ຈຸດສຳຄັນ:
- ໂຮງຮຽນອອສເຕຣເລັຍ ແຍກອອກເປັນສາມພາກຄື: ພາກຣັຖບານ, ກາໂຕລິກ ແລະ ເອກກະຊົນ
- ໂຮງຮຽນສ່ວນໃຫຍ່ ແມ່ນໂຮງຮຽນທີ່ມີທັງສອງເພດ ແຕ່ກໍມີໂຮງຮຽນເພດດຽວ ຊຶ່ງສ່ວນຫຼາຍ ແມ່ນຢູ່ໃນພາກເອກກະຊົນ ແລະກາໂຕລິກ
- ຄ່າຮຽນແພງ ບໍ່ໄດ້ຫມາຍຄວາມວ່າ ຜົນການສຶກສາທີ່ດີກວ່າ ສໍາລັບລູກຂອງທ່ານສມີໄປ
- ນັກຮຽນສາມາດປ່ຽນໂຮງຮຽນໄດ້ທຸກເວລາ
ລະບົບໂຮງຮຽນ ຂອງອອສເຕຣເລັຍແມ່ນແຍກອອກເປັນສາມພາກ ຄື: ຣັຖບານ (ຫຼືຣັດ), ໂຮງຮຽນກາໂຕລິກ ແລະ ໂຮງຮຽນເອກກະຊົນ.
ສາມພາກຂອງລະບົບ
ໂຮງຮຽນຣັຖບານ (ຫຼືຣັດ), ໂຮງຮຽນກາໂຕລິກ ແລະ ໂຮງຮຽນເອກກະຊົນທັງຫມົດ ໄດ້ຮັບການຄຸ້ມຄອງໂດຍຄນະດຽວກັນ ໃນແຕ່ລະຣັດ
Dr Sally Larsen ອາຈານສອນ ໃນດ້ານການສຶກສາ ທີ່ມະຫາວິທະຍາໄລ New England ອະທິບາຍວ່າ ທັງສາມພາກ ສເນີຫຼັກສູດດຽວກັນ ຕໍ່ນັກຮຽນ, ແລະຄູອາຈານທຸກຄົນໄດ້ຮັບການຮັບຮອງ ໂດຍຂັ້ນຕອນ ການຮັບຮອງດຽວກັນ. ຄວາມແຕກຕ່າງ ແມ່ນບາງພາກສ່ວນຂໍໃຫ້ພໍ່ແມ່ ບໍຣິຈາກເງິນ ເພື່ອການສຶກສາຂອງລູກຂອງຕົນ."
"ກົດຫມາຍກຳໜົດໃຫ້ຣັຖບານ ສນອງດ້ານການສຶກສາ ແລະໂຮງຮຽນຂອງຣັຖບານ–ແມ່ນເປີດໃຫ້ທຸກຄົນເຂົ້າຮຽນ. ໂຮງຮຽນເຫຼົ່ານັ້ນບໍ່ມີສາສນາ (secular) ແລະບໍ່ເສັຍຄ່າຮຽນ ແຕ່ບາງທີ ພໍ່ແມ່ ຈະຖືກຂໍຮ້ອງໃຫ້ບໍຣິຈາກດ້ວຍ ຄວາມ ສມັກໃຈ ປະມານ 100 ໂດ ລາ ລືອາດຈະຫຼາຍກວ່າ ຕໍ່ຊັບພະຍາກອນໂຮງຮຽນ
ການສົ່ງລູກຂອງທ່ານ ໄປໂຮງຮຽນກາໂຕລິກ ຈະມີຄ່າໃຊ້ຈ່າຍປະມານ 5000 ໂດລາ ຕໍ່ປີ.

ປະມານ 70% ຂອງຊັ້ນປະຖົມ ແລະ 60% ຂອງນັກຮຽນມັດທະຍົມ ແມ່ນໄດ້ຮັບການສຶກສາພາຍໃນໂຮງຮຽນຣັຖບານ. Credit: JohnnyGreig/Getty Images
What are your family circumstances?
ສາດສະດາຈານ Emerita Helen Forgasz ຈາກຄນະສຶກສາສາດທີ່ມະຫາວິທະຍາໄລ Monash ກ່າວວ່າ " ຄວາມແຕກຕ່າງສໍາລັບພໍ່ແມ່ໃນການເລືອກແມ່ນວ່າ ທ່ານສາມາດຈ່າຍຄ່າຮຽນທີ່ໂຮງຮຽນທີ່ບໍ່ແມ່ນຂອງຣັຖບານຫຼືບໍ່ – ນັ້ນແມ່ນໂຮງຮຽນເອກກະຊົນ."
ຖ້າຫາກວ່າທ່ານ ຕ້ອງການໃຫ້ລູກຂອງທ່ານ ມີການສຶກສາທາງສາສນາເພີ່ມເຕີມ ໃນ ໂຮງຮຽນ, ແລ້ວການເລືອກໂຮງຮຽນຈະງ່າຍ ເພາະກຸ່ມສາສນາທີ່ແຕກຕ່າງກັນ ມີໂຮງຮຽນ ໃນຣັດຕ່າງໆ.Professor Emerita Helen Forgasz, Faculty of Education, Monash University
ໃນໂຮງຮຽນຣັຖບານ, ການສຶກສາທາງສາສນາ ບໍ່ໄດ້ເປັນສ່ວນຫນຶ່ງຂອງຫຼັກສູດ ເຖິງແມ່ນວ່າ ໂຮງຮຽນສາມາດອະນຸຍາດ ໃຫ້ອົງການຈັດຕັ້ງທາງສາສນາ ດໍາເນີນໂຄງການການສຶກສາສາສນາໄດ້.
ໂຮງຮຽນກາໂຕລິກໃຫ້ການສຶກສາທີ່ອີງໃສ່ຄວາມເຊື່ອແລະຍິນດີຕ້ອນຮັບຄອບຄົວຂອງທຸກໆຄວາມເຊື່ອ. ພວກເຂົາຖືກພິຈາລະນາເພື່ອສົ່ງເສີມການເຊື່ອມຕໍ່ ແລະລະບຽບວິນັຍຊຸມຊົນ ແລະມີຄ່າໃຊ້ຈ່າຍໜ້ອຍກວ່າ ໂຮງຮຽນເອກກະຊົນ.
ບໍ່ພຽງແຕ່ຄ່າຮຽນໂຮງຮຽນເອກກະຊົນຈະສູງເທົ່ານັ້ນ, ແຕ່ຄ່າໃຊ້ຈ່າຍອື່ນໆ ອາດຈະເຮັດໃຫ້ທ່ານປະຫຼາດໃຈ, Dr Larsen ເຕືອນ.
"ທ່ານຈໍາເປັນຕ້ອງຮູ້ວ່າ ມີຄ່າໃຊ້ຈ່າຍເພີ່ມເຕີມເຊັ່ນ: ກິດຈະກັມນອກຫຼັກສູດທີ່ບັງຄັບ, ເຄື່ອງແບບທີ່ອາດມີຣາຄາແພງຫຼາຍ, ການບັງຄັບຊື້ເຕັກໂນໂລຊີ." Dr Larsen ກ່າວ.
"ໂຮງຮຽນບາງແຫ່ງຂອງຣັດ ກໍກໍາລັງຈະເຮັດແບບດຽວກັນ, ວ່າມີການຊື້ບັງຄັບເຕັກໂນໂລຊີ, ແຕ່ໂຮງຮຽນຂອງຣັດ ຈະໃຫ້ເງິນຊ່ວຍເຫຼືອທີ່ດີກວ່າ ສໍາລັບພໍ່ແມ່ ທີ່ບໍ່ສາມາດຊື້ເຄື່ອງເຕັກໂນໂລຊີ ສໍາລັບລູກຂອງເຂົາເຈົ້າໄດ້."
ທ່ານກໍາລັງພິຈາລະນາໂຮງຮຽນເພດດຽວບໍ?
ເຖິງແມ່ນວ່າ ປໂຍດຂອງໂຮງຮຽນເພດດຽວ ຍັງຄົງເປັນທີ່ຖົກຖຽງກັນ ແລະຜົນການສຶກສາ ອາດຈະບໍ່ແຕກຕ່າງກັນຢ່າງຫລວງຫລາຍ, ແຕ່ເດັກນ້ອຍບາງຄົນໃນສັງຄົມ ກໍສະບາຍໃຈກວ່າ ທີ່ຈະຢູ່ໃນ ສະພາບແວດລ້ອມ ຂອງເພດດຽວກັນ. ຄວາມຕ້ອງການນີ້ ອາດຈະມາຈາກເຫດຜົນທາງສາສນາ.
ໂຮງຮຽນສ່ວນໃຫຍ່ ໃນອອສເຕຣເລັຍ ແມ່ນການສຶກສາຮ່ວມກັນ, ນັ້ນແມ່ນ ເດັກຊາຍ ແລະເດັກຍິງ ໄດ້ຮັບການສຶກສາຮ່ວມກັນ.Professor Emerita Helen Forgasz, Faculty of Education, Monash University
ໂຮງຮຽນທີ່ແຍກເພດ ເຊິ່ງມີແຕ່ສະເພາະເດັກຊາຍ ຫຼືເດັກຍິງ ແມ່ນພົບເຫັນເປັນຫຼັກຢູ່ພາຍໃນ ໂຮງຮຽນກາໂຕລິກ ແລະໂຮງຮຽນອິດສຣະ. ໃນທາງກົງກັນຂ້າມ, ໂຮງຮຽນ ສ່ວນໃຫຍ່ ແມ່ນການສຶກສາຮ່ວມກັນໃນຣັດ. ເຖິງຢ່າງໃດກໍຕາມ, NSW ແມ່ນຂໍ້ຍົກເວັ້ນ, ເນື່ອງຈາກວ່າມັນມີໂຮງຮຽນຣັຖບານ ເພດດຽວ ຫຼາຍກວ່າ 30 ແຫ່ງ, ໃນຂນະທີ່ Victoria ມີພຽງແຕ່ສອງ-ສາມ. ໂຮງຮຽນຣັຖບານ ທີ່ມີເພດດຽວ. ໂຮງຮຽນເຫຼົ່ານີ້ບາງແຫ່ງແມ່ນໂຮງຮຽນພິເສດ (selective schools).
ເມື່ອພິຈາລະນາພາກ ທີ່ແຕກຕ່າງກັນ, ມັນເປັນສິ່ງສໍາຄັນທີ່ຈະຈື່ໄວ້ວ່າ ໂຮງຮຽນເອກກະຊົນແນໃສ່ພໍ່ແມ່ໃນການໂຄສະນາການຕລາດຂອງເຂົາເຈົ້າ ແລະ "ສ້າງຄວາມກັງວົນນັ້ນວ່າລູ ກຂອງເຂົາເຈົ້າ ຈະບໍ່ໄດ້ຮັບ ການສຶກສາທີ່ພຽງພໍ ໃນລະບົບຣັດ." Dr Larsen ກ່າວ.

Students can change school at any time Credit: JohnnyGreig/Getty Images
ໂຮງຮຽນທີ່ບໍ່ແມ່ນຂອງຣັຖບານ ດີກວ່າບໍ?
ປະມານ 70% ຂອງຊັ້ນປະຖົມ ແລະ 60% ຂອງນັກຮຽນມັດທະຍົມ ແມ່ນໄດ້ຮັບການສຶກສາໃນໂຮງຮຽນຣັຖບານ.
ປັດຈັຍຕ່າງໆ ເຊັ່ນ: ຄວາມຄາດຫວັງ ດ້ານການສຶກສາ, ວັດທະນະທັມ ແລະ ຄວາມຄາດຫວັງ ຂອງຄອບຄົວ ຈະມີສ່ວນໃນການຕັດສິນໃຈວ່າ ຈະສົ່ງລູກໄປໂຮງຮຽນເອກກະຊົນ ຫຼືກາໂຕລິກ, ບໍ່ວ່າຄ່າໃຊ້ຈ່າຍຈະສູງປານໃດ. ການ ແຂ່ງຂັນ ສໍາລັບການເຂົ້າຮຽນຂອງນັກຮຽນ ແມ່ນເຫັນໄດ້ຢ່າງຊັດເຈນ ຈາກການໂຄສະນາການຕລາດ ໂດຍໂຮງຮຽນເຫຼົ່ານີ້.
ການບໍ່ມີການໂຄສະນາ ຈາກໂຮງຮຽນຂອງ ຣັຖບານ ບໍ່ໄດ້ຫມາຍຄວາມວ່າ ໂຮງຮຽນເຫຼົ່ານັ້ນ ມີຄວາມດີຫນ້ອຍກວ່າ ໂຮງຮຽນອິດສຣະ.Dr Sally Larsen, , Lecturer in Education at the University of New England
The answer is that excellent schools can be found within all three sectors.
ເຮັດວຽກບ້ານຂອງທ່ານ
ຄົ້ນຄວ້າສິ່ງທີ່ໂຮງຮຽນສເນີໃຫ້. ການຈ່າຍຄ່າຮຽນແພງບໍ່ໄດ້ຫມາຍຄວາມວ່າ ທ່ານໄດ້ຮັບການສຶກສາທີ່ດີກວ່າສໍາລັບລູກຂອງທ່ານ, ສາດສະດາຈານ Emerita Forgasz ເນັ້ນຫນັກ.
"ການຊອກໂຮງຮຽນທີ່ຕອບສນອງກັບສິ່ງທີ່ທ່ານເຊື່ອວ່າແມ່ນຄວາມຕ້ອງການຂອງລູກແມ່ນປັດຈັຍທີຫນຶ່ງ ທີ່ຄົນເຮົາຄວນສຳນຶກ "
ຮ້ອງຂໍ ໄປຢ້ຽມເບິ່ງໂຮງຮຽນ ແລະບໍ່ຢ້ານທີ່ຈະຖາມຄໍາຖາມ. ຖ້າລູກຂອງທ່ານມີຄວາມສົນໃຈສະເພາະ ຫຼືມີຄວາມຕ້ອງການພິເສດ, ບໍ່ແມ່ນທຸກໂຮງຮຽນຈະສາມາດຮອງຮັບພວກເຂົາໄດ້, ດັ່ງນັ້ນການຄົ້ນຄວ້າຢ່າງລະອຽດແມ່ນສໍາຄັນ.
ສາດສະດາຈານ Emerita Forgasz ກ່າວວ່າ ມັນເປັນສິ່ງສໍາຄັນທີ່ຈະຈື່ໄວ້ວ່າ ທ່ານສາມາດປ່ຽນຄວາມຄິດຂອງທ່ານໄດ້ທຸກຂັ້ນຕອນ.
"ຖ້າລູກຂອງທ່ານບໍ່ ຈະເລີນກ້າວໜ້າໃນເວລາໃດກໍຕາມ ໂດຍຜ່ານການຮຽນຂອງພວກເຂົາ, ແລ້ວໃຫ້ປະເມີນຄືນໃຫມ່. ມັນຈະເປັນສິ່ງທີ່ຖືກຕ້ອງບໍ່ ທີ່ຈະເຮັດເພື່ອທັງທາງສັງຄົມ ແລະທາງການສຶກສາ ທີ່ຈະປ່ຽນແປງໂຮງຮຽນໃຫ້ລູກທ່ານ?"
Roza Germian ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.