ຄວາມຄິດເຫັນຂອງຊາວ Orange ກ່ຽວກັບ ສຽງຕໍ່ຣັຖສະພາ
ດ້ວຍວ່າຕອນນີ້ ວັນສໍາລັບການລົງປະຊາມະຕິຂອງສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ (Indigenous Voice to Parliament) ໄດ້ຖືກກໍານົດແລ້ວ, ການໂຕ້ຖຽງ ກ່ຽວກັບອະນາຄົດ ຂອງ ກໍາລັງອອກໄປຈາກ Canberra ແລະໄປຍັງພູມີພາກຕ່າງໆ.
ໄດ້ເດີນທາງໄປເມືອງ Orange ໃນ Central Tablelandsຂອງຣັດ New South Wales ເພື່ອຄົ້ນຫາວ່າ ປະຊາຊົນຢູ່ທີ່ນັ້ນ ຄິດແນວໃດ.
Francesca De Nuccio ລາຍງານ.
Orange - ເມືອງທີ່ຈະເລີນຮຸ່ງເຮືອງດ້ວຍບໍ່ແຮ່, ການທ່ອງທ່ຽວ, ການສຶກສາ ແລະການກະເສດ.... ແລະຄວາມເຫັນຂອງຜູ້ຢູ່ອາສັຍ ໃນເມື່ອເວົ້າເຖິງສຽງ (Voice) ນັ້ນ, ກໍມີຄວາມແຕກຕ່າງກັນເຊັ່ນກັນ.
ພວກເຂົາກະຕືລືລົ້ນ ທີ່ຈະເຂົ້າໃຈວ່າ ມັນອາດມີຄວາມຫມາຍແນວໃດ ສໍາລັບພູມີພາກ ອອສເຕຣເລັຍ.
ຮອງນາຍົກເທດສະມົນຕີ, ທ່ານ Gerald Power ເປັນສະມາຊິກສະພາເທດສະບານ ຊາວພື້ນເມືອງ ຄົນທໍາອິດຂອງ Orange.
“ຂ້າພະເຈົ້າຄິດວ່າ ສິ່ງນັ້ນໄດ້ສ້າງໂອກາດໃຫ້ແກ່ສະພາໃນເວລານີ້. ທຸກຢ່າງໄດ້ປ່ຽນໄປແລ້ວ ເຊັ່ນການມີສຽງຢູ່ໃນສະພາ,ມີການເວົ້າ, ຂ້າພະເຈົ້າ ກໍາລັງແນະນໍາປະຊາຊົນ ປະເທດທໍາອິດ(First Nations people) ຢູ່ທີ່ນີ້ ຊຶ່ງສາມາດ ມີຄວາມຮ່ວມມື ລະຫວ່າງສະພາເມືອງ Orange ແລະສະຖານທີ່ສັກສິດ ແລະເລື່ອງລາວຂອງພວກເຂົາ ແລະສິ່ງທີ່ເຂົາເຈົ້າຮູ້ສຶກແທ້ໆ ອາດເປັນປໂຍດຫລາຍ ໃນຄວາມສຳພັນ ກັບປະຊາຊົນປະເທດທໍາອິດ ຢູ່ໃນເມືອງ Orange ນີ້.”
ຢູ່ເທິງພູ Canobolas ຂອງ Orange - ພູເຂົາໄຟບູຮານ ທີ່ມີທິວທັດຢູ່ເທິງຍອດເຂົາ - Mr Power ອະທິບາຍວ່າ ມັນເປັນສິ່ງສັກສິດ ສໍາລັບຊົນຊາວ Wiradjuri.
“ມັນເປັນສ່ວນຫນຶ່ງ ຂອງເລື່ອງທາງວິນຍານ ຂອງ Wiradjuri. ດັ່ງນັ້ນ, ຈຶ່ງມີຊື່ວ່າ Canobolas. ແຕ່ເລື່ອງທາງວິນຍານ, ມັນແມ່ນ Gaahna-bula. ແລະມັນແມ່ນເລື້ອງ ຂອງສາມອ້າຍນ້ອງ ທີ່ຕໍ່ສູ້ກັນ ຍ້ອນຜູ້ຍິງ.”
ນອກຈາກນັ້ນ-ລາວຍັງຈັດການ ການຍ່າງທ່ຽວຊົມວັດທະນະທັມຂອງຊາວພື້ນເມືອງ-ແບ່ງປັນມໍຣະດົກ ແລະວັດທະນະທັມຂອງພູມີພາກ.
ລາວເປັນຄົນ Queensland – Mr Power ໄດ້ຮັບອະນຸຍາດ ຈາກຜູ້ອາວຸໂສຊາວ Wiradjuri ໃຫ້ເຮັດສິ່ງນີ້.
ນອກນັ້ນ, ລາວຍັງມີສ່ວນ ໃນການຊຸກຍູ້ ໃຫ້ສະພາສນັບສນຸນສຽງ(Voice) ໃນປີກາຍນີ້.
“ແມ່ນແລ້ວ, ພວກເຮົາຮູ້ຢ່າງແນ່ນອນວ່າ ເປັນຫຍັງພວກເຮົາຈຶ່ງເຮັດມັນ – ພຽງແຕ່ໃນພື້ນຖານງ່າຍໆສອງຢ່າງ- ການຮັບຮູ້ໃນຣັຖທັມມະນູນ ແລະສຽງເພື່ອໃຫ້ຜົນຮັບທີ່ດີກວ່າສໍາລັບຄົນຊາວພື້ນເມືອງ,”
ມັນແມ່ນ ກາງອາທິດໃນເມືອງ Orange ແຕ່ປະຊາຊົນໃນທ້ອງຖິ່ນ ຫລາຍກວ່າ 100 ຄົນທີ່ຢາກຮູ້ຂໍ້ມູນຕື່ມ ໄດ້ພາກັນໄປທີ່ຊຸມນຸມຊຸມຊົນ,ກ່ອນສິ່ງທີ່ອາດຈະເປັນ ການແກ້ໄຂຣັຖທັມມະນູນ ຄັ້ງທີເກົ້າ ຂອງອອສເຕຣເລັຍ.
ບາງຄົນ ກໍຍັງບໍ່ທັນຕັດສິນໃຈ.
“ຂ້ອຍບໍ່ຮູ້ຫຼາຍກ່ຽວກັບເລື້ອງນີ້. ດັ່ງນັ້ນ, ຂ້ອຍພະຍາຍາມທີ່ຈະສຶກສາດ້ວຍຕົນເອງ ແລະຊອກຫາຂໍ້ມູນເພີ່ມເຕີມ. ນີ້ແມ່ນງານ/ຂໍ້ມູນທໍາອິດທີ່ພວກເຮົາມີ ດັ່ງນັ້ນຂ້ອຍຄິດວ່າ ມັນບໍ່ມີຫຼາຍໂດຍສະເພາະໃນ Orange.”
ບາງຄົນ ກໍສນັບສນູນ YES ຢ່າງແນ່ນອນ.
“ສໍາລັບຂ້ອຍມັນແມ່ນຄວາມຄຶດແບບສັ້ນໆຫນ້ອຍຫນຶ່ງ. ຂ້ອຍຄິດວ່າ ປະເທດໃດທີ່ຍັງບໍ່ທັນເປັນຜູ້ໃຫຍ່ ພໍທີ່ຈະຮັບຮູ້ປະເທດຊົນຊາດທໍາອິດຂອງຕົນ, ມີຫຼາຍຢ່າງ ທີ່ຕ້ອງຊອກຫາ ໃນຈິດວິນຍານຂອງມັນ.”
ແລະຢູ່ນອກງານ...
“ຂ້ອຍຄິດວ່າ ມັນເປັນພຽງການເສັຍເງິນຖິ້ມລ້າໆ-ມີຫຼາຍສິ່ງທີ່ສໍາຄັນກວ່າ ທີ່ຣັຖບານຄວນເບິ່ງແຍງ. ຂ້ອຍຈະລົງຄະແນນ NOເພາະຂ້ອຍຄິດວ່າ ຄວນປະສິ່ງຕ່າງໆໄວ້ຄືເກົ່າ, ຢ່າແຊກແຊງກັບສິ່ງທີ່ກໍາລັງເກີດຂຶ້ນ.”
SBS ໄດ້ໂອ້ລົມກັບຄົນອື່ນໆອີກຫລາຍຄົນ ທີ່ເວົ້າວ່າ ເຂົາເຈົ້າຈະລົງຄະແນນ NO ແຕ່ບໍ່ຢາກໃຫ້ມີການບັນທຶກໄວ້.
ໃນຈໍານວນປະມານ 40,000 ຄົນທີ່ອາສັຍຢູ່ໃນ Orange-ເກືອບແປດສ່ວນຮ້ອຍ ແມ່ນຊາວພື້ນເມືອງ.
ແລະໃນຂນະທີ່ ບາງຄົນການສນັບສນູນສຽງ (Voice) ຢ່າງເຂັ້ມແຂງ–ບາງຄົນມີຄວາມກັງວົນກ່ຽວກັບສິ່ງທີ່ມັນ ຈະມີຄວາມຫມາຍ ແນວໃດແທ້ ສໍາລັບຜູ້ທີ່ອາສັຍຢູ່ໃນພູມີພາກ.
ຜູ້ອາວຸໂສຊາວພື້ນເມືອງບາງຄົນ ເຊັ່ນຜູ້ອາວຸໂສຊາວ Wiradjuri ລຸງ Neil Ingram ກ່າວວ່າ ມັນເປັນສິ່ງທ້າທາຍ ທີ່ຈະສະແດງຄວາມເປັນຫ່ວງ ກ່ຽວກັບສຽງ (Voice).
“ເຖິງວ່າເຮົາຈະມີຄວາມຄິດເຫັນ, ພວກເຂົາກໍບໍ່ເຄົາລົບ ແລະພວກເຂົາກໍຕິຕຽນທ່ານ. ພວກລົງຄະແນນສຽງ YES, ຖ້າພວກເຂົາ ຮູ້ວ່າທ່ານບໍ່ສນັບສນູນມັນ, ພວກເຂົາເຈົ້າເລີ່ມຕໍາຫນິ ແລະປະນາມທ່ານ. ແລະຂ້າພະເຈົ້າເຊື່ອວ່າ ສຽງ (Voice) ໄດ້ແບ່ງແຍກ ປະເທດທີ່ຍິ່ງໃຫຍ່ຂອງເຮົາ.”
ລູງ Les Powell, ຜູ້ອາວຸໂສຊາວ Wiradjuri ກ່າວວ່າ ທ່ານຍັງເປັນຫ່ວງ ກ່ຽວກັບຕົວແທນ ໃນ ສຽງຕໍ່ຣັຖສະພາ (Voice to Parliament).
“ໃຜໄດ້ຜົນປໂຍດ? ເປັນຫຍັງມັນຈຶ່ງເປັນປໂຍດ ແລະພວກເຮົາ ຈະໄດ້ຮັບຜົນດີຂຶ້ນ ສໍາລັບຄົນພື້ນເມືອງ ໂດຍສະເພາະແມ່ນຄົນທົ່ວໄປ. ພວກເຂົາຈະເປັນຄົນຍຸດຕິທັມ ແລະເປັນຕົວແທນ ຂອງທັງຫມົດຂອງ ອອສເຕຣເລັຍ ໄດ້ແນວໃດ? ພວກເຂົາເຮັດບໍ່ໄດ້! ໃນຊາວ Wiradjuriເອງ, ພວກເຮົາມີ 500 ກຸ່ມທີ່ແຕກຕ່າງກັນ, 500 ພາສາ ທີ່ແຕກຕ່າງກັນ.”
ປ້າ Alice Williams ກໍມີຄວາມເປັນຫ່ວງເຫຼົ່ານີ້ເຊັ່ນກັນ.
“ຖ້າຫາກວ່າ ທ່ານໄປຖາມຄົນຫນຸ່ມບາງຄົນ ພວກເຂົາຈະຄິດວ່າ ທ່ານກໍາລັງເວົ້າເຖິງລາຍການໂທລະພາບ. ພວກເຮົາໄດ້ກາຍເປັນຄົນຂີດກາໃນກ່ອງ ('tick a box'). ພວກເຮົາຂີດກາໃນກ່ອງນັ້ນ (tick a box for that), ຂີດກາໃນກ່ອງນີ້ (tick a box for this), ແລະກັບສຽງ (Voice) ນີ້ກໍຄືກັນ. ພວກເຮົາຈະຂີດກາໃນກ່ອງ ແລະມີຂໍ້ມູນພຽງເລັກນ້ອຍ ກ່ຽວກັບສິ່ງທີ່ພວກເຮົາກໍາລັງຂີດກາໃນກ່ອງ.”
ໃນຂນະທີ່ ບາງຄົນຍັງກໍບໍ່ໄດ້ຍິນເລື່ອງນີ້ເລີຍ-ເຊັ່ນລຸງ Vic ເປັນຕົ້ນ.
“ນັກຂ່າວ: ທ່ານຮູ້ບໍວ່າ ການລົງປະຊາມະຕິແມ່ນຫຍັງ, ມີໃຜໄດ້ອະທິບາຍໃຫ້ທ່ານຟັງແລ້ວບໍ່?
ລຸງວິກ: ບໍ່, ຂ້ອຍບໍ່ຮູ້ວ່າມັນແມ່ນຫຍັງ.”
ຢູ່ທີ່ Orange Aboriginal Medical Service-ມີຄວາມຫວັງວ່າ ສຽງ (Voice) ຈະນໍາຜົນຮັບໃນທາງບວກ ດັ່ງທີ່ CEO, Jamie Newman ອະທິບາຍ.
“ລະບົບບໍ່ເຄີຍຊ່ອຍພວກເຮົາ. ດັ່ງນັ້ນ, ພວກເຮົາຕ້ອງປ່ຽນສິ່ງນັ້ນ. ບໍ່ວ່າທ່ານຈະຂາວ, ດໍາ ຫຼືລາຍ, ຄົນຈໍາເປັນຕ້ອງການໄດ້ຮັບການດູແລສຸຂະພາບ. ແຕ່ເຮົາຄົງຈະມາເຖິງບ່ອນນີ້ໄວຂຶ້ນ ຖ້າຮັບຟັງສຽງຈາກພວກເຮົາ.”
ສໍາລັບ Orange, ການສົນທະນາຍັງດໍາເນີນຕໍ່ໄປ.
ຢ່າງຫນ້ອຍອີກຫົກອາທິດ.
ເນື້ອເລື່ອງໂດຍ Francesca De Nuccio ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌