ແນວໂນ້ມຂອງການລົງປະຊາມະຕິ ໃນTasmania.
ວັນລົງຄະແນນສຽງ ສໍາລັບການລົງປະຊາມະຕິ ສຽງຂອງຊາວພື້ນເມືອງຕໍ່ຮັຖສະພາ ເຫຼືອພຽງແຕ່ບໍ່ເທົ່າໃດມື້ເທົ່ານັ້ນ ແລະຣັດທາງພາກໃຕ້ຂອງ–Tasmania–ຖືກເບິ່ງວ່າ ເປັນໂຕວັດຊີ້ສໍາຄັນ ໃນການກໍານົດຜົນ ຂອງການລົງຄະແນນ.
ການສໍາຫລວດເທື່ອຫລ້າສຸດ ສະແດງໃຫ້ເຫັນວ່າ ຄວາມຮູ້ສຶກໃນຣັດ ມີແນວໂນ້ມ ທີ່ຈະມີການເລືອກຕັ້ງວ່າ ແມ່ນ-Yes, ແຕ່ມີຄວາມເປັນຫ່ວງວ່າ ນັ້ນອາດຈະເປັນການຄາດການ ທີ່ບໍ່ຖືກຕ້ອງ.
ສໍາລັບຊາວ Palawa, ທ່ານ Rodney Dillon, ການລົງປະຊາມະຕິ ສໍາລັບສຽງຂອງຊາວພື້ນເມືອງຕໍ່ຮັຖສະພາ ແມ່ນຈຸດສຸດຍອດ ຂອງການ ສນັບສນູນ ເປັນເວລາຫຼາຍປີ.
"ຂ້າພະເຈົ້າ ໄດ້ຢູ່ໃນການເມືອງຂອງຊາວພືນເມືອງ ແລະເຮັດສິ່ງຕ່າງໆກ່ຽວຊາວພື້ນເມືອງ ມາເປັນເວລາ 50 ກວ່າປີ, ອາດຈະເປັນ 52-54 ປີ.ແລະຂ້າພະເຈົ້າຈະເວົ້າວ່າ ນີ້ຄືສິ່ງທີ່ສໍາຄັນທີ່ສຸດ ໃນປວັດສາດ ຂອງຂ້າພະເຈົ້າ ທີ່ຈະເດີນຜ່ານໃນຊີວິດຂອງຂ້າພະເຈົ້າ. ຂ້າພະເຈົ້າ ຈະບໍ່ເຫັນປະຊາມະຕິອີກເທື່ອຫນຶ່ງ. ຂ້າພະເຈົ້າ ຈະບໍ່ເຫັນສິ່ງເຫລົ່ານີ້ປ່ຽນແປງຈັກເທື່ອ ຖ້າຫາກເຮົາບໍ່ຊນະ"
ລາວຢູ່ໃນກຸ່ມທຳງານ ການລົງປະຊາມະຕິ ແລະໄດ້ຣົນນະຣົງສໍາລັບ Yesໃນທົ່ວ Tasmania ເປັນເວລາຫຼາຍເດືອນ.
ລາວກ່າວວ່າ ສຽງ (the Voice) ເປັນໂອກາດ ທີ່ຈະໃຫ້ຊົນຊາດປະເທດທໍາອິດ ເບິ່ງແຍງກ່ຽວກັບການໃຊ້ຈ່າຍງົບປະມານ ໃນເລື້ອງທີ່ກ່ຽວຂ້ອງ ກັບພວກເຂົາເຈົ້າ.
"ຄວາມສໍາຄັນ ຂອງການໃຫ້ຄໍາແນະນໍາ ແກ່ຜູ້ທີ່ໄດ້ຮັບຜົນກະທົບ ຈາກງົບປະມານ, ໃຫ້ຄໍາແນະນໍາ ແກ່ຜູ້ຈັດການ ແບ່ງປັນງົບປະມານ.ຂ້າພະເຈົ້າຄິດວ່າ ນັ້ນແມ່ນຄວາມສໍາຄັນທີ່ສຸດ."
ຖ້າການລົງປະຊາມະຕິ ໄດ້ຮັບຜົນສໍາເລັດ, ມັນບໍ່ແມ່ນບັນຫາດຽວ ທີ່ລາວຢາກໃຫ້ ສຽງ (Voice) ຮັບມືກ່ອນ, ແຕ່ມັນແມ່ນຫລາຍບັນຫາ ທີ່ລາວເຫັນວ່າ ມີການເຊື່ອມໂຍງກັນ: ທີ່ພັກອາສັຍ, ສຸຂະພາບ, ການສຶກສາ ແລະການຈ້າງງານ.
"ພວກເຂົາທັງຫມົດ ເດີນທາງຮ່ວມກັນ. ຖ້າຫາກວ່າ ທ່ານບໍ່ມີເຮືອນ ທີ່ດີ, ປົກກະຕິແລ້ວ ທ່ານຈະບໍ່ໄປໂຮງຮຽນ. ສຸຂະພາບຂອງທ່ານກໍຈະບໍ່ດີປານໃດ ຖ້າທ່ານບໍ່ມີເຮືອນ. ສະນັ້ນ, ສິ່ງທັງຫມົດນີ້ ພວກເຮົາຮູ້ວ່າ ມັນເປັນແນວໃດ, ແລະທ່ານຄົງຈະບໍ່ມີວຽກເຮັດ ຖ້າຫາກວ່າ ທ່ານບໍ່ມີເຮືອນເຊັ່ນກັນ. ສະນັ້ນ, ພວກເຮົາຮູ້ວ່າ ສີ່ສິ່ງເຫຼົ່ານັ້ນ ມາພ້ອມກັນ ແລະມັນເປັນຂັ້ນຕອນ ທີ່ສໍາຄັນ ທີ່ພວກເຮົາຕ້ອງເຮັດ, ມັນເປັນສີ່ຂັ້ນຕອນທໍາອິດ ທີ່ປະເທດນີ້ ຈໍາເປັນຕ້ອງໄດ້ເຮັດຮ່ວມກັນ."
ແຕ່ກໍມີ ການຄັດຄ້ານຢ່າງແຮງຕໍ່ ສຽງ (Voice) ຢູ່ທີ່ນີ້ເຊັ່ນກັນ.
Michael Mansell, ທະນາຍຄວາມ ແລະນັກເຄື່ອນໄຫວຊາວ Palawa ຄິດວ່າ ມັນໄປບໍ່ໄກພໍ.
"ມັນເປັນນຶ່ງ ໃນຂໍ້ສເນີທີ່ອ່ອນແອທີ່ສຸດ ອັນທີ່ອາດຈະມີຂຶ້ນ ກ່ຽວກັບການໃຫ້ກໍາລັງອຳນາດ ແກ່ຊາວພື້ນເມືອງ. ຖ້າພວກເຮົາ ກໍາລັງເວົ້າເຖິງຄົນ ທີ່ມີຄໍາເວົ້າຈິງກ່ຽວກັບພວກເຮົາ, ສະພາບການຂອງພວກເຮົາ, ແລະສິ່ງທີ່ພວກເຮົາມີສິດໄດ້ຮັບ. ໃນການໃຫ້ຄໍາແນະນໍາ,ພວກເຮົາຕ້ອງຢູ່ພາຍໃນ ບໍ່ແມ່ນຢູ່ພາຍນອກ ແລະຂ້າພະເຈົ້າ ຢາກຈະໃຫ້ມີບ່ອນນັ່ງ ທີ່ຖືກກໍານົດໄວ້ ຫົກບ່ອນ ໃນສະພາສູງ ສໍາລັບຊາວພື້ນເມືອງ ແລະ Torres Strait Islanders ທີ່ຈະຖືກເລືອກໂດຍປະຊາຊົນຊົນຊາວພື້ນເມືອງ"
ລາວເຊື່ອວ່າ ສົນທິສັນຍາຈະມີປໂຍດຫຼາຍຂຶ້ນ ສໍາລັບຊາວພື້ນເມືອງ.
"ເປົ້າໝາຍຂອງຂ້າພະເຈົ້າ ແມ່ນເພື່ອໃຫ້ຄົນພື້ນເມືອງ ໄດ້ຮັບຄວາມຍຸຕິທັມ. ການມີຄນະທີ່ປຶກສາ ບໍ່ແມ່ນຮູບແບບຂອງຄວາມຍຸຕິທັມ. ມີສົນທິສັນຍາ ທີ່ສົ່ງຄືນທີ່ດິນ, ທີ່ໃຫ້ແຫຼ່ງລາຍຮັບທີ່ຮັບປະກັນ, ຈັດຕັ້ງ ຄນະຊາວພື້ນເມືອງແຫ່ງຊາດ ເພື່ອແຈກຢາຍຊັບພະຍາກອນ ແລະໃຫ້ຊຸມຊົນຊາວພື້ນເມືອງ ຄວບຄຸມສຸຂະພາບເອງຕ່າງຫາກ, ທີ່ຢູ່ອາສັຍ,ການສຶກສາ, ຕໍາຫຼວດ, ການນໍາໃຊ້ທີ່ດິນ ແລະການວາງແຜນ ແລະສິ່ງອື່ນໆອີກຫຼາຍຢ່າງ....ຈຶ່ງຈະແມ່ນຄວາມຍຸຕິທັມ."
ແລະຖ້າການລົງປະຊາມະຕິຜ່ານ, ລາວຈະບໍ່ເຂົ້າໄປພົວພັນ ກັບຄນະສຽງ (Voice).
"ຂ້າພະເຈົ້າ ຈະບໍ່ແນະນໍາໃຫ້ຄົນຜິວຂາວ ຕັດສິນໃຈກ່ຽວກັບພວກເຮົາ,ພວກເຮົາ ຄວນຈະຕັດສິນໃຈເອງ."
ໃນພາກເຫນືອຂອງຣັດ, ທ່ານນາງ Bridget Archer ສະມາຊິກສະພາຂອງພັກ Liberal ກໍາລັງຈະຕໍ່ຕ້ານພັກຂອງລາວເອງ ແລະຣົນນະຣົງໃຫ້ Yes.
ນາງເວົ້າວ່າ ນາງຜິດຫວັງໃນທັດສະນະ ຂອງພັກຂອງນາງ.
"ຂ້າພະເຈົ້າຄິດວ່າ ມັນເປັນສິ່ງສໍາຄັນສໍາລັບຂ້າພະເຈົ້າ ທີ່ຈະອອກມາໃຫ້ການສົ່ງເສີມ ແລະຄວາມຫມັ້ນໃຈ ກັບຜູ້ຮ່ວມພັກຄົນອື່ນໆ ທີ່ຂ້າພະເຈົ້າຮູ້ວ່າ ຕ້ອງການທີ່ຈະສນັບສນູນ ການຣົນນະຣົງ Yes ແລະອາດມີຄວາມສັບສົນ ກ່ຽວກັບເຫດຜົນໃນຈຸດຢືນ ຂອງພັກ ທີ່ຣົນນະຣົງ No ໃນຂນະທີ່ພັກຮ່ວມ (the Coalition) ມີຈຸດຢືນ No ເມື່ອໃນຄວາມຈິງແລ້ວ ມີປວັດສາດອັນຍາວນານ ກ່ຽວກັບຄວາມເຫັນດີ ຂອງສອງຝ່າຍໃນປະເດັນນີ້."
ການສຸ່ມສຳຫຼວດສອງຄັ້ງສຸດທ້າຍ ຈາກ Resolve, ແລະອັນນຶ່ງຈາກRoy Morgan ໄດ້ຊີ້ວ່າ ການລົງຄະແນນສຽງວ່າ ແມ່ນ (Yes) ໃນ Tasmania ຊຶ່ງແມ່ນ 56 ເປີເຊັນ.
ແຕ່ນັກວິເຄາະການສຸ່ມສຳຫຼວດ, ທ່ານ Kevin Bonham ກ່າວວ່າ ຈໍານວນດັ່ງກ່າວ ອາດບໍ່ຖືກຕ້ອງ.
"ຕົວເລກຂອງ Tasmania ແມ່ນມີຄວາມເຂັ້ມແຂງພໍສົມຄວນ ໃນການສຳຫຼວດຄວາມຄິດເຫັນນີ້ຫຼາຍ, ແຕ່ເນື່ອງຈາກວ່າ ຕົວຢ່າງແມ່ນມີ ຂນາດນ້ອຍຫຼາຍ ແລະເນື່ອງຈາກວ່າ ຕົວຢ່າງຂອງ Tasmanian ອາດຈະບໍ່ເປັນຕົວຊີ້ນຳ. ມັນຍາກທີ່ຈະຮູ້ວ່າ ເຊື່ອໄດ້ຫລາຍປານໃດ ໃນສິ່ງເຫລົ່ານັ້ນ."
ຮັບຊາບຂໍ້ມູນກ່ຽວກັບການລົງປະຊາມະຕິຂອງສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ (Indigenous Voice to Parliament) ໃນປີ 2023 ຈາກທົ່ວເຄືອຂ່າຍ SBS ລວມທັງມຸມມອງ ຂອງ First Nations ຜ່ານ NITV. ເພື່ອເຂົ້າເຖິງບົດຄວາມ, ວິດີໂອ ແລະ podcasts ໃນຫຼາຍກວ່າ 60 ພາສາ, ຫຼື stream ຂ່າວຫຼ້າສຸດ ແລະການວິເຄາະ, ສາຣະຄະດີ ແລະການບັນເທີງ ໂດຍບໍ່ເສັຍຄ່າ,
ເນື້ອເລື່ອງໂດຍ Kerrin Thomas ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌