ໃນບໍ່ຊ້ານີ້ ຜູ້ມີສິດເລືອກຕັ້ງ ໄດ້ຖືກຮຽກຮ້ອງໃຫ້ຕັດສິນໃຈວ່າ ຣັຖທັມມະນູນ ຂອງອອສເຕຣເລັຍຄວນຈະໄດ້ຮັບການປັບປຸງ ເພື່ອຮັບຮູ້ປະຊາຊົນຊາວພື້້ເມືອງ ຜ່ານຕົວແທນທີ່ຮູ້ກັນວ່າ “ສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ” (Indigenous Voice to Parliament) ຫລືບໍ່.
'ສຽງ-The Voice’ ຈະເປັນກຸ່ມທີ່ຖືກເລືອກ ເພື່ອໃຫ້ແນະນໍາ ຕໍ່ຣັຖບານກ່ຽວກັບບັນຫາ ແລະກົດຫມາຍ ທີ່ມີຜົນກະທົບ ຕໍ່ຊົນຊາດທໍາອິດ (First Nations peoples).
ທ່ານ Evan Ekin-Smyth ໂຄສົກຂອງຄນະກັມມະການເລືອກຕັ້ງອອສເຕຣເລັຍ (AEC), ອະທິບາຍເຖິງຄວາມສໍາຄັນ ຂອງຂະບວນການລົງປະຊາມະຕິນີ້.
ທ່ານກ່າວວ່າ "ການລົງປະຊາມະຕິ ແມ່ນການລົງຄະແນນສຽງ ທົ່ວ ປະເທດ ກ່ຽວກັບບັນຫາໃດຫນຶ່ງ ທີ່ຈະແກ້ໄຂຣັຖທັມມະນູນຂອງຕັ້ງອອສເຕຣເລັຍຫຼືບໍ່.
ວິທີດຽວ ທີ່ທ່ານສາມາດປ່ຽນແປງ ຣັຖທັມມະນູນແມ່ນຜ່ານການລົງຄະແນນສຽງ ຂອງປະຊາຊົນ. ຣັຖສະພາບໍ່ມີອໍານາດ ທີ່ຈະເຮັດໄດ້.Evan Ekin-Smyth
ຣັຖທັມມະນູນ ກໍານົດການເຮັດວຽກ ຂອງຣັຖບານກາງ. ມັນກໍານົດ ພື້ນຖານການພົວພັນ ຂອງ Commonwealth, ຣັດ ແລະປະຊາຊົນ; ລວມທັງກົດຫມາຍ ທີ່ຣັຖສະພາ ແລະຣັຖບານກາງ ສາມາດເຮັດໄດ້.
'ແມ່ນ-yes' ຫຼື 'ບໍ່-no' ຕໍ່ຄໍາຖາມຕໍ່ໄປນີ້:
ກົດຫມາຍທີ່ສເນີ: ເພື່ອແກ້ໄຂຣັຖທັມມະນູນ ເພື່ອຮັບຮູ້ຊົນຊາດທໍາອິດ ຂອງອອສເຕຣເລັຍ ໂດຍການສ້າງສຽງຊາວພື້ນເມືອງ ແລະ Torres Strait Islander.
ຫຼືບໍ່?"

A supporter is seen with the Aboriginal flag painted on her face in support of the vote hold placards during a Yes 23 community event in support of an Indigenous Voice to Parliament, in Sydney, Sunday, July 2, 2023. (AAP Image/Bianca De Marchi) NO ARCHIVING Source: AAP / BIANCA DE MARCHI/AAPIMAGE
"ສໍາລັບການລົງປະຊາມະຕິທີ່ຈະຜ່ານ, ມັນຕ້ອງຜ່ານການລົງຄະແນນ ສຽງສ່ວນຫຼາຍ 'ແມ່ນ' ໃນທົ່ວປະເທດ, ແລະສຽງສ່ວນຫຼາຍ 'ແມ່ນ' ໃນຣັດສ່ວນໃຫຍ່. ສະນັ້ນ ຢ່າງຫນ້ອຍ ສີ່ ໃນຫົກຣັດ ຂອງອອສເຕຣເລັຍ ຕ້ອງໄດ້ລົງຄະແນນສຽງວ່າ 'ແມ່ນ'. Mr Ekin-Smyth ອະທິບາຍ.
"ທັງ ACT ແລະ NT ກໍເລືອກຕັ້ງຄືກັນ ກັບພົນລະເມືອງອື່ນໆ ຂອງອອສເຕຣເລັຍ ແລະຫມາຍເຖິງ 'ແມ່ນ' ຫຼື 'ບໍ່' ໃນເຈັ້ຍການເລືອກຕັ້ງ. ມັນນັບຮວມກັບຄົນສ່ວນໃຫຍ່ຂອງປະເທດເທົ່ານັ້ນ ແລະບໍ່ແມ່ນອຸບປະສັກທີສອງ ທີ່ການລົງຄະແນນສຽງຕ້ອງຜ່ານ. ສະນັ້ນ, ການລົງຄະແນນສຽງ ໃນເຂດປົກຄອງຕ່າງໆ ຍັງມີຄວາມສໍາຄັນຢ່າງຫຼາຍ ຕໍ່ສ່ວນໃຫຍ່ຂອງປະເທດ."
(Voice) ທີ່ສເນີຕໍ່ຣັຖສະພາຈະເປັນຄນະຜູ້ແທນ ທີ່ມີຄວາມສົມດຸນ ທາງເພດ ຂອງບັນດາຜູ້ແທນ ຊາວພື້ນເມືອງເຊິ່ງຖືກເລືອກໂດຍ ຊຸມຊົນຊາດທໍາອິດ ເພື່ອເປັນຕົວແທນເຂົາເຈົ້າ ໃນການໃຫ້ຄໍາແນະນໍາ ແກ່ຣັຖສະພາ ເມື່ອຮ່າງກົດຫມາຍ ທີ່ສົ່ງຜົນກະທົບຕໍ່ເຂົາເຈົ້າ.
READ MORE

What is Welcome to Country?
ໃນການຜ່ານກົດຫມາຍ, ການຄັດຄ້ານ (veto) ຫຼືການຈັດງົບປະມານ. ຣັຖສະພາ ຈະດໍາເນີນຕໍ່ໄປຕາມປົກກະຕິ.
ສາດສະດາຈານ Megan Davis ເປັນແມ່ຍິງຊາວ Cobble Cobble ແລະເປັນປະທານ ກົດຫມາຍຣັຖທັມມະນູນທີ່ມະຫາວິທະຍາໄລ NSW.
ທ່ານນາງແມ່ນສ່ວນນຶ່ງ ຂອງຄນະຜູ້ຊ່ຽວຊານ ກ່ຽວກັບການຮັບຮູ້ ປະຊາຊົນພື້ນເມືອງ ແລະ Torres Strait Islander ໃນຣັຖທັມມະນູນ ທີ່ໄດ້ຍື່ນສເນີ ສໍາລັບ ສຽງ (Voice).
ທ່ານນາງກ່າວວ່າ ປະເທດອື່ນໆ ປະສົບຄວາມສຳເລັດ ໃນການໃຊ້ແມ່ແບບ ທີ່ຄ້າຍຄືກັນນີ້.
ນາງກ່າວວ່າ "ນີ້ແມ່ນການປະຕິຮູບທົ່ວໄປ ທີ່ເກີດຂຶ້ນ ກັບລະບົບປະຊາທິປະໄຕ ໃນທົ່ວໂລກ ເພື່ອໃຫ້ແນ່ໃຈ ວ່າສຽງຂອງຊາວພື້ນເມືອງຈະໄດ້ຍິນ ເມື່ອຣັຖບານອອກກົດຫມາຍ ແລະນະໂຍບາຍ ກ່ຽວກັບພວກເຂົາ.”
ຫນຶ່ງໃນເຫດຜົນ ທີ່ພວກເຮົາບໍ່ສາມາດປິດຊ່ອງວ່າງ ໃນຄວາມບໍ່ເທົ່າທຽມ ໃນອອສເຕຣເລັຍ ແມ່ນຍ້ອນວ່າຣັຖບານບໍ່ຄ່ອຍຈະປຶກສາ ກັບຊຸມຊົນ ເມື່ອພວກເຂົາອອກກົດຫມາຍ ແລະນະໂຍບາຍ ກ່ຽວກັບພວກເຂົາ.Professor Megan Davis
ຊົນຊາດປະເທດທໍາອິດ ຂອງອອສເຕຣເລັຍມີຄວາມຄິດເຫັນ ທາງການເມືອງທີ່ແຕກຕ່າງກັນ, ບາງຄົນບໍ່ເຫັນພ້ອມ ກັບຂໍ້ສເນີສຽງ(Voice).
ນີ້ຮວມທັງ ພວກນັກການເມືອງທີ່ມີຊື່ສຽງ ຂອງຊາວພື້ນເມືອງ. Country Liberal ຂອງ Northern Territory ທ່ານນາງ Jacinta Price ແລະອະດີດຜູ້ນໍາແຮງງານ ທ່ານ Warren Mundine ແມ່ນສ່ວນນຶ່ງຂອງການຣົນນະຣົງ 'ບໍ່-No'. ພວກເຂົາເຈົ້າໂຕ້ແຍ້ງວ່າ ສຽງຕໍ່ຣັຖສະພາ (Voice to Parliament)ຈະເຮັດໄດ້ພຽງເລັກນ້ອຍ ໃນການແກ້ໄຂຄວາມບໍ່ເທົ່າທຽມ ຂອງຊາວພື້ນເມືອງ.
ເມື່ອການລົງຄະແນນສຽງ ໃກ້ເຂົ້າມາ, ການຣົນນະຣົງ 'ແມ່ນ' ແລະ 'ບໍ່' ຈະມີການໂຕ້ແຍ້ງຕ່າງໆ ລະຫວ່າງ “ເຫັນດີ” ແລະ "ຕໍ່ຕ້ານ" ສຽງ(Voice). ແລະຈະຖືກສົ່ງໄປຫາບ້ານເຮືອນທົ່ວປະເທດ.

Country Liberal Party Senator Jacinta Nampijinpa Price walks with a young Indigenous woman wearing an Australian flag ahead of a press conference at Parliament House in Canberra, Wednesday, March 22, 2023. (AAP Image/Lukas Coch) NO ARCHIVING Source: AAP / LUKAS COCH/AAPIMAGE
"ພວກເຮົາ ຈະມີສະຖານທີ່ລົງຄະແນນສຽງຫຼາຍພັນແຫ່ງ ໃນທົ່ວປະເທດ ໃນມື້ລົງປະຊາມະຕິ.
“ນອກນັ້ນ ຍັງຈະມີ ສູນການເລືອກຕັ້ງ ລ່ວງໜ້າ ຫຼາຍອາທິດກ່ອນຫນ້ານີ້ ເຊັ່ນກັນ, ສະນັ້ນ ຖ້າຫາກວ່າ ທ່ານບໍ່ສາມາດເຮັດໄດ້ໃນມື້ນັ້ນ, ທ່ານສາມາດໄປທີ່ສູນການເລືອກຕັ້ງລ່ວງໜ້າ ດ້ວຍຕົນເອງ.ພວກເຮົາ ຈະອໍານວຍຄວາມສະດວກ ໃນການລົງຄະແນນສຽງ ຢູ່ຕ່າງປະເທດ, ການລົງຄະແນນສຽງເຄື່ອນທີ່ໃນສະຖານທີ່ຫ່າງໄກ, ຈະມີການລົງຄະແນນສຽງໄປສະນີ, ລວມທັງ ການລົງຄະແນນສຽງທາງໂທລະສັບ ສໍາລັບຄົນທີ່ຕາບອດ."
Callanan ເປັນຕົວແທນ AEC, ອະທິບາຍ ເຖິງຄວາມແຕກຕ່າງຂອງຊັບພະຍາກອນ ທີ່ຜູ້ເລືອກຕັ້ງສາມາດເຂົ້າເຖິງໄດ້.
ພວກເຮົາຈະມີຊັບພະຍາກອນ ທີ່ແປເປັນຫຼາຍກວ່າ 30 ພາສາ ທາງດ້ານວັດທະນະທັມແລະພາສາ ທີ່ແຕກຕ່າງກັນ, ມີຢູ່ໃນເວັບໄຊທ໌ ຂອງພວກເຮົາ ພ້ອມທັງການບໍຣິການ ແປພາສາທາງໂທຣະສັບ."
ທ່ານອະທິບາຍວ່າຖ້າຫາກບຸກຄົນໃດ ໄດ້ລົງທະບຽນເລືອກຕັ້ງ, ຜູ້ນັ້ນກໍຈະມີສິດ ລົງຄະແນນໃນການລົງປະຊາມະຕິ ເຊັ່ນກັນ.
ດັ່ງນັ້ນ, ເຊັ່ນດຽວກັບການເລືອກຕັ້ງ, ການລົງຄະແນນສຽງແມ່ນຂໍ້ບັງຄັບ.
ທ່ານພຽງແຕ່ ຕ້ອງເປັນພົນລະເມືອງອອສເຕຣເລັຍ, ແຕ່ພວກເຮົາຢາກຊຸກຍູ້ ໃຫ້ປະຊາຊົນ ວ່າຖ້າຫາກວ່າ ທ່ານໄດ້ຍ້າຍ ຫຼືຖ້າຫາກວ່າທ່ານບໍ່ແນ່ໃຈວ່າ ທ່ານມີຊື່ໃນທະບຽນຫຼືບໍ່, ທ່ານສາມາດກວດສອບ ການລົງທະບຽນຂອງທ່ານໄດ້ທີ່ aec.gov.au ແລະທ່ານສາມາດພຽງແຕ່ ກວດເບິ່ງ ແລະເຮັດໃຫ້ແນ່ໃຈວ່າ ລາຍລະອຽດການລົງທະບຽນທັງຫມົດຂອງທ່ານນັ້ນ ຖືກຕ້ອງ".
Ekin Smyth ເຊື່ອວ່າ ມັນເປັນສິ່ງສໍາຄັນ ທີ່ຈະມີສ່ວນຮ່ວມ ໃນການໂຕ້ຖຽງ ແລະເຮັດການຄົ້ນຄວ້າກ່ອນລົງຄະແນນສຽງ.
"ຄິດກ່ຽວກັບຫົວຂໍ້ດີໆ. ນັ້ນແມ່ນສິ່ງທີ່ແຕກຕ່າງກັນ ສໍາລັບການລົງປະຊາມະຕິ. ທ່ານບໍ່ໄດ້ຄິດເຖິງ ຜູ້ສມັກ ທີ່ທ່ານອາດຈະຕ້ອງການເລືອກເອົາ; ທ່ານກໍາລັງຄິດເຖິງຫົວຂໍ້ບັນຫາ.”
ໃຫ້ທ່ານຄວນຄົ້ນຄວ້າຢ່າງລະມັດລະວັງ, ຄິດວ່າທ່ານ ຕ້ອງການທີ່ຈະເລືອກ 'ແມ່ນ-yes’ ຫຼື 'ບໍ່-no', ແລະໃຫ້ແນ່ໃຈວ່າ ທ່ານມາທີ່ກ່ອງປ່ອນບັດ ດ້ວຍຄວາມຮູ້ກ່ຽວກັບຫົວຂໍ້ບັນຫາ."Evan Ekin-Smyth
ຄື ຕ້ອງຊາບວ່າຜົນໄດ້ຮັບ ແມ່ນຜູກມັດ, Mr Callanan ອະທິບາຍ.
ມັນເປັນສິ່ງສໍາຄັນແທ້ໆ ທີ່ຈະໃຊ້ສຽງຂອງທ່ານ, ບໍ່ວ່າທ່ານຈະເລືອກເອົາທາງໃດກໍຕາມທີ່ AEC; ພວກເຮົາບໍ່ສົນໃຈວ່າ ຜູ້ຄົນຈະລົງຄະແນນສຽງແນວໃດ, ສິ່ງທີ່ພວກເຮົາສົນໃຈ ແມ່ນວ່າຄົນຈະລົງຄະແນນສຽງ, ແລະມັນເປັນສິ່ງທີ່ພິເສດຫຼາຍ ທີ່ທ່ານສາມາດໃຊ້ສຽງຂອງທ່ານ ໃນເລື່ອງນັ້ນ. ດັ່ງນັ້ນ, ພວກເຮົາຢາກຊຸກຍູ້ ໃຫ້ປະຊາຊົນເອົາຈິງເອົາຈັງ ກັບເລື້ອງນັ້ນ."
ຮັບຊາບຂໍ້ມູນ ກ່ຽວກັບການ ລົງປະຊາມະຕິ ສຽງຂອງຊາວພື້ນເມືອງ ຕໍ່ຣັຖສະພາ ໃນ ປີ 2023 ຈາກທົ່ວເຄືອຂ່າຍ SBS, ລວມເຖິງມຸມມອງ ຂອງປະເທດທໍາອິດ (First Nations perspectives) ຜ່ານ NITV. ເຂົ້າມາເບິ່ງທີ່ ເພື່ອເຂົ້າເຖິງບົດຄວາມ, ວິດີໂອ ແລະ podcasts ໃນຫຼາຍກວ່າ 60 ພາສາ, ຫຼື stream ຂ່າວຫຼ້າສຸດ ແລະການວິເຄາະ, docos ແລະຄວາມບັນເທີງ ຟຣີ, ທີ່