Mikhail Gorbachev ພະຍາຍາມທີ່ຈະກອບກູ້ອານາຈັກໂຊວຽດ ທີ່ພັງທະລາຍ ແຕ່ໄດ້ກໍ່ໃຫ້ເກີດມີການປະຕິຮູບທີ່ບໍ່ທັມດາທີ່ນໍາໄປສູ່ ການສິ້ນສຸດ ຂອງສົງຄາມເຢັນ, ການໂຮມປະເທດຂອງເຢັຍຣະມັນ ແລະການແຕກແຍກຂອງສະຫະພາບໂຊວຽດ.
ທ່ານເສັຍຊີວິດຕອນອາຍຸໄດ້ 91 ປີ.
ທ່ານຢູ່ໃນອໍານາດໜ້ອຍກວ່າເຈັດປີ ແລະການປ່ຽນແປງຕ່າງໆ ທີ່ຫນ້າງຶດ ທີ່ທ່ານໄດ້ນໍາມານັ້ນ ໄດ້ກໍ່ໃຫ້ເກີດການພະຍາຍາມການກໍ່ຣັຖປະຫານ ຕໍ່ຕ້ານທ່ານ ໃນເດືອນສິງຫາ ປີ 1991 ຊຶ່ງໄດ້ເຫັນຣົດຖັງ ຢູ່ຕາມຖນົນຫົນທາງ ຂອງ Moscow ແລະການປະທ້ວງຕໍ່ຕ້ານການກໍ່ຣັຖປະຫານຢູ່ຕາມທ້ອງຖນົນ.
ນັກຂ່າວ I-T-N ທ່ານ Robert Moore ຢູ່ທີ່ Moscow:
"ຣົດຖັງກອງທັບແດງໄດ້ເຄື່ອນເຂົ້າໄປໃນໃຈກາງເມືອງແລະບໍ່ມີທ່າທາງທີ່ກ້າຫານໃດຈະສາມາດຢຸດພວກເຂົາໄດ້. ຄົນງານແລະຜູ້ຊື້ຂອງໄດ້ອ້ອມກໍາລັງຮັກສາຄວາມປອດພັຍຢ່າງໄວ. ຜູ້ທີ່ເຂົ້າມາແທນແມ່ນຮອງປະທານາທິບໍດີ Gennady Yenayev, ຜູ້ທີ່ມີຊື່ສຽງວ່າເປັນຄົນທີ່ປົກຄອງດ້ວຍ ”ກົດເຫຼັກ” ຊຶ່ງສອດຄ່ອງກັບລັກສນະຂອງລາວໃນຖານະຜູ້ຊາຍ “ສີເທົາ” ທີ່ຈະຮັບໃຊ້ຢ່າງຈົງຮັກພັກດີ."
ການກໍ່ຣັຖປະຫານໄດ້ສະທ້ອນກັບມາ ແລະເປັນຈຸດເລີ່ມຕົ້ນ ຂອງການສິ້ນສຸດຂອງສະຫະພາບໂຊວຽດ.
ສິ່ງທີ່ກໍ່ໃຫ້ເກີດການພະຍາຍາມໃນການກໍ່ຣັຖປະຫານແມ່ນເປົ້າໝາຍຂອງ Gorbachev ສໍາລັບສິ່ງທີ່ເພິ່ນເອີ້ນວ່າ Perestroika – ຫຼືການປັບໂຄງສ້າງໃຫມ່ - ຊຶ່ງອອກແບບ ເພື່ອນໍາເອົາ ການປ່ຽນແປງ ແລະເຮັດໃຫ້ເສດຖະກິດຂອງຣັສເຊັຍ ອອກຈາກການຍ່ຳຕີນຢູ່ບ່ອນເກົ່າໄດ້.
ສ່ວນຫນຶ່ງຂອງການປ່ຽນແປງນັ້ນແມ່ນວິນຍານໃຫມ່ແຫ່ງການຮ່ວມມືກັບຝ່າຍຕາເວັນຕົກ, ຫຼັງຈາກສົງຄາມເຢັນ ເປັນເວລາຫລາຍສິບປີ, ດ້ວຍການຂົ່ມຂູ່ວ່າ ຈະທໍາລາຍລ້າງດ້ວຍອາວຸດນິວເຄລັຍ ທີ່ຫ້ອຍຢູ່ເຫນືອມະນຸດຊາດ.
ຫຼັງຈາກເລີ່ມການເຈລະຈາຢ່າງສັ່ນຄອນ, ທ່ານໄດ້ສ້າງຄວາມສໍາພັນທີ່ດີ ກັບທ່ານ Ronald Reagan ປະທານາທິບໍດີຂອງສະຫະຣັດໃນເວລານັ້ນແລະນາຍົກຣັຖມົນຕີ ອັງກິດທ່ານນາງ Margaret Thatcher.
ທ່ານນາງຈື່ໄດ້ວ່າ ການພົບກັນປະເປັນເທື່ອທໍາອິດ ກັບຜູ້ນໍາ ຣັສເຊັຍວ່າ:
"ແລະຫຼັງຈາກທີ່ລາວໄດ້ຈາກໄປຂ້າພະເຈົ້າຄິດວ່າຂ້າພະເຈົ້າຕ້ອງໄດ້ໄປຫາປະທານາທິບໍດີ Reagan ແລະເວົ້າວ່າຂ້າພະເຈົ້າໄດ້ພົບກັບຜູ້ຊາຍຄົນນີ້ແລະລາວມີຄວາມແຕກຕ່າງກັນຫຼາຍແລະຄຳເວົ້າກໍເທອອກມາວ່ານີ້ແມ່ນຄົນທີ່ພວກເຮົາສາມາດເຮັດທຸລະກິດນຳໄດ້"
ການປະກາດຂໍ້ຕົກລົງທີ່ຈະຫຼຸດຖອຍອາວຸດນິວເຄຼັຍ, ຄວາມອົບອຸ່ນລະຫວ່າງ Reagan ແລະ Gorbachev ແມ່ນເຫັນໄດ້ຢ່າງຊັດແຈ້ງ:
"ພວກເຮົາໄດ້ຮັບຟັງພູມປັນຍາຂອງພາສິດຂອງຣັສເຊັຍເກົ່າແລະຂ້າພະເຈົ້າແນ່ໃຈວ່າທ່ານຄຸ້ນເຄີຍກັບມັນ,ທ່ານເລຂາທິການທົ່ວໄປ, ເຖິງແມ່ນວ່າການອອກສຽງຂອງຂ້າພະເຈົ້າອາດຈະໃຫ້ທ່ານມີຄວາມຫຍຸ້ງຍາກ. ພາສິດນັ້ນ ແມ່ນ doveryai, noproveryai- ຄວາມໄວ້ໃຈແຕ່ຢືນຢັນ.
ໃນປີ 1987, ປະທານາທິບໍດີ Reagan ໄດ້ຊຸກຍູ້ໃຫ້ Gorbachev ທຳລາຍກໍາແພງ Berlin, ຊຶ່ງໄດ້ແຍກ ພາກຕາເວັນອອກ ແລະພາກຕາເວັນຕົກຂອງ Berlin.
ທ່ານໄດ້ຮັບລາງວັນ Nobel ສາຂາສັນຕິພາບ ໃນປີ 1990. ທ່ານໄດ້ຖືກເຫັນ ໂດຍຫຼາຍຄົນໃນຕ່າງປະເທດ ລວມທັງ ປະທານາທິບໍດີ Ronald Reagan ວ່າເປັນຜູ້ມີວິໄສທັດ.
ແຕ່ໃນຂນະທີ່ທ່ານ Mikhail Gorbachev ໄດ້ຮັບການຊົມເຊີຍຢູ່ຕ່າງປະເທດ, ແຕ່ຢູ່ທີ່ບ້ານ ໃນສະຫະພາບໂຊວຽດ ທ່ານບໍ່ເປັນທີ່ນິຍົມ ແລະເປັນຄື້ນຟອງ ຂອງການປະຕິວັດຢ່າງສັນຕິສ່ວນໃຫຍ່ຊຶ່ງນຳມາແຫ່ງການສິ້ນສຸດຂອງຣັຖບານ ຄອມມູນິສ. ໃນບັນດາປະເທດໃນກຸ່ມຕາເວັນອອກ ກໍມີຄວາມຮຽກຮ້ອງຫຼາຍຂຶ້ນຈາກສາທາລະນະຣັດຕ່າງໆ ພາຍໃນສະຫະພາບໂຊວຽດເພື່ອແຍກໂຕເປັນເອກະຣາດ.
ທ່ານຍັງຄົງຢູ່ໃນຕໍາແຫນ່ງຈົນເຖິງທ້າຍປີ1991,ໃນຂນະທີ່ສະຫະພາບໂຊວຽດໄດ້ ພັງທະລາຍຢູ່ຮອບໂຕທ່ານ, ໂດຍທີ່ມີສາທາຣະນະຣັດຕ່າງໆ - ຮ່ວມທັງຢູເຄຣນ-ໄດ້ເລືອກເອົາຄວາມເປັນອິສຣະພາບ.
ທ່ານລົງຈາກຕໍາແຫນ່ງໃນທ້າຍເດືອນທັນວາປີ1991.
ອະດີດຫົວຫນ້າຫ້ອງການ CNN Moscow ທ່ານນາງ Jill Dougherty- ຜູ້ທີ່ໄດ້ໃຫ້ສໍາພາດທ່ານຫຼາຍຄັ້ງ -ກ່າວວ່າ ທ່ານເປັນຄົນທີ່ໂດດເດັ່ນ.
"ທ່ານ Gorbachev, ຂ້າພະເຈົ້າຄິດວ່າ, ກົງກັນຂ້າມກັບຜູ້ນໍາໂຊວຽດທີ່ຜ່ານມາ, ເປັນຜູ້ນໍາສ່ວນຕົວ. ທ່ານມີສເນ່ພິເສດ. ຕອນສໍາພາດແລະພົບກັບທ່ານຮວມເຖິງຄວາມສໍາພັນລະຫວ່າງທ່ານກັບພັນລະຍາຂອງທ່ານ, Raisa ນັ້ນ, ທ່ານແຕກຕ່າງຈາກຄົນອື່ນເມື່ອເວົ້າເຖິງຜູ້ນໍາທີ່ເຂົ້າເຖິງໄດ້ງ່າຍ ແລະບົດບາດຂອງທ່ານໃນປວັດສາດ, ຊຶ່ງຍິ່ງໃຫຍ່ຫຼາຍ. ຖ້າຫາກວ່າພຽງແຕ່ເບິ່ງໄປທີ່ສະຫະພາບໂຊວຽດແລະທ່ານກໍຈະເຫັນວ່າທ່ານໄດ້ປ່ຽນແປງມັນແນວໃດແດ່."
ນາງເວົ້າວ່າເຖິງແມ່ນວ່າມໍລະດົກຂອງທ່ານອາດຈະເຫັນໄດ້ຢູ່ໃນແລະຕ່າງປະເທດກໍຕາມ, ບໍ່ມີຄວາມສົງໄສເລີຍ ກ່ຽວກັບອິດທິພົນຂອງທ່ານ.
"ສໍາລັບຂ້າພະເຈົ້າ, ທ່ານແມ່ນບຸກຄົນທີ່ໄດ້ປ່ຽນປວັດສາດດ້ວຍບຸກຄະລິກກະພາບຂອງທ່ານເອງຢ່າງແນ່ນອນ - ການທີ່ຈະມີວິໄສທັດທີ່ວ່າສິ່ງຕ່າງໆສາມາດປ່ຽນແປງໄດ້ແລະມັນບໍ່ໄດ້ເປັນໄປຕາມທີ່ທ່ານຕ້ອງການແຕ່ແນ່ນອນວ່າທ່ານຈະມີຊື່ໃນປວັດສາດໃນຖານະບຸກຄົນທີ່ປະຕິຮູບແລະນໍາຣັສເຊັຍອອກຈາກຄວາມມືດຢ່າງແທ້ຈິງ."
ຄວາມສໍາພັນຂອງທ່ານ Gorbachev ກັບປະທານາທິບໍດີ ໃນປະຈຸບັນ ທ່ານ Vladimir Putin ມີຄວາມຊັບຊ້ອນ.
ໃນບົດຄວາມຂອງວາຣະສານ Time Magazine ໃນປີ 2016, ທ່ານໄດ້ໂຈມຕີການຕັດສິນໃຈຂອງທ່ານ Putin ທີ່ຈະລົງແຂ່ງຂັນ ເອົາຕໍາແຫນ່ງປະທານາທິບໍດີຄົນທີສາມ, ໂດຍເອີ້ນນະໂຍບາຍຂອງທ່ານວ່າ"ອຸປະສັກຕໍ່ຄວາມກ້າວຫນ້າ".
ແລະຄວາມຂັດແຍ່ງນັ້ນແມ່ນມີຂຶ້ນທັງສອງຝ່າຍ, ໂດຍທີ່ປະທານາທິບໍດີ Putin ກ່າວເຖິງການສິ້ນສຸດລົງຂອງສະຫະພາບໂຊວຽດວ່າເປັນ "ໄພພິບັດທາງດ້ານການເມືອງທີ່ຍິ່ງໃຫຍ່ທີ່ສຸດໃນສັດຕະວັດ".
ຄຳສະດຸດີໄດ້ຖືກສົ່ງມາຈາກບັນດາຜູ້ນໍາທົ່ວໂລກ.
ອະດີດຣັຖມົນຕີການຕ່າງປະເທດສະຫະຣັດທ່ານນາງ Condoleeza Rice ໄດ້ຖແລງວ່າ ການສິ້ນສຸດຂອງສົງຄາມເຢັນ ຈະເປັນມໍລະດົກອັນຍັ້ງຍືນຂອງທ່ານ.
"ຂ້າພະເຈົ້າເສົ້າໃຈທີ່ໄດ້ຍິນເຖິງການເສັຍຊີວິດຂອງ ທ່ານ Mikhail Gorbachev. ທ່ານຜູ້ທີ່ພະຍາຍາມທີ່ຈະມອບຊີວິດທີ່ດີກວ່າສໍາລັບປະຊາຊົນຂອງທ່ານ. ຊີວິດຂອງທ່ານສົ່ງຜົນສະທ້ອນເພາະວ່າຖ້າບໍ່ມີທ່ານແລະຄວາມກ້າຫານຂອງທ່ານ,ມັນຄົງຈະເປັນໄປບໍ່ໄດ້ທີ່ຈະຍຸດຕິສົງຄາມເຢັນຢ່າງສັນຕິ."
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Antonio Guterres ໄດ້ກ່າວເຖິງທ່ານໃນ Twitter ວ່າເປັນ'ຜູ້ນໍາທີ່ສູງສົ່ງ'
"ທ່ານ MikhailGorbachevເປັນຮັຖບຸຣຸດທີ່ມີເມດຕາຜູ້ຫນຶ່ງທີ່ໄດ້ປ່ຽນເສັ້ນທາງຂອງປວັດສາດ. ໂລກໄດ້ສູນເສຍຜູ້ນໍາຣະດັບໂລກທີ່ສູງສົ່ງ, ມີຄວາມມຸ່ງຫມັ້ນຕໍ່”ການຮ່ວມມືຈາກຫຼາຍຝ່າຍ (Multilateralist)”,ແລະຜູ້ສນັບສນູນຢ່າງບໍ່ອິດເມື່ອຍເພື່ອສັນຕິພາບ.ຂ້າພະເຈົ້າເສັຍໃຈຢ່າງສຸດຊຶ້ງກັບການເສັຍຊີວິດຂອງທ່ານ."
ຄາດວ່າ Gorbachev ຈະຖືກຝັງໄວ້ໃນສຸສານ Novodevichy ຂອງມົສກູຢູ່ຂ້າງກັບພັລຍາຂອງທ່ານ (Raisa) ຊຶ່ງເສັຍຊີວິດໃນປີ 1999.
ເນື້ອເລື່ອງໂດຍ Allan Lee ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ