ສຽງ (Voice) ແມ່ນຫຍັງ ແລະການໂຕ້ຖຽງ “ເຫັນດີ-YES” ແລະ“ຕໍ່ຕ້ານ-NO” ມັນແມ່ນຫຍັງ?
ໃນທ້າຍປີນີ້ ຊາວຈະມີສ່ວນຮ່ວມ ໃນການລົງຄະແນນສຽງ ບ່ອນທີ່ພວກເຂົາເຈົ້າ ຈະຖືກຂໍ ໃຫ້ລົງຄະແນນສຽງວ່າ YES ຫຼື NO ໃນຄໍາຕອບຕໍ່ຄໍາຖາມດັ່ງນີ້:
ທ່ານສນັບສນູນ ການປ່ຽນແປງຣັຖທັມມະນູນ ເພື່ອຮັບຮູ້ຊົນຊາດທໍາອິດ ຂອງອອສເຕຣເລັຍ ໂດຍການຈັດຕັ້ງ ສຽງ (Voice) ຂອງຊາວ Aboriginal ແລະ Torres Strait Islander ຫຼືບໍ່?
ແຕ່ສຽງ (Voice) ແມ່ນຫຍັງແທ້, ແລະການໂຕ້ຖຽງ “ເຫັນດີ-YES” ແລະ “ຕໍ່ຕ້ານ-NO” ມັນແມ່ນຫຍັງ?
Claire Slattery ຈະພາມາເບິ່ງ.
ໃນປີ 2017, ຜູ້ນໍາຊາວພື້ນເມືອງ 250 ຄົນຈາກທົ່ວປະເທດ ໄດ້ເຕົ້າໂຮມກັນ ທີ່ Uluru.
ໃນທີ່ນັ້ນ, ພວກເຂົາເຈົ້າ ໄດ້ກໍານົດ ແລະຮັບຮອງເອົາ ຄໍາຖແລງ Uluru ຈາກຫົວໃຈ (Uluru Statement from the Heart).
ຄໍາສັບທີ່ລຽບງ່າຍ ແຕ່ງົດງາມນີ້ ໄດ້ຮຽກຮ້ອງໃຫ້ມີສາມຢ່າງຄື: ສຽງ(Voice), ສົນທິສັນຍາ (Treaty) ແລະຄວາມຈິງ (Truth).
ສາດສະດາຈານ Megan Davis, ສະມາຊິກສະພາປະຊາມະຕິ ໄດ້ອ່ານ ຖແລງການ ສະບັບນີ້ ເປັນເທື່ອທໍາອິດ ຢູ່ທີ່ພື້ນດິນສີແດງ ຂອງການປະຊຸມ.
"ພວກເຮົາສແວງຫາ ການປ່ຽນແປງຣັຖທັມມະນູນ ເພື່ອໃຫ້ອຳນາດແກ່ປະຊາຊົນ ຂອງພວກເຮົາ ແລະມີຕຳແໜ່ງທີ່ຖືກຕ້ອງ ໃນປະເທດຂອງພວກເຮົາເອງ. ເມື່ອເຮົາມີອໍານາດ ເຫນືອຈຸດຫມາຍປາຍທາງຂອງເຮົາ ລູກໆຂອງເຮົາ ກໍຈະຈະເຣີນຮຸ່ງເຮືອງ. ພວກເຂົາຈະຍ່າງ ໃນສອງໂລກ ແລະວັດທະນະທັມຂອງພວກເຂົາ ຈະເປັນຂອງຂວັນ ໃຫ້ແກ່ປະເທດພວກເຂົາ. ພວກເຮົາຮຽກຮ້ອງ ໃຫ້ມີການບັນຈຸ First Nations Voice ໄວ້ໃນຣັຖທັມມະນູນ"
ມັນໄດ້ໃຊ້ເວລາຫົກປີແລ້ວ ແຕ່ຕອນນີ້ ອອສເຕຣເລັຍ ກໍາລັງຖືກຂໍ ໃຫ້ລົງຄະແນນສຽງ ໃນຄໍາຮ້ອງຂໍນີ້ ເພື່ອແກ້ໄຂຣັຖທັມມະນູນ.
ຊາວອອສເຕຣເລັຍ ຈະຖືກຂໍໃຫ້ລົງຄະແນນສຽງວ່າ “ເຫັນດີ-YES” ຫຼື“ຕໍ່ຕ້ານ-NO” ໃນຄໍາຕອບຕໍ່ຄໍາຖາມດັ່ງນີ້:
"ທ່ານສນັບສນູນການປ່ຽນແປງຣັຖທັມມະນູນ ເພື່ອຮັບຮູ້ຊົນຊາດທໍາອິດ ຂອງອອສເຕຣເລັຍ ໂດຍການຈັດຕັ້ງ ສຽງ (Voice) ຫຼືບໍ່?"
ສະນັ້ນ, ສຽງ (Voice) ແມ່ນຫຍັງແທ້?
ຄນະທຳງານ ປະຊາມະຕິຊາດທໍາອິດ ຂອງຣັຖບານກ່າວວ່າ ສຽງ (Voice) ຈະເປັນຄນະຖາວອນ ທີ່ຈະເປັນຕົວແທນແກ່ຣັຖສະພາ ອອສເຕຣເລັຍແລະຣັຖບານບໍຣິຫານ ກ່ຽວກັບກົດຫມາຍ ແລະນະໂຍບາຍ ທີ່ມີຄວາມສໍາຄັນ ຕໍ່ປະຊາຊົນຊາວ Aboriginal ແລະ Torres Strait Islander.
ທ່ານນາງ Pat Anderson ສະມາຊິກຂອງຄນະທຳງານປະຊາມະຕິ ກ່າວວ່າ ສຽງ (Voice) ແມ່ນສິ່ງຈໍາເປັນ ເພາະວ່າອອສເຕຣເລັຍຕ້ອງເຮັດໃຫ້ດີຂຶ້ນ ເມື່ອເວົ້າເຖິງຊົນຊາດທໍາອິດຂອງຕົນ.
"ມັນເປັນຄວາມຈິງທີ່ວ່າ ເມື່ອທ່ານກ່ຽວຂ້ອງກັບຜູ້ຄົນ ທີ່ທ່ານກໍາລັງ ຕັດສິນໃຈແທນ, ທ່ານຈະຕັດສິນໃຈໄດ້ດີຂຶ້ນ, ແລະການແບ່ງປັນ ຊັບພະຍາກອນທັງຫມົດ ທີ່ຈໍາເປັນ ໄດ້ດີຂຶ້ນ. ນີ້ແມ່ນພື້ນຖານຂອງລະບອບປະຊາທິປະໄຕ. ແລະທ່ານກໍຮູ້ວ່າ ອອສເຕຣເລັຍ ເປັນຫນຶ່ງ ໃນຈໍານວນປະເທດເສຣີ ບໍ່ເທົ່າໃດປະເທດ ໃນໂລກ ທີ່ບໍ່ມີການຈັດການໃດໆ, ບໍ່ມີການຕົກລົງໃດໆ ກັບຊົນຊາດທໍາອິດ ຂອງຕົນ."
ແນວຄິດນີ້ ບໍ່ແມ່ນເລື່ອງໃຫມ່.
ການປອງດອງອອສເຕຣເລັຍ (Reconciliation Australia) ກ່າວວ່າ ຊາວAboriginal ແລະ Torres Strait Islanders ໄດ້ຮຽກຮ້ອງ ໃຫ້ມີສຽງທາງການເມືອງ ໃນຮູບແບບໃດຮູບແບບຫນຶ່ງ ມາເປັນເວລາ ເກືອບນຶ່ງທົດສະວັດແລ້ວ.
ຣັຖມົນຕີ ກະຊວງຊົນພື້ນເມືອງ ອອສເຕຣເລັຍ (Minister for Indigenous Australians), Linda Burney ກ່າວວ່າ ການຮຽກຮ້ອງນັ້ນ ຄວນໄດ້ຮັບການຕອບຮັບ ເພາະເຫດຜົນງ່າຍໆ ທີ່ວ່າ ມັນເປັນສິ່ງທີ່ ຜູ້ນໍາຊາວພື້ນເມືອງໄດ້ຂໍ-ຫຼັງຈາກຂັ້ນຕອນ ທີ່ລະອຽດ ແລະຄົບຖ້ວນ, ຊຶ່ງລິເລີ່ມໂດຍຣັຖບານ.
"122 ປີຫຼັງຈາກຣັຖທັມມະນູນ ຂອງອອສເຕຣເລັຍໄດ້ຖືກຕັ້ງຂຶ້ນ, ຫຼາຍກວ່າ 80 ປີ ນັບຕັ້ງແຕ່ທ່ານ William Cooper ໄດ້ມີຄໍາຮ້ອງຂໍຂອງທ່ານ, 35 ປີ ນັບຕັ້ງແຕ່ຖແລງການ Burunga (the Burunga statement), 30 ປີ ນັບຕັ້ງແຕ່ຄໍາປາສັຍ Redfern ຂອງທ່ານ Keating. 16 ປີ ນັບ ແຕ່ທ່ານ John Howard ໄດ້ສັນຍາວ່າ ຈະລົງປະຊາມະຕິ ເພື່ອການຮັບຮູ້. 15 ປີ ນັບຕັ້ງແຕ່ການຂໍໂທດ. 13 ປີ ນັບຕັ້ງແຕ່ ຄນະຜູ້ຊ່ຽວຊານ ກ່ຽວກັບການຮັບຮູ້ ຣັຖທັມມະນູນແລະຫົກປີ ນັບຕັ້ງແຕ່ຖແລງການ Uluru ຈາກຫົວໃຈ (Uluru Statement from the Heart). ຕ້ອງມີຄໍາຖາມຢ່າງແນ່ນອນ. ປະຊາຊົນຊາວ Aboriginal ແລະ Torres Strait Islander ຕ້ອງລໍຖ້າການຮັບຮູ້ ອີກດົນປານໃດ? ໃນທີ່ສຸດ ເຮົາຈະແກ້ໄຂທຸຣະກິດ ທີ່ຍັງບໍ່ທັນເສັດສິ້ນນີ້ເມື່ອໃດ?"
ສະນັ້ນ, ເປັນຫຍັງ ສຽງ (Voice) ຈຶ່ງຈໍາເປັນຕ້ອງໄດ້ຮັບການປະດິດສະຖານໄວ້ ໃນຣັຖທັມມະນູນ?
ພວກຄັດຄ້ານໂຕ້ແຍ້ງວ່າ ມັນອາດຈະເປັນພຽງການອອກກົດຫມາຍ ດັ່ງຄນະກ່ອນ ຫນ້ານີ້.
ບັນດາຜູ້ນໍາຊາວພື້ນເມືອງ ທີ່ກ່ຽວຂ້ອງເວົ້າວ່າ ມີແຕ່ຕ້ອງເຮັດແບບນີ້ ຈຶ່ງສາມາດແນ່ໃຈວ່າ ມັນບໍ່ໄດ້ຮັບອິດທິພົນ ຫຼືຖືກຍົກເລີກ ໂດຍຣັຖບານ ໃນອະນາຄົດ, ດັ່ງທີ່ກຸ່ມທີ່ປຶກສາກ່ອນຫນ້ານີ້ ເຊັ່ນ ATSIC–(Aboriginal ແລະ TorresStrait Islander Commission) ເຄີຍເປັນ.
ທ່ານນາງ Marcia Langton ແມ່ນສະຖາປານິກທີ່ສໍາຄັນ ຂອງ ສຽງ (Voice) ແລະສະມາຊິກ ຂອງຄນະທຳງານປະຊາມະຕິ.
"ຄນະກັມມາທິການ Royal Commission ສອບສວນກ່ຽວກັບ ການຕາຍຂອງຊາວ Aboriginal ໃນບ່ອນຄຸມຂັງ, ການສອບສວນ ໃນການບັງຄັບໃຫ້ເດັກນ້ອຍຊາວ Aboriginal ອອກຈາກຄອບຄົວຂອງພວກເຂົາເຈົ້າ. ຄນະກັມມາທິການ Don Dale. ແລະຍັງມີອີກຫຼາຍເລື້ອງແລະໃນແຕ່ລະກໍຣະນີ ພວກເຮົາໄດ້ແນະນໍາ ໃຫ້ມີການປ່ຽນແປງ ເພື່ອຢຸດເຊົາການຕາຍ, ການຖືກຄຸກ, ການຕາຍໃນຕອນອາຍຸນ້ອຍ, ແລະຊີວິດທີ່ຫນ້າສັງເວດ ແລະຄໍາແນະນໍາຂອງພວກເຮົາ ທີ່ຖືກຮັບເອົານັ້ນ ແມ່ນບໍ່ຄ່ອຍມີເລື້ອຍໆ. ນີ້ແມ່ນເຫດຜົນ ທີ່ພວກເຮົາບໍ່ສາມາດ ລາຍງານກ່ຽວກັບ ໂຕບົ່ງຊີ້ ການປັບປຸງຫຼາຍຢ່າງ ໃນການປິດຊ່ອງວ່າງ. ພວກເຮົາມາທີ່ນີ້ ເພື່ອຂີດເສັ້ນຕາຍ ແລະເວົ້າວ່າ ນີ້ຕ້ອງປ່ຽນແປງ, ຊີວິດຂອງຜູ້ຄົນຕ້ອງດີຂຶ້ນ, ແລະພວກເຮົາຮູ້ຈາກຫຼັກຖານ ທີ່ວ່າ ສິ່ງທີ່ປັບປຸງຊີວິດຂອງຄົນ ແມ່ນເມື່ອພວກເຂົາມີສິດປາກເວົ້າ ແລະນັ້ນແມ່ນ ສິ່ງທີ່ກ່ຽວກັບເລື່ອງນີ້."
ເປັນຫຍັງ ສຽງ (the Voice) ຈຶ່ງຄວນມາກ່ອນ ການຮຽກຮ້ອງສົນທິສັນຍາ ແລະຄວາມຈິງ ຂອງຖແລງການ Uluru (Uluru Statement)?
ຜູ້ສນັບສນູນກ່າວວ່າ ມັນເປັນຍ້ອນວ່າ ເພື່ອບັນລຸສົນທິສັນຍາ,ຣັຖບານຕ້ອງການຄນະຕົວແທນ ໃນການເຈຣະຈາຕໍ່ລອງ-ສິ່ງທີ່ຍັງບໍ່ທັນມີຢູ່ໃນເວລານີ້.
ການສຸ່ມສຽງ ໄດ້ສະແດງໃຫ້ເຫັນຊ້ຳແລ້ວຊ້ຳອີກວ່າ ປະຊາຊົນອອສເຕຣເລັຍ ສນັບສນູນຢ່າງກວ້າງຂວາງ ໃນການຮັບຮູ້ຕາມຣັຖທັມມະນູນຂອງຜູ້ອາສັຍດັ້ງເດີມຂອງປະເທດ.
ແຕ່ໃນຂນະທີ່ ການໂຕ້ຖຽງກັນດໍາເນີນໄປ, ການສນັບສນຸນ ຕໍ່ຂໍ້ສເນີສະເພາະ ຂອງ ສຽງ (Voice) ນີ້ ໄດ້ຫຼຸດລົງ.
ຣັຖບານຫວັງວ່າ ຈະໄດ້ຮັບການສນັບສນູນ ຈາກທັງສອງຝ່າຍ-ປວັດສາດສະແດງໃຫ້ເຫັນວ່າ ການລົງປະຊາມະຕິ ຈະບໍ່ປະສົບຜົນສໍາເລັດ ຖ້າບໍ່ມີມັນ.
ແຕ່ພັກແນວຮ່ວມ (the Coalition) ໄດ້ເລືອກທີ່ຈະສນັບສນູນ ການການຣົນນະຣົງ No ແທນ.
ຜູ້ນໍາຝ່າຍຄ້ານ ທ່ານ Peter Dutton ໄດ້ເອີ້ນຂໍ້ສເນີນີ້ວ່າ "ສຽງແຄນເບີຣາ" ("the Canberra Voice").
"ຖ້າຫາກວ່າສຽງ (Voice) ຖືກຝັງຢູ່ໃນຣັຖທັມມະນູນ, ຣັຖສະພາບໍ່ສາມາດປ່ຽນແປງ ສຽງ (Voice) ຫຼື ຜ່ານກົດຫມາຍ ເພື່ອລົບສຽງ(Voice) ນັ້ນໄດ້. ຣັຖສະພາ ບໍ່ສາມາດອອກກົດໝາຍ ເໜືອຣັຖທັມມະນູນໄດ້. ຖ້າຊາວອອສເຕຣເລັຍ ສຳນຶກເສັຍໃຈ ທີ່ຊື້ຂອງຜິດ, ຊຶ່ງໄດ້ຊື້ສຽງ (Voice) ມາ ໂດຍບໍ່ມີນະໂຍບາຍການສົ່ງຄືນ. ມັນຢູ່ທີ່ນີ້ຕລອດໄປ. ແລະເຖິງຢ່າງໃດກໍຕາມ ສະຖາບັນນີ້ ຍັງບໍ່ທັນໄດ້ຖືກທົດສອບເທື່ອ. ມັນບໍ່ໄດ້ຖືກອອກກົດຫມາຍ ດັ່ງທີ່ເຄີຍເປັນມາ ໃນ South Australia, ແລະຣັຖບານ Albanese ມີທາງເລືອກນີ້ໄວ້ໃຫ້-ເປີດໃຫ້ເຂົາເຈົ້າ-ໃນມື້ນີ້".
ຫົວໜ້າອັຍການ ຂອງຝ່າຍຄ້ານ ແລະໂຄສົກກ່ຽວກັບບັນຫານີ້ ແມ່ນທ່ານນາງ Jacinta Nampijinpa Price ຊຶ່ງເປັນຜູ້ແທນສະພາສູງ(senator) ຂອງ Northern Territory.
ນາງໄດ້ຕັ້ງຄຳຖາມການອ້າງອີງທີ່ວ່າ ສຽງ (Voice) ຈະໄດ້ຮັບຜົນປໂຍດໃນທາງປະຕິບັດ ແລະກ່າວວ່າ ການໂຕ້ຖຽງກັນຂອງສຽງ (Voice) ກຳລັງເບນບ່ຽງຈາກບັນຫາທີ່ແທ້ຈິງທີ່ຊຸມຊົນຊາວພື້ນເມືອງກຳລັງປະເຊີນຢູ່
"ພວກເຮົາກໍາລັງຖືກລະງັບໄວ້ ຈົນກວ່າການລົງປະຊາມະຕິຄັ້ງນີ້ ຈະເສັດສິ້ນ, ແລະບັນຫາທີ່ແທ້ຈິງ ແມ່ນບໍ່ໄດ້ຮັບການແກ້ໄຂທັນທີ ເພາະວ່າຣັຖບານ Albanese ກໍາລັງແນະນໍາວ່າ ມັນເປັນສຽງຕໍ່ຣັຖສະພາ ທີ່ເປັນສິ່ງດຽວ ທີ່ຈະແກ້ໄຂບັນຫາທີ່ຍາກລໍາບາກຂອງເຮົາ. ຊຶ່ງບໍ່ແມ່ນຄວາມຈິງຢ່າງສິ້ນເຊີງ. ມັນເປັນຄວາມຮັບຜິດຊອບຂອງລາວ.ມັນເປັນຄວາມຮັບຜິດຊອບ ຂອງຣັຖມົນຕີ ກະຊວງຊົນຊາວພື້ນເມືອງອອສເຕຣເລັຍ (Minister for Indigenous Australians) ທີ່ຈະແກ້ໄຂຂໍ້ກັງວົນເຫລົ່ານີ້ ທີ່ກໍາລັງເກີດຂຶ້ນຢູ່ທີ່ນີ້....ໃນເວລານີ້."
ການວິພາກວິຈານອື່ນໆໄດ້ແກ່ຂໍ້ສເນີ ສຽງ (Voice) ຂາດລາຍລະອຽດ, ມີການແບ່ງແຍກເຊື້ອຊາດ ແລະມີຄວາມສ່ຽງຕໍ່ຄວາມທ້າທາຍ ທາງກົດຫມາຍ.
ທ່ານ Warren Mundine ເປັນໂຄສົກຂອງການຣົນນະຣົງ “ຕໍ່ຕ້ານ-NO”.
"ມຸມມອງຂອງຂ້າພະເຈົ້າໃນ ສຽງຕໍ່ຣັຖສະພາ ແມ່ນວ່າ ເປັນການເສັຍເງິນຖິ້ມລ້າໆ, ທ່ານຮູ້ບໍ່ວ່າ ມີ 300 ກວ່າລ້ານໂດລາ ທີ່ກໍາລັງຖືກໃຊ້ຈ່າຍ, ເຊິ່ງສາມາດໃຊ້ຈ່າຍ ໃນໂຄງການຊຸມຊົນຕ່າງໆໃນເຂດຫ່າງໄກ ຂອງອອສເຕຣເລັຍ. ມັນຖືກສ້າງຂຶ້ນ ເທິງຄວາມເຫັນລ່ວງຫນ້າວ່າ ປະຊາຊົນ Aboriginal ບໍ່ມີສຽງ. ພວກເຮົາມີສຽງມາຕະຫຼອດ...ແລະພວກເຮົາໄດ້ມີສຽງທີ່ເຂັ້ມແຂງ, ນັບຕັ້ງແຕ່ ປີ 1973. ສິ່ງທີ່ຂ້າພະເຈົ້າຢາກເຫັນ ແມ່ນພວກເຮົາ ຕ້ອງໄດ້ຮັບການພັດທະນາທາງດ້ານເສດຖະກິດ, ທາງດ້ານວຽກງານ, ການສຶກສາ ແລະການລົງທຶນ ໃນຊຸມຊົນເຫຼົ່ານັ້ນ ແລະການສ້າງທຸຣະກິດ. ນັ້ນຈະເປັນສິ່ງດຽວ ທີ່ຈະສ້າງຄວາມແຕກຕ່າງ."
ແຕ່ບໍ່ແມ່ນທຸກຄົນທີ່ຕໍ່ຕ້ານ ສຽງ Voice) ຢູ່ໃນທີມດຽວກັນ.
ແຕກຕ່າງຈາກພັກແນວຮ່ວມ (the Coalition), ສະມາຊິກສະພາສູງອິດສຣະ ທ່ານນາງ Lidia Thorpe ກ່າວວ່າ ສຽງ (Voice) ໄປບໍ່ໄດ້ໄກພໍ.
ໃນຕົ້ນປີນີ້, ທ່ານນາງ Lidia Thorpe ໄດ້ລາອອກຈາກພັກ Greens ຍ້ອນການສນັບສນຸນຕໍ່ ສຽງ (Voice) ແລະບັດນີ້ ທ່ານນາງກ່າວວ່າ ທ່ານນາງກໍາລັງເປັນຕົວແທນ ໃຫ້ແກ່ການເຄື່ອນໄຫວ ຂອງ Blak Sovereign Movement ໃນການຕໍ່ຕ້ານຂອງທ່ານນາງ.
ທ່ານນາງໄດ້ຮຽກຮ້ອງ ໃຫ້ມີສົນທິສັນຍາ ແລະການນໍາໃຊ້ຢ່າງຄົບຖ້ວນ ຂອງຄໍາແນະນໍາຂອງຄນະກັມມະການ Royal Commission ປີ 1991 ໃນການຕາຍຂອງຊາວ Aboriginal ໃນສະຖານທີ່ຄຸມຂັງ.
"ທ່ານກໍາລັງປ່ອຍໃຫ້ພວກເຮົາຕາຍອີກ, ໃຫ້ພວກເຮົາບໍ່ມີອໍານາດ. ຖ້າຫາກວ່າທ່ານຈິງໃຈແທ້, ໃຫ້ບ່ອນນັ່ງພວກເຮົາໃນສະພາສູງນີ້, ເຊັ່ນດຽວກັບທີ່ພວກເຂົາເຮັດໃນ New Zealand. ມີສົນທິສັນຍາ ດັ່ງທີ່ພວກເຂົາມີ. ເປັນຫຍັງເຮົາຈຶ່ງເຮັດບໍ່ໄດ້? ທ່ານຢ້ານຫຍັງ, ຢ້ານພັກແຮງງານເບາະ? Hawke ໄດ້ຖືກເຂັ່ຍອອກ ໂດຍຝ່າຍອະນຸຣັກນິຍົມຂອງເພິ່ນ ໃນເວລານັ້ນ ແລະບອກບໍ່ໃຫ້ເຮັດຕາມສົນທິສັນຍາ. ເຈົ້າກໍຮູ້ກ່ຽວກັບສິ່ງນັ້ນ. Keating ກໍພະຍາຍາມ. ລາວຖືກປິດກັ້ນ. ແລະເຫັນໄດ້ຢ່າງຊັດເຈນວ່າ Albo ບໍ່ມີຄວາມກ້າພໍ."
ຄາດວ່າ ຈະມີການລົງປະຊາມະຕິ ລະຫວ່າງເດືອນຕຸລາ ຫາເດືອນພະຈິກ-ສ່ວນວັນທີນັ້ນ ຍັງບໍ່ທັນມີການປະກາດ.
ໃນການທີ່ ສຽງ (Voice) ຈະຊນະນັ້ນ, ການລົງຄະແນນສຽງ ຈະຕ້ອງມີຜູ້ລົງຄະແນນສ່ວນໃຫຍ່ ໃນຣັດສ່ວນໃຫຍ່-ຊຶ່ງອາດຈະເປັນໄປໄດ້ຍາກ.
ເນື້ອເລື່ອງໂດຍ Claire Slattery ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌