Medicare ກຳລັງຈະຖື້ກແກ້ໄຂໃໝ່ ໃນທີ່ປະຊຸມຄະນະຣັຖມົນຕີ.
ນາຍົກຣັຖມົນຕີ ຣັດ New South Wales ແລະ Victoria ຫວັງວ່າການປະຕິຮູບ Medicare ຈະເປັນວາຣະສຳຄັນໃນກອງປະຊຸມຄະນະຣັຖມົນຕີ ແຫ່ງຊາດ ທີ່ຈະມາເຖິງໃນວັນທີ 1 ກຸມພານີ້.
ມີການຮຽກຮ້ອງຈາກນາຍົກຣັຖມົນຕີຂອງຣັດຕ່າງໆ ແລະ ໜ່ວຍງານດ້ານສຸຂະພາບສູງສຸດ ເພື່ອແກ້ໄຂ Medicare ແລະເຮັດໃຫ້ການໄປພົບທ່ານຫມໍ ມີລາຄາບໍ່ແພງ ແລະເຂົ້າເຖິງໄດ້ຫລາຍຂຶ້ນ. Catriona Stirrat ຣາຍງານ.
ມັນໄດ້ຖືກບັນລະຍາຍວ່າເປັນ "ລະບົບເພພັງ" ໂດຍບາງຄົນ.
ການຊຸກຍູ້ໃຫ້ຣັຖບານກາງແກ້ໄຂ Medicare ແມ່ນຫວັງວ່າ ຈະເປັນສິ່ງສໍາຄັນທີ່ສຸດ ໃນຄະນະຣັຖມົນຕີ ແຫ່ງຊາດ ໃນເດືອນຫນ້າ (ວັນທີ 1 ກຸມພາ).
ນາຍົກຣັຖມົນຕີ ຣັດ New South Wales, ທ່ານ Dominic Perrottet ແລະນາຍົກຣັຖມົນຕີ Victoria, ທ່ານ Daniel Andrews ກໍາລັງຮຽກຮ້ອງໃຫ້ຣັຖບານ Albanese ຮັບປະກັນ ໃຫ້ມີການເຂົ້າເຖິງນາຍໝໍທີ່ບໍ່ເສັຍຄ່າ ຫຼາຍຂຶ້ນ, ແລະແກ້ໄຂການທວງເງິນຄືນຈາກ Medicare ເພື່ອໃຫ້ສອດຄ່ອງ ກັບຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ ຂອງການດູແລຜູ້ປ່ວຍ.
ພວກເຂົາເຈົ້າ ຍັງຮຽກຮ້ອງໃຫ້ມີການປັບປຸງ ຄ່າຈ້າງຂອງທ່ານຫມໍ ເພື່ອຊ່ວຍຮັກສາຄລີນິກໝໍໃຫ້ເປີດກວ້າງ ແລະຣາຄາບໍ່ແພງສໍາລັບຜູ້ປ່ວຍ ທີ່ບໍ່ສາມາດແບກພາລະຫນັກຂອງຄ່າໃຊ້ຈ່າຍເພີ່ມເຕີມໄດ້.
ນາຍົກຣັຖມົນຕີ Dominic Perrottet ກ່າວວ່າ ການປະຕິຮູບເຫລົ່ານີ້ ຈະຫລຸດຜ່ອນຄວາມເຄັ່ງຕຶງ ໃນລະບົບໂຮງ ຫມໍ.
"ປະຈຸບັນພວກເຮົາມີລະບົບຈາກລະດັບ (ຣັຖບານ) ກາງ ແລະຣັດ ທີ່ມີການພັດທະນາຕົວ ເມື່ອເວລາຜ່ານໄປກໍບໍ່ເຮັດວຽກຕໍ່ກັນ ແລະບໍ່ໄດ້ຢູ່ຄຽງຂ້າງກັນ. ພວກເຮົາມີລະບົບທີ່ຫຼາຍຄົນບໍ່ສາມາດໄປຫາໝໍໄດ້ ແລະມີບັນຫາສຸຂະພາບ ປະເພດ 4 ຫຼືປະເພດ 5 ແລະຕ້ອງໄປ ຜແນກສຸກເສີນໃນໂຮງໝໍ ສາທາຣະນະ ແລະຕ້ອງລໍຖ້າເປັນເວລາຫຼາຍຊົ່ວໂມງ. ຕອນນີ້ພວກເຮົາມີໂອກາດທີ່ໄດ້ພົ້ນຈາກການລະບາດ ຫນຶ່ງໃນ 100 ປີ ເພື່ອປັບປຸງ ຣະບົບສຸຂະພາບ."
ຣັຖມົນຕີກະຊວງສາທາຣະນະສຸກ, ທ່ານ Mark Butler ກ່າວວ່າ ທ່ານເຫັນດີນຳໃນການຮຽກຮ້ອງຂອງນາຍົກຣັຖມົນຕີຂອງຣັດຕ່າງໆ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ກັບ Medicare.
ແຕ່ທ່ານກ່າວວ່າການປະຕິຮູບ Medicare ເປັນການສົນທະນາທີ່ສໍາຄັນຣະດັບຄະນະຣັຖມົນຕີແຫ່ງຊາດ ແມ່ນການຕັດສິນໃຈ ຂອງນາຍົກຣັຖມົນຕີ, ຣັຖມົນຕີຂອງຣັດແລະຫົວຫນ້າຣັຖມົນຕີ.
ທ່ານກ່າວວ່າ ຣາຍງານຂອງໜ່ວຍງານສະເພາະການເສີມສ້າງຄວາມເຂັ້ມແຂງຂອງ Medicare (Strengthening Medicare Taskforce) ຈະຖືກເຜີຍແພ່ ໃນອາທິດຫນ້າ ແລະເນັ້ນໃສ່ຄວາມສໍາຄັນ ຂອງການບັນເທົາຄວາມກົດດັນ ທີ່ມີຕໍ່ໂຮງຫມໍ.
"ພວກເຮົາໄດ້ກ່າວໃນການເລືອກຕັ້ງວ່າ ບໍ່ມີຫຍັງຈະມີຄວາມສຳຄັນທີ່ສຸດ ສໍາລັບພັກແຮງງານໃນນະໂຍບາຍດ້ານສຸຂະພາບ ຫຼາຍກວ່າການເສີມສ້າງ Medicare ແລະການສ້າງໃໝ່ທົ່ວໄປຂອງການເຂົ້າເຖິງນາຍໝໍໂດຍສະເພາະ, ເພາະຄໍາແນະນໍາທີ່ພວກເຮົາໄດ້ຮັບຢູ່ຕລອດ ທົ່ວປະເທດ ແມ່ນວ່າ ຫຼັງຈາກ 9 ປີ ຂອງການຕັດ ແລະການລະເລີຍ Medicare, ມັນບໍ່ເຄີຍຍາກທີ່ຈະໄປພົບທ່ານຫມໍ ແລະມັນບໍ່ເຄີຍມີລາຄາແພງກວ່ານີ້ມາກ່ອນ, ດ້ວຍອັດຕາການຊໍາລະເງິນແບບ Bulk Billing ຫຼຸດລົງ ແລະຊ່ອງວ່າງຂອງການຈ່າຍຄ່າພົບໝໍສູງຂຶ້ນເລື້ອຍໆ ດັ່ງທີ່ເປັນຢູ່ໃນເວລານີ້."
ຄລີນິກໝໍທົ່ວໄປ (General Practitioners -GP) ຄວນຈະເປັນຈຸດທໍາອິດທີ່ຄົນເຈັບຄວນຈະໄປເນື່ອງຈາກວ່າ ມັນຈະຫຼຸດຜ່ອນຄວາມກົດດັນໂດຍລວມຕໍ່ຣະບົບສຸຂະພາບ.
ຕາມທີ່ປະທານວິທຍາລັຍແພດທົ່ວໄປຂອງອອສເຕຣເລັຍ(The Royal College of Australian General Practitioners) Dr Nicole Higgins ກ່າວ.
"ຫຼັກຖານໄດ້ພິສູດໃຫ້ເຫັນວ່າ ການລົງທຶນໃນຄລີນິກໝໍທົ່ວໄປ (General Practitioners -GP) ເຮັດໃຫ້ຄົນເຈັບ ອອກຈາກຫ້ອງລໍຖ້າຂອງໂຮງຫມໍ, ມັນເຮັດໃຫ້ການລໍຖ້າໃນໂຮງໝໍຫຼຸດລົງ. ແລະຄລີນິກໝໍທົ່ວໄປ (General Practitioners -GP) ແມ່ນເຄື່ອງຈັກທີ່ມີປະສິດທິພາບຂອງຣະບົບການດູແລສຸຂະພາບ, ດັ່ງນັ້ນ ໃນການປຽບທຽບໃໝ່ວ່າບ່ອນທີ່ເງິນກໍາລັງໃຊ້ນັ້ນ ພວກເຮົາສາມາດປ້ອງກັນ ບໍ່ໃຫ້ຄົນໄປໂຮງໝໍ ຕັ້ງແຕ່ຕອນທໍາອິດ. ນັ້ນຄືສິ່ງທີ່ເຮົາເຮັດ ຄລີນິກໝໍທົ່ວໄປ"
Dr Higgins ກ່າວວ່າ ການທວງເງິນຄື້ນຈາກ Medicare ນັ້ນ ບໍ່ທັນກັບຄ່າໃຊ້ຈ່າຍຂອງການດູແລຜູ້ປ່ວຍ ແລະສົ່ງຜົນ ໃຫ້ມີຄ່າໃຊ້ຈ່າຍເພີ່ມຂຶ້ນ ແລະໃນບາງກໍຣະນີ ກໍເຮັດໃຫ້ມີການປິດຄລີນິກໝໍທົ່ວໄປ (General Practitioners -GP).
"ສິ່ງທີ່ພວກເຮົາກໍາລັງຂໍໃຫ້ຣັຖບານຢ່າງຮີບດ່ວນ ຄື ສິ່ງຫນຶ່ງທີ່ພວກເຂົາສາມາດເຮັດໄດ້ ແມ່ນແຮງຈູງໃຈຕໍ່ຜູ້ປ່ວຍດ້ວຍການຂຶ້ນການທວງເງິນຈາກ Medicareເປັນສາມເທົ່າ ຂອງການຊໍາລະເງິນ ຊຶ່ງຫມາຍຄວາມວ່າການທວງເງິນຈະເພີ່ມຂຶ້ນ ສໍາລັບພວກເຂົາ. ພວກເຮົາ ຍັງຂໍການລົງທຶນ ໃນເວລາໃຫ້ຄຳປຶກສາທີ່ຍາວນານຂຶ້ນ. ແລະນີ້ແມ່ນສໍາລັບຄົນເຈັບ ທີ່ມີບັນຫາສຸຂະພາບຈິດ, ຫຼືສຸຂະພາບຊໍາເຮື້ອທີ່ຊັບຊ້ອນ ທີ່ຈໍາເປັນຕ້ອງໃຊ້ເວລາກັບນາຍໝໍຫຼາຍຂຶ້ນ."
ນາຍົກຣັຖມົນຕີ Perrottet ກ່າວວ່າ ການປັບປຸງ ຣະບົບສຸຂະພາບຂອງປະເທດ ແມ່ນກ່ຽວກັບ ການຮ່ວມມື ລະຫວ່າງຣັຖບານຣັດ ແລະຣັຖບານກາງ.
ທ່ານກ່າວວ່າ ການສ້າງຄລີນິກຮັກສາສຸຂະພາບດ່ວນ 25 ແຫ່ງໂດຍ ຣັດ New South Wales ແລະ Victoria ເປັນຕົວຢ່າງທີ່ດີຂອງການຮ່ວມມື.
"ມັນບໍ່ແມ່ນເລື່ອງເງິນ, ມັນບໍ່ແມ່ນກ່ຽວກັບການໄປຂໍຮ້ອງຕໍ່ຣັຖບານກາງ. ແຕ່ພວກເຮົາມີຊ່ວງເວລາໃນປີນີ້, ເພື່ອເຮັດວຽກຮ່ວມກັນ, ນາຍົກຣັຖມົນຕີຂອງຣັດ ແລະຣັຖມົນຕີສາທາຣະນະສຸກ, ເພື່ອແກ້ໄຂ ຣະບົບສຸຂະພາບແຫ່ງຊາດ, ເພື່ອໃຫ້ມີການເຂົ້າເຖິງຫຼາຍຂຶ້ນ ເພື່ອໃຫ້ຄົນເຮົາສາມາດໄປຫາໝໍຂອງພວກເຂົາ ແລະເຮັດໃຫ້ແນ່ໃຈວ່າ ພວກເຮົາມີຣະບົບສາທາຣະນະສຸກ ທີ່ເຮັດວຽກຄຽງຄູ່ກັບເຄືອຂ່າຍການດູແລຕອນຕົ້ນ ແລະທີ່ບໍ່ຕໍ່ຕ້ານມັນ. ແລະໃນເວລານີ້, ການປ່ຽນແປງຕ້ອງເກີດຂຶ້ນ ຖ້າພວກເຮົາຕ້ອງການ ທີ່ຈະມີຣະບົບສຸຂະພາບທີ່ດີທີ່ສຸດໃນໂລກ, ຖ້າອອສເຕຣເລັຍຕ້ອງການ ທີ່ຈະມີຣະບົບສຸຂະພາບທີ່ດີທີ່ສຸດ, ການປ່ຽນແປງ ຈໍາເປັນຕ້ອງເກີດຂຶ້ນ ແລະນາຍົກຣັຖມົນຕີຂອງຣັດ ແລະນາຍົກຣັຖມົນຕີຕ້ອງລົມກັນ ເພື່ອເຮັດໃຫ້ສິ່ງນັ້ນເກີດຂຶ້ນ."
ຈາກການສໍາຫລວດໃນເດືອນທັນວາ ທີ່ດໍາເນີນໂດຍສະມາຄົມຜູ້ປ່ວຍອອສເຕຣເລັຍ (The Australian Patients Association) ພົບວ່າ: ຫ້າສິບສາມເປີເຊັນຂອງຜູ້ປ່ວຍໄດ້ກ່າວວ່າ ເຂົາເຈົ້າເລື່ອນເວລານັດຫມາຍຂອງທ່ານຫມໍຫລືບໍ່ໄປຕາມນັດ.
ທ່ານ Stephen Mason, CEO ຂອງສະມາຄົມຜູ້ປ່ວຍອອສເຕຣເລັຍ (The Australian Patients Association)ກ່າວວ່າ ເມື່ອທຽບໃສ່ກັບປະມານ 76 ເປີເຊັນຂອງຜູ້ຕອບຮັບ ທີ່ກ່າວວ່ານາຍໝໍແມ່ນຈຸດທໍາອິດຂອງເຂົາເຈົ້າ ໃນການໄປຫາໃນຕອນຕົ້ນ ຂອງການລະບາດຂອງໂຄວິດ.
ທ່ານຍັງກ່າວອີກວ່າ ຈາກຄ່າໃຊ້ຈ່າຍແມ່ນປັດຈັຍສໍາຄັນທີ່ເຮັດໃຫ້ຜູ້ປ່ວຍບໍ່ໄປຫາໝໍ.
ລາວຮຽກຮ້ອງໃຫ້ຣັຖບານ ປ່ຽນແປງການທວງເງິນຄືນຈາກMedicare ແລະຣະບົບ Bulk Billing ເພື່ອເຮັດໃຫ້ການບໍຣິການຂອງນາຍໝໍບໍ່ແພງ.
"ມັນຫມາຍຄວາມວ່າ ພວກເຂົາບໍ່ຫຼີກການໄປຫາໝໍ, ພວກເຂົາມີການກວດສຸຂະພາບເປັນປະຈໍາ, ພວກເຂົາສາມາດແກ້ໄຂສິ່ງຕ່າງໆໃນຕອນຕົ້ນໄດ້ ຖ້າຫາກວ່າມີ ສິ່ງໃດຜິດພາດ. ມັນບໍ່ໄດ້ໄປເຖິງຂັ້ນທີ່ຈຳເປັນຕ້ອງເຂົ້າໂຮງຫມໍ. ມັນເປັນຄືກັບສິ່ງອື່ນໆ, ການກວດສຸຂະພາບເປັນປະຈໍາ ເປັນສິ່ງທີ່ດີເພື່ອໃຫ້ແນ່ໃຈວ່າທ່ານແຂງແຮງແລະສຸຂະພາບດີ. ຖ້າທ່ານລໍຖ້າ ຈົນກວ່າທ່ານຈໍາເປັນຕ້ອງໄປໂຮງຫມໍ ແລະໂທຫາຣົດພະຍາບານ...ມັນກໍຊ້າເກີນໄປ."
ການປັບປຸງການຝຶກອົບຮົມແພດ ແລະຄອບຄຸມຄ່າໃຊ້ຈ່າຍຂອງຄ່າອົບຮົມ ແມ່ນອີກຂໍ້ສເນີຫນຶ່ງ ຈາກໜ່ວຍງານດ້ານສຸຂະພາບ.
ມີນັກສຶກສາການແພດ ພຽງປະມານ 12 ເປີເຊັນເທົ່ານັ້ນ ທີ່ອອກຈາກມະຫາວິທະຍາລັຍ ທີ່ກໍາລັງຈະກາຍເປັນນາຍໝໍທົ່ວໄປ ທີ່ເປັນສ່ວນຮ່ວມ ໃນການຂາດແຄນທີ່ສໍາຄັນ, ອີງຕາມທ່ານ Mason.
Dr Higgins ກ່າວວ່າ ຄຸນວຸດທິທີ່ມີຄ່າທໍານຽມສູງຄວນໄດ້ຮັບການຊ່ວຍເຫຼືອຈາກຣັຖບານ ເພາະວ່າ ການລົງທຶນໃນແຮງງານນາຍໝໍທົ່ວໄປ (General Practitioners -GP). ແມ່ນສິ່ງທີ່ຈໍາເປັນ.
"50 ເປີເຊັນ ຂອງແຮງງານຂອງພວກເຮົາ ແມ່ນມາຈາກທ່ານຫມໍ ທີ່ໄດ້ເຮັດການຝຶກອົບຮົມ ຢູ່ຕ່າງປະເທດ, ເພື່ອຈະເປັນນາຍໝໍທົ່ວໄປ (General Practitioners -GP).ນັ້ນຈະເປັນອີກ 3 ຫຼື 4 ປີ. ແລະທ່ານຫມໍທີ່ເຂົ້າມາໃນປະເທດເຫຼົ່ານັ້ນຕ້ອງໄດ້ເຮັດວຽກຢູ່ ເຂດຊົນນະບົດ ຫຼືເຂດພາກພູມິພາກແລະຍັງຕ້ອງມີຄຸນສົມບັດເປັນນາຍໝໍທົ່ວໄປ (General Practitioners -GP).ອີກດ້ວຍ. ດັ່ງນັ້ນເຂົາເຈົ້າຈຶ່ງຕ້ອງຈ່າຍເງິນເຖິງ 40 ພັນໂດລາ ເພື່ອເຮັດແນວນັ້ນ. ຖ້າຣັຖບານໄດ້ຊ່ວຍສນັບສນູນ ທ່ານຫມໍເຫຼົ່ານັ້ນ ແລະໄດ້ຊ່ວຍທຶນຊ່ວຍເຫຼືອ ທ່ານຫມໍເຫຼົ່ານັ້ນ ພວກເຮົາຈະມີນາຍໝໍທົ່ວໄປ (General Practitioners -GP) ໃນຊຸມຊົນຂອງພວກເຂົາເຈົ້າໃນຕອນນີ້."
ສະມາຄົມຜູ້ປ່ວຍອອສເຕຣເລັຍຍັງສເນີໃຫ້ໃຊ້ບໍຣິການສຸຂະພາບພັນທະມິດ (Allied Health Services) ຫຼາຍຂຶ້ນ ເພື່ອບັນເທົາພາຣະໃນຣະບົບສຸຂະພາບ.
ເຖິງແມ່ນວ່າການໃຫ້ທຶນການດູແລສຸຂະພາບຂັ້ນຕົ້ນ ນັ້ນສໍາຄັນ, ແຕ່ທ່ານ Mason ກ່າວວ່າ ມັນເປັນການປະຕິບັດທີ່ສໍາຄັນ ທີ່ຈະນໍາໃຊ້ ການບໍຣິການດ້ານສຸຂະພາບ ທີ່ແຕກຕ່າງກັນ ແລະມີຄວາມເອົາໃຈໃສ່ຢ່າງເຂັ້ມງວດຕໍ່ການປ້ອງກັນ.
"ລາຍງານຂອງພວກເຮົາເວົ້າວ່າ ພວກເຮົາຕ້ອງໃຊ້ພະຍາບານ, ສຸຂະພາບພັນທະມິດ (Allied Health Services), ຜູ້ຊ່ຽວຊານດ້ານການດູແລສຸຂະພາບທັງຫມົດ. ຂ້າພະເຈົ້າຮູ້ວ່າຕ້ອງອາສັຍນາຍໝໍທົ່ວໄປ(General Practitioners -GP) ແລະພວກເຂົາສຳຄັນຫຼາຍ, ແຕ່ວ່າມີຄົນອື່ນທີ່ສາມາດເຮັດສິ່ງຕ່າງໆແທນໄດ້. ຢ່າງທີ່ພວກເຮົາເຄີຍເຫັນ ພວກແພດການຢາ (Pharmacists)ທີ່ສັກຢາວັກຊີນຕ່າງໆ ບໍ່ແມ່ນທຸກຢ່າງຈະຕ້ອງໃຫ້ນາຍໝໍທົ່ວໄປເປັນຜູ້ເຮັດ. ພວກເຮົາຕ້ອງໃຫ້ແນ່ໃຈວ່າ ຄລີນິກ ທີ່ມີຊັບພະຍາກອນໜ້ອຍເຫຼົ່ານີ້ ສາມາດໃຊ້ ຜູ້ຊ່ຽວຊານດ້ານການດູແລສຸຂະພາບ ທີ່ແຕກຕ່າງກັນ ເພື່ອສນອງການບໍລິການທີ່ຄົນເຈັບຕ້ອງການ."
ທ່ານ Mark Butler ຣັຖມົນຕີ ກະຊວງສາທາຣະນະສຸກ ໄດ້ກ່າວວ່າ ໃນຂນະທີ່ທ່ານຈະບໍ່ຄາດເດົາກ່ຽວກັບຄໍາແນະນໍາ ສໍາລັບງົບປະມານເດືອນພຶດສະພາ, ແຕ່ຈຸດສໍາຄັນຢ່າງຫນຶ່ງ ຂອງຈຸດສົນໃຈຂອງຄນະງານສະເພາະ ແມ່ນການປັບປຸງ ການຮ່ວມມືລະຫວ່າງ ຜູ້ຊ່ຽວຊານດ້ານສຸຂະພາບ ເພື່ອໃຫ້ແນ່ໃຈວ່າ ການດູແລແບບຫຼາຍວິຊາການ.
ຣັຖບານ ສັນຍາຈະມອບເງິນ 750 ລ້ານໂດລາ ເພື່ອນໍາໃຊ້ຕາມຄໍາແນະນໍາຂອງ Strengthening Medicare Taskforce.
ຣັຖມົນຕີກ່າວວ່າ ຊາວອອສເຕຣເລັຍບໍ່ຄວນຄາດຫວັງວ່າຈະໄດ້ຮັບການແກ້ໄຂຢ່າງໄວ.
"ຂ້າພະເຈົ້າໄດ້ກ່າວຕໍ່ສາທາຣະນະຢ່າງເປີດເຜີຍ ແລະພວກເຮົາໄດ້ເວົ້າຢ່າງກົງໄປກົງມາ ກ່ຽວກັບເລື່ອງນີ້ ໃນຫນ່ວຍງານສະເພາະຂອງ Medicare ນີ້ ຈະບໍ່ເປັນເລື່ອງງ່າຍທີ່ຈະປ່ຽນມັນ, ມັນຈະຕ້ອງມີຄວາມພະຍາຍາມຣະຍະຍາວ. ຂ້າພະເຈົ້າຄິດວ່າ ທຸກຄົນທີ່ມີສ່ວນຮ່ວມໃນລະບົບເຊັ່ນ: ກຸ່ມຄົນໄຂ້, ກຸ່ມແພດ, ກຸ່ມພະຍາບານ, ຜູ້ຊ່ຽວຊານທີ່ພວກເຮົາໄດ້ລົມນຳ-ພວກເຂົາເຈົ້າທັງໝົດກໍເຫັນພ້ອມກັບສິ່ງນັ້ນ. ມັນຈະຕ້ອງມີຄວາມພະຍາຍາມໃນໄລຍະຍາວ, ບໍ່ແມ່ນພຽງການຕັດສິນໃຈທີ່ມີຢູ່ໃນງົບປະມານດຽວເທົ່ານັ້ນ. ແລະຣັຖບານຂອງພວກເຮົາ, ແລະແນ່ນອນວ່າ ຂ້າພະເຈົ້າໃນຖານະທີ່ເປັນຣັຖມົນຕີສາທາຣະນະສຸກມີຄວາມມຸ່ງຫມັ້ນທີ່ຈະເຮັດແນວນັ້ນ."
ເນື້ອເລື່ອງໂດຍ Catriona Stirrat ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.