ່ສາເຫດ ຂອງໂຣກເສັ້ນເລືອດໃນສມອງໄດ້.
ໂຣກເສັ້ນເລືອດໃນສມອງ ຫຼື Stroke ແມ່ນຫນຶ່ງຂອງຄາດຕະກອນທີ່ໃຫຍ່ທີ່ສຸດ ຂອງອອສເຕຣເລັຍ.
ມັນເຮັດໃຫ້ຜູ້ຍິງເສັຍຊີວິດ ຫຼາຍກວ່າມະເຮັງເຕົ້ານົມ ແລະຜູ້ຊາຍ ຫຼາຍກວ່າມະເຮັງ ຕ່ອມລູກໝາກ.
ມີຊາວອອສເຕຣເລັຍຫຼາຍກວ່າ 445,000 ຄົນ ທີ່ໃຊ້ຊີວິດຢູ່ກັບຜົນກະທົບ ຂອງໂຣກຫຼອດເລືອດໃນສມອງ.
ນຶ່ງໃນນັ້ນແມ່ນ David Luxton ທີ່ກ່າວວ່າ ການເປັນໂຣກຫຼອດເລືອດໃນສມອງ ໄດ້ສົ່ງຜົນກະທົບຕໍ່ຊີວິດຂອງລາວ ໃນຫລາຍໆດ້ານ.
"ແນ່ນອນ, ຂ້ອຍເຮັດວຽກບໍ່ໄດ້ອີກຕໍ່ໄປ, ເຖິງແມ່ນວ່າຂ້ອຍຮັກການເຮັດວຽກ ໃນຕອນທີ່ຂ້ອຍເຮັດວຽກໄດ້ ແລະໄດ້ຜ່ານມັນໃນແຕ່ລະມື້, ພະຍາຍາມຊອກຫາການປັບປຸງໃນບ່ອນທີ່ຂ້ອຍສາມາດເຮັດໄດ້ ແລະພຽງແຕ່ຊອກຫາ ວິທີ ທີ່ຈະເພີດເພີນກັບຊີວິດ."
Mr DeRango ອະທິບາຍລາຍລະອຽດ ຫຼາຍຂຶ້ນ ກ່ຽວກັບການ ທີ່ໂຣກຫຼອດເລືອດໃນສມອງ ສາມາດສົ່ງຜົນກະທົບ ຕໍ່ຊີວິດປະຈໍາວັນ ຂອງຄົນເຮົາ.
"ເພາະສມອງ ຄວບຄຸມທຸກສິ່ງທຸກຢ່າງທີ່ເຮົາເຮັດ, ວິທີທີ່ເຮົາຄິດ, ວິທີ ທີ່ເຮົາເຄື່ອນໄຫວ, ການເວົ້າ, ການກິນ, ໂຣກຫຼອດເລືອດໃນສມອງສາມາດເຮັດໃຫ້ຄົນ ມີການປ່ຽນແປງຢ່າງຫຼາຍ ທັງດ້ານຮ່າງກາຍ ແລະ/ຫຼື ຄວາມຮູ້ ແລະຄວາມພິການ. ຜົນກະທົບບາງຢ່າງ ອາດລວມເຖິງ ການເປັນອໍາມະພາດ, ຄວາມລຳບາກໃນການປາກເວົ້າ ແລະການກືນອາຫານ, ບັນຫາເລື່ອງຄວາມຊົງຈໍາ, ການໄດ້ຍິນ ຫຼືທາງສາຍຕາ. ມັນຂຶ້ນຢູ່ກັບ ບ່ອນໃດໃນສມອງ ທີ່ເສັ້ນເລືອດ ຖືກກະທົບແລະມັນຮຸນແຮງຫຼາຍສໍ່າໃດ. ມີສອງປະເພດຂອງໂຣກເສັ້ນເລືອດໃນສມອງ, ເສັ້ນເລືອດອັດຕັນ ຫຼືມີເລືອດອອກໃນສມອງ. ແຕ່ໂດຍພື້ນຖານແລ້ວ, ໂຣກເສັ້ນເລືອດໃນສມອງ ແມ່ນວິທີ ທີ່ເຮົາບັນຍາຍເຖິງ ສະພາບທີ່ສມອງຂາດເລືອດ ຫຼືໄດ້ຮັບຜົນກະທົບ ຢ່າງກະທັນຫັນ."
ເມື່ອໂຣກຫຼອດເລືອດໃນສມອງເກີດຂຶ້ນ ມັນຈະຈູ່ໂຈມຈຸລັງສມອງ (Brain cells) ໄດ້ເຖິງ 1.9 ລ້ານຈຸລັງຫຼື Cells ຕໍ່ນາທີ.
ນັ້ນຫມາຍຄວາມວ່າ ມີເວລາໜ້ອຍສໍາລັບຄົນໆນຶ່ງ ທີ່ຈະຮັບມື ຫຼືແມ່ນແຕ່ຮູ້ວ່າ ແທ້ຈິງແລ້ວ ເຂົາເຈົ້າເປັນໂຣກຫຼອດເລືອດໃນສມອງແທ້ໆ.
Mr Luxton ອະທິບາຍຕໍ່ພວກເຮົາ ກ່ຽວກັບຫຼາຍຊົ່ວໂມງ ກ່ອນທີ່ໂຣກເສັ້ນເລືອດໃນສມອງ ຂອງລາວຈະເກີດຂຶ້ນ.
"ມັນເກີດຂຶ້ນໃນຕອນເຊົ້າ, ຂ້ອຍຮູ້ສຶກບໍ່ສະບາຍປານໃດ. ຂ້ອຍມີ ເລື້ອງຫຍຸ້ງຍາກເປັນເວລາສອງສາມມື້ແລ້ວ ແລະຂ້ອຍຮູ້ສຶກເມື່ອຍຫຼາຍ ແຕ່ນອກຈາກນັ້ນ, ຂ້ອຍກໍບໍ່ແນ່ໃຈ. ຂ້ອຍຄິດວ່າຂ້ອຍ ເປັນ Migraines ຢ່າງແຮງຕອນມັນເກີດຂຶ້ນແທ້ໆ.ແຕ່ໂຊກດີ, ຂ້ອຍມີເພື່ອນຮ່ວມງານຄົນຫນຶ່ງ ຢູ່ທີ່ນັ້ນ ທີ່ຮູ້ວ່າ ມີບາງຢ່າງທີ່ຮ້າຍແຮງກວ່ານັ້ນ ແລະເຮັດໃຫ້ທຸກຄົນໂທຫາແພດ ທີ່ຈະມາເບິ່ງຂ້ອຍ."
ຢ່າງໃດກໍຕາມ, ອີງຕາມມູນນິທິໂຣກຫຼອດເລືອດໃນສມອງ ທີ່ກ່າວວ່າຫຼາຍກວ່າ 80 ເປີເຊັນ ຂອງໂຣກຫຼອດເລືອດໃນສມອງສາມາດປ້ອງກັນໄດ້.
Mr De Rango ແນະນໍາວິທີການ F.A.S.T. ທີ່ມີປະສິດທິພາບສູງ ເພື່ອວ່າຜູ້ຄົນຈະສາມາດຮູ້ຈັກວິທີ ການຮັບມືໂຣກຫຼອດເລືອດໃນ ສມອງໄດ້.
"ມີໂຕຫຍໍ້ທີ່ຈື່ງ່າຍຫຼາຍ ແລະນັ້ນແມ່ນ F.A.S.T. 'F' ແມ່ນສໍາລັບ 'face' ຫຼື 'ຫນ້າ', ແມ່ນໃບຫນ້າຂອງເຂົາເຈົ້າຢ່ອນຫຼືບໍ່? 'A' ແມ່ນສໍາລັບ 'arms' ຫຼື 'ແຂນ', ພວກເຂົາສາມາດຍົກແຂນທັງສອງຂ້າງຫຼືບໍ່? 'S' ແມ່ນສໍາລັບ 'speech' ຫຼື 'ຄໍາເວົ້າ', ແມ່ນທ່ານເຂົ້າໃຈຄໍາເວົ້າຂອງເຂົາບໍ່ ຫຼືພວກເຂົາ ເຂົ້າໃຈທ່ານບໍ່? ແລະຖ້າຫາກວ່າມີສັນຍານເຫຼົ່ານັ້ນ, 't' ແມ່ນສໍາລັບ 'time' ຫຼື 'ເວລາ'. ເວລາແມ່ນສິ່ງສໍາຄັນຢ່າງແນ່ນອນ ເພາະວ່າໂຣກເສັ້ນເລືອດໃນສມອງ ເປັນພາວະສຸກເສີນທາງການແພດ ສເມີ. ສະນັ້ນ ຈົ່ງໂທຫາ 000 (Triple zero) ທັນທີ ຖ້າຫາກມີສັນຍານທາງໃບຫນ້າ, ແຂນ ຫລືຄຳເວົ້າ ເຫລົ່ານັ້ນ."
ໃນລະຫວ່າງສັບປະດາຂອງໂຣກຫຼອດເລືອດໃນສມອງ (National Stroke Week) ຂອງປີນີ້, ເຊິ່ງໄດ້ມີຂຶ້ນໃນລະຫວ່າງ ວັນທີ 7-13 ສິງຫາ, ມູນນິທິໂຣກຫຼອດເລືອດໃນສມອງ ເຕືອນວ່າ ຖ້າບໍ່ດຳເນີນການປ້ອງກັນ, ພາຍໃນປີ 2050, ຈໍານວນຂອງ Stroke ຄັ້ງທໍາອິດ ທີ່ຊາວອອສເຕຣເລັຍປະສົບ ໃນແຕ່ລະປີ ຈະເພີ່ມຂຶ້ນເປັນ 50,600 ຫຼືຫນຶ່ງ Stroke ຕໍ່ທຸກໆ 10 ນາທີ.
ເຂົາເຈົ້າຍັງເວົ້າອີກວ່າ ຈະມີຜູ້ລອດຊີວິດຈາກໂຣກຫຼອດເລືອດໃນ ສມອງ 819,900 ຄົນ ທີ່ອາສັຍຢູ່ໃນຊຸມຊົນ.
ຕົວເລກທີ່ເບິ່ງຄືວ່າສູງກວ່າປົກກະຕິ ສໍາລັບອາການດ້ານສຸຂະພາບ ທີ່ສາມາດປ້ອງກັນໄດ້ ໂດຍການໃຊ້ຊີວິດ ທີ່ມີສຸຂະພາບດີຂຶ້ນ ແລະໂດຍການຈັດເວລາ ໄປຫານາຍໝໍ ຂອງທ່ານເລື້ອຍໆ.
ເນື້ອເລື່ອງໂດຍ Alex Anyfantis ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌