ການສອບສວນ ສອງ Supermarkets ໃຫຍ່ໃນການໂກ່ງລາຄາ.
ຍັກໃຫຍ່ຊຸບເປີມາເກັດ ທີ່ຖືກກ່າວຫາວ່າ ໂກ່ງລາຄາ ໃນລະຫວ່າງວິກິດຄ່າຄອງຊີບ ອາດຈະຖືກກວດສອບ ໂດຍຄນະກັມມະການສະພາ.
ພັກ Greens ພະຍາຍາມຈັດຕັ້ງ ການສອບຖາມຂອງຄນະກັມມະການ ກ່ຽວກັບຜົນກະທົບ ຂອງການເນັ້ນໜັກ ຂອງຕລາດຕໍ່ລາຄາອາຫານແລະຮູບແບບ ຂອງຍຸດທະສາດ ໃນການກຳໜົດລາຄາ ທີ່ໃຊ້ໂດຍສອງຍັກໃຫຍ່ Supermarkets.
Peggy Giakoumelos ລາຍງານ.
ພັກ Greens ຕ້ອງການເປັນຜູ້ນໍາພາ ໃນການໄຕ່ສວນ ຂອງກາງ ໃນສິ່ງທີ່ເຂົາເຈົ້າກ່າວວ່າ ເປັນການກຳໜົດລາຄາ ທີ່ສູງເກີນໄປ ຫລື "ໂກ່ງລາຄາ" ໂດຍຊຸບເປີມາເກັດໃຫຍ່, ໃນຂນະທີ່ອອສເຕຣເລັຍ ດີ້ນລົນກັບຄວາມກົດດັນ ດ້ານຄ່າຄອງຊີບ.
ສະມາຊິກສະພາສູງ Greens, ທ່ານ Nick McKim, ກ່າວວ່າ ການໄຕ່ສວນ ຈະກວດສອບ ຜົນກະທົບ ຂອງການເນັ້ນໜັກ ຂອງຕລາດຕໍ່ລາຄາອາຫານ ແລະຮູບແບບ ຂອງຍຸດທະສາດ ການກຳໜົດລາຄາ ທີ່ໃຊ້ໂດຍສອງຍັກໃຫຍ່ supermarket ຊຶ່ງໝາຍເຖິງຜູ້ ຂາຍອາຫານໃນອອສເຕຣເລັຍ: Woolworths ແລະ Coles.
ສະມາຊິກສະພາສູງ McKim ຍັງຕ້ອງການ ການສອບຖາມ ເພື່ອປະເມີນການເພີ່ມຂຶ້ນ ຂອງລາຄາສິນຄ້າທີ່ຈໍາເປັນ, ຄວາມຖືກຕ້ອງ ຂອງການຫຼຸດລາຄາທີ່ສເນີ, ແລະອັດຕາເພີ່ມຂຶ້ນ ຂອງກໍາໄລ ໃນໄລຍະທີ່ມີຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ.
ໃນການກ່າວຕໍ່ ABC, ສະມາຊິກສະພາສູງ, ທ່ານ McKim ກ່າວວ່າ ການສອບຖາມ ແມ່ນເປັນສິ່ງສໍາຄັນ ໂດຍສະເພາະສໍາລັບ ຜູ້ບໍລິໂພກໃນພູມິພາກ.
"ພວກເຮົາ ຕ້ອງການໃຊ້ການສອບຖາມນີ້ ເພື່ອກວດສອບ ວິທີການການກໍານົດລາຄາ ຂອງ Coles ແລະ Woolworths. ພວກເຮົາ ຕ້ອງການໃຊ້ການສອບຖາມນີ້ ເພື່ອຄວາມໂປ່ງໃສຫຼາຍຂຶ້ນ ໃນດ້ານການສນອງສິນຄ້າ. ເວົ້າອີກຢ່າງຫນຶ່ງວ່າ ເຂົາເຈົ້າຈ່າຍຄ່າສິນຄ້າ ແລະບໍລິການແນວໃດ ແລະຫຼາຍປານໃດ ທີ່ເຂົາເຈົ້າຂາຍໃຫ້ຊາວອອສເຕຣເລັຍ ແລະພວກເຮົາຕ້ອງການ ທີ່ຈະເຂົ້າໃຈ ເຖິງຜົນກະທົບ ຂອງອໍານາດ ຂອງການຄວບຄຸມຕລາດ ໃນຂແນງການນີ້ ຊຶ່ງມີຫຼາຍເປັນພິເສດ ເພາະວ່າ ການແຂ່ງຂັນ ແມ່ນສິ່ງຫນຶ່ງ ທີ່ສາມາດເຮັດໃຫ້ລາຄາຫຼຸດລົງ, ແຕ່ກໍມີການຂາດການແຂ່ງຂັນຢ່າງຫຼາຍ ໂດຍສະເພາະ ໃນພູມິພາກ ແລະຊົນນະບົດ ຂອງອອສເຕຣເລັຍ ບ່ອນທີ່ທ່ານຊື້ສິນຄ້າ ໃນສອງຊຸບເປີມາເກັດໃຫຍ່ ຫຼືຮ້ານຂາຍຍ່ອຍໃກ້ເຮືອນ ແລະມັກຈະມີບໍ່ຫຼາຍ."
ແຕ່ຜູ້ນໍາພັກ Nationals, ທ່ານ David Littleproud ກ່າວວ່າ ການໄຕ່ສວນ ຂອງສະພາ ຈະໃຊ້ເວລາດົນເກີນໄປ ເເລະຈຳເປັນຈະຕ້ອງດຳເນີນການໃນຕອນນີ້ ເພື່ອຮັບມືກັບວິກິດຄ່າຄອງຊີບ ທີ່ຊາວອອສເຕຣເລັຍ ກໍາລັງປະເຊີນຢູ່.
ລາວໄດ້ຊຸກຍູ້ ໃຫ້ຄນະກັມມະການ ແຂ່ງຂັນອອສເຕຣເລັຍ ແລະຜູ້ບໍຣິໂພກ (the Australian Competition & Consumer Commission-ACCC) ກວດສອບທັນທີ ວ່າມີການໂກ່ງລາຄາ ເກີດຂຶ້ນຫລືບໍ່.
Woolworths ແລະ Coles, ເມື່ອຮວມກັນແລ້ວ ຄິດເປັນປະມານສອງສ່ວນສາມ ຂອງການຂາຍສິນຄ້າຂອງອອສເຕຣເລັຍ.
ໃນການຕອບສນອງ ຕໍ່ການຮຽກຮ້ອງ ໃຫ້ມີການສອບສວນ-ໂຄສົກຂອງ Coles ໄດ້ອອກຖແລງການດັ່ງຕໍ່ໄປນີ້.
"Coles ຊອກຫາວິທີ ໃນການຫຼຸດຜ່ອນລາຄາ ໃນຜລິດຕະພັນ ທີ່ພວກເຮົາຂາຍ ແລະເຮົາກໍໄດ້ຮັບຜົນກະທົບ ຈາກຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ ຂອງການເຮັດທຸລະກິດ. ຄ່າໃຊ້ຈ່າຍ ໃນການກໍ່ສ້າງ, ລາຄາພະລັງງານ, ຄ່າໃຊ້ຈ່າຍ ໃນການຂົນສົ່ງ ແລະການບັນຈຸຫໍ່ຕ່າງໆ ທີ່ໄດ້ເພີ່ມຂຶ້ນທັງຫມົດ."
ໂຄສົກຂອງ Woolworths ກໍໄດ້ຕອບໂຕ້ ດ້ວຍຖແລງການສະບັບນຶ່ງເຊັ່ນກັນ.
"Woolworths ກໍາລັງທຳງານເພື່ອບັນເທົາທຸກ. ຂນະທີ່ພວກເຮົາເລີ່ມເຫັນອັດຕາເງິນເຟີ້ຜ່ອນລົງ, ພວກເຮົາຈະສືບຕໍ່ ສຸມໃສ່ການສົ່ງການປະຢັດເງິນ ໃຫ້ລູກຄ້າຂອງພວກເຮົາ."
ລູກຄ້າເຫລົ່ານີ້ກ່າວວ່າ ພວກເຂົາເຈົ້າ ໄດ້ສັງເກດເຫັນການປ່ຽນແປງໃນລາຍຈ່າຍ ຂອງພວກເຂົາເຈົ້າ ໃນໄລຍະສອງສາມປີຜ່ານມາ.
'ທຸກມື້ນີ້ ມັນບໍ່ໄດ້ຢູ່ໃນການຄວບຄຸມແລ້ວ. ຄູ່ຂອງຂ້ອຍ ແລະຂ້ອຍມາຊື້ສິນຄ້າອາທິດລະເທື່ອ ແລະພວກເຮົາໃຊ້ເງິນ $350 ແບບງ່າຍໆ. ສີ່ຫລືຫ້າປີກ່ອນ ອາດເປັນເງິນພຽງແຕ່ 200 ໂດລາ. ມັນມີຄວາມແນບນຽນຫຼາຍ ໃນການເພີ່ມລາຄາຂຶ້ນເທື່ອລະນ້ອຍ, ແຕ່ຫຼັງຈາກສອງສາມປີ,ມັນກໍສູງຂຶ້ນຫຼາຍ. Vox2: ບາງຢ່າງ ທີ່ຂ້ອຍໄດ້ຊື້ ສາມ ສີ່ ເດືອນກ່ອນ,ຕອນນີ້ ແມ່ນແພງກວ່າ ສີ່ ຫຼື ຫ້າໂດລາ. ມັນແມ່ນຄ່າໃຊ້ຈ່າຍ ທີ່ເພີ້ມຂຶ້ນ. ຄ່າໃຊ້ຈ່າຍ ຂອງຂ້ອຍສເລັ່ຍ ປະມານ $150-200 ຕອນນີ້ແມ່ນ $250 ຫາ $300 ດັ່ງນັ້ນ ຕອນນີ້ ມັນເປັນເກືອບສອງເທົ່າ."
ທະນາຄານກາງຂອງອອສເຕຣເລັຍ ໄດ້ຂຶ້ນອັດຕາດອກເບັ້ຍ 13 ຄັ້ງ ນັບແຕ່ເດືອນພຶດສະພາ 2022 ເປັນຕົ້ນມາ ໃນຄວາມພະຍາຍາມ ທີ່ຈະຄຸມອັດຕາເງິນເຟີ້, ເພີ່ມຄວາມກົດດັນດ້ານຄ່າຄອງຊີບ ທົ່ວປະເທດ.
ທັງ Coles ແລະ Woolworths ໄດ້ປະກາດຜົນກໍາໄລ ຫຼາຍກວ່າ 1 ພັນລ້ານໂດລາ ໃນປີງົບປະມານທີ່ຜ່ານມາ.
ເນື້ອເລື່ອງໂດຍ Peggy Giakoumelos ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌