ວັນລົງປະຊາມະຕິ (Referendum) ໄດ້ຖືກປະກາດແລ້ວ

ANTHONY ALBANESE VOICE REFERENDUM ANNOUNCEMENT

ນາຍົກຣັຖມົນຕີ Anthony Albanese ໄດ້ເປີດເຜີຍວັນ ຂອງການລົງປະຊາມະຕິ (Referendum) ຂອງສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ (Indigenous Voice to Parliament)’ Source: AAP / MARK BRAKE/AAPIMAGE

ນາຍົກຣັຖມົນຕີ Anthony Albanese ໄດ້ປະກາດວັນ ລົງປະຊາມະຕິ ສຽງຂອງຊາວພື້ນເມືອງ ຕໍ່ຣັຖສະພາ (Indigenous Voice to Parliament) ໃນວັນທີ 14 ຕຸລານີ້. ຕອນນີ້, ທັງຝ່າຍເຫັນດີ ແລະ ບໍ່ເຫັນດີ ກໍເລີ້ມທຳການຣົນນະຣົງແລ້ວ.


ວັນລົງປະຊາມະຕິ (Referendum) ໄດ້ຖືກປະກາດແລ້ວ.

ນາຍົກຣັຖມົນຕີ Anthony Albanese ໄດ້ເປີດເຜີຍວັນ ຂອງການລົງປະຊາມະຕິ (Referendum) ຂອງສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ (Indigenous Voice to Parliament).

ຜູ້ລົງຄະແນນສຽງ ຈະມຸ້ງຫນ້າໄປຈຸດເລືອກຕັ້ງໃນວັນທີ 14 ຕຸລານີ້ ເພື່ອຕັດສິນໃຈວ່າ ຈະບັນຈຸ ສຽງຂອງຊາວພື້ນເມືອງ (Indigenous Voice) ໃນຣັຖທັມມະນູນ ຂອງຫລືບໍ່.

Ciara Hain ລາຍງານ.

"ຄວາມຄິດຂອງ ສຽງ (Voice) ແມ່ນມາຈາກປະຊາຊົນ ແລະມັນຈະຖືກຕັດສິນ ໂດຍປະຊາຊົນ. ມື້ນີ້, ຂ້າພະເຈົ້າໄດ້ປະກາດວ່າ ວັນລົງປະຊາມະຕິ ຈະເປັນວັນທີ 14 ເດືອນຕຸລາ."

ນາຍົກຣັຖມົນຕີ Anthony Albanese ໄດ້ປະກາດວັນ ລົງປະຊາມະຕິ ສຽງຂອງຊາວພື້ນເມືອງ ຕໍ່ຣັຖສະພາ (Indigenous Voice to Parliament) ໃນວັນທີ 14 ຕຸລານີ້.

ການລົງຄະແນນສຽງ ຈະຕັດສິນວ່າ ສຽງ (Voice), ຊຶ່ງເປັນ
ຄນະ ທີ່ໃຫ້ຄໍາແນະນໍາ ແກ່ກ່ຽວກັບບັນຫາຕ່າງໆ ທີ່ມີຜົນກະທົບ ຕໍ່ຊາວພື້ນເມືອງໂດຍສະເພາະ ຈະໄດ້ຖືກບັນຈຸໃນຣັຖທັມມະນູນຫລືບໍ່.

ການປະກາດ ໄດ້ມີຂຶ້ນຢູ່ໃນເຂດນອກເມືອງ ໃນພາກເຫນືອຂອງ Adelaide ໂດຍທັງຝ່າຍ YES ແລະ NO ຖືວ່າ South Australia ເປັນຣັດສໍາຄັນ ທີ່ຈະຊນະການລົງປະຊາມະຕິ.

ທ່ານ Albanese ໄດ້ສົມທຽບການລົງປະຊາມະຕິ ທີ່ຈະເກີດຂຶ້ນກັບການປ່ຽນແປງ ທີ່ຜ່ານມາ ຕໍ່ຣັຖທັມມະນູນ ຂອງອອສເຕຣເລັຍ.

"ເລື່ອງທີ່ຍິ່ງໃຫຍ່ຂອງປະເທດເຮົາ ຈາກລຸ້ນສູ່ລຸ້ນ ແມ່ນຊາວອອສເຕຣເລັຍມາຮ່ວມກັນ ເພື່ອຕອບການຮຽກຮ້ອງເຫຼົ່ານີ້ ເພື່ອການປ່ຽນແປງ. ພວກເຮົາລຸກຂຶ້ນ ຄືກັນກັບ Kangaroo ແລະ Emu ຢູ່ໃນກາປະຈຳຊາດ (Coat of Arms) ຂອງພວກເຮົາ. ພວກເຂົາບໍ່ເຄີຍຖອຍຫຼັງ. ພວກເຂົາມີແຕ່ກ້າວໄປຂ້າງຫນ້າ ແລະພວກເຮົາກໍເຊັ່ນກັນ. ເມື່ອສໍາເລັດແລ້ວ, ເມື່ອເຮົາເຫັນຄວາມຍິນດີ ແລະການສເລີມສລອງ ແລະຄວາມແຕກຕ່າງໃນຊີວິດຂອງຜູ້ຄົນ. ຄໍາຖາມດຽວ ທີ່ເຮົາຈະຖາມຕົວເອງວ່າ ທີ່ການປ່ຽນແປງເຫລົ່ານັ້ນເກີດຂຶ້ນເມື່ອໃດ, ເປັນຫຍັງ ເຮົາຈຶ່ງບໍ່ເຮັດກ່ອນໜ້ານີ້?"

ເພື່ອການລົງປະຊາມະຕິ ຈະໄດ້ຮັບຜົນສໍາເລັດ, ມັນຈະຕ້ອງໄດ້ຮັບ ການສນັບສນູນ ຈາກຊາວອອສເຕຣເລັຍສ່ວນໃຫຍ່ ໃນທົ່ວປະເທດ ແລະຜູ້ເລືອກຕັ້ງສ່ວນໃຫຍ່ ໃນຢ່າງຫນ້ອຍສີ່ຣັດ.

ການສຸ່ມສຳຫຼວດເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ ການປ່ຽນແປງໃນການສນັບສນູນ ສຽງ (Voice) ໃນ South Australia ໄປສູ່ການລົງຄະແນນສຽງ 'ແມ່ນ-YES' ແລະ ໃນ Tasmania ໄດ້ເອນອຽງໄປຫາການລົງຄະແນນ ສຽງ 'ບໍ່-NO'.

ຄາດວ່າຣັດ New South Wales ແລະ Victoria ຈະລົງຄະແນນສຽງ 'ແມ່ນ-YES' ໃນຂນະທີ່ Western Australia ແລະ Queensland ກຳລັງເອນອຽງໄປຫາການລົງຄະແນນສຽງ 'ບໍ່-No'.

ສາດສະດາຈານ Megan Davis ປະທານຮ່ວມຂອງ Uluru Dialogue, ກ່າວວ່າ ໃນການເຈຣະຈາໃນລະດັບພູມີພາກ, ຜູ້ຊາຍ ແລະແມ່ຍິງ ຂອງ First Nations ຢາກໃຫ້ມີການຮັບຮູ້ ທີ່ຈະມີບົດບາດຫຼາຍຂຶ້ນໃນຊີວິດປະຊາທິປະໄຕ.

 " ໃນການເຈຣະຈາຂອງພວກເຮົາ, ທັງຜູ້ຊາຍ ແລະຜູ້ຍິງ First Nations ທີ່ອາສັຍຢູ່ໃນຊຸມຊົນ, ພວກເຂົາເຈົ້າ ເລືອກທີ່ຈະຢູ່ໃນຊົນນະບົດແລະອຸທິດຊີວິດ ເພື່ອຮັບໃຊ້ຄົນຂອງເຂົາ, ວັດທະນະທັມຂອງເຂົາ, ຊຸມຊົນຂອງພວກເຂົາ. ພວກເຂົາເຈົ້າ ບໍ່ຄວນທີ່ຈະຕ້ອງຍ້າຍໄປຢູ່ ເມືອງ Canberra ເພື່ອໃຫ້ມີປາກສຽງ ໃນກົດຫມາຍ ແລະນະໂຍບາຍ  ຕ່າງໆ ກ່ຽວກັບຊີວິດຂອງພວກເຂົາເຈົ້າ. ພວກເຂົາບໍ່ຄວນ ຈະເປັນເພື່ອນສ່ວນຕົວ ກັບຂ້າລັດຖະການຫຼືນັກການເມືອງ ຫຼືມີເບີໂທຣະສັບສາຍກົງ ໄປຫາຣັຖມົນຕີ ໃນການມີອິດທິພົນ ຕໍ່ວິທີ ທີ່ຊຸມຊົນຂອງພວກເຂົາ ໄດ້ຮັບງົບປະມານແລະການແບ່ງປັນ ຊັບພະຍາກອນ."

ຣັຖມົນຕີ ການເງິນ ທ່ານນາງ Katy Gallagher ໄດ້ຣົນນະຣົງໃນ Canberra, ແລະກ່າວວ່າ ສຽງ (Voice) ແມ່ນເລື້ອງກ່ຽວກັບ ການສ້າງຜົນຮັບທີ່ດີຂຶ້ນ ສໍາລັບປະຊາຊົນ First Nations.

"ການມີປາກສຽງໃນນະໂຍບາຍ ແລະໂຄງການຕ່າງໆ ທີ່ສົ່ງຜົນກະທົບ ຕໍ່ເຂົາເຈົ້າ ແລະຍັງບໍ່ແມ່ນພຽງແຕ່ຟັງເທົ່ານັ້ນ, ແຕ່ການຂັບເຄື່ອນຜົນທີ່ດີຂຶ້ນນໍາອີກ. ສະນັ້ນ ບໍ່ວ່າຈະເປັນເລື້ອງສຸຂະພາບ, ທີ່ພັກອາສັຍ, ການສຶກສາ, ວຽກງານ, ການສຶກສາໃນໄວເດັກ, ຄວາມຈິງແມ່ນວ່າຜົນຮັບເຫລົ່ານັ້ນ, ໃນເວລານີ້.... ມັນບໍ່ດີພໍ. ເມື່ອເຮົາເບິ່ງ ລາຍງານ Closing the Gap, ມັນບໍ່ດີພໍ ສໍາລັບແຕ່ລະຊຸມຊົນ ທົ່ວອອສເຕຣເລັຍແລະການລົງຄະແນນສຽງວ່າ ແມ່ນ-Yes ນັ້ນກ່ຽວກັບ ການເຮັດໃຫ້ ແນ່ໃຈວ່າ ພວກເຮົາກໍາລັງວາງໂຄງຮ່າງ ແລະຂະບວນການ ທີ່ຂັບເຄື່ອນຜົນຮັບທີ່ດີຂຶ້ນ ໃນທົ່ວປະເທດ."

ນີ້ ແມ່ນການລົງປະຊາມະຕິ ຄັ້ງທໍາອິດ ຂອງອອສເຕຣເລັຍນັບແຕ່ປີ 1999 ເປັນຕົ້ນມາ ເມື່ອປະຊາຊົນໄດ້ລົງຄະແນນສຽງ ຕໍ່ຕ້ານການເປັນ ສາທາລະນະຣັດ.

ທ່ານ Tim Costello ຜູ້ນຳຝ່າຍ Baptist ໄດ້ຂຽນຈົດຫມາຍເປີດຊອງເຖິງຜູ້ນໍາຄຣິສຕະຈັກ (Church Leaders), ຮຽກຮ້ອງໃຫ້ເຂົາເຈົ້າ ສນັບສນູນ ສຽງ (Voice).

ລາວໄດ້ປຽບທຽບກັບການຕໍ່ຕ້ານ ຂອງຄຣິສຕະຈັກ (Church) ໃນການຕໍ່ສູ້ ຂອງ Martin Luther King ເພື່ອຍຸດຕິ ການແບ່ງແຍກ ເຊື້ອຊາດ ໃນສະຫະຣັດອາເມຣິກາ ໃນປີ 1960.

ທ່ານ Costello ໄດ້ບອກກັບ SBS ວ່າລາວໄດ້ເຫັນ ເຖິງຄວາມລັງເລໃຈ ທີ່ຄ້າຍຄືກັນນີ້ ຈາກຜູ້ນໍາຂອງສາສນາຈັກ (Church Leaders) ໃນອອສເຕຣເລັຍ ກ່ຽວກັບການສນັບສນູນ ໃຫ້ມີສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ (Indigenous Voice to Parliament).

"ລາວເວົ້າແທ້ໆວ່າ: ເປັນຫຍັງພວກເຈົ້າຄຸນພໍ່ ທີ່ຕໍ່ຕ້ານ ການແບ່ງແຍກ ວິຈານຂ້າພະເຈົ້າ ແລະເວົ້າວ່າ 'ໃຫ້ອົດທົນ' ແລະ 'ຢ່າກົດດັນ' ແລະ 'ມັນເປັນການແບ່ງແຍກ' ແລະ 'ມັນແມ່ນການເມືອງ'. ແລະລາວເວົ້າແບບນີ້ ໃນຖານະເປັນພີ່ນ້ອງໃນພຣະຄຣິສຕ໌, ເພື່ອນນັກບວດ, ເມື່ອໃດເປັນເວລາທີ່ດີ ທີ່ຈະລຸກຂຶ້ນ ຕໍ່ສູ້ກັບຄວາມບໍ່ສເມີພາບ? ສະນັ້ນ, ຂ້າພະເຈົ້າຈຶ່ງອ້າງເຖິງຈົດຫມາຍນັ້ນ, ຄຳເຕືອນນັ້ນແມ່ນສິ່ງທີ່ Martin Luther King ໄດ້ປະເຊີນກັບພວກຄຸນພໍ່ ເຊັ່ນກັນ."

ຜູ້ນໍາການຣົນນະຣົງ No, ທ່ານ Warren Mundine ໄດ້ກ່າວຄຽງຂ້າງສະມາຊິກສະພາສູງ Jacinta Price ເພື່ອຕອບ ຕໍ່ການປະກາດນັ້ນ.

ທ່ານ Warren Mundine ອະດີດຜູ້ສມັກເລືອກຕັ້ງພັກ Liberal ໃນເຂດເລືອກຕັ້ງ Gilmore ແລະອະດີດປະທານແຫ່ງຊາດ ຂອງພັກແຮງງານໄດ້ກ່າວຫານາຍ Albanese ວ່າ ກໍ່ໃຫ້ເກີດຄວາມແຕກແຍກ.

"ນີ້ແມ່ນສິ່ງທີ່ນາຍົກຣັຖມົນຕີຄົນນີ້ໄດ້ເຮັດ. ນັບຕັ້ງແຕ່ມື້ທຳອິດ,ນາຍົກຣັຖມົນຕີຄົນນີ້ ໄດ້ໂຈມຕີຜູ້ທີ່ມີຄວາມຄິດເຫັນ ທີ່ແຕກຕ່າງ ກັບລາວ, ໃສ່ຊື່ໃຫ້ເຂົາເຈົ້າ, ແລະນັ້ນໄດ້ເປີດພື້ນທີ່ ໃຫ້ມີການແບ່ງແຍກ ຈາກການລ່ວງລະເມີດ ທາງເຊື້ອຊາດ ດ້ວຍຄວາມກຽດຊັງທີ່ຫນ້າຢ້ານກົວ ທັງຫມົດທີ່ກໍາລັງເກີດຂຶ້ນຢູ່ໃນນັ້ນ. ແລະທັງຫມົດນັ້ນແມ່ນ Albo. ລາວເປັນຜູ້ທີ່ເລີ່ມຕົ້ນມັນ. ລາວເປັນຜູ້ທີ່ເອົາມັນອອກມາ. ແລະຖ້າຄິດວ່າ ສຽງ (voice) ນັ້ນ ເປັນຄໍາຕອບ ທີ່ຈະແກ້ໄຂທຸກຢ່າງ, ເປັນຢາວິເສດ, ແລ້ວລາວກໍບໍ່ໄດ້ຕອບຄໍາຖາມທີ່ແທ້ຈິງ."

ແທ່ານສາມາດຊອກຫາຂໍ້ມູນທີ່ຄົບຖ້ວນກ່ຽວກັບການລົງປະຊາມະຕິ. ເຂົ້າໄປທີ່ ການລົງປະຊາມະຕິ SBS Voice Referendum

ເນື້ອເລື່ອງໂດຍ Ciara Hain   ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share