ສຽງຂອງຊາວພື້ນເມືອງ ຕໍ່ຣັຖສະພາ (Voice to Parliament) ແລະ ວັນຊາດ ອອສເຕຣເລັຍ.
ວັນຊາດອອສເຕຣເລັຍໄດ້ເຫັນການໂຕ້ຖຽງກັນຕໍ່ໄປ ກ່ຽວກັບສຽງຂອງຊາວພື້ນເມືອງ ຕໍ່ຣັຖສະພາ (Voice to Parliament).
ດັ່ງທີ່ Sara Tomevska ແລະ Sunil Awasthi ລາຍງານ, 235 ປີ ຫຼັງຈາກການມາເຖິງ ຂອງອັງກິດ, ທັດສະນະທີ່ແຕກຕ່າງກັນ ສາມາດພົບໄດ້ ບໍ່ພຽງແຕ່ ໃນດ້ານຕ່າງໆຂອງການເມືອງ, ແຕ່ໃນສ່ວນຕ່າງໆກັນຂອງຊຸມຊົນຊາວພື້ນເມືອງນຳອີກ.
ການອະທິບາຍທາງການເມືອງ ໃນວັນຊາດອອສເຕຣເລັຍ, ບາງທີອາດເຫມາະສົມ, ແມ່ນກ່ຽວກັບ ຊາວອອສເຕຣເລັຍກຸ່ມທໍາອິດ.
ການລົງປະຊາມະຕິທີ່ສັນຍາໄວ້ຂອງຣັຖບານ ກ່ຽວກັບການຈັດຕັ້ງ ສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ (Voice to Parliament) ແມ່ນເຮັດໃຫ້ຫົວຂໍ້ນີ້ ເປັນການສົນທະນາທີ່ຈະຕ້ອງກ່າວເຖິງເປັນພິເສດ ໃນວັນຊາດອອສເຕຣເລັຍນີ້.
ຜູ້ອາວຸໂສອອສເຕຣເລັຍແຫ່ງປີ ທ່ານ Tom Calma ຜູ້ນໍາຊາວຊາວພື້ນເມືອງໄດ້ໃຊ້ຄໍາປາໄສຮັບເອົາລາງວັນຂອງທ່ານ ຊຸກຍູ້ໃຫ້ຊາວອອສເຕຣເລັຍມາໂຮມກັນ ແລະສນັບສນູນຂໍ້ສເນີນີ້.
"ການລົງປະຊາມະຕິ ບໍ່ແມ່ນການເລືອກລະຫວ່າງການປັບປຸງຊີວິດ ຂອງປະຊາຊົນ ຫຼືການປັບປຸງຣັຖທັມນູນ. ພວກເຮົາ ສາມາດເຮັດໄດ້ທັງສອງຢ່າງ ແຕ່ມັນຈະຕ້ອງເຫັນດີທັງສອງຝ່າຍໃນສະພາ."
ທັງສອງຝ່າຍໃນສະພາ ນັ້ນເບິ່ງຄືວ່າຂາດເຂີນໃນເວລານີ້.
ບໍ່ແປກໃຈເລີຍ ທີ່ນາຍົກຣັຖມົນຕີ Anthony Albanese ໄດ້ສະທ້ອນ ຄໍາເຫັນຂອງທ່ານ Calma.
"ແລະຖ້າບໍ່ແມ່ນປະຊາຊົນຂອງອອສເຕຣເລັຍໃນປີນີ້, ໃຜຈະເຮັດໃຫ້ການປ່ຽນແປງນີ້ ຊຶ່ງຈະປັບປຸງປະເທດຊາດຂອງເຮົາ, ປັບປຸງຄວາມສາມັກຄີຂອງຊາດຂອງເຮົາ? ແລະນີ້ແມ່ນໂອກາດສໍາລັບອອສເຕຣເລັຍມັນເປັນສິ່ງທີ່ ຂ້າພະເຈົ້າຫວັງຢ່າງຈິງໃຈວ່າ ອອສເຕຣເລັຍຈະບໍ່ພາດ."
ແຕ່ຜູ້ນໍາຝ່າຍຄ້ານ, ທ່ານ Peter Dutton, ຍັງກ່າວວິຈານຕໍ່ສິ່ງທີ່ທ່ານກ່າວວ່າ ເປັນການຂາດລາຍລະອຽດ ທີ່ໃຫ້ແກ່ປະຊາຊົນ ກ່ຽວກັບລາຍລະອຽດທີ່ແນ່ນອນ ຂອງສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ (Voice to Parliament).
"ຂ້າພະເຈົ້າໄດ້ຂຽນເຖິງ ນາຍົກຣັຖມົນຕີ ແລະ ຖາມ 15 ຄໍາຖາມພື້ນຖານ ແທນຊາວອອສເຕຣເລັຍຫຼາຍລ້ານຄົນ, ແລະຂ້າພະເຈົ້າຢາກເຂົ້າໃຈວ່າ ຄໍາຕອບຂອງລາວແມ່ນຫຍັງ. ເພາະວ່າ ໃນເວລານີ້ ນາຍົກຣັຖມົນຕີບໍ່ເຂົ້າໃຈ ຫຼືບໍ່ໄດ້ຕັດສິນໃຈ ກ່ຽວກັບ ລາຍລະອຽດເຫຼົ່ານັ້ນເທື່ອ. ດັ່ງນັ້ນ, ຊາວອອສເຕຣເລັຍຈະຕັດສິນໃຈໄດ້ແນວໃດ ເມື່ອພວກເຂົາບໍ່ໄດ້ຮັບຄຳອະທິບາຍ ຢ່າງຖືກຕ້ອງ?"
ເຖິງຢ່າງໃດກໍຕາມ, ຝ່າຍຄ້ານບໍ່ແມ່ນບ່ອນດຽວເທົ່ານັ້ນ ທີ່ສາມາດພົບເຫັນຂໍ້ສົງໃສ ກ່ຽວກັບການປ່ຽນແປງຣັຖທັມນູນທີ່ສເນີໂດຍຣັຖບານ.
ພວກປະທ້ວງຊາວພື້ນເມືອງບາງຄົນ ເຊັ່ນຊາຍຄົນນີ້ ທ່ານ Mulla Mulla ສົງໃສວ່າ ການປ່ຽນແປງດັ່ງກ່າວຈະ ຊ່ວຍຊາວຊາວພື້ນເມືອງອອສເຕຣເລັຍ ໄດ້ແນວໃດ.
"ສຽງຕໍ່ຣັຖສະພາ (Voice to Parliament)ຈະເຮັດແນວໃດ ກັບພວກເຮົາ? ມັນຈະເຮັດໃຫ້ການຢຽດເຊື້ອຊາດໝົດໄປ ໃນທັນທີບໍ່? ຕັດຄວາມຂີ້ຮ້າຍທີ່ເຮົາຕ້ອງຮັບບໍ່? ຕັດການຕາຍໃນຄຸກ...ແມ່ນບໍ?
ການກະທໍາໃນເມືອງ Canberra ໄດ້ເປັນ ການຫຍໍ້ ຂອງສິ່ງທີ່ໄດ້ເຫັນຢູ່ ທົ່ວປະເທດ.
ວັນຊາດອອສເຕຣເລັຍ ເປັນມື້ ທີ່ຫຼາຍຄົນ ຈະຄິດເຖິງຄວາມຫມາຍຂອງການເປັນຊາວອອສເຕຣເລັຍ.
ສໍາລັບຄົນອື່ນ, ມັນເປັນມື້ທີ່ຈະກາຍເປັນຊາວອອສເຕຣເລັຍ ໃນຄັ້ງທໍາອິດ.
ຫຼາຍກວ່າ 19,000 ຄົນໃນທົ່ວປະເທດ ໄດ້ເຂົ້າຮ່ວມໃນພິທີມອບສັນຊາດ
ນຶ່ງໃນນັ້ນແມ່ນທ່ານ Safi Halawani, ນັກປະເມີນກົນຈັກ ຈາກເລບານອນ.
"ມັນມີຄວາມຫມາຍຫຼາຍ. ເປັນມື້ທີ່ລໍຄອຍມາດົນແລ້ວ. ແນວໃດກໍຕາມ ໃນທີ່ສຸດ, ພວກເຮົາເອີ້ນອອສເຕຣເລັຍເປັນບ້ານ ແລະພວກເຮົາກາຍເປັນພົນລະເມືອງ. ຂ້າພະເຈົ້າໄດ້ຍ້າຍໄປຫຼາຍປະເທດ ແລະໄດ້ສິ້ນສຸດລົງຢູ່ປະເທດອອສເຕຣເລັຍຂ້ອຍດີໃຈ ທີ່ໄດ້ເປັນສ່ວນນຶ່ງຂອງປະເທດນີ້."
ພຽງແຕ່ວ່າປະເທດນີ້ຄວນຈະເປັນແບບໃດ ໃນຂນະທີ່ມັນເຄື່ອນເຂົ້າສູ່ອະນາຄົດ ຊຶ່ງເປັນບັນຫາ ສໍາລັບຊາວອອສເຕຣເລັຍຄົນທໍາອິດ ແລະຄົນຫຼ້າສຸດນີ້ ແລະການໂຕ້ຖຽງ ທີ່ຂຍາຍອອກໄປ ຫຼັງຈາກວັນທີ 26 ເດືອນມັງກອນ.
ເນື້ອເລື່ອງໂດຍ Sara Tomevska ແລະ Sunil Awasthi ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.