ຄວາມກົດດັນ ຂອງນັກຮຽນປີ 12 ກ່ອນການສອບເສັງ.

students sit in an exam

ນັກຮຽນໃນລະຫວ່າງການສອບເສັງ. Credit: Meng phalla

ການຄົ້ນຄວ້າໃຫມ່ເປີດເຜີຍວ່າ ຄວາມກົດດັນມີຜົນກະທົບ ຕໍ່ການນອນຫຼັບ ແລະຄວາມເປັນຢູ່ທີ່ດີ ຂອງນັກສຶກສາປີ 12 ແລະບັນຫາ ເບິ່ງຄືວ່າຈະຮ້າຍແຮງຂຶ້ນ. ນັກຮຽນປີ 12 ຕ້ອງການພັກຜ່ອນ 9 ຊົ່ວໂມງຕໍ່ຄືນ ເທົ່າກັບນັກຮຽນປີ 7. ການອຶດນອນໃນໄວລຸ້ນ ຈຶ່ງມີຜົນກະທົບຕໍ່ສຸຂະພາບຈິດ ແລະສຸຂະພາບຮ່າງກາຍ ຢ່າງຫລາຍ.


ຄວາມກົດດັນ ຂອງນັກຮຽນປີ 12 ກ່ອນການສອບເສັງ.

ອີກບໍ່ເທົ່າໃດອາທິດ ກໍຈະຮອດການສອບເສັງທ້າຍປີແລ້ວ, ຄວາມເປັນຫ່ວງກໍມີຫຼາຍຂຶ້ນ ກ່ຽວກັບຜົນກະທົບຂອງຄວາມກົດດັນ ທີ່ມີຕໍ່ນັກຮຽນມັດທະຍົມ ໃນທົ່ວ.

ການຄົ້ນຄວ້າໃຫມ່ເປີດເຜີຍວ່າ ຄວາມກົດດັນມີຜົນກະທົບ ຕໍ່ການນອນຫຼັບ ແລະຄວາມເປັນຢູ່ທີ່ດີ ຂອງນັກສຶກສາປີ 12 ແລະບັນຫາ ເບິ່ງຄືວ່າຈະຮ້າຍແຮງຂຶ້ນ.

Kath Landers ແລະ Penry Buckley ລາຍງານ.

ການສອບເສັງຂັ້ນສຸດທ້າຍຂອງປີ 12 ມີພຽງແຕ່ ບໍ່ເທົ່າໃດອາທິດ ເທົ່ານັ້ນ ສໍາລັບນັກສຶກສາ ທົ່ວອອສເຕຣເລັຍ.

ນັກຮຽນ Prisha Aravindran ເວົ້າວ່າ ນາງໄດ້ໃຊ້ກາເຟ ສໍາລັບການຮຽນໃນຕອນກາງຄືນ, ຊຶ່ງໄດ້ເຮັດໃຫ້ນາງ ມີອາການວິນຫົວ ແລະຂາດສະມາທິ.

"ຂ້ອຍໄດ້ມີຄວາມຜິດປົກກະຕິຫຼາຍຢ່າງ ໃນການນອນຂອງຂ້ອຍ. ຂ້ອຍຈະນອນເດິກ, ແລ້ວຂ້ອຍຈະນອນກາງເວັນຢ່າງຫລາຍ ຊຶ່ງເຮັດໃຫ້ລະດັບການເຮັດວຽກ ແລະຄວາມສົນໃຈຂອງຂ້ອຍ ສັບສົນຫຼາຍ ຕອນຂ້ອຍຕື່ນນອນ."

Prisha ບໍ່ແມ່ນຄົນດຽວ ທີ່ມີບັນຫາເລື້ອງການນອນ.

ອົງການສຸຂະພາບຈິດຊາວຫນຸ່ມ (Youth Mental Health Organisation) ReachOut ໄດ້ສໍາຫຼວດນັກຮຽນພັນຄົນ ແລະພົບວ່າ ເຄິ່ງຫນຶ່ງມີປັນຫາໃນການນອນ ຊຶ່ງແມ່ນຜົນກະທົບໂດຍກົງ ຈາກຄວາມເຄັ່ງຕຶງ ກ່ຽວກັບການຮຽນ.

ຜູ້ອໍານວຍການຝ່າຍບໍຣິການຂອງ ReachOut, ທ່ານ Jackie Hallan ກ່າວວ່າ ນັກຮຽນປີ 12 ໄດ້ຮັບຜົນກະທົບເປັນພິເສດ.

"ການຄົ້ນຄວ້າໄດ້ສຶກສາຄົນໄວຫນຸ່ມ ອາຍຸ 16-25 ປີ. ແລະພວກເຮົາຮູ້ວ່າ ການສອບເສັງ, ເມື່ອໃດກໍຕາມທີ່ມັນເກີດຂຶ້ນ, ມັນສາມາດສົ່ງຜົນກະທົບ ຕໍ່ສຸຂະພາບຈິດ ແລະສຸຂະພາບຂອງທ່ານ. ຂ້າພະເຈົ້າຄິດວ່ານັກຮຽນປີ 12 ກໍາລັງຖືກກົດດັນຫລາຍໃນເວລານັ້ນ. ຊາວຫນຸ່ມທີ່ເຮົາໄດ້ຍິນ ຮູ້ສຶກວ່າມັນຈະສົ່ງຜົນກະທົບ ຕໍ່ການເລືອກຂອງເຂົາເຈົ້າ ໃນການເຂົ້າມະຫາວິທະຍາໄລ ຫຼື TAFE ແລະທາງເລືອກອາຊີບ ໃນອະນາຄົດຂອງເຂົາເຈົ້າ."

ທ່ານຫມໍກ່າວວ່າ ນັກຮຽນປີ 12 ຕ້ອງການພັກຜ່ອນ ເທົ່າກັບນັກຮຽນປີ 7, ຕາມຫຼັກການແລ້ວ ກໍແມ່ນ 9 ຊົ່ວໂມງຕໍ່ຄືນ.

Dr Chris Seton ເປັນຜູ້ຊ່ຽວຊານ ດ້ານການນອນຂອງເດັກ ແລະໄວຫນຸ່ມ (Paediatric and Adolescent Sleep Expert) ທີ່ສະຖາບັນການຄົ້ນຄວ້າທາງການແພດ Woolcock (Woolcock Institute of Medical Research) ໃນ Sydney ກ່າວວ່າ ໂຮງຮຽນຍັງບໍ່ທັນຮູ້ກ່ຽວກັບ ຄວາມຕ້ອງການໃນການນອນຂອງໄວລຸ້ນ.

"ຫນຶ່ງໃນບັນຫາໃຫຍ່ໃນໄວຫນຸ່ມ ແມ່ນວ່າຕັ້ງແຕ່ປີເຈັດ ເຖິງປີ 12- ຊຶ່ງໝາຍເຖິງໃນໂຮງຮຽນມັດທະຍົມ-ຄວາມຕ້ອງການຂອງການນອນ ບໍ່ຈໍາເປັນຕ້ອງຫຼຸດລົງ ແລະນັ້ນບໍ່ເຫມາະສົມກັບ ມາດຕະຖານທາງສັງຄົມ. ດັ່ງນັ້ນ ບັນດາຄູ ຈະຄາດຫວັງວ່ານັກຮຽນປີ 12 ຈະຕ້ອງເຮັດວຽກຫຼາຍຂຶ້ນ, ຮຽນຫຼາຍຂຶ້ນ, ນອນເດິກກວ່າເກົ່າ ແລະນີ້ແມ່ນສ່ວນຫນຶ່ງ ຂອງບັນຫາ ແລະເຫດຜົນ ທີ່ນັກຮຽນມັດທະຍົມຊັ້ນສູງ ນອນບໍ່ພໍ. ພວກເຂົາ ບໍ່ມີໂອກາດທີ່ຈະນອນຄົບ 9 ຊົ່ວໂມງຂອງພວກເຂົາ."

ທ່ານຫມໍກ່າວວ່າ ນັກຮຽນປີ 12 ຕ້ອງການພັກຜ່ອນ ເທົ່າກັບນັກຮຽນປີ 7, ຕາມຫຼັກການແລ້ວ ກໍແມ່ນ 9 ຊົ່ວໂມງຕໍ່ຄືນ.
Dr Chris Seton, ຜູ້ຊ່ຽວຊານ ດ້ານການນອນຂອງເດັກ ແລະໄວຫນຸ່ມ (Paediatric and Adolescent Sleep Expert) Woolcock (Woolcock Institute of Medical Research)
Dr Seton ກ່າວວ່າ ບັນຫາເລື້ອງນອນ ສາມາດສ້າງວົງຈອນຮ້າຍແຮງໄດ້.

"ສະນັ້ນ ການອຶດນອນໃນໄວລຸ້ນ ຈຶ່ງມີຜົນກະທົບຕໍ່ສຸຂະພາບຈິດ ແລະສຸຂະພາບຮ່າງກາຍ ຢ່າງຫລາຍ. ຈິດໃຈມັນກົດອາລົມ ຂອງໄວຮຸ່ນ ໃຫ້ຕ່ຳລົງ ແລະເຮັດໃຫ້ຄວາມວິຕົກກັງວົນສູງຂຶ້ນ. ມັນຫຼຸດຄວາມສາມາດຂອງພວກເຂົາ ໃນການຮຽນຮູ້ ເນື່ອງຈາກວ່າ ພວກເຂົາບໍ່ສາມາດ ຈື່ສິ່ງຕ່າງໆໄດ້ ແລະມັນສົ່ງຜົນກະທົບ ຕໍ່ພຶດຕິກັມຂອງພວກເຂົາ. ດັ່ງນັ້ນ, ສິ່ງຕ່າງໆເຊັ່ນ ການກັ່ນແກ້ງທາງອິນເຕີແນັດ (Cyber-bullying) ຈຶ່ງເປັນເລື່ອງທັມມະດາຫຼາຍ ເມື່ອໄວລຸ້ນອຶດນອນ."

ແຕ່ມັນບໍ່ແມ່ນ ພຽງແຕ່ການນອນຫລັບເທົ່ານັ້ນ ທີ່ຖືກກະທົບຈາກຄວາມກົດດັນ.

ປະທານນັກຮຽນ, Beatrice Jusuf, ກ່າວວ່າ ນັກຮຽນບາງຄົນ ມີຄວາມຮັບຜິດຊອບເພີ່ມເຕີມ, ໂດຍບາງທີ ອາດຈະມີກິດຈະກັມ ນອກຫຼັກສູດຫລາຍເກີນໄປ ຊຶ່ງເຮັດໃຫ້ຕ້ອງຕື່ນແຕ່ເຊົ້າ ຫລືຕ້ອງຮຽນໜັງສື ເດິກກວ່າປົກກະຕິ.

"ຂ້ອຍຄິດວ່າ ມັນເປັນເລື້ອງວຸ້ນວາຍຫນ້ອຍນຶ່ງ ເພາະໃນທ້າຍປີ 12 ມີຫຼາຍຢ່າງເກີດຂຶ້ນ ໃນເລື້ອງຂອງການຈົບການສຶກສາ. ແລະໃນຖານະທີ່ເປັນປະທານນັກຮຽນ ກໍມີການຈັດກິດຈະກັມຫຼາຍຢ່າງ. ສະນັ້ນ, ຈຶ່ງມີຄວາມກົດດັນຫຼາຍ ທີ່ຈະພະຍາຍາມ ທີ່ຈະຮຽນໃນຂນະດຽວກັນ ກັບການຈັດການ ກິດຈະກັມທັງຫມົດ. ສະນັ້ນ, ຂ້ອຍຄິດວ່າ ການພະຍາຍາມ ທີ່ຈະບໍ່ກົດດັນຕົວເອງ ຖ້າຫາກວ່າຂ້ອຍເຮັດວຽກ ທີ່ຂ້ອຍຢາກເຮັດ ບໍ່ແລ້ວທັງຫມົດໃນຕອນກາງເວັນ ຂ້ອຍກໍຄຶດວ່າມັນບໍ່ເປັນຫຍັງ. ຕາບໃດ ທີ່ຂ້ອຍໃສ່ໃຈໃນການນອນ ແລະໃຫ້ແນ່ໃຈວ່າ ຂ້ອຍໄດ້ນອນຢ່າງພຽງພໍ, ແລ້ວມື້ຕໍ່ມາກໍຈະດີຂຶ້ນ."

ສໍາລັບແມ່ຂອງນັກຮຽນປີ 12, Arti Gopikrishnan, ມັນຍັງກ່ຽວກັບການຈັດສິ່ງຕ່າງໆ ໃຫ້ເປັນລະບຽບ. ນາງບອກວ່າ ລາວມັກເຕືອນລູກຊາຍວ່າເຖິງແມ່ນວ່າ ການສອບເສັງຂອງລາວມີ ຄວາມສໍາຄັນ ແຕ່ມັນກໍບໍ່ໄດ້ກໍານົດຊີວິດ.

"ເມື່ອເຫັນລາວນອນເດິກ, ໂດຍສະເພາະຫຼາຍມື້ຕໍ່ກັນ, ຂ້າພະເຈົ້າຊຸກຍູ້ລາວໃຫ້ໄປນອນ ຕາມເວລາ ແລະບໍ່ຕ້ອງກັງວົນຫຼາຍເກີນໄປ. ເພາະວ່ານີ້ບໍ່ຮັບປະກັນ ຄວາມສໍາເລັດໃນຊີວິດ. ນີ້ບໍ່ແມ່ນການທົດສອບສຳຄັນໃດໆ-ດັ່ງນັ້ນ, ຊຸກຍູ້ໃຫ້ເຂົາເຈົ້າເຮັດສຸດຄວາມສາມາດ ແລະໄປນອນຕາມເວລາ ແລະຕິດຢູ່ກັບນິໄສປະຕິບັດທີ່ດີ."

NSW: Begins 12 Oct – finishes 3 Nov

VIC: Begins 2 Oct – finishes 15 Nov

QLD: Begins 23 Oct – finishes 14 Nov

ACT: Dates unavailable

TAS: Begins 13 Sept – finishes 17 Nov

SA: Begins 16 Oct – finishes 17 Nov

NT: Begins 16 Oct – finishes 17 Nov

WA: Begins 28 Oct – finishes 15 Nov

 

ເນື້ອເລື່ອງໂດຍ Kath Landers ແລະ Penry Buckley   ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share