ຫມາກປຸມເປົ້າສອດແນມ ຂອງຈີນ ໃນອະເມຣິກາໄດ້ຖືກຍິງຕົກແລ້ວ.

US China Balloon

vtg, Credit: Brian Branch/AP

ຫຼັງຈາກຫມາກປຸມເປົ້າ ສອດແນມ ຂອງຈີນ ຖືກຄົ້ນພົບເໜືອນ່ານຟ້າອາເມຣິກາ, ການຕອບໂຕ້ທີ່ວາງແຜນໄວ້ ແມ່ນຈະຍິງມັນລົງທັນທີ ແຕ່ທາງ ຣັຖບານຕ້ອງລໍຖ້າຈົນກວ່າມັນຈະປອດພັຍທີ່ຈະຍິງມັນລົງ. ຈີນ ໄດ້ໃຊ້ຂໍ້ອ້າງວ່າ ມັນແມ່ນເຮືອເຫາະທີ່ໃຊ້ໃນການວິຈັຍສະພາບອາກາດ ແລະວ່າ ອະເມຣິກາພຽງແຕ່ຢາກເຮັດໃຫ້ຈີນເສັຍຊື່ສຽງ.


ຫມາກປຸມເປົ້າສອດແນມ ຂອງຈີນ ໃນອະເມຣິກາໄດ້ຖືກຍິງຕົກແລ້ວ.

ຫມາກປຸມເປົ້າສອດແນມ ທີ່ຕ້ອງສົງໄສຂອງຈີນ ໄດ້ຖືກຍິງຕົກ ເໜືອມະຫາສມຸດ ໃກ້ຝັ່ງທະເລຂອງສະຫະຣັດ.

ບັດນີ້ ເຈົ້າຫນ້າທີ່ກໍາລັງຊອກຫາຊາກເສດເຫຼືອ ຈາກນ່ານນ້ຳ ຂອງສະຫະຣັດ ນອກຝັ່ງທະເລຂອງຣັດ South Carolina. Deborah Groarke ມີລາຍງານເພີ່ມຕື່ມ.

ເມື່ອເຈົ້າຫນ້າທີ່ສະຫະຣັດ ໄດ້ກວດພົບຫມາກປຸມເປົ້າ ສອດແນມ ຂອງຈີນ ທີ່ຕ້ອງສົງໄສ ເປັນເທື່ອທໍາອິດ ເໜືອນ່ານຟ້າອາເມຣິກາ, ການຕອບໂຕ້ທີ່ວາງແຜນໄວ້ ແມ່ນຈະຍິງມັນລົງທັນທີ.

ໂຄສົກທໍານຽບຂາວ ທ່ານນາງ Karine Jean-Pierre ໄດ້ບອກກັບພວກນັກຂ່າວວ່າ ແນວຄິດນັ້ນໄດ້ຖືກປະຖິ້ມຢ່າງໄວ.

"ມັນແມ່ນຄໍາແນະນໍາທີ່ຫນັກແຫນ້ນ ໂດຍເລຂາທິການ (Lloyd) Austin (ຈາກກະຊວງປ້ອງກັນປະເທດ), ປະທານ (ຂອງເສນາທິການຮ່ວມ, Mark) Milley, ຜູ້ບັນຊາການກອງບັນຊາການພາກເຫນືອ, ບໍ່ໃຫ້ດໍາເນີນການເຄື່ອນໄຫວໃດໆ ເພາະມີຄວາມສ່ຽງ ຕໍ່ຄວາມປອດພັຍ ແລະຄວາມໝັ້ນຄົງ ຂອງປະຊາຊົນເທິງພື້ນດິນ."

ແຕ່ສະຫະຣັດກໍ ບໍ່ໄດ້ປະຖິ້ມຄວາມຄິດນັ້ນ.

ກາຍເປັນວ່າ, ພວກເພິ່ນພຽງແຕ່ ລໍຖ້າເວລາ ແລະສະຖານະການ ທີ່ ເໝາະສົມ ເທົ່ານັ້ນ.

ປະທານາທິບໍດີສະຫະຣັດ ທ່ານ Joe Biden ກ່າວວ່າ:

"ຂ້າພະເຈົ້າໄດ້ສັ່ງໃຫ້ Pentagon ຍິງມັນລົງໃຫ້ໄວທີ່ສຸດ ເທົ່າທີ່ ຈະເປັນໄປໄດ້ ໂດຍບໍ່ໄດ້ສ້າງຄວາມເສັຍຫາຍໃຫ້ຜູ້ໃດ ຢູ່ເທິງພື້ນດິນ. ເວລາທີ່ດີທີ່ສຸດ ທີ່ຈະເຮັດສິ່ງນັ້ນ ແມ່ນຢູ່ເຫນືອນ່ານນ້ຳ."

ການຍິງຫມາກປຸມເປົ້າລົງນັ້ນ ປາກົດວ່າ ໄດ້ດຶງດູດຝູງຊົນທີ່ມີຄວາມພໍໃຈ ໃນຂນະທີ່ນັກບິນກອງທັບອາກາດ ຂອງສະຫະຣັດ ໄດ້ເລັງໄປທີ່ຫມາກປຸມເປົ້າ ຢູ່ນອກຝັ່ງທະເລ Myrtle Beach ໃນຣັດ South Carolina.

ບັດນີ້, ການຊອກຫາຊາກຂອງຫມາກປຸມເປົ້າ ທີ່ຖືກຍິງຕົກກໍາລັງດໍາເນີນການຢູ່, ຫມາກປຸມເປົ້ານີ້ ບິນດ້ວຍຄວາມສູງເຖິງ 60,000 ຟຸດ ແລະຄາດວ່າ ມີຂນາດປະມານ ສາມລົດເມ ຂອງໂຮງຮຽນ.

ເຈົ້າຫນ້າທີ່ປ້ອງກັນປະເທດກ່າວວ່າ ສິ່ງເສດເຫຼືອຢູ່ໃນນ້ຳທີ່ຂ້ອນຂ້າງຕື້ນ ແຕ່ບໍ່ໄດ້ກ່າວຢ່າງເປີດເຜີຍວ່າ ການດໍາເນີນການຊອກຫາຈະໃຊ້ເວລາດົນປານໃດ, ຫລືວ່າ ພວກເຂົາເຈົ້າ ຄາດວ່າຈະໄດ້ຮຽນຮູ້ຫຍັງຈາກມັນ.

ອະດີດຜູ້ຊ່ວຍຣັຖມົນຕີກະຊວງປ້ອງກັນປະເທດ ທ່ານນາງ Juliette Kayemm ໄດ້ບອກກັບ CNN ວ່າ ສະຫະຣັດ ອາດຈະຫຼຸດຄວາມເຄັ່ງຕຶງ ຊຶ່ງໄດ້ທະວີຂຶ້ນເນື່ອງຈາກເລື້ອງນີ້.

"ນີ້ແມ່ນທ່າທີ ທີ່ຮຸກຮານໂດຍຊາວຈີນ. ມັນບໍ່ຊັດເຈນເລີຍ-ຖ້າຈະເວົ້າແລ້ວ, ພວກເຂົາເຈົ້າພະຍາຍາມທີ່ຈະຫຼຸດຄວາມເຄັ່ງຕຶງນີ້. ພວກເຮົາຄວນປ່ອຍໃຫ້ເຂົາເຈົ້າຫຼຸດຄວາມເຄັ່ງຕຶງເພາະວ່າ ຄວາມສໍາພັນລະຫວ່າງ ຈີນ ແລະສະຫະຣັດອາເມຣິກາ ຈະມີຊ່ວງເວລາທີ່ຮ້ອນແຮງຫຼາຍ. ມັນເປັນຫນ້າທີ່ຂອງສະຫະຣັດ ເພື່ອໃຫ້ແນ່ໃຈວ່າຊ່ວງເວລາທີ່ຮ້ອນເຫລົ່ານັ້ນ-ສິ່ງທີ່ທະຫານເອີ້ນວ່າການເຄື່ອນໄຫວ- ຈະບໍ່ເກີດຂຶ້ນ ຢູ່ໃນດິນຂອງສະຫະຣັດ."

ແຕ່ຄວາມຫວັງໃດໆທີ່ຈະຫຼຸດເຄັ່ງຕຶງ ອາດຈະເປັນໄປໄດ້ຍາກ.

ບັດນີ້ ຈີນໄດ້ປະນາມເຫດການຫລ້າສຸດນີ້ ໂດຍກ່າວວ່າ ຕົນບໍ່ພໍໃຈຢ່າງແຮງ ຕໍ່ການຍິງເຮືອເຫາະນັ້ນ.

ກ່ອນຫນ້ານີ້, ຈີນໄດ້ອະທິບາຍວ່າ ຫມາກປຸມເປົ້ານັ້ນ ເປັນອຸປະກອນວິຈັຍສະພາບອາກາດ ທີ່ອອກນອກເສັ້ນທາງ, ໂດຍເອີ້ນການຕອບໂຕ້ຂອງສະຫະຣັດ ວ່າ ເປັນຄວາມພະຍາຍາມ ທີ່ຈະເຮັດໃຫ້ປັກກິ່ງ ເສື່ອມເສັຍຊື່ສຽງ.

ເນື້ອເລື່ອງໂດຍ Deborah Groarke ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share