ການສັກວັກຊີນທີ່ຈໍາເປັນ ທີ່ຊາວອອສເຕຣເລັຍອາດຕ້ອງການ ເມື່ອເດີນທາງໄປຕ່າງປະເທດ

happy traveller vaccinated Getty imges .png

The World Health Organisation recommends some routine vaccinations for all travellers.

ເມື່ອເດີນທາງໄປຕ່າງປະເທດ ຊາວອອສເຕຣເລັຍ ອາດຕ້ອງມີການສັກຢາປ້ອງກັນຕົນເອງ ຈາກພະຍາດຕິດເຊື້ອ ທີ່ບໍ່ຢູ່ໃນປະເທດອອສເຕຣເລັຍຫຼືມີແພ່ຫຼາຍ ໃນພາກສ່ວນອື່ນໆຂອງໂລກ. ນີ້ແມ່ນວິທີ ທີ່ທ່ານສາມາດກຽມພ້ອມທີ່ດີທີ່ສຸດ ສໍາລັບການເດີນທາງຂອງທ່ານ.


ຈຸດສໍາຄັນ
  • ການເດີນທາງ ອາດເຮັດໃຫ້ທ່ານສໍາຜັດກັບພະຍາດຕ່າງໆ ທີ່ບໍ່ມີໃນອອສເຕຣເລັຍ
  • ທ່ານສາມາດປ້ອງກັນຕົນເອງໄດ້ ໂດຍການສັກຢາວັກຊີນ
  • ຫາກຕ້ອງການຊາບວ່າ ທ່ານຕ້ອງການຢາວັກຊີນໃດ ໃຫ້ໄປພົບທ່ານຫມໍ ຢ່າງຫນ້ອຍຫົກອາທິດ ກ່ອນອອກເດີນທາງ.
ອົງການອະນາມັຍໂລກ (WHO) ແນະນໍາການສັກຢາວັກຊີນປະຈໍາບາງຢ່າງ ສໍາລັບຜູ້ເດີນທາງທຸກຄົນ ລວມທັງການສັກຢາວັກຊີນສະເພາະ ສໍາລັບຜູ້ທີ່ໄປຢ້ຽມຢາມ ບ່ອນທີ່ມີຄວາມສ່ຽງສູງ ຕໍ່ພະຍາດສະເພາະໃດຫນຶ່ງ.

Jane Frawley ຮອງສາສດາຈານ ໂຮງຮຽນສາທາຣະນະສຸກ ທີ່ the University of Technology Sydney

ທ່ານນາງກ່າວວ່າ ການເດີນທາງ ສາມາດເຮັດໃຫ້ຜູ້ຄົນ ໄດ້ຮັບພະຍາດຕິດເຊື້ອ ທີ່ຮ້າຍແຮງ ທີ່ບໍ່ໄດ້ເກີດຂຶ້ນ ໃນອອສເຕຣເລັຍ.

Professor Frawley ກ່າວວ່າ "ສິ່ງສຸດທ້າຍ ທີ່ທ່ານຕ້ອງການໃນວັນພັກຜ່ອນ ແມ່ນການເຈັບປ່ວຍ, ແລະການເດີນທາງໄປພາກຕ່າງໆຂອງໂລກ ຈະເຮັດໃຫ້ທ່ານ ໄດ້ຮັບພະຍາດຕິດເຊື້ອ ທີ່ອາດບໍ່ມີ ຫຼືຫາຍາກໃນອອສເຕຣເລັຍ"
Plane and vaccine Getty Images.jpg
There are several vaccines which are commonly recommended or required for Australian travellers.

ຄວາມສ່ຽງດ້ານສຸຂະພາບ ແຕກຕ່າງກັນໄປ ໃນແຕ່ລະພູມິພາກ ແລະມີການປ່ຽນແປງ ຕາມເວລາຜ່ານໄປ

ສາດສະດາຈານ Frawley ກ່າວວ່າ ຄວາມສ່ຽງດ້ານສຸຂະພາບ ອາດໄດ້ຮັບອິດທິພົນ ຈາກການລະບາດໃຫມ່ ແລະການມີຢາວັກຊີນໃຫມ່.

ສາດສະດາຈານ Frawley ກ່າວວ່າ "ປະເທດອື່ນໆທົ່ວໂລກ ມີໂຣກທີ່ແພ່ຫຼາຍ ແລະບາງຄັ້ງກໍມີການແຜ່ລະບາດໃນພາກພື້ນນັ້ນໆ, ຫມາຍຄວາມວ່າ ໂຣກເຫຼົ່ານີ້ ແມ່ນຝັງຮາກເລິກ ຢູ່ໃນເຂດເຫຼົ່ານັ້ນ."

ໂຣກເຫຼົ່ານີ້ອາດຈະເປັນຂອງໃຫມ່ຕໍ່ຮ່າງກາຍ ແລະລະບົບພູມຕ້ານທານຂອງທ່ານ. ດັ່ງນັ້ນ, ການຮັບຢາວັກຊີນ ແມ່ນມີຄວາມສໍາຄັນຫຼາຍ ເພື່ອໃຫ້ແນ່ໃຈວ່າ ທ່ານໄດ້ຮັບການປົກປ້ອງ ຖ້າຫາກວ່າທ່ານສຳຜັດ ກັບພວກມັນ.
Associate Professor Jane Frawley, School of Public Health, Faculty of Health, University of Technology Sydney.

ໄປພົບນາຍໝໍຂອງທ່ານ ເພື່ອຊອກຫາວັກຊີນທີ່ທ່ານຕ້ອງການ

ການສັກວັກຊີນສະເພາະ ທີ່ຈໍາເປັນສໍາລັບຊາວອອສເຕຣເລັຍທີ່ເດີນທາງໄປຕ່າງປະເທດ ຈະຂຶ້ນຢູ່ກັບຈຸດຫມາຍປາຍທາງ, ປະເທດ, ແລະໄລຍະເວລາ ຂອງການພັກຂອງເຂົາເຈົ້າ.

Professor Frawley ກ່າວວ່າ ຜູ້ທີ່ເດີນທາງໄປຕ່າງປະເທດ ຄວນໄປພົບນາຍໝໍ(General Practitioner) ຂອງພວກເຂົາ ຢ່າງຫນ້ອຍຫົກອາທິດ ເພື່ອຈະໄດ້ຮູ້ວ່າ ພວກເຂົາເຈົ້າ ຕ້ອງການຢາວັກຊີນຫຍັງແດ່ ແລະ ຖ້າໃຫ້ດີ ຄວນເປັນ 12 ອາທິດ ກ່ອນຈະອອກເດີນທາງ.

ສາດສະດາຈານ Frawley ກ່າວຕື່ມວ່າ "ນາຍໝໍຈະສາມາດປະເມີນ ຄວາມສ່ຽງຂອງທ່ານ, ສະນັ້ນ ຂຶ້ນກັບປະເທດທີ່ທ່ານຈະໄປ, ພວກເຂົາເຈົ້າຈະມີລາຍຊື່ຢາວັກຊີນ.“

Nicholas Wood ສາດສະດາຈານ Clinical Vaccinology ທີ່ມະຫາວິທະຍາໄລ Sydney ກໍເຫັນດີ.

"ທ່ານສາມາດຫາຢາວັກຊີນ ທີ່ທ່ານເຄີຍສັກແລ້ວ ດ້ວຍການກວດເບິ່ງ ໃນບັນຊີລາຍຊື່ ການສັກວັກຊີນ ຂອງອອສເຕຣເລັຍ (Australian Immunisation Register) ແລະນັ້ນ ແມ່ນກ່ຽວກັບຢາວັກຊີນທົ່ວໄປ ເຊັ່ນ: ໂຣກບາດທະຍັກ (Tetanus), ໂຣກຫັດ (Measles) ແລະ COVID ແລະໂຮກໝາກສຸກ (Chickenpox), ແຕ່ມັນຊັບຊ້ອນ, ສະນັ້ນ ອາດຈະເປັນສິ່ງທີ່ງ່າຍທີ່ສຸດ ຄືການໄປລົມກັບນາຍໝໍຂອງທ່ານ," Professor Wood ອະທິບາຍ, ຊຶ່ງເປັນຜູ້ຊ່ຽວຊານອາວຸໂສທີ່ National Centre for Immunisation Research and Surveillance (NCIRS).

Safari Getty Images.png
The specific vaccinations required for Australians traveling overseas depend on the destination, country, and length of stay.
ດັ່ງທີ່ອະທິບາຍໃນເວັບໄຊ Healthdirect, ທ່ານຫມໍຂອງທ່ານ ຈະພິຈາຣະນາປັດຈັຍຕ່າງໆ, ລວມທັງ:
  • ອາຍຸຂອງທ່ານ
  • ປວັດການສັກຢາຂອງທ່ານ
  • ບໍ່ວ່າທ່ານຈະຖືພາ ຫຼືວາງແຜນການຖືພາ
  • ການເຈັບປ່ວຍໃນອະດີດ ຫຼືໃນປັດຈຸບັນ ທີ່ທ່ານອາດມີ, ແລະສຸຂະພາບທົ່ວໄປຂອງທ່ານ
  • ລະດູຂອງການເດີນທາງ
  • ຈຸດຫມາຍປາຍທາງ, ໄລຍະເວລາຂອງການພັກເຊົາ ແລະປະເພດຂອງການເດີນທາງຂອງທ່ານ
ສາດສະດາຈານ Frawley ກ່າວວ່າ ຫຼາຍຄົນບໍ່ໄດ້ຄຶດກ່ຽວກັບການສັກ ຢາວັກຊີນ ຈົນກວ່າພວກເຂົາເຈົ້າຈະອອກເດີນທາງ ແລ້ວພະຍາຍາມ ທີ່ຈະກໍານົດເວລານັດຫມາຍ ກັບນາຍໝໍຂອງພວກເຂົາເຈົ້າ, ມັນອາດຈະຈະຊ້າເກີນໄປ.
ຢາວັກຊີນໃຊ້ເວລາຫນ້ອຍຫນຶ່ງ ໃນການເຂົ້າໄປໃນລະບົບຂອງທ່ານ ເພື່ອໃຫ້ລະບົບພູມຕ້ານທານຂອງທ່ານ ຈະສ້າງການຕອບສນອງ, ເພື່ອສ້າງການປົກປ້ອງໃຫ້ທ່ານ.
Associate Professor Jane Frawley, School of Public Health, Faculty of Health, University of Technology Sydney.

ຢາວັກຊີນທີ່ທ່ານອາດຕ້ອງການ

The and ເວັບໄຊທ໌ ລາຍຊື່ຢາວັກຊີນທີ່ອາດຕ້ອງການເມື່ອເດີນທາງ.

ຈາກຂໍ້ມູນຂອງ Healthdirect, ມີຫຼາຍໂຣກ ທີ່ທ່ານອາດຕ້ອງການວັກຊີນ ຫນຶ່ງຊະນິດຫຼືຫຼາຍກວ່ານັ້ນ, ໄດ້ແກ່:
  • ໂຄວິດ-19
  • ໂຣກຕັບອັກເສບ A ແລະ/ຫຼື Hepatitis B
  • ໂຣກ ອະຫິວາ (Cholera)
  • ໂຣກ ໝາກສຸກ (Chickenpox) (Varicella)
  • ໂຣກ ໄຂ້ຮາກສາດ (Typhoid)
  • ໂຣກ ໄຂ້ເຫລືອງ (Yellow fever)
  • ໂຣກ ອັກເສບປອດ (ໂຣກ ປອດແຫ້ງ) (TB)
  • ໂຣກ Meningococcal
  • ໂຣກ ສມອງອັກເສບ ຍີ່ປຸ່ນ (Japanese encephalitis)
  • ໄຂ້ໝາກແດງ (ໂຣກຫັດ)
  • ໂຣກໄຂ້ຫວັດ
  • ໂຣກ ບາດທະຍັກ (Tetanus)
  • ໂຣກ ໝາວໍ້ (Rabies)
  • Suitcase with vaccine certificate Getty Images.png
    Health risks vary from one region to another and over time.

'ຢາວັກຊີນສາມາດຊ່ວຍຊີວິດທ່ານໄດ້'

ສາດສະດາຈານ Wood ເນັ້ນວ່າ ໃນບາງກໍຣະນີ, ຢາວັກຊີນອາດຊ່ວຍຊີວິດຂອງທ່ານໄດ້.

"ຖ້າຫາກວ່າທ່ານບໍ່ໄດ້ສັກວັກຊີນ ກັນ ບາດທະຍັກ (Tetanus) ຂອງທ່ານ, ແລະທ່ານຢູ່ຕ່າງປະເທດ ແລະທ່ານມີອຸປະຕິເຫດທີ່ທ່ານໄດ້ຮັບບາດເຈັບ ທີ່ມີໂອກາດຕິດ ໂຣກບາດທະຍັກ (Tetanus) ສູງ, ທ່ານລົ້ມລົງ ແລະເປັນບາດແຜ ທີ່ຕິດຂີ້ຫມ້ຽງ ຫຼື ສິ່ງສົກກະປົກ..., ຕາມປົກກະຕິແລ້ວ, ຖ້າຫາກວ່ານັ້ນເກີດຂຶ້ນ ໃນອອສເຕຣເລັຍ ແລະທ່ານບໍ່ໄດ້ສັກຢາກັນ ບາດທະຍັກ, ທ່ານຈະໄດ້ຮັບການປິ່ນປົວທາງແພດ ແລະບາດແຜຂອງທ່ານຈະໄດ້ຮັບການທຳຄວາມສະອາດ ຢ່າງລະອຽດ."

ຢາປ້ອງກັນ ໂຣກໝາວໍ້ (Rabies) ແມ່ນຢາວັກຊີນທີ່ສໍາຄັນອີກອັນຫນຶ່ງ, ຂຶ້ນກັບຈຸດຫມາຍປາຍທາງການເດີນທາງ. ມັນແມ່ນໄວຣັສ ທີ່ຖ່າຍທອດໂດຍການກັດ ຫຼືຮອຍຂູດ ຈາກຫມາທີ່ຕິດເຊື້ອ ຫຼືສັດລ້ຽງລູກດ້ວຍນ້ຳນົມ ທີ່ເປັນໂຕນໍາເຊື້ອໄວຣັສ.

ຢາວັກຊີນທີ່ສໍາຄັນອີກອັນນຶ່ງ ທີ່ສາດສະດາຈານ Wood ໄດ້ກ່າວເຖິງນັ້ນ ແມ່ນໂຣກ ໄຂ້ຮາກສາດ (Typhoid). ທ່ານກ່າວວ່າ ຜູ້ຄົນມັກຈະເຂົ້າໂຮງຫມໍ ດ້ວຍໃນພິດເລືອດໂຣກໄຂ້ຮາກສາດ ຊຶ່ງສາມາດປິ່ນປົວດ້ວຍຢາຕ້ານເຊື້ອ (antibiotics) ໄດ້ ແຕ່ສາມາດຂັດຂວາງວັນພັກຜ່ອນຂອງທ່ານ ໃນບາງກໍຣະນີອາດຈະຕ້ອງໄດ້ເຂົ້າ ໂຮງຫມໍ.

ສາດສະດາຈານ Wood ຍັງໄດ້ກ່າວເຖິງຄວາມຮ້າຍແຮງຂອງ meningoccal meningitis ແລະເນັ້ນຄວາມສໍາຄັນ ຂອງການສັກຢາວັກຊີນ encephalitis ຍີ່ປຸ່ນ.

Professor Frawley ກ່າວຕື່ມວ່າ ມັນຈຳເປັນຢ່າງຍິ່ງ ທີ່ຈະບໍ່ມອງຂ້າມ ຄວາມສໍາຄັນ ຂອງການສັກຢາວັກຊີນ COVID-19.

"ຖ້າຫາກວ່າມັນເປັນເວລາ ຢ່າງຫນ້ອຍຫົກເດືອນ ນັບຕັ້ງແຕ່ທ່ານໄດ້ສັກຢາ ວັກຊີນ ຫຼືນັບຕັ້ງແຕ່ທ່ານຕິດເຊື້ອ COVID-19 , ທ່ານຄວນສັກຢາວັກຊີນເສີມ (booster)."

Professor Frawley ເນັ້ນເຖິງການແພ່ລະບາດທົ່ວໂລກ ຂອງ COVID-19 ໂດຍເນັ້ນເຖິງຄວາມສ່ຽງ ທີ່ເພີ່ມຂຶ້ນ ທີ່ກ່ຽວຂ້ອງກັບການເດີນທາງ ໃນສະຖານທີ່ ທີ່ມີຄົນແອອັດ ເຊັ່ນ: ເຮືອບິນ, ເຮືອສຳຣານ, ຣົດເມ, ແລະເຂດທີ່ມີຄົນຫຼາຍ.

Blurred shot of people walking through Malaysia airport
The specific vaccinations needed for Australians traveling overseas will depend on the destination, country and the length of their stay. Source: iStockphoto / 06photo/Getty Images/iStockphoto

ການສັກຢາວັກຊີນ ແລະ HALO

ການສັກຢາວັກຊີນ ທີ່ທ່ານອາດຕ້ອງການ ແມ່ນຖືກກໍານົດໂດຍສຸຂະພາບ Health, ອາຍຸ Age, ວິຖີຊີວິດ Lifestyle, ແລະອາຊີບ Occupation ຂອງທ່ານ, Professor Wood ອະທິບາຍ.

ປັດຈັຍເຫຼົ່ານີ ຖືກເອີ້ນຮວມກັນວ່າ HALO.

Professor Wood ກ່າວຕື່ມວ່າ "ຖ້າສຸຂະພາບຂອງທ່ານບໍ່ດີ ແລະທ່ານໃຊ້ຢາເພີ່ມເຕີມ ຫລືຢາລະງັບພູມຕ້ານທານ (immune suppressants), ແລະອື່ນໆ, ທີ່ສໍາຄັນໄປກວ່ານັ້ນ ແມ່ນທ່ານຕ້ອງໄດ້ຮັບຢາວັກຊີນປະຈໍາ ເຊັ່ນໄຂ້ຫວັດ, ແລະວັກຊີນອື່ນໆ."

ສໍາລັບຜູ້ທີ່ມີເງື່ອນໄຂທີ່ມີຢູ່ກ່ອນ ເຊັ່ນ: ໂຣກເບົາຫວານ, ໂຣກປອດຊໍາເຮື້ອ, ຫຼືຜູ້ທີ່ໃຊ້ ຢາລະງັບພູມຕ້ານທານ (immune suppressants), ມັນເປັນສິ່ງສໍາຄັນ ທີ່ຈະບອກລາຍລະອຽດເຫຼົ່ານີ້ ກັບທ່ານຫມໍຂອງທ່ານ ເມື່ອລົມກ່ຽວກັບແຜນການເດີນທາງ.

ປະຕິກິຣິຍາການແພ້

ໃນກໍຣະນີທີ່ຫາຍາກ ບາງຄົນອາດປະສົບກັບອາການແພ້ ຕໍ່ການສັກວັກຊີນ.

ຖ້າທ່ານມີຄວາມກັງວົນວ່າ ທ່ານມີຜົນຂ້າງຄຽງ ທີ່ກ່ຽວກັບຢາວັກຊີນ, ໃຫ້ພົບທ່ານຫມໍຂອງທ່ານ. ນອກນັ້ນ ທ່ານຍັງສາມາດ ລາຍງານ ແລະສົນທະນາ ກ່ຽວກັບຜົນຂ້າງຄຽງ ທີ່ເປັນໄປໄດ້ ໂດຍໂທຣະສັບໄປ ທີ່ ເບີ 1300633424.

ຖ້າທ່ານໄດ້ຮັບການສັກຢາວັກຊີນຂອງທ່ານ ຢູ່ຕ່າງປະເທດ, ມັນເປັນສິ່ງສໍາຄັນ ທີ່ຈະໃຫ້ເຂົາເຈົ້າບັນທຶກໄວ້ ໃນ ກ່ອນທີ່ຈະໄດ້ຮັບໃບຢັ້ງຢືນ.

ມີແຕ່ຜູ້ຊ່ຽວຊານດ້ານການແພດ ຂອງອອສເຕຣເລັຍໃນອອສເຕຣເລັຍເທົ່ານັ້ນ ທີ່ສາມາດເພີ່ມບັນທຶກໃສ່ AIR ໄດ້. ຂໍຄວາມຊ່ວຍເຫຼືອ ຈາກນາຍໝໍຂອງທ່ານ ຫຼື ແພດຄົນອື່ນໆ

Share