ຄວາມສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ 20 ທີ່ ຈີນ.

Chinese President Xi Jinping raises his hand to show approval

ປະທານ ສີ ຈິ້ນຜິງ ຍົກມືເຫັນດີໃນກອງປະຊຸມໃຫຍ່ຄັ້ງທີ 20 ທີ່ ຈີນ. Source: AP / AAP/Ng Han Guan/AP

Get the SBS Audio app

Other ways to listen


Published

By Omar Dehen, Claire Slattery
Presented by Sak Phoumirath
Source: SBS

Share this with family and friends


ຫຼັງຈາກກອງປະຊຸມໃຫຍ່ຂອງ ສະພາປະຊາຊົນຈີນ, ສີ ຈິ້ນຜິງ ຈະໄດ້ເປັນປະທານຕລອດຊີບບໍ່? ຈີນຈະປະຕິບັດແນວໃດກັບ ໄຕ້ຫວັນ?


ເປັນທີ່ຄາດການກັນຢ່າງກວ້າງຂວາງວ່າ ປະທານາທິບໍດີຈີນ ຈະເຮັດໃຫ້ການກຳອໍານາດຂອງທ່ານ ມີຄວາມຫມັ້ນຄົງ ຕື່ມອີກ, ໃນຂນະທີ່ບັນດາຜູ້ແທນ ຈາກພັກການເມືອງ ທີ່ໃຫຍ່ທີ່ສຸດໃນໂລກ ເບິ່ງຄືວ່າ ຈະມອບຕໍາແຫນ່ງຜູ້ນໍາວາຣະທີສາມໃຫ້ ຢ່າງທີ່ບໍ່ເຄີຍມີມາກ່ອນ.

ທ່ານ ສີ ຈິ້ນຜິງ ໄດ້ເວົ້າເຖິງ ການຕໍ່ສູ້ COVID ແລະ ແນວໂນ້ມທາງເສດຖະກິດ ຂອງປະເທດ ໃນການເປີດປະຊຸມຄັ້ງປະຫວັດສາດ ຄັ້ງທີ 20 ຂອງສະພາປະຊາຊົນ ພັກຄອມມິວນິສທີ່ປັກກິ່ງ. Omar Dehen ແລະ Claire Slattery ລາຍງານ.

 ທີ່ຫໍປະຊຸມປະຊາຊົນ ໃນປັກກິ່ງ, ເຫດການທາງການເມືອງ ທີ່ສໍາຄັນທີ່ສຸດຂອງຈີນ ໃນຫຼາຍທົດສະວັດໄດ້ເລີ່ມຕົ້ນຂຶ້ນ.

 ສະພາແຫ່ງຊາດ ຂອງພັກຄອມມິວນິສ ເປັນການປະຊຸມ ເປັນເວລາຍາວນຶ່ງອາທິດ ທີ່ຈັດຂຶ້ນທຸກໆຫ້າປີ ແລະມື້ທີຫນຶ່ງ ໄດ້ເລີ່ມຕົ້ນ ດ້ວຍການປຸກໃຈ ແລະຄວາມຫຶກເຫີມ ຂອງຄວາມພູມໃຈ ຂອງປະເທດ.

ນາຍົກຣັຖມົນຕີຈີນ ທ່ານ Li Keqiang ໄດ້ທຳການເປີດສະພາ.

"ກອງປະຊຸມແຫ່ງຊາດຄັ້ງທີ 20 ຂອງພັກຄອມມູນິດຈີນ, ໄດ້ເລີ່ມຂຶ້ນຢ່າງເປັນທາງການແລ້ວ."

ປະທານ ສີ ຈິ້ນຜິງ ໄດ້ກຳໜົດວາຣະການປະຊຸມສໍາລັບປະຊາຊົນ ຫນຶ່ງພັນ ສີ່ຮ້ອຍລ້ານຄົນຂອງປະເທດ.

ຕໍ່ຫນ້າບັນດາຜູ້ແທນພັກຈຳນວນ 2 300 ຄົນ, ຄໍາປາໄສ ເກືອບສອງຊົ່ວໂມງ ຂອງປະທານ ສີ ແມ່ນວົງກວ້າງ ແລະເຕັມໄປດ້ວຍອຸດົມການ ມາກຊິສຕ໌.

ທ່ານເວົ້າເຖິງຜົນສໍາເລັດຂອງຈີນ - ແລະ ຜົນສໍາເລັດ ຂອງພັກຂອງທ່ານ.

"ຫ້າປີ ນັບຕັ້ງແຕ່ສະພາແຫ່ງຊາດ ໄດ້ມີຄວາມສໍາຄັນແລະພິເສດຢ່າງແທ້ຈິງ. ຄະນະກັມມະການສູນກາງພັກ ໄດ້ດໍາເນີນຍຸດທະສາດ ແຫ່ງການຟື້ນໂຕຄືນປະເທດ ທ່າມກາງການປ່ຽນແປງ ຂອງຄວາມໃຫຍ່ໂຕໃນທົ່ວໂລກທີ່ບໍ່ເຄີຍເຫັນມາກ່ອນ ໃນຫນຶ່ງສັດຕະວັດ ແລະໄດ້ວາງແຜນ ຍຸດທະສາດ ທີ່ສໍາຄັນ ເພື່ອຂັບເຄື່ອນອຸດົມການຂອງພັກ ແລະປະເທດຊາດ"

ທ່ານສົ່ງເສີມນະວັດຕະກັມ, ວິສາຫະກິດເອກະຊົນ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ຊຶ່ງທ່ານກ່າວວ່າ ເປັນພື້ນຖານໃນການສ້າງຈີນໃຫ້ເປັນສັງຄົມນິຍົມ ທີ່ທັນສມັຍ,

ທ່ານອ້າງວ່າ ຈີນໄດ້ລົບລ້າງຄວາມທຸກຍາກ, ແລະ ໄດ້ໄຊຊະນະ ໃນເລື່ອງການສໍ້ຣາດບັງຫຼວງ, ແລະສິ່ງທີ່ທ່ານເອີ້ນວ່າ ການແຊກແຊງຂອງພວກແບ່ງແຍກ ໃນຮົງກົງ ແລະໄຕ້ຫວັນ.

ທ່າມກາງສຽງຕົບມື, ປະທານ ສີ ບໍ່ໄດ້ກ່າວຢ່າງເດັດຂາດໃນການ ໃຊ້ກໍາລັງເພື່ອ ບັນລຸເປົ້າຫມາຍ ຂອງຕົນ ໃນການຮວມຕົວກັບ ໄຕ້ຫວັນ.

"ການແກ້ໄຂບັນຫາ ໄຕ້ຫວັນ ເປັນເລື່ອງຂອງຄົນຈີນ. ເລື່ອງທີ່ຕ້ອງໄດ້ແກ້ໄຂໂດຍຄົນຈີນ. ພວກເຮົາຈະສືບຕໍ່ ພະຍາຍາມທີ່ຮວມຕົວຢ່າງສັນຕິດ້ວຍຄວາມຈິງໃຈ ແລະຄວາມພະຍາຍາມ ທີ່ຍິ່ງໃຫຍ່ທີ່ສຸດ, ແຕ່ພວກເຮົາ ຈະບໍ່ສັນຍາວ່າຈະປະຖິ້ມການໃຊ້ກໍາລັງ ແລະພວກເຮົາເກັບທາງເລືອກ ທີ່ຈະເອົາທຸກມາດຕະການທັງໝົດທີ່ຈໍາເປັນ. ນີ້ແມ່ນການແນໃສ່ການແຊກແຊງຈາກກໍາລັງພາຍນອກ ແລະພວກແບ່ງແຍກບໍ່ເທົ່າໃດຄົນ ທີ່ສແວງຫາ ຄວາມເປັນເອກະຣາດ ຂອງໄຕ້ຫວັນເທົ່ານັ້ນ ແລະກິດຈະກັມທີ່ແຍກດິນເເດນ ແມ່ນບໍ່ໄດ້ແນ ເປົ້າຫມາຍໃສ່ເພື່ອນມິດ ໄຕ້ຫວັນຂອງພວກເຮົາ."

ການສືບຕໍ່ນະໂຍບາຍ ຂອງ C-C-P ກ່ຽວກັບ COVID-zero ໄດ້ເຮັດ ໃຫ້ເສດຖະກິດຂອງປະເທດຕົກຢູ່ໃນຄວາມກົດດັນຢ່າງ ໃຫຍ່ຫຼວງ.

ປະເທດຈີນ ຍັງຄົງເປັນປະເທດສຸດທ້າຍໃນໂລກ ທີ່ພະຍາຍາມລົບລ້າງ COVID-19, ໂດຍທີ່ປະຈຸບັນ ມີຫຼາຍສິບລ້ານຄົນ ຢູ່ພາຍໃຕ້ການລັອກດາວ ເປັນບາງສ່ວນຫຼືທັງໝົດ.

ມີຄວາມຫວັງວ່າ ບັນດາຜູ້ນໍາຂອງປະເທດ ຈະໃຊ້ ສະພາແຫ່ງຊາດ ເພື່ອນໍາມາຊຶ່ງການປ່ຽນແປງ ໃນທິດທາງ.

ແຕ່ປະທານ ສີ ກໍບໍ່ໄດ້ກ່າວເຖິງການປ່ຽນນະໂຍບາຍ, ແຕ່ໄດ້ເວົ້າເຖິງບັນທຶກຂໍ້ມູນ ຂອງຣັຖບານ ກ່ຽວກັບການ ຈັດການກັບເຊື້ອໄວຣັສ.

"ໃນການຕອບສນອງການລະບາດກະທັນຫັນຂອງ COVID-19 ເຊິ່ງຍົກສູງປະຊາຊົນ ແລະຊີວິດຂອງເຂົາເຈົ້າ ເຫນືອສິ່ງອື່ນຫມົດ ແລະດຳເນີນ ນະໂຍບາຍ COVID zero ດ້ວຍການເປີດສົງຄາມຂອງປະຊາຊົນທັງຫມົດ ເພື່ອຢຸດການ ແຜ່ລະບາດຂອງເຊື້ອໄວຣັສ, ພວກເຮົາ ໄດ້ປົກປ້ອງ ສຸຂະພາບແລະຄວາມປອດພັຍຂອງປະຊາຊົນ ໃນລະດັບສູງທີ່ສຸດເທົ່າທີ່ເປັນໄປໄດ້."

ຈຸດສໍາຄັນຂອງກອງປະຊຸມແຫ່ງຊາດ ແມ່ນການ ຂຍາຍ ອໍານາດຂອງທ່ານ ສີ ໂດຍມີຜູ້ແທນ C-C-P ທີ່ເກືອບແນ່ໃຈວ່າ ຈະມອບຕໍາແຫນ່ງເປັນວາຣະທີສາມ ໃຫ້ທ່ານໃນອາທິດນີ້.

ທ່ານສີ ຈິ້ນຜິງ ໄດ້ລົບລ້າງຂໍ້ຈໍາກັດຂອງວາຣະປະທານປະເທດ ໃນປີ 2018, ແລະບັດນີ້ອາດຈະກາຍເປັນຜູ້ນໍາທີ່ດຳຣົງຕຳແໜ່ງເປັນເວລາດົນທີ່ສຸດຂອງຈີນ ນັບຕັ້ງແຕ່ Mao Zedong-ແລະອາດຈະຢູ່ໃນຕຳແໜ່ງນີ້ ຕລອດຊີວິດ.

ຄໍາປາໄສຂອງທ່ານ ສີ ແມ່ນເປັນການອຸທອນຕໍ່ຄວາມປອດພັຍແລະຄວາມໝັ້ນຄົງ ຂອງການເປັນຜູ້ນໍາຂອງເພິ່ນ-ທັງສອງຄໍານີ້ໄດ້ຖືກກ່າວເຖິງຫລາຍກວ່າ 70 ເທື່ອ.

Hans Hendrischke ຈາກມະຫາວິທະຍາໄລ ຊິດນີ (University of Sydney) ກ່າວວ່າ ຄໍາປາໄສສ່ວນໃຫຍ່ແມ່ນເປັນໄປຕາມຄວາມຄາດເດົາໄວ້.

"ຂ້າພະເຈົ້າຄິດວ່າ ສິ່ງທີ່ລາວໄດ້ມອບໃຫ້ ແມ່ນຂ່າວສານ ທີ່ກວ້າງຫລາຍ-ແລະມີຄວາມປະຫລາດໃຈ ຫນ້ອຍຫນຶ່ງ ໃນຄໍາເວົ້າທົ່ວໄປ. ລາວໄດ້ຢືນຢັນນະໂຍບາຍຫຼັກທັງຫມົດ. ດັ່ງນັ້ນລາວຈຶ່ງໄດ້ຢືນຢັນນະໂຍບາຍ ການຕ່າງປະເທດ ຂອງລາວ. ລາວໄດ້ຢືນຢັນ ນະໂຍບາຍທີ່ມີຕໍ່ໄຕ້ຫວັນ. ລາວໄດ້ການຢືນຢັນ ນະໂຍບາຍເສດຖະກິດຂອງລາວ ແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ສະນັ້ນ ນີ້ຈຶ່ງເປັນ ຄໍາປາໄສແບບອະນຸຣັກນິຍົມ ທີ່ລາວພະຍາຍາມ ຊີ້ໃຫ້ເຫັນວ່າ ສິ່ງທີ່ລາວໄດ້ເຮັດໃນປີທີ່ຜ່ານມາມີຄວາມສໍາຄັນ ແລະຈະດໍາເນີນຕໍ່ໄປ."

ສະພາຍັງຈະເລືອກເອົາຜູ້ນໍາສູງສຸດ ຂອງພັກຄອມມູນິສ ຊຶ່ງຈະສ້າງການສັ່ນສະເທືອນຄັ້ງໃຫຍ່ ທີ່ກໍາລັງຈະມາເຖິງ.

ນາຍົກ ຣັຖມົນຕີ Li Keqiang ຜູ້ທີ່ບໍຣິຫານ ເສດຖະກິດ ໃຫຍ່ອັນດັບສອງຂອງໂລກ ແມ່ນຢູ່ໃນ ບັນດາຜູ້ທີ່ຄາດວ່າ ກຳລັງຈະອອກຈາກຕຳແໜ່ງ ໄປ.

ປະທານອາດໄດ້ກ່າວເຖິງເລື່ອງນີ້ ໃນລະຫວ່າງການກ່າວປາໄສ, ໂດຍອ້າງວ່າເພິ່ນໄດ້ກຳຈັດ "ອັນຕະລາຍທີ່ຮ້າຍແຮງທີ່ຖືກເຊື່ອງຊ້ອນໄວ້" ແລະໄດ້ເພີ່ມຄວາມເຂັ້ມແຂງ ໃຫ້ແກ່ການ ເປັນຜູ້ນໍາ.

ອາດເປັນໄປໄດ້ວ່າປະທານ ສີ ຈະເສີມຂຍາຍອໍານາດຕື່ມອີກ ໂດຍການຈັດການໃຫ້ບັນດາພັນທະມິດຂອງເພິ່ນ ໃຫ້ເຂົ້າໄປໃນ ຕໍາແຫນ່ງທີ່ສໍາຄັນ.

Hans Hendrischke ອີກເທື່ອນຶ່ງ.

"ໃນທ້າຍສຸດ ຜູ້ທີ່ເປັນແກນນຳທັງຫມົດ ຈະຖືກຕັດສິນ ແລະຖືກເປີດເຜີຍທັນທີ ຫລັງຈາກເສັດສິ້ນກອງປະຊຸມ ຊຶ່ງຄາດວ່າຈະເປັນວັນອາທິດ. ແລ້ວເຮົາກໍຈະຮູ້ກ່ຽວກັບຄົນທີ່ຢູ່ອ້ອມຂ້າງລາວ. ໃນເວລານີ້ ພວກເຮົາບໍ່ຮູ້ວ່າຄົນເຫລົ່ານີ້ ຈະຢູ່ໃນຝ່າຍອະນຸຣັກນິຍົມຫລືບໍ່, ຫລືວ່າພວກເຂົາຈະເປັນຜູ້ເຄີຍມີປວັດການປະຕິຮູບ ຫລືຜູ້ປະຕິຮູບເສດຖະກິດຫຼືບໍ່. ເຮົາກໍບໍ່ຮູ້."

Victor Gao ຈາກສູນຈີນ ແລະ ໂລກາພິວັດ (Centre for China and Globalization) ກ່າວວ່າ:

"ທ່ານກໍາລັງເວົ້າເຖິງການປ່ຽນແປງບຸກຄະລາກອນທີ່ສໍາຄັນ ແລະ ເລິກເຊິ່ງຫຼາຍໃນປະເທດຈີນ. ບຸກຄະລິກກະພາບ ຂອງຜູ້ນໍາທີ່ແຕກຕ່າງກັນ ໃນລະດັບທີ່ແຕກຕ່າງກັນ ມີຜົນກະທົບທີ່ສຳຄັນ."

 ເນື້ອເລື່ອງໂດຍ Omar Dehen and Claire Slattery ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ

Share