ສະຫະຣາຊອານາຈັກອັງກິດຍັງຢູ່ໃນຊ່ວງໄວ້ທຸກຢ່າງເປັນທາງການ ຫລັງຈາກການເສັຍຊີວິດ ໃນສັບປະດາແລ້ວນີ້ ຂອງພຣະຣາຊິນີ Elizabeth ທີສອງ.
ແຕ່ວ່າການຈາກໄປຂອງນາງແມ່ນກຳລັງກະຕຸ້ນ ໃຫ້ມີການ ສົນທະນາໃຫມ່ ກ່ຽວກັບ ທັງອະດີດ ແລະອະນາຄົດຂອງກະສັດ. Abbie O'Brien ລາຍງານຈາກປະເທດອັງກິດ.
ເປັນເວລາຫລາຍມື້ແລ້ວ ທີ່ຄົນທີ່ມາຮ່ວມໄວ້ອາລັຍໄດ້ພາກັນຫຼັ່ງໄຫຼເຂົ້າໄປໃນສວນ Green Park ໃນກາງນະຄອນຫລວງ ລອນດອນ.
ຝູງຊົນພາກັນຫຼັ່ງໄຫຼເຂົ້າມາສະຖານທີ່ນັ້ນ ເພື່ອເປັນສ່ວນຫນຶ່ງ ຂອງຄວາມໂສກເສົ້າ ທີ່ຖ້ວມທົ້ນທັງຊາດ.
"ຂ້ອຍໄດ້ຕິດຕາມພະຣາຊິນີ. ຂ້ອຍເກີດໃນປີທີ່ນາງຂຶ້ນຄອງຣາຊ ແລະສໍາລັບຂ້ອຍ, ນາງໄດ້ເປັນຜູ້ທີ່ຢູ່ໃນຊີວິດຂອງຂ້ອຍ ຕະຫຼອດມາ. ພວກເຮົາ ພຽງແຕ່ ຢາກສະແດງຄວາມເຄົາລົບຕໍ່ຣາຊິນີ ແລະ ລະນຶກເຖິງນາງ. ແລະຂໍຂອບໃຈສໍາລັບທຸກຢ່າງທີ່ນາງໄດ້ເຮັດໃນໄລຍະ 70 ປີທີ່ຜ່ານມາ. ພວກເຮົາບໍ່ເຄີຍຮູ້ເລີຍວ່າມີຄົນຮັກຈັກຄົນ, ຮັກຣາຊວົງແລະຮັກນາງ."
ແຕ່ວ່າມັນເປັນຄວາມຮັກຕໍ່ບຸກຄົນ ແທນທີ່ຈະເປັນສະຖາບັນຫຼືບໍ່?
ພວກຕໍ່ຕ້ານຣາຊາທິປະໄຕເຊື່ອວ່າ ແມ່ນດັ່ງນັ້ນແທ້, ໂດຍເວົ້າວ່າ ຄວາມນິຍົມຂອງກະສັດອົງໃຫມ່ ແມ່ນບໍ່ເທົ່າກັບຄວາມນິຍົມຂອງແມ່ຂອງລາວ.
ທ່ານ Graham Smith ຫົວຫນ້າສາທາຣະນະຣັດ ຊຶ່ງໄດ້ທໍາການ ຣົນນະຣົງມາເປັນເວລາຫລາຍສິບປີ ແລ້ວ ເພື່ອໃຫ້ມີການ ຍົກເລີກ ສະຖາບັນພຣະມະຫາກະສັດໂດຍໄດ້ຮຽກຮ້ອງໃຫ້ມີ ການເລືອກຕັ້ງປະມຸກຣັດແທນ.
ລາວເຊື່ອວ່າ ການປ່ຽນແປງຂອງລະບອບ ຈະເຫັນ ການປ່ຽນແປງ ໃນຄວາມຮູ້ສຶກຂອງປະຊາຊົນ, ໂດຍກ່າວຕື່ມວ່າ ທັດສະນະຄະຕິຕໍ່ຣາຊວົງ ໄດ້ປ່ຽນໄປດົນແລ້ວກ່ອນທີ່ຣາຊິນີຈະເສັຍຊີວິດ.
"ໄດ້ຮັບການສົ່ງເສີມຢ່າງແນ່ນອນຈາກ Black Lives Matter ແລະການປ່ຽນແປງຢ່າງໃຫຍ່ ໃນທັດສະນະຄະຕິຂອງມະຫາຊົນ, ໂດຍສະເພາະ ໃນບັນດາຄົນໄວຫນຸ່ມ ທີ່ມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບມໍລະດົກການລ່າຫົວເມືອງຂຶ້ນຂອງອັງກິດ ແລະມໍລະດົກ ຂອງພວກເຮົາ ໃນຖານະຜູ້ເປັນນາຍຂອງຂ້າທາດ."
ທີ່ເມືອງ Brixton, ໃນພາກໃຕ້ຂອງ London ແມ່ນຫນຶ່ງ ໃນບັນດາ ຕົວເມືອງ ທີ່ມີຄວາມແຕກຕ່າງກັນ ຫຼາຍທີ່ສຸດ ຂອງເມືອງໃກ້ໆນັ້ນ. ໃນທີ່ນີ້, ຄວາມນິຍົມຕໍ່ຣາຊວົງເບິ່ງຄືວ່າມີຫຼຸດຫນ້ອຍລົງ, ໂດຍສະເພາະໃນບັນດາຄົນລຸ້ນໃຫມ່.
"ຜູ້ຄົນຈຳນວນຫຼາຍຕາມຖນົນແລະຄວາມລ້ຳລວຍຢ່າງມະຫາສານທີ່ພວກເຂົາມີ ແລະມັນຄ້າຍກັບວ່າບໍ່ຖືກຕ້ອງສຳລັບຂ້ອຍ. ຂ້ອຍພຽງແຕ່ຄິດວ່າມັນລ້າສມັຍຫນ້ອຍຫນຶ່ງ. ຂ້ອຍບໍ່ຄິດວ່າມັນຈໍາເປັນຕ້ອງມີອີກຕໍ່ໄປອີກແລ້ວ. ມັນຄືຈະຫນ້າສົນໃຈ, ຂ້ອຍຄິດວ່າ ຄົນຄືຈະບໍ່ມັກ Prince Charles ປານໃດ, ຫຼືກະສັດ Charles."
ແຕ່ການຣົນນະຣົງຂອງສາທາຣະນະຣັດໃນເວລານີ້ ກໍກໍາລັງເປັນໄປຢ່າງລະມັດລະວັງ ເພື່ອໃຫ້ຊາດໄດ້ໄວ້ອາລັຍ.
ເຖິງຢ່າງໃດກໍຕາມ, ມີການເວົ້າກັນວ່າການສົນທະນາກ່ຽວກັບອະນາຄົດຂອງສະຖາບັນອາຍຸ 1,000ປີ ຈະເກີດຂຶ້ນ ແລະຕ້ອງມີຂຶ້ນໃນຫລາຍເດືອນຂ້າງຫນ້າ.
ເນື້ອເລື່ອງໂດຍ Abbie O’Brien ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ