ເຫດການປະທ້ວງທີ່ ກົງສຸນຈີນທີ່ປະເທດ ອັງກິດ

BRITAIN CHINA HONG KONG CRIME POLITICS

ຜູ້ປະທ້ວງຊາວ ຮົງກົງ Bob Chan (ຊ້າຍມື) ກຳລັງຖ່າຍຮູບ ໃນບ່ອນຖແລງຂ່າວ ທີ່ ສູນຍຸດຕິທັມສັງຄົມ (Centre for Social Justice) ໃນ ລອນດອນ 19 ຕຸລາ 2022. Source: EPA / NEIL HALL/EPA/AAP Image

ອະດີດຊາວຮົງກົງ ທີ່ປະທ້ວງຢູ່ກົງສຸນຈີນ ໃນປະເທດອັງກິດ ໄດ້ຖືກດຶງໂຕເຂົ້າໄປໃນກົງສຸນ ແລະຖືກທຳຮ້າຍຮ່າງກາຍ. ຣັຖບານອັງກິດກຳລັງທວງຄວາມຍຸດຕິທັມ ໃນຂນະທີ່ ຈີນ ໄດ້ອອກມາຮຽກຮ້ອງທີ່ຈະມີການປ້ອງກັນ ຈາກ ຣັຖບານອັງກິດ.


ອະດີດຊາວຮົງກົງຄົນຫນຶ່ງ ໄດ້ສະແດງຄວາມຕົກໃຈ ຫຼັງຈາກທີ່ລາວຖືກລາກເຂົ້າໄປໃນສໍານັກງານກົງສຸນໃຫຍ່ຂອງຈີນ ໃນປະເທດອັງກິດ ແລະຖືກຕີ.

ເຫດການດັ່ງກ່າວແມ່ນການວິວາດ ທາງການທູດຄັ້ງຫຼ້າສຸດລະຫວ່າງຣັຖບານ ອັງກິດແລະຈີນ ເຊິ່ງຄວາມສໍາພັນຂອງທັງສອງປະເທດ ໄດ້ຮຸນແຮງຂຶ້ນ ໃນສອງສາມປີທີ່ຜ່ານມາ. Massilia Aili ລາຍງານ.

ທ່ານ Bob Chan ອະດີດຊາວຮົງກົງກ່າວວ່າ ທ່ານໄດ້ປະທ້ວງຢ່າງສັນຕິ ຢູ່ນອກສໍານັກງານກົງສຸນໃຫຍ່ຂອງຈີນ ໃນເມືອງManchester ທາງພາກເຫນືອຂອງອັງກິດ ໃນສັບປະດານີ້ ເມື່ອທ່ານຖືກດຶງເຂົ້າໄປທາງໃນ ແລະຖືກຕີ.

"ສິ່ງທີ່ເກີດຂຶ້ນໃນຕອນນັ້ນ ແມ່ນພະນັກງານຈາກສໍານັກງານກົງສຸນໄດ້ອອກມາ ແລະພະຍາຍາມເອົາຮູບສະແດງຂອງພວກເຮົາໄປ ແລະທໍາລາຍປ້າຍຂອງພວກເຮົາ. ເມື່ອເຮົາເຫັນແບບນີ້ພວກເຮົາຢາກເອົາສິ່ງຂອງ ຂອງຂອງພວກເຮົາຄືນມາ, ແລະໃນຕອນນັ້ນ ເພາະວ່າຂ້າພະເຈົ້າຢູ່ໃກ້ປະຕູ (ຂອງກົງສຸນ) ພວກເຂົາໄດ້ດຶງຂ້າພະເຈົ້າເຂົ້າໄປຂ້າງໃນ. ຕໍາຫຼວດພະຍາຍາມດຶງ ຂ້າພະເຈົ້າອອກໄປຄືນ, ແຕ່ບໍ່ສໍາເລັດ. ດັ່ງນັ້ນ, ໃນທີ່ສຸດຂ້າພະເຈົ້າຈຶງຖືກດຶງເຂົ້າໄປທາງໃນ ແລະຖືກຕີ."

ການປະທ້ວງຂອງປະຊາຊົນປະມານ 40 ຄົນໄດ້ມີຂຶ້ນໃນມື້ທໍາອິດຂອງກອງປະຊຸມທີ່ມີຂຶ້ນ ສອງເທື່ອຕໍ່ທົດສະວັດທີ່ກຸງປັກກິ່ງຂອງພັກຄອມມູນິສ ທີ່ປົກຄອງປະເທດຈີນ, ເຊິ່ງປະທານາທິບໍດີ Xi Jinping ທີ່ເປັນການຄາດກັນຢ່າງກວ້າງຂວາງວ່າ ຈະໄດ້ຮັບໄຊຊະນະ ໃນການດໍາລົງຕໍາແຫນ່ງຜູ້ນໍາຄັ້ງທີສາມ.

Mr Chan ໄດ້ເລົ່າເຖິງການບາດເຈັບຂອງທ່ານ ຢູ່ທີ່ການຖແລງຂ່າວທີ່ກຸງລອນດອນ.

"ຕາຂອງຂ້ອຍຍັງຢູ່ບ່ອນນີ້ ຄືຢ່າງທີ່ເຫັນໄດ້ຊັດເຈນ, ແລະມຸມຂອງຕາຂອງຂ້ອຍກໍບວມຄືກັນ ເຖິງແມ່ນວ່າມັນຈະໄຄແນ່ແລ້ວໃນຕອນນີ້. ຫົວຂ້ອຍເຈັບ, ເຂົາດຶງຜົມຂ້ອຍ. ທັງຫຼັງຂອງຂ້ອຍເຈັບ ແລະຮ້າຍແຮງທີ່ສຸດ ແມ່ນໃກ້ກັບກະດູກສັນຫຼັງຂອງຂ້ອຍ, ມີບາດເຈັບພາຍໃນບາງຢ່າງ ແລະຍັງເຈັບທີ່ຈະນັ່ງລົງຕອນນີ້."

ຣັຖບານຈີນອ້າງວ່າ ນາຍ Chan ໄດ້ເຂົ້າໄປໃນພື້ນທີ່ຂອງສໍານັກງານ ຢ່າງຜິດກົດຫມາຍ ແລະຂົ່ມຂູ່ຕໍ່ຄວາມປອດໄພຂອງຕົນ.

ຂໍ້ກ່າວຫາທີ່ນາຍ Chan ປະຕິເສດ.

ເຈົ້າຫນ້າທີ່ໃນປະເທດອັງກິດໄດ້ເອີ້ນໂຕອຸປທູດ(Charge d'Affaires) ຂອງຈີນທີ່ກຸງລອນດອນມາອະທິບາຍເຖິງສິ່ງທີ່ໄດ້ເກີດຂຶ້ນ.

ສະມາຊິກສະພາອັງກິດບາງຄົນ ຢາກໃຫ້ຣັຖບານ ຂັບໄລ່ບັນດານັກການທູດຈີນທີ່ມີສ່ວນກ່ຽວຂ້ອງ.

ອະດີດຜູ້ນໍາພັກອະນຸຣັກນິຍົມ ທ່ານ Iain Duncan Smith ສນັບສນູນການເຄື່ອນໄຫວດັ່ງກ່າວ.

"ນີ້ແມ່ນຄວາມຫນ້າລັງກຽດ ໃນສຫະຣາຊອານາຈັກ ທີ່ເຊື່ອໃນສິດທິມະນຸດ, ຫຼັກການປົກຄອງຂອງກົດຫມາຍ, ປະຊາທິປະໄຕ.ນີ້. ທັງຫມົດນີ້ແມ່ນສິ່ງທີ່ເຮົາຍຶດໝັ້ນ. ເຮົາຈະທົນກັບເລື່ອງນີ້ບໍ່ໄດ້. ສະນັ້ນ, ຂ້າພະເຈົ້າຢາກໃຫ້ຫ້ອງການຕ່າງປະເທດ ບໍ່ແມ່ນຈະເວົ້າພຽງແຕ່ວ່າ ເຂົາເຈົ້າຈະເຮັດໃນສິ່ງທີ່ຈໍາເປັນເທົ່ານັ້ນ. ຂ້າພະເຈົ້າຢາກໃຫ້ພວກເຂົາເຈົ້າ ຮ້ອງທູດເຂົ້າໄປຫາ ແລະກ່າວຕໍ່ທູດວ່າ, 'ນີ້ແມ່ນສິ່ງທີ່ຈະເກີດຂຶ້ນ. ເມື່ອເຮົາລະບຸວ່າຜູ້ໃດໄດ້ທໍາການທຳຮ້າຍນີ້ ເຮົາຈະສົ່ງເຂົາເຈົ້າກັບບ້ານ. ໃນຖານະທີ່ເປັນນັກການທູດ ພວກເຂົາເຈົ້າຈະບໍ່ໄດ້ຮັບການຕ້ອນຮັບອີກຕໍ່ໄປ. ພວກເຂົາຈະເປັນ persona non grata. ຈະແມ່ນໃຜກໍຕາມ, ແລະຈະຕຳແໜ່ງສູງເທົ່າໃດກໍຕາມ, ພວກເຂົາເຈົ້າຈະເດີນທາງກັບໄປປັກກິ່ງ.'"

ຕໍາຫລວດອັງກິດ ກໍາລັງສືບສວນເບິ່ງວ່າ ໄດ້ເກີດຫຍັງຂຶ້ນ.

ໂຄສົກກະຊວງການຕ່າງປະເທດຈີນ, ທ່ານ Wang Wenbin ກ່າວວ່າ ມີການຮ້ອງຮຽນກັບຣັຖບານອັງກິດ ກ່ຽວກັບສິ່ງທີ່ທ່ານເອີ້ນວ່າ "ການເຈດຕະນາຄຸກຄາມ ທີ່ຜິດກົດຫມາຍ ແລະການບຸກຣຸກ" ສໍານັກງານກົງສຸນໃຫຍ່ຂອງຈີນ ໃນເມືອງ Manchester.

ທ່ານກ່າວວ່າ ເຈົ້າຫນ້າທີ່ສໍານັກງານ ກົງສຸນໃຫຍ່ໄດ້ຮັບບາດເຈັບໃນເຫດການທີ່ເກີດຂຶ້ນ ແລະຄວາມປອດພັຍຂອງສໍານັກງານໄດ້ຕົກຢູ່ໃນພັຍຄຸກຄາມ.

ລາວໄດ້ຮຽກຮ້ອງ ໃຫ້ເຈົ້າຫນ້າທີ່ອັງກິດ ເຂັ້ມງວດຕໍ່ຄວາມປອດພັຍຢູ່ຮອບສໍານັກງານກົງສຸນໃຫຍ່ຂອງຈີນ ແລະເພີ່ມທະວີ ການຄຸ້ມຄອງໃຫ້ແກ່ບຸກຄະລາກອນ ຂອງພວກເຂົາ.

ເນື້ອເລື່ອງໂດຍ Massilia Aili ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ

Share