ການປະຕິຮູບການອົບຮົມຄູ ເພື່ອຄວາມພ້ອມໃນການສອນ

A man speaking.

ຣັຖມົນຕີກະຊວງສຶກສາທິການ ຂອງຣັຖບານກາງ Jason Clare Source: AAP / Lukas Coch

ຄູສອນ ທີ່ຈົບຫຼັກສູດໃໝ່ ຮູ້ສຶກວ່າບໍ່ມີຄວາມພ້ອມທີ່ຈະສອນໃນຫ້ອງຮຽນຍ້ອນບໍ່ມີປະສົບການ ແລະເປັນສາເຫດຂອງວິການຂາດແຄນຄູ. ທັງຣັຖບານກາງແລະຣັຖບານຣັດ ໄດ້ ອະນຸມັດໃນຫຼັກການ ໃນການ ປະຕິຮູບການອົບຮົມຄູ. ແຕ່ປະທານສະຫະພັນສຶກສາ ຂອງອອສເຕຣເລັຍ (Australian Education Union) ກ່າວວ່າ ການຈັດການພາລະວຽກ ແລະຄ່າຈ້າງ ຈະເປັນປັດຈັຍສໍາຄັນໃນການຮັກສາຄູ.


ການປະຕິຮູບການອົບຮົມຄູ ເພື່ອຄວາມພ້ອມໃນການສອນ.

ບັນດາ ຣັຖມົນຕີກະຊວງສຶກສາ ແຕ່ລະຣັດ ຂອງ ກໍາລັງສນັບສນູນ ການແກ້ໄຂການຝຶກອົບຮົມຄູ ເພື່ອຢຸດນັກການສຶກສາອອກຈາກອາຊີບນີ້.

ຄໍາແນະນໍາຂອງ Teacher Education Expert Panel ຮວມເຖິງການເສີມສ້າງໂຄງການສຶກສາຄູ ແລະການພັດທະນາ ປະສົບການ ການສອນພາກປະຕິບັດ.

ລາຍງານຂອງເຂົາເຈົ້າກ່າວວ່າ ຄູໃຫມ່ມັກຈະຮູ້ສຶກວ່າ ບໍ່ມີຄວາມພ້ອມ ສໍາລັບສິ່ງທ້າທາຍ ທີ່ປະເຊີນຢູ່ໃນຫ້ອງຮຽນ.

Tys Occhiuzzi, Sam Dover ແລະ Greg Dyett ລາຍງານ.

ບັນດາຣັຖມົນຕີກະຊວງສຶກສາ ແຕ່ລະຣັດຂອງອອສເຕຣເລັຍ ກໍາລັງສນັບສນູນການແກ້ໄຂ ການຝຶກອົບຮົມຄູ ເພື່ອຢຸດນັກການສຶກສາອອກຈາກອາຊີບນີ້.

ແຜນງານຂອງ Teacher Education Expert Panel ຮວມເຖິງການເສີມສ້າງໂຄງການສຶກສາຄູ ແລະການພັດທະນາ ປະສົບການ ການສອນພາກປະຕິບັດ ເພື່ອໃຫ້ຄູມີຄວາມພ້ອມດີຂຶ້ນ ໃນຫ້ອງຮຽນ.

ຣັຖມົນຕີກະຊວງສຶກສາທິການ ຂອງຣັຖບານກາງ Jason Clare ແລະຄູ່ຮ່ວມງານ ຂອງຣັດ ແລະເຂດປົກຄອງຂອງລາວ ໄດ້ຕົກລົງເຫັນດີ ໃນຫຼັກການ ຕໍ່ຄໍາແນະນໍາທັງຫມົດ 14ຂໍ້ ຂອງຄນະ ລວມທັງແນວທາງລະດັບຊາດ ສໍາລັບການສອນພາກປະຕິບັດໃນທ້າຍປີ 2023.

ທ່ານ Clare ກ່າວວ່າ ພວກຄູໃຫມ່ກ່າວວ່າ ພວກເຂົາເຈົ້າ ຮູ້ສຶກວ່າບໍ່ມີຄວາມພ້ອມ ສໍາລັບສິ່ງທ້າທາຍ ທີ່ພວກເຂົາເຈົ້າ ຈະປະເຊີນໃນຫ້ອງຮຽນ.

"ຄູອາຈານຂອງພວກເຮົາ ແມ່ນດີຫຼາຍ ແລະພວກເຂົາ ເຮັດຫນຶ່ງໃນວຽກ ທີ່ສໍາຄັນທີ່ສຸດໃນໂລກ ແຕ່ຖາມຄູອາຈານຈຳນວນຫຼາຍ ແລະພວກເຂົາຈະບອກທ່ານວ່າ ພວກເຂົາບໍ່ໄດ້ຮູ້ສຶກພ້ອມ ສໍາລັບຫ້ອງຮຽນໃນມື້ທຳອິດ."

ທ່ານກ່າວວ່າ ການປ່ຽນແປງເຫລົ່ານີ້ ຈະຊ່ວຍສ້າງ ແລະຮັກສາຄູສອນອີກຫລາຍຄົນ.

"ພວກເຮົາມີວິກິດການຂາດແຄນຄູ ໃນປະເທດນີ້, ແລະລາຍງານ ທີ່ພວກເຮົາໄດ້ກວດສອບໃນມື້ວານນີ້ ແລະພວກເຮົາໄດ້ອະນຸມັດ-ໃນຫຼັກການ-ວ່າຖ້າພວກເຮົາຈະປະຕິຮູບ ວິທີການ ທີ່ພວກເຮົາຝຶກອົບຮົມຄູ ແລະພວກເຮົາໃຫ້ນັກຮຽນ ສອນດ້ວຍປະສົບການທີ່ດີຂຶ້ນ ແລ້ວນັກຮຽນຫຼາຍກວ່ານັ້ນ ຈະສໍາເລັດປະລິນຍາຂອງເຂົາເຈົ້າ ແລະຫຼາຍກວ່ານັ້ນ ຈະຢູ່ຕໍ່ໄປ ເປັນເວລາຫຼາຍປີ ແລະໃຫ້ການສຶກສາທີ່ມີຄຸນຄ່າ ແກ່ເດັກນ້ອຍໃນທົ່ວປະເທດ."

Anthea Pownall ກຳລັງຝຶກອົບຮົມ ເພື່ອເປັນຄູສອນໂຮງຮຽນປະຖົມ.

ນາງຄອຍຖ້າ ທີ່ຈະເຂົ້າໄປໃນຫ້ອງຮຽນ ຫຼັງຈາກທີ່ນາງຈົບຫຼັກສູດທີ່ມະຫາວິທະຍາໄລ Tasmania.

ແຕ່ນາງເວົ້າວ່າ ການປະເຊີນຫນ້າກັບຫ້ອງຮຽນ ທີ່ເຕັມໄປດ້ວຍນັກຮຽນ ອາດເປັນຕາຢ້ານ.

"ຂ້ອຍຢາກເຂົ້າຫ້ອງຮຽນຂອງຂ້ອຍເອງແທ້ໆ ແຕ່ຂ້ອຍ ກໍກັງວົນກັບເລື່ອງນີ້ເຊັ່ນກັນ ເພາະສ່ວນຫນຶ່ງຂອງຫຼັກສູດ ທີ່ເຂົາເຈົ້າບໍ່ໄດ້ສອນໃຫ້ເຈົ້າມີຫ້ອງຮຽນແທ້ໆ. ທ່ານຮຽນຮູ້ດ້ານປະຕິບັດເຊັ່ນ ທິດສະດີ ທີ່ຢູ່ເບື້ອງຫຼັງການອ່ານຫນັງສື ແລະການຄຳນວນ ແລະສິ່ງຕ່າງໆແບບນັ້ນ ແຕ່ທ່ານບໍ່ໄດ້ຮຽນຮູ້ ກ່ຽວກັບການຈັດການຫ້ອງຮຽນແທ້ໆ."

ຄນະສຶກສາເຊື່ອວ່າ ຖ້າຫາກອັດຕາການສຶກສາ ຂອງຄູ ເບື້ອງຕົ້ນສາມາດບັນລຸໄດ້ 10 ເປີເຊັນ ກໍຈະມີຜູ້ທີ່ຈົບການສຶກສາ ເພີ່ມອີກເກືອບ 3,000 ຄົນຕໍ່ປີ.

ທ່ານນາງ Correna Haythorpe ປະທານສະຫະພັນສຶກສາ ຂອງອອສເຕຣເລັຍ (Australian Education Union) ກ່າວວ່າ ການຈັດການພາລະວຽກ ແລະຄ່າຈ້າງ ຈະເປັນປັດຈັຍສໍາຄັນໃນການຮັກສາຄູ.

"ຖ້າທ່ານບໍ່ຮັບມືກັບພາລະວຽກ ແລະຄ່າຈ້າງທີ່ບໍ່ຍືນຍົງ ສໍາລັບຄູອາຈານ, ແລ້ວພວກເຮົາ ຈະສືບຕໍ່ ມີບັນຫາ ໃນແງ່ຂອງການດຶງດູດ ແລະຮັກສາຄູໄວ້ໃນອາຊີບນີ້."

Tys Occhiuzzi, Sam Dover ແລະ Greg Dyett     ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share