ຄນະກັມມາທິການຂ້າມພັກ ຂອງ The Voice ໄດ້ຖືກຕັ້ງຂຶ້ນແລ້ວ.
ການໄຕ່ສວນຂອງຣັຖສະພາ ກ່ຽວກັບສຽງຂອງຊາວພື້ນເມືອງ ຕໍ່ຣັຖສະພາ ໄດ້ເລີ່ມຂຶ້ນແລ້ວ - ກວດສອບການປ່ຽນແປງທີ່ສເນີ ໃນເອກະສານກົດຫມາຍພື້ນຖານ ຂອງ.
ຄນະກັມມາທິການຂ້າມພັກ ພວມກວດສອບຄໍາສັບ ຂອງການດັດແກ້. Pablo Vinales ແລະ Ciara Hain ລາຍງານ.
ການພິຈາຣະນາສາທາຣະນະ (Public Inquiries) ຄັ້ງທໍາອິດ ໃນຫ້າຄັ້ງ ທີ່ເປັນສ່ວນຫນຶ່ງ ຂອງການໄຕ່ສວນ ຂອງຣັຖສະພາ ທີ່ພິຈາຣະນາສັບຄໍາເວົ້າ ຂອງຄຳຖາມ ປະຊາມະຕິ ສຽງ ຂອງຊາວພື້ນເມືອງ (the Indigenous Voice Referendum) ໄດ້ຍິນຈາກຜູ້ຊ່ຽວຊານດ້ານກົດຫມາຍ, ຜູ້ຣົນນະຣົງ ແລະອະດີດນັກຂ່າວ.
ການພິຈາຣະນາສາທາຣະນະຄັ້ງທໍາອິດ ໄດ້ຈັດຂຶ້ນຢູ່ທີ່ Canberra ແລະບ່ອນອື່ນໆ: ທີ່ເມືອງ Orange, Cairns ແລະ Perth.
ປະຊາມະຕິຂອງ The Voice ຈະຖືກຈັດຂຶ້ນ ໃນລະຫວ່າງເດືອນຕຸລາ ຫາເດືອນທັນວາ ປີນີ້, ໂດຍງານຂອງການໄຕ່ສວນ ທີ່ສໍາຄັນ ແລະຈໍາເປັນ ກ່ອນທີ່ຈະສາມາດກໍານົດວັນ ທີແນ່ນອນໄດ້.
ປະທານຄນະກັມມະການ ສະພາຂ້າມພັກ, ທ່ານນາງ Nita Green ສະມາຊິກສະພາພັກແຮງງານ ອະທິບາຍເຖິງຫນ້າທີ່ ຕໍ່ພວກເຂົາເຈົ້າ.
"ຕົວກົດຫມາຍເອງ ມີຄວາມຍາວພຽງບໍ່ເທົ່າໃດຫນ້າ ແລະບົດບັນຍັດ ທີ່ສໍາຄັນໃນຮ່າງກົດຫມາຍ ມີພຽງ 92 ຄໍາ, ແຕ່ຄໍາສັບເຫຼົ່ານີ້ ມີຄວາມສໍາຄັນໃນແງ່ຂອງການຮ່າງຂອງເຂົາເຈົ້າ, ເຂົາເຈົ້າມີອະດີດທີ່ຍາວນານຫຼາຍ. ແລະຖ້າຫາກວ່າປະຊາຊົນອອສເຕຣເລັຍ ຕົກລົງທີ່ຈະລວມໄວ້ໃນຣັຖທັມນູນ, ພວກເຂົາຈະມີອະນາຄົດ ທີ່ຍາວນານຫຼາຍຂຶຶ້ນ."
ການສອບສວນ ໄດ້ຮັບຟັງຈາກຜູ້ຊ່ຽວຊານດ້ານກົດຫມາຍ, ຜູ້ຣົນນະຣົງຂອງຖແລງຂອງ Uluru Statement ,ອະດີດຜູ້ພິພາກສາ ແລະນັກກົດໝາຍ.
Pat Anderson ນັກຣົນນະຣົງດ້ານສິດທິມະນຸດ ທີ່ມີຊື່ສຽງ ແລະເປັນປະທານຮ່ວມ ຂອງ Uluru Dialogues.
ທ່ານນາງກ່າວວ່າ ຂໍ້ຄວາມຈາກປະຊາຊົນຊາວພື້ນເມືອງ ໃນທົ່ວປະເທດ ໄດ້ມີຄວາມສອດຄ່ອງກັນ ໃນບົດສົນທະນາກັນຫລາຍສິບຄັ້ງ ທີ່ທ່ານນາງໄດ້ເຂົ້າຮ່ວມ ໃນການຮັບຮູ້ຣັຖທັມນູນ.
"ຂະບວນການນີ້ ແມ່ນບໍ່ເຄີຍມີມາກ່ອນ ໃນປວັດສາດ ຂອງຊາດເຮົາ,ແລະມັນເປັນຄັ້ງທໍາອິດ ທີ່ມີການປະຊຸມດ້ານຣັຖທັມນູນ ລະຫວ່າງແລະສໍາລັບຊົນຊາດທໍາອິດ. ການເຈຣະຈາ ໄດ້ມີຜູ້ແທນຊາວພື້ນເມືອງ ແລະຊາວ Torres Strait Islander 1200 ຄົນເຂົ້າຮ່ວມ, ໂດຍສເລັ່ຍ 100 ຄົນຕໍ່ການເຈຣະຈາ ທີ່ມາຈາກປະຊາກອນ ປະມານ 600,000 ຄົນ ໃນທົ່ວປະເທດ. ຂ້າພະເຈົ້າພຽງແຕ່ຢາກເນັ້ນວ່າ ມັນສໍາຄັນແທ້ໆ ທີ່ທ່ານຈະເຂົ້າໃຈ ຂະບວນການນີ້. ພວກເຮົາບໍ່ໄດ້ຝັນມັນຂຶ້ນມາ. ນີ້ແມ່ນ ຂະບວນການ ຂອງທ່ານໃນໄລຍະເກືອບ 12 ປີ."
ໃນ 12 ປີ, ມີ 11 ລາຍງານ, ແລະແປດຂະບວນການ ໄດ້ນໍາໄປສູ່ການປ່ຽນແປງຣັຖທັມນູນ ທີ່ສເນີຫນຶ່ງຄັ້ງ.
ເພື່ອປະດິດສະຖານ ສິ່ງທີ່ເອີ້ນວ່າ 'ສຽງ' ໂດຍມີສະພາແຫ່ງຊາດ ມີອໍານາດ ໃນການອອກກົດຫມາຍ ກ່ຽວກັບອົງປະກອບ, ຫນ້າທີ່, ອໍານາດແລະລະບຽບການຕ່າງໆ.
ປະເດັນທີ່ສໍາຄັນ ແມ່ນຂໍ້ 2: ເຊິ່ງອະນຸຍາດໃຫ້ Voice ສາມາດມີຕົວແທນໃນຣັຖສະພາ ແລະຣັຖບານບໍຣິຫານ ໃນເລື່ອງທີ່ກ່ຽວຂ້ອງ ກັບຊາວພື້ນເມືອງ ແລະ ຊາວ Torres Strait Islander.
ຝ່າຍອະນຸຣັກນິຍົມຣັຖທັມນູນ ເຊື່ອວ່າ ມັນອາດຈະນໍາໄປສູ່ ການປະເຊີນໜ້າກັບສານສູງສຸດ ແລະອາດຈະເຮັດໃຫ້ ມີການຊັກຊ້າ ໃນການຕັດສິນໃຈ ທີ່ສໍາຄັນຂອງຣັຖບານ.
"ຣັຖບານບໍຣິຫານ ຄວນຖືກຖອດຖອນ ຖ້າຫາກວ່າ ນັ້ນແມ່ນການຕັດສິນໃຈ ທີ່ກໍາລັງຖືກເບິ່ງຢູ່. ການຍຶດໝັ້ນ ຄວນຈະມີຫນ້ອຍທີ່ສຸດ ສເມີ ທີ່ຈະມີຄວາມປອດພັຍຫຼາຍຂຶ້ນ, ແລະຈາກນັ້ນ ເຮົາສາມາດສ້າງໂຄງຮ່າງກົດຫມາຍ ທີ່ມີສິດທີ່ໃຫຍ່ກວ່າ ແລະສຽງທາງກົດຫມາຍ ທີ່ເຂັ້ມແຂງ ແລະບໍ່ມີຄວາມສົງສັຍວ່າຈະເກີດຂຶ້ນໄດ້. ແຕ່ວ່າການຍຶດ ໝັ້ນຄວນຈະນ້ອຍກວ່າ."
ແຕ່ບັນດາຜູ້ຊ່ຽວຊານດ້ານຣັຖທັມນູນ ໂຕ້ແຍ້ງວ່າ ຄໍາເວົ້ານັ້ນຖືກຕ້ອງຕາມກົດຫມາຍ.
ອາຈານສອນກົດຫມາຍຣັຖທັມນູນ, ທ່ານນາງ Anne Twomey ກ່າວວ່າ ສານສູງ "ບໍ່ໄດ້ພະຍາຍາມ ທີຈະທໍາລາຍຣັຖບານ".
"ເຫດຜົນທີ່ເຮັດໃຫ້ມັນກວ້າງ ແມ່ນເພື່ອຫຼີກເວັ້ນ ບັນຫາຄວາມຊອບທັມ ເພາະວ່າພວກເຮົາ ບໍ່ຢາກໃຫ້ຄົນແລ່ນໄປສານເວົ້າວ່າ: ໂອ້, ທ່ານບໍ່ສາມາດເວົ້າແບບນີ້ໄດ້. ແລະທ່ານສາມາດເວົ້າແບບນັ້ນໄດ້ ແລະມີການຕໍ່ສູ້ກ່ຽວກັບເລື່ອງນີ້, ມັນໄດ້ຖືກເຮັດໃຫ້ກວ້າງ ໂດຍເຈດຕະນາ. ສະນັ້ນມັນຈະບໍ່ເປັນບັນຫາ ທີ່ກໍາລັງຈະຖືກຟ້ອງຮ້ອງ. ຂໍ້ຈໍາກັດນັ້ນ ແມ່ນມີເຈດຕະນາ ທີ່ຈະເປັນຂໍ້ຈໍາກັດທາງການເມືອງ ທີ່ວ່າປະຊາຊົນຊາວພື້ນເມືອງ ແລະຊາວ Torres Strait Islander ຢາກໃຫ້ຮ່າງນີ້ມຸ່ງໄປທີ່ ສິ່ງທີ່ສໍາຄັນຕໍ່ເຂົາເຈົ້າ. ແລະນັ້ນກໍຄືຂໍ້ຈໍາກັດນັ້ນ."
ບັນດາສະມາຊິກພັກ Liberal ກໍກໍາລັງກົດດັນບັນຫາກ່ຽວກັບຂອບເຂດ ຂອງ the Voice.
ໃນລະຫວ່າງ ມື້ທໍາອິດຂອງການພິຈາຣະນາສາທາຣະນະ, ສະມາຊິກສະພາພັກ Liberal, ທ່ານ Keith Wolahan ໄດ້ຍົກຄວາມກັງວົນເຫຼົ່ານັ້ນ ກັບອາຈານສອນກົດຫມາຍຣັຖທັມນູນ, Megan Davis, ສະຖາປະນິກຄົນສໍາຄັນຂອງ the Uluru Statement from the Heart.
"ທ່ານຍອມຮັບຫຼືບໍ່ວ່າ ສິດນັ້ນລວມເຖິງກົດຫມາຍ ແລະນະໂຍບາຍ ໃນດ້ານຕໍ່ໄປນີ້, ການດູແລສຸຂະພາບ, ພາສີ ແລະຄວາມປອດພັຍ ຂອງຊາດ? ຂ້າພະເຈົ້າຄິດວ່າ ກ່ຽວກັບຄໍາທີ່ທ່ານກໍາລັງກ່າວເຖິງ, ມັນຈະເປັນສະພາບການສະເພາະ. ມັນຈະເປັນຕົວແທນໃນເລື່ອງ ທີ່ກ່ຽວພັນກັບປະຊາຊົນຊາວພື້ນເມືອງ ແລະ Torres Strait Islander ແລະນັ້ນ ເປັນການຕັດສິນໃຈຂອງ the Voice."
ຂັ້ນຕອນຂອງຄນະກັມມະການຫົກອາທິດນີ້ ໄດ້ເປີດເຜີຍຄວາມແຕກຕ່າງ ທີ່ມາພ້ອມກັບການດັດແປງ ຣັຖທັມນູນ.
ໃນທີ່ສຸດ, ຄວາມສໍາເລັດຂອງມັນ ຈະມາທີ່ຂໍ້ຄວາມງ່າຍໆ ເພື່ອຊັກຊວນປະເທດ.
ສະມາຊິກຄົນສຳຄັນຄົນນຶ່ງ ຂອງກຸ່ມທຳງານປະຊາມະຕິ ຂອງຣັຖບານໄດ້ປະກອບສ່ວນ ຢ່າງບໍ່ລົດລະ.
Professor Marcia Langton ແມ່ນນຶ່ງໃນບັນດາພະຍານຄົນທໍາອິດ ທີ່ຖືກເອີ້ນໂຕ ຕໍ່ຄນະກັມມະການພິຈາຣະນາຄັດເລືອກ ຮ່ວມເຂົ້າສູ່ ການລົງປະຊາມະຕິ ຕໍ່ຣັຖສະພາ ໃນວັນສຸກ.
ນາງເຊື່ອວ່າ ຊາວອອສເຕຣເລັຍ ຈະສນັບສນູນ the Voice -ພະຍາຍາມທີ່ຈະ 'ປົດແອກ 'ໂຕເອງຈາກອະດີດ.
"ຊາວອອສເຕຣເລັຍສ່ວນຫລາຍ ກໍາລັງຮູ້ຈັກເລື່ອງນີ້ຫລາຍຂຶ້ນ ແລະຂ້າພະເຈົ້າຄິດວ່າ ບໍ່ຢາກສົ່ງຕໍ່ໄປໃຫ້ລູກໆຂອງເຂົາເຈົ້າ ເຖິງຄວາມຮູ້ສຶກທີ່ຫນ້າຢ້ານກົວ ຂອງການອວດອ້າງກ່ຽວກັບປະເທດຊາດ ໂດຍພື້ນຖານແລ້ວ ຖືກສ້າງຂຶ້ນ ດ້ວຍການກໍາຈັດປະຊາຊົນຊາວພື້ນເມືອງໄດ້ແລະຈຳກັດສິດອໍານາດຂອງເຂົາເຈົ້າ."
ຄນະກັມມະການ ຈະມອບລາຍງານໃນວັນທີ 15 ພຶດສະພາ ນີ້.
Pablo Vinales ແລະ Ciara Hain ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.