ຜົນຮ້າຍຈາກການສູບຢາໄຟຟ້້າ (e-cigarettes).
ຄນະແພດສູງສຸດ ຂອງ ກໍາລັງຮຽກຮ້ອງ ໃຫ້ມີຂໍ້ບັງຄັບທີ່ເຂັ້ມແຂງ ກ່ຽວກັບການໃຊ້ກອກຢາໄຟຟ້າ (Vaping), ດັ່ງທີ່ບົດລາຍງານໃຫມ່ ໄດ້ເນັ້ນເຖິງຄວາມສ່ຽງດ້ານສຸຂະພາບ ທີ່ເກີດຈາກການສູບຢາໄຟຟ້າ(e-cigarettes).
ການຄົ້ນຄວ້າສະແດງໃຫ້ເຫັນວ່າ ຊາວໜຸ່ມທີ່ໃຊ້ກອກຢາໄຟຟ້າ (e-cigarettes) ມີແນວໂນ້ມທີ່ຈະສູບຢາ ເຖິງສາມເທົ່າ. Sean Wales ລາຍງານ.
ມັນ (e-cigarettes) ກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນ, ໂດຍ ສະເພາະໃນບັນດາໄວລຸ້ນ.
ແຕ່ການຄົ້ນຄວ້າໃຫມ່ ເນັ້ນເຖິງອັນຕະລາຍຮ້າຍແຮງ ຕໍ່ສຸຂະພາບ ທີ່ເກີດຈາກການສູບກອກຢາໄຟຟ້າ (e-cigarettes).
ຫນຶ່ງຂອງຜູ້ຂຽນລາຍງານ ແມ່ນສາສດາຈານ Emily Banks, ຈາກມະຫາວິທະຍາໄລແຫ່ງຊາດ ອອສເຕຣເລັຍ (Australian National University).
“ພວກເຮົາໄດ້ກວດສອບຫຼັກຖານທົ່ວໂລກທີ່ລວມເຖິງການສຶກສາທີ່ແຕກຕ່າງກັນ ຫຼາຍກວ່າ 400 ລາຍການ, ມັນໄດ້ຜ່ານການທົບທວນເພີ່ມເຕີມ ຈາກຜູ້ຮ່ວມຄົ້ນຄວ້າ ແລະຖືກພິມ ໃນວາຣະສານການແພດຂອງ ອອສເຕຣເລັຍ (Medical Journal of Australia) ໃນປັດຈຸບັນ. ການຄົ້ນພົບທີ່ສໍາຄັນແມ່ນ ການສູບຢາໄຟຟ້າ (e-cigarettes) ມີອັນຕະລາຍຫຼາຍ ໂດຍສະເພາະຜູ້ທີ່ບໍ່ສູບຢາ ແລະຕໍ່ເດັກນ້ອຍ ແລະຊາວຫນຸ່ມ”
ການສຶກສາສະແດງໃຫ້ເຫັນວ່າ ຄວາມສ່ຽງຕໍ່ສຸຂະພາບ ແມ່ນມີການຕິດຢາ, ການເປັນພິດໃນເດັກນ້ອຍ, ອາການຊັກ ແລະ ໝົດຄວາມຮູ້ສຶກ (ສລົບ), ເຈັບຫົວ, ໄອ, ເຈັບຄໍ, ແລະການໄຫມ້ຮ້ອນ ທີ່ເກີດຈາກການລະເບີດ ຂອງຫມໍ້ໄຟ (Batteries).
ນອກນັ້ນຍັງພົບວ່າ ໄວລຸ້ນທີ່ໃຊ້ຢາໄຟຟ້າ (e-cigarettes) ມີແນວໂນ້ມສູງ ທີ່ຈະຮັບເອົານິດສັຍ ການສູບຢາອື່ນໆ ເຖິງສາມເທົ່າ.
"ຂ້າພະເຈົ້າຄິດວ່າ ການເສບຕິດແມ່ນສໍາຄັນຫຼາຍ ສໍາລັບພໍ່ແມ່ ທີ່ຈະຕ້ອງລະວັງ ແຕ່ຍັງຈະຕ້ອງເຂົ້າໃຈວ່າ ຄົນຫນຸ່ມເຫຼົ່ານັ້ນ ບໍ່ແມ່ນຄົນຮ້າຍ ໃນເລື້ອງນີ້ ແຕ່ເຂົາເຈົ້າເປັນຜູ້ເຄາະຮ້າຍ. ສິ່ງເຫຼົ່ານີ້ (e-cigarettes) ກໍາລັງເຮັດການຕລາດຢ່າງຫ້າວຫັນ ກັບພວກເຂົາ, ພວກເຂົາມີການຕລາດທີ່ສລາດຫຼາຍຢ່າງ ທີ່ພວກເຂົາຄິດ.ແຕ່ຍັງເປັນການສ້າ ງການເສບຕິດ ທີ່ຄົນໄວຫນຸ່ມ ຕ້ອງການ ການສນັບສນູນ ເພື່ອເອົາຊະນະ (ການເສບຕິດນັ້ນ)"
ສະມາຄົມການແພດຂອງ ອອສເຕຣເລັຍ (Australian Medical Association) ຮຽກຮ້ອງໃຫ້ມີການຄວບຄຸມທີ່ເຂັ້ມແຂງຂຶ້ນ.
ສະມາຄົມ (Australian Medical Association) ຢາກເຫັນຄໍາເຕືອນ ກ່ຽວກັບສຸຂະພາບ ໃນຫໍ່ຂອງກອກຢາໄຟຟ້າ (e-cigarettes) ແລະເຈົ້າຫນ້າທີ່ ທີ່ບັງຄັບໃຊ້ກົດຫມາຍ ທີ່ເຮັດໃຫ້ຜູ້ຂາຍຍ່ອຍນັ້ນ ຂາຍກອກຢາໄຟຟ້າ (e-cigarettes) ໃຫ້ຄົນທີ່ມີອາຍຸຕໍ່າກວ່າ 18 ປີ ຜິດກົດຫມາຍ.
ສາດສະດາຈານ Steve Robson ປະທານຂອງ AMA ກ່າວວ່າ:
“ຖ້າພວກເຮົາຈະປົກປ້ອງຄົນລຸ້ນຕໍ່ໄປ ຂອງອອສເຕຣເລັຍຈາກອັນຕະລາຍ ຂອງກອກຢາໄຟຟ້າ (e-cigarettes) ເພື່ອການການພັກຜ່ອນຢ່ອນໃຈແລ້ວ, ຢ່າງນ້ອຍທີ່ສຸດພວກເຮົາ ຕ້ອງບັງຄັບໃຊ້ກົດຫມາຍທີ່ມີຢູ່. ຕອນນີ້ ກົດຫມາຍມີຢູ່ແລ້ວ ແຕ່ວ່າ ພວກເຂົາເຈົ້າ ກໍາລັງຖືກຫຼົບຫຼີກ ແລະພວກເຮົາ ເຫັນການບັງຄັບໃຊ້ ທີ່ຂາດຕົກບົກພ່ອງຫລາຍ ຈາກຫລາຍຣັດ ແລະເຂດປົກຄອງຕ່າງໆ. ນັ້ນຕ້ອງເປັນຂັ້ນຕອນທີຫນຶ່ງ ຖ້າເຮົາຈະກໍາຈັດບັນຫານີ້.”
Vapes ທີ່ມີນິໂກຕີນ (Nicotine) ແມ່ນມີໃຫ້ສຳລັບຜູ້ໃຫຍ່ ທີ່ມີໃບສັ່ງຢາເທົ່ານັ້ນ.
ພັກ Nationals ກໍາລັງອະທິບາຍເຖິງຈຸດຢືນໃຫມ່-ໂດຍຮຽກຮ້ອງໃຫ້ມີການຄວບຄຸມ Vapes ທີ່ມີນິໂກຕິນ ໃຫ້ສອດຄ່ອງກັບ ອຸດສາຫະກັມຢາສູບ.
ນັ້ນຈະອະນຸຍາດໃຫ້ຜູ້ໃຫຍ່ຊື້ Vapes ທີ່ມີນິໂກຕິນ ໂດຍບໍ່ຈໍາເປັນ ຕ້ອງໃຊ້ໃບສັ່ງຢາ.
ຜູ້ນໍາພັກ Nationals, ທ່ານ David Littleproud, ໄດ້ບອກກັບ ABC's News Breakfast ວ່າ ກົດລະບຽບ ຈໍາເປັນຕ້ອງເຂັ້ມງວດ ສໍາລັບຊາວຫນຸ່ມ.
"ສິ່ງທີ່ພວກເຮົາກໍາລັງເວົ້າ ແມ່ນພວກເຮົາຕ້ອງກ້າວໄປກັບຕລາດ ແລະເຂົ້າໃຈ ໃນຄວາມສ່ຽງຕໍ່ລູກຂອງພວກເຮົາ ແລະເບິ່ງຫາການປ່ຽນກົດລະບຽບ ແລະໃຊ້ສາມັນສຳນຶກບາງຢ່າງ. ຂ້າພະເຈົ້າຄິດວ່າ ທ່ານສາມາດເບິ່ງວິທີ ທີ່ພວກເຮົາໄດ້ຄວບຄຸມຢາສູບແນວໃດໃນອະດີດທີ່ຈຸດຂາຍ, ບ່ອນທີ່ຄົນຂາຍຍ່ອຍ ທີ່ເຊື່ອຖືໄດ້ ຫຼືຮ້ານຂາຍຢາທີ່ຂາຍ vapes ໂດຍສະເພາະໃຫ້ແກ່ຜູ້ທີ່ມີອາຍຸສູງກວ່າ 18 ປີ.
ແຕ່ນັກຂຽນລາຍງານ Emily Banks ກ່າວວ່າ ການໃຊ້ແມ່ແບບຂອງໃບສັ່ງຢາຈາກນາຍໝໍ (Prescription-model) ເປັນວິທີທີ່ດີ.
"ຕອນນີ້ພວກເຮົາຮູ້ວ່າ ຫຼັກຖານຈາກການສຶກສາ ຂອງພວກເຮົາ ສນັບສນູນຕົວແບບທີ່ໃຊ້ໃບສັ່ງຢາ (ຈາກນາຍໝໍ) ເທົ່ານັ້ນ ໃນອອສເຕຣເລັຍ. ຊຶ່ງກໍາລັງພຍາຍາມທີ່ຈະຊ່ອຍໃຫ້ຜູ້ສູບຢາ ທີ່ກໍາລັງໃຊ້ຢາສູບ e-cigarettes ໃຫ້ເຊົາສູບຢາ, ໃນຂນະທີ່ ພະຍາຍາມ ທີ່ຈະຫຼີກເວັ້ນ ການໃຊ້ໃນຊາວຫນຸ່ມ ແລະໂດຍສະເພາະແມ່ນຄົນທີ່ບໍ່ສູບຢາ.
ໃນໄວໆນີ້ ສຳນັກງານບໍຣິຫານສິນຄ້າເພື່ອການປິ່ນປົວ (The Therapeutic Goods Administration) ຈະແນະນໍາມາດຕະການບາງຢ່າງ ໃຫ້ກາງ ເພື່ອຄວບຄຸມອັດຕາການສູບ e-cigarettes ທີ່ເພີ່ມຂຶ້ນ.
Sean Wales ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.