ການລົງທະບຽນ ເພື່ອລົງຄະແນນສຽງ ໃນການລົງປະຊາມະຕິ.
ຊາວ ຈໍານວນຫນຶ່ງ ໄດ້ລົງທະບຽນ ເພື່ອລົງຄະແນນສຽງ ໃນການລົງປະຊາມະຕິ ທີ່ຈະມາເຖິງ ກ່ຽວກັບການບັນຈຸ ສຽງຂອງຊາວພື້ນເມືອງ ຕໍ່ຣັຖສະພາ (Indigenous Voice to Parliament) ໃນຣັຖທັມມະນູນ.
ຈໍານວນປະຊາຊົນຊາດທໍາອິດ ຢູ່ໃນທະບຽນ ກໍມີຄວາມສູງເປັນປວັດການເຊັ່ນກັນ, ແຕ່ຍັງມີຊ່ອງວ່າງ ລະຫວ່າງການລົງທະບຽນ ຂອງຊາວພື້ນເມືອງ ແລະຊາວອອສເຕຣເລັຍ ທີ່ບໍ່ແມ່ນຊາວພື້ນເມືອງ.
Tys Occhiuzzi ລາຍງານ.
ຕົວເລກໃຫມ່ທີ່ຖືກເປີດເຜີຍໂດຍ ຄນະກັມມະການເລືອກຕັ້ງ ອອສເຕຣເລັຍ (AEC) ໄດ້ຮັບການຕ້ອນຮັບວ່າເປັນຕົວຊີ້ວັດ ທີ່ດີທີ່ສຸດ ສໍາລັບການມີສ່ວນຮ່ວມ ຂອງປະຊາທິປະໄຕ ໃນປວັດສາດ ການເລືອກຕັ້ງ ຂອງປະເທດ.
ໃນການປະກາດຂໍ້ມູນໃຫມ່, ທ່ານ Tom Rogers ຜູ້ອໍານວຍການ ເລືອກຕັ້ງອອສເຕຣເລັຍ ກ່າວວ່າ ມັນເປັນມື້ທີ່ຍິ່ງໃຫຍ່ ສໍາລັບປະຊາທິປະໄຕ ຂອງອອສເຕຣເລັຍ, ແລະຈຸດສຸດທ້າຍ ຂອງການເຮັດວຽກ ເປັນເວລາຫລາຍປີເພື່ອໃຫ້ຜູ້ຄົນລົງທະບຽນ.
“AEC ກໍາລັງກຽມພ້ອມ ທີ່ຈະມອບການລົງປະຊາມະຕິ -ບໍ່ວ່າວັນໃດກໍຕາມ- ແລະພວກເຮົາກໍາລັງກະກຽມ, ລວມທັງການກະກຽມແຜ່ນພັບ ເຊິ່ງຈະມີການແຈກຢາຍ ໃຫ້ທຸກເຮືອນ ໃນອອສເຕຣເລັຍທີ່ມີຜູ້ມີສິດເລືອກຕັ້ງ ທີ່ໄດ້ລົງທະບຽນ, ໃນກໍຣະນີເຫັນດີ-yes ແລະ ບໍ່ເຫັນດີ-no, ແລະຂໍ້ມູນເພີ່ມເຕີມບາງຢ່າງ ຈາກAEC. ດັ່ງນັ້ນ ທຸກຢ່າງກໍາລັງດໍາເນີນໄປດ້ວຍດີ, ພວກເຮົາພູມໃຈຫຼາຍ ກັບວຽກ ທີ່ພວກເຮົາໄດ້ເຮັດ ເພື່ອໃຫ້ໄດ້ລະດັບການລົງທະບຽນ ຕາມທີ່ມັນເປັນຢູ່ໃນເວລານີ້ ແລະມັນເປັນຜົນທີ່ດີເລີດ.”
ການລົງຄະແນນສຽງຄັ້ງທໍາອິດ ໃນ 23 ປີ ປາກົດວ່າ ມີຜູ້ອອກມາໃຊ້ສິດເລືອກຕັ້ງ ຢ່າງເປັນປວັດການ.
AEC ກ່າວວ່າ ອັດຕາການລົງທະບຽນທົ່ວປະເທດ ແມ່ນຢູ່ທີ່ 97.5 ເປີເຊັນ, ເພີ່ມຂຶ້ນຈາກ 97.1 ເປີເຊັນ ໃນທ້າຍປີກາຍນີ້.
ເປັນເທື່ອທໍາອິດ, ການລົງທະບຽນຂອງຊາວພື້ນເມືອງໄດ້ສູງກວ່າ 90 ເປີເຊັນ, ໂດຍມີຊາວຊາວພື້ນເມືອງ ອອສເຕຣເລັຍອີກ 60,000 ຄົນໄດ້ລົງທະບຽນ ເພື່ອລົງຄະແນນສຽງ.
ຕົວເລກໃຫມ່ ຂອງການລົງທະບຽນຂອງຊາວພື້ນເມືອງ 94.1 ເປີເຊັນສະແດງເຖິງ ການເພີ່ມຂຶ້ນ ເກືອບ 10 ເປີເຊັນ ຈາກຈໍານວນຂອງປີກາຍ.
Northern Territory ຊຶ່ງຕາມປົກກະຕິແລ້ວ ຈະຢູ່ນຳຫຼັງ, ແຕ່ໃນຕອນນີ້ ການລົງທະບຽນຢູ່ທີ່ 92 ເປີເຊັນ ຊຶ່ງເປັນເທື່ອທໍາອິດ ທີ່ມັນໄດ້ຜ່ານຈຸດ 90 ເປີເຊັນ.
ອັດຕາການລົງທະບຽນ ຂອງຊາວຫນຸ່ມ ຊຶ່ງຢູ່ທີ່ 90.3 ເປີເຊັນ ກໍສູງກວ່າ 90 ເປີເຊັນ ເປັນເທື່ອທໍາອິດ ນັບແຕ່ການໄດ້ມີການບັນທຶກ.
ທ່ານ Tom Rogers ຜູ້ອໍານວຍການເລືອກຕັ້ງ ກ່າວວ່າ ອັດຕາການລົງທະບຽນ ຂອງຊາວພື້ນເມືອງ ໄດ້ເປັນທີ່ພໍໃຈເປັນພິເສດ.
“ຂ່າວມື້ນີ້ ແມ່ນຂ່າວດີ, ເມື່ອພວກເຮົາມີອັດຕາການລົງທະບຽນ ນັ້ນສູງກວ່າ 94 ເປີເຊັນ ພຽງໜ້ອຍດຽວ, ມີການເພີ່ມຂຶ້ນສິບສ່ວນຮ້ອຍ ພາຍໃນ 12 ເດືອນທີ່ຜ່ານມາ, ຄວາມຈິງແລ້ວ, ມັນແມ່ນຕັ້ງແຕ່ຫົກເດືອນທີ່ຜ່ານມາ. ເປັນການເພີ່ມຂຶ້ນຢ່າງໄວຫຼາຍ. ມັນເປັນນຶ່ງໃນມາດຕະການ ທີ່ຊ່ອງວ່າງກໍາລັງຈະປິດ. ພວກເຮົາພູມໃຈຫຼາຍ ກັບວຽກທີ່ພວກເຮົາເຮັດ.”
ດຣ Jill Sheppard ຈາກມະຫາວິທະຍາໄລແຫ່ງຊາດ ອອສເຕຣເລັຍ (ANU) ກ່າວວ່າ ຈໍານວນດັ່ງກ່າວ ເປັນສິ່ງພິສູດ ເຖິງການເຮັດວຽກຂອງຄນະກັມມະການ.
“ໃນແງ່ຂອງກຸ່ມປະຊາກອນເຫລົ່ານັ້ນ ແລະພວກເຮົາກໍາລັງເວົ້າເຖິງຢູ່ທີ່ນີ້, ຜູ້ລົງຄະແນນຊາວຫນຸ່ມ ແລະໂດຍສະເພາະຜູ້ລົງຄະແນນຊາວພື້ນເມືອງ, ສິ່ງເຫລົ່ານີ້ ແມ່ນບໍ່ເຄີຍມີມາກ່ອນໂດຍ 10 ເປີເຊັນຂຶ້ນໄປ.ຂ້າພະເຈົ້າຄິດວ່າ ຜູ້ສັງເກດການສ່ວນຫລາຍ ຕົກໃຈແທ້ໆໃນມື້ນີ້ ວ່າຄນະກັມມະການ ເຮັດໄດ້ດີປານໃດໃນການຊັກຊວນຜູ້ມີສິດເລືອກຕັ້ງເຫລົ່ານີ້. ບັດນີ້ ມັນເປັນວຽກຂອງພັກການເມືອງ, ນັກການເມືອງໃນອອສເຕຣເລັຍ, ຜູ້ນໍາຊຸມຊົນ, ເພື່ອໃຫ້ຜູ້ມີສິດເລືອກຕັ້ງເຫລົ່ານັ້ນ ມີສ່ວນຮ່ວມ ເພື່ອເບິ່ງວ່າ ພວກເຂົາເຈົ້າ ກັບຄືນມາເລືອກຕັ້ງຫຼືບໍ່, ເພາະວ່າຖ້າຫາກວ່າ ພວກເຂົາເຈົ້າລະຖິ້ມ ລະຫວ່າງການລົງປະຊາມະຕິ, ແລ້ວທັງຫມົດນີ້ ກໍເສັຍຖິ້ມຊື່ໆ.”
ເຖິງແມ່ນວ່າ ການລົງຄະແນນສຽງ ໃນປະຊາມະຕິ ແມ່ນເປັນການບັງຄັບ, ແຕ່ກໍບໍ່ມີການຮັບປະກັນວ່າ ຕົວເລກການລົງທະບຽນ ທີ່ສູງເປັນປວັດການນັ້ນ ຈະໝາຍຄວາມວ່າຈຳນວນຜູ້ມາເລືອກຕັ້ງ ຈະສູງເທົ່າກັນ.
ໃນການເລືອກຕັ້ງປີກາຍນີ້ ຈຳນວນຜູ້ລົງຄະແນນສຽງ ຫຼຸດລົງຫລາຍກວ່າສອງເປີເຊັນ ຈາກການລົງທະບຽນ.
ດຣ Jill Sheppard ຂອງ ANU ອີກ.
“ການທີ່ຈະລົງທະບຽນ ຜູ້ມີສິດຄະແນນສຽງ ເພື່ອໃຫ້ພວກເຂົາເຈົ້າ ຢູ່ໃນບັນຊີການເລືອກຕັ້ງ, ແຕ່ມັນເປັນອີກເລື້ອງຫນຶ່ງ ທີ່ຈະເຮັດໃຫ້ພວກເຂົາເຈົ້າ ໄປລົງຄະແນນສຽງເລືອກຕັ້ງ. ນັ້ນເປັນຄວາມຈິງ ໂດຍສະເພາະຄົນຫນຸ່ມ ແລະມັນອາດ ຈະເປັນຄວາມຈິງ ສຳລັບຜູ້ເລືອກຕັ້ງຫລາຍຄົນ ໃນຊຸມຊົນທີ່ຫ່າງໄກ ຜູ້ທີ່ໄດ້ລົງທະບຽນ ຈາກການກົດດັນ ເມື່ອບໍ່ດົນມານີ້. AEC ໄດ້ອັບເດດ ວິທີການຂອງເຂົາເຈົ້າຫຼາຍໃນດ້ານ ການເຮັດໃຫ້ຜູ້ຄົນເຂົ້າໄປໃນບັນຊີລາຍຊື່ການເລືອກຕັ້ງ, ແຕ່ການໃຫ້ເຂົາເຈົ້າ ອອກໄປລົງຄະແນນສຽງເລືອກຕັ້ງ ຫຼັງຈາກການເລືອກຕັ້ງ, ມັນກໍເປັນອີກເລື້ອງຫນຶ່ງອີກ.”
ຍັງບໍ່ມີການປະກາດ ວັນລົງປະຊາມະຕິ, ແຕ່ຄາດວ່າ ຈະຢູ່ໃນໄຕມາດສຸດທ້າຍຂອງປີ.
Tys Occhiuzzi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌