ການສັງຫານໝູ່ໃນຮ້ານຂາຍສິນຄ້າ Walmart ໃນສະຫະຣັດ.
ຜູ້ຈັດການຮ້ານ Walmart ຄົນນຶ່ງ ໄດ້ສັງຫານພະນັກງານຂອງລາວ ຫົກຄົນ ແລະບາດເຈັບສີ່ຄົນ ໃນເຫດການຍິງສັງຫານ ຄັ້ງຫຼ້າສຸດໃນສະຫະຣັດ.
ເຫດການນີ້ເກີດຂຶ້ນຫລາຍມື້ ຫລັງຈາກການຍິງສັງຫານຫມູ່ ໃນສະໂມສອນກາງຄືນໃນຣັດ Colorado ຊຶ່ງໄດ້ເຮັດໃຫ້ ຫ້າຄົນເສັຍຊີວິດ, ແລະເປັນການຍິງສັງຫານ ຄັ້ງທີສອງ ໃນຣັດ Virginia ໃນຮອບສອງອາທິດ.
ແລະຄໍາເຕືອນ - ບາງເນື້ອໃນຂອງລາຍງານນີ້ອາດກະທົບກະເທືອນທ່ານ. Essam al-Ghalib.... ລາຍງານ.
ພຽງບໍ່ເທົ່າໃດມື້ ຫລັງຈາກມືປືນຄົນຫນຶ່ງ ໄດ້ສັງຫານຫ້າຄົນ ແລະຮັບບາດເຈັບ 17 ຄົນໃນສະໂມສອນກາງຄືນ LGBTQ ໃນຣັດໂຄໂລຣາໂດ (Colorado), ກໍໄດ້ມີການຍິງສັງຫານ ອີກຄັ້ງນຶ່ງ ໃນອາເມຣິກາ.
ເທື່ອນີ້ແມ່ນຢູ່ຮ້ານ Walmart ໃນເມືອງ Chesapeake, ຣັດ Virginia.
ຜູ້ບັນຊາການຕໍາຫຼວດ Chesapeake, ທ່ານ Mark Solesky ກ່າວວ່າ:
“ຜູ້ເຄາະຮ້າຍຫົກຄົນໄດ້ເສັຍຊີວິດ. ຜູ້ເຄາະຮ້າຍອີກສີ່ຄົນ ແມ່ນຢູ່ໃນໂຮງຫມໍໃນພື້ນທີ່ ໂດຍບໍ່ຊາບອາການໃນຕອນນີ້ ແລະຜູ້ຕ້ອງສົງໄສໄດ້ເສັຍຊີວິດຈາກສິ່ງທີ່ພວກເຮົາເຊື່ອວ່າ ເປັນບາດແຜປືນຈາກການທໍາຮ້າຍຕົວເອງ."
ຮ້ານດັ່ງກ່າວມີລູກຄ້າຫຼາຍ ກ່ອນການຍິງກັນໃນຄືນວັນອັງຄານ ໂດຍມີຜູ້ຄົນພາກັນມາຊື້ຂອງ ໄວ້ກ່ອນວັນພັກຂອບຄຸນພະເຈົ້າ (Thanksgiving).
ພະນັກງານຫຼາຍຄົນ ໄດ້ມາເຕົ້າໂຮມກັນຢູ່ຫ້ອງນັ່ງພັກຜ່ອນເມື່ອຜູ້ຈັດການຮ້ານໄດ້ຍ່າງເຂົ້າໄປ ແລະຍິງປືນໃສ່.
ນາງ Briana Tyler ກໍຢູ່ໃນຫ້ອງນັ້ນ.
"ພວກເຮົາທຸກຄົນຫາກໍໄປເຖິງທີ່ນັ້ນ ໃນຕອນເລີ້ມຕົ້ນຂອງເວລາເຮັດວຽກ. ພວກເຮົາ ຢູ່ໃນທີມເກັບມ້ຽນສິນຄ້າ(Stocking), ດັ່ງນັ້ນ, ກ່ອນເລີ່ມຕົ້ນເຮັດວຽກທຸກຄົນມາພົບກັນໃນຫ້ອງພັກ ເພື່ອອໍານວຍຄວາມສະດວກ ແລະເພື່ອຈະຮູ້ວ່າພວກເຮົາຈະເຮັດວຽກຢູ່ໃສແທ້. ແລະທັນທີ ທີ່ຫົວໜ້າທີມງານຂອງຂ້າພະເຈົ້າເວົ້າວ່າ 'ໂອ້, ຄືນນີ້ເຮົາມີວຽກບໍ່ໜັກທີ່ຕ້ອງເຮັດ’ ຂ້ອຍໄດ້ເງີຍຫນ້າຂຶ້ນ ແລະຜູ້ຈັດການຂອງຂ້ອຍໄດ້ປິ່ນຫນ້າມາ ແລະຍິງປືນໃສ່ທຸກຄົນໃນຫ້ອງພັກຜ່ອນ. ແລະຊິແມ່ນເທວະດາຊ່ອຍ ທີ່ລູກປືນບໍ່ຖືກຂ້ອຍ. ຂ້ອຍຈະບໍ່ຕົວະ. ຂ້ອຍໄດ້ຫລຽວເບິ່ງໜ້າລາວ ຂ້ອຍໄດ້ເຫັນຄວັນອອກຈາກປືນ, ແລະຂ້ອຍໄດ້ເຫັນໂຕຄົນລົ້ມລົງແທ້ໆ."
ນາງກ່າວວ່າ ໃນຕອນທໍາອິດ ນາງຄິດວ່ານີ້ແມ່ນການຝຶກຊ້ອມຍິງ ດັ່ງທີ່ໄດ້ກາຍເປັນເລື່ອງທັມມະດາ ໃນອາເມຣິກາ.
"ຂ້ອຍຄິດວ່າມັນເປັນຄືກັບປະເພດຂອງການທົດສອບ. ເຊັ່ນຖ້າຫາກວ່າພວກເຮົາມີການຍິງສັງຫານແບບນີ້ແທ້, ແລ້ວນີ້ແມ່ນວິທີທີ່ທ່ານປະຕິບັດ. ສະນັ້ນ ຂ້ອຍຍັງຢືນຢູ່ຫັ້ນແລະຂ້ອຍພຽງແຕ່ແນມເບິ່ງທຸກຄົນລົ້ມລົງພື້ນ ແລະຂ້ອຍກໍຄືດວ່າ: ມີຫຍັງເກີດຂຶ້ນ? ແລະມັນເປັນພຽງແຕ່ມັນບໍ່ໄດ້ມາຮອດໂຕຂ້ອຍທໍ່ນັ້ນ. ພວກເຮົາຢູ່ລະຫວ່າງການຍິງສັງຫານຈິງແລະຜູ້ຈັດການຂອງທ່ານແມ່ນຜູ້ກະທຳ. ຂ້ອຍຄິດວ່າການທີ່ເຫັນລາວເຮັດສິ່ງນັ້ນເປັນສິ່ງທີ່ຂ້ອຍບໍ່ເຂົ້າໃຈ. ຄົງຈະເປັນຄົນອື່ນ. ແຕ່ວ່າມັນເເມ່ນຜູ້ຈັດການຂອງຂ້ອຍ. ຂ້ອຍບໍ່ໄດ້ຄິດວ່າລາວກໍາລັງເຮັດແທ້ໆ. ແຕ່ແທ້ຈິງແລ້ວ, ລາວໄດ້ເລີ້ມຕົ້ນຍິງ ແລະລາວກໍເຮັດແບບນີ້ແທ້. ລາວບໍ່ໄດ້ແນໃສ່ຜູ້ໃດໂດຍສະເພາະ. ລາວພຽງແຕ່ຍິງໄປທົ່ວຫ້ອງ."
ນາງ Tyler ບໍ່ເຂົ້າໃຈວ່າ ມີຫຍັງເກີດຂຶ້ນແທ້ ຈົນກວ່າລາວໄດ້ເຫັນເລືອດ.
"ຕົວຂ້ອຍແຂງໄປໝົດ. ຂ້ອຍໄດ້ຢືນຢູ່ທີ່ນັ້ນ. ຂ້ອຍອາດຈະຕາຍໄດ້ແທ້ໆຕອນນີ້, ຂ້ອຍບໍ່ຮູ້ວ່າຈະເຮັດແນວໃດ. ທຸກຄົນເລີ່ມໂດດໜີ. ຄືກັບທີ່ຂ້ອຍເວົ້າ, ຂ້ອຍຄິດວ່າມັນເປັນເລື້ອງປອມ. ສະນັ້ນ ຂ້ອຍພຽງແຕ່ຢືນຢູ່ບ່ອນນັ້ນ ແລະຂ້ອຍຄຶດວ່າ ມີຫຍັງເກີດຂຶ້ນ? ແລະຂ້ອຍກໍບໍ່ຮູ້ສຶກໂຕຈົນກວ່າຂ້ອຍໄດ້ຫລຽວເຫັນເພື່ອນຮ່ວມງານຂອງຂ້ອຍທີ່ມີເລືອດອອກຈາກຄໍຂອງນາງ. ແລະເມື່ອເຫັນເລືອດ, ຂ້ອຍຄຶດວ່າ :ໂອ້, ນີ້ແມ່ນແທ້. ແລະແລ້ວນັ້ນແມ່ນຕອນທີ່ຂ້ອຍຮູ້ວ່າຂ້ອຍຕ້ອງແລ່ນໜີ. ແລະແລ້ວຂ້ອຍກໍແລ່ນເພື່ອເອົາຊີວິດຂ້ອຍລອດ."
Jeromy Basham ຢູ່ໃນຮ້ານພ້ອມກັບຄອບຄົວຂອງລາວ ເພື່ອໄປຊື້ອາຫານ ສໍາລັບວັນຂອບຄຸນພະເຈົ້າ ຕອນເກີດເຫດການຂຶ້ນ.
ລາວໄດ້ບັນລະຍາຍພາບທີ່ວຸ້ນວາຍ ໃນທັນທີຫລັງຈາກການຍິງກັນນັ້ນ.
"ຂ້ອຍໄດ້ເຫັນສາມຄົນລົ້ມລົງ, ຂ້ອຍໄດ້ເຫັນຮ່າງຂອງອີກຄົນຫນຶ່ງອອກມາໃນລໍ້ສິນຄ້າຢູ່ຂ້າງໃນ, ໄດ້ມີການຍິງອີກຫລາຍນັດ. ມັນບໍ່ ຄືສຽງປືນ ແຕ່ມັນຕ້ອງແມ່ນ. ແລະແລ້ວມັນກໍງຽບເປັນເວລາສອງສາມວິນາທີ ແລ້ວທຸກຄົນກໍຮ້ອງຂຶ້ນ ໃນເວລາດຽວກັນ. ພວກເຮົາທຸກຄົນໄດ້ແລ່ນອອກໄປຂ້າງນອກ. ພວກເຂົາຈະບໍ່ປ່ອຍໃຫ້ພວກເຮົາເຮັດຫຍັງເລີຍມີແຕ່ຢືນຢູ່ທີ່ນັ້ນ ໃກ້ກັບແຜ່ນປະກາດທີ່ຕິດຢູ່ເທິງແຜ່ນໂລຫະເຫລົ່ານັ້ນ. ແລະພວກເພິ່ນໄດ້ຕ້ອນໃຫ້ພວກເຮົາໄປຢູ່ທີ່ນັ້ນ ເພາະວ່າພວກເພິ່ນບໍ່ຮູ້ວ່າມີຫຍັງເກີດຂຶ້ນ.ມີຄົນຫນຶ່ງລົ້ມນອນຢູ່ທາງຫນ້າ ແລະບັດນີ້ເຂົາເຈົ້າໄດ້ລຳລຽງຮ່າງມາຫລາຍກວ່າເກົ່າ. ຂ້ອຍແນ່ໃຈວ່າ ມັນຢ່າງຫນ້ອຍສີ່ສົບ. ອີກຄົນຫນຶ່ງໄດ້ເສັຍຊີວິດ ແລະເຂົາເຈົ້າໄດ້ເອົາເຂົ້າໄປໃນຣົດພະຍາບານ"
ມືປືນທີ່ຍັງບໍ່ທັນໄດ້ຖືກຣະບຸໂຕນັ້ນ ໄດ້ໃຊ້ປືນສັ້ນໃນການກໍ່ເຫດ.
ໃນຖແລງການສະບັບນຶ່ງ ທີ່ທາງຮ້ານ ໄດ້ກ່າວວ່າ:ມັນຕົກໃຈ.
ທ່ານ Glenn Youngkin ຜູ້ປົກຄອງຣັດເວີຈີເນັຍ ໄດ້ກ່າວ ຫລັງຈາກການຍິງສັງຫານຫມູ່ ຊຶ່ງເປັນຄັ້ງທີສອງ ໃນຣັດຂອງທ່ານ ໃນສອງອາທິດ.
ໃນຄືນວັນທີ 13 ພະຈິກ ໄດ້ມີການຍິງກັນຢູ່ທີ່ ມະຫາວິທະຍາໄລ ເວີຈີເນັຍ (University of Virginia) ໃນເມືອງ Charlottesville ຊຶ່ງໃນນັ້ນມີສາມຄົນເສັຍຊີວິດ ແລະອີກສອງຄົນໄດ້ຮັບບາດເຈັບ. ຜູ້ເຄາະຮ້າຍສີ່ຄົນ ຮວມທັງສາມຄົນທີ່ເສັຍຊີວິດນັ້ນ ແມ່ນສະມາຊິກຂອງທີມເຕະບານຂອງ U-V-A.
"ໃຫ້ຂ້າພະເຈົ້າເລີ່ມຕົ້ນດ້ວຍຄວາມຈິງທີ່ຫນ້າຕົກໃຈທີ່ວ່າ ພວກເຮົາໄດ້ມີເຫດຄວາມຮຸນແຮງ ທີ່ຫນ້າຢ້ານກົວ ຢູ່ສອງຢ່າງ ໃນຣັດເວີຈີເນັຍ ໃນສອງອາທິດ, ແລະສິ່ງນັ້ນ ນໍາມາຊຶ່ງຄວາມຮູ້ສຶກຂອງຄວາມໂກດ, ຄວາມຮູ້ສຶກຢ້ານກົວ, ຄວາມຮູ້ສຶກເຖິງຄວາມໂສກເສົ້າທີ່ເລິກເຊິ່ງ. ຍັງມີການສືບສວນຢ່າງເຂັ້ມງວດ ທີ່ຍັງດໍາເນີນຢູ່ ໃນການຄາດຕະກັມທີ່ຫນ້າຢ້ານກົວທີ່ UVA.... ເປັນເຫດການທີ່ຫນ້າຢ້ານກົວ. ໃຈຂອງພວກເຮົາກໍເຈັບປວດຫລາຍອີກເທື່ອຫນຶ່ງ ໃນເຊົ້າມື້ນີ້ ຢູ່ໃນຣັດເວີຈິເນັຍ."
ທ່ານ Michael Hooper ຫົວຫນ້າແພດທີ່ໂຮງຫມໍ Sentara Norfolk ບ່ອນທີ່ຜູ້ເຄາະຮ້າຍໄດ້ຖືກນໍາໄປຮັກສາ.
"ໃນສະຖານະການຕອນນີ້, ພວກເຮົາມີສອງຄົນທີ່ເສັຍຊີວິດຢ່າງຫນ້າເສັຍດາຍ. ເຮົາມີສອງຄົນຢູ່ໃນຫນ່ວຍດູແລຢ່າງຫນັກ (intensive care unit) ຂອງເຮົາ ຊຶ່ງຢູ່ໃນສະພາບທີ່ຮ້າຍແຮງ ແລະອີກຄົນຫນຶ່ງທີ່ຢູ່ໃນອາການດີ."
ປະທານາທິບໍດີສະຫະຣັດ ທ່ານ Joe Biden ໄດ້ອອກຖແລງການສະບັບນຶ່ງວ່າ "ຍ້ອນການກະທໍາທີ່ຮຸນແຮງ ແລະໄຮ້ສະຕິອີກເທື່ອຫນຶ່ງ, ບັດນີ້ ຍັງມີໂຕະຫລາຍກວ່າເກົ່າໃນທົ່ວປະເທດ ທີ່ຈະມີບ່ອນນັ່ງເປົ່າ ໃນວັນຂອບຄຸນພະເຈົ້ານີ້. ເຮົາຕ້ອງມາຮ່ວມກັນເປັນຊາດ...ເຮົາຕ້ອງລົງມືເຮັດຫລາຍກວ່າເກົ່າ."
ເນື້ອເລື່ອງໂດຍ Essam al-Ghalib ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ