ຄຳເຕືອນໃນການປ້ອງກັນການຈົມນ້ຳຕາຍໃນຊ່ວງຣະດູຮ້ອນ.

Australia explained

ໜ່ວຍກູ້ພັຍທາງນ້ຳໃນ ອອສເຕຣເລັຍ. Credit: Lifeguard Australia.jpg

ໃນຊ່ວງຣະດູຮ້ອນນີ້, ການຈົມນ້ຳຕາຍໄດ້ພຸ່ງສູງຂຶ້ນຍ້ອນຫຼາຍປັດໄຈ... ເຫຼົ້າ, ໂຄວິດ ແລະ ສາເຫດອື່ນອາດມີສ່ວນໃນການຈົມນ້ຳຕາຍ. ຜູ້ຊ່ຽວຊານກໍໄດ້ອອກຄຳເຕືອນຕໍ່ຊາວອອສເຕຣເລັຍ.


ຄຳເຕືອນໃນການປ້ອງກັນການຈົມນ້ຳຕາຍໃນຊ່ວງຣະດູຮ້ອນ.

ໃນຂນະທີ່ອາກາດທີ່ອົບອຸ່ນ ແລະທ້ອງຟ້າທີ່ແຈ່ມໃສ ເມື່ອບໍ່ດົນມານີ້ ໄດ້ຮັບການຕ້ອນຮັບຈາກຄົນສ່ວນຫລາຍ, ແຕ່ການເພີ່ມຂຶ້ນຂອງກິດຈະກັມທາງນ້ຳຂອງອອສເຕຣເລັຍກໍໄດ້ກໍ່ໃຫ້ເກີດຄວາມເສົ້າສລົດໃຈ ຫລາຍຂຶ້ນເຊັ່ນກັນ.

ມີຢ່າງຫນ້ອຍ ແປດຄົນໄດ້ຈົມນ້ຳຕາຍ ໃນທົ່ວປະເທດ ນັບຕັ້ງແຕ່ວັນຄຣິສມາດ, ເຮັດໃຫ້ເຈົ້າຫນ້າທີ່ຕ້ອງຮ້ອງຂໍ ໃຫ້ປະຊາຊົນ ມີຄວາມລະມັດລະວັງຫລາຍຂຶ້ນ. Marcus Megalokonomos ລາຍງານ.

ເຈົ້າຫນ້າທີ່ກ່າວວ່າ ຄວາມຮ້ອນ, ເຫລົ້າ ແລະການພາດຮຽນລອຍນ້ຳ ເນື່ອງຈາກ COVID-19 ອາດຈະສົ່ງຜົນ ໃຫ້ມີຜູ້ເສັຍຊີວິດ ຈາກການຈົມນ້ຳຕາຍ ໃນອາທິດນີ້.

ຢ່າງຫນ້ອຍ 16 ຄົນໄດ້ເສັຍຊີວິດ ໃນລະດູຮ້ອນນີ້, ເມື່ອທຽບໃສ່ກັບ 36 ຄົນໃນເວລາດຽວກັນ ຂອງປີກາຍນີ້.

ນັ້ນແມ່ນອີງຕາມຕົວເລກໃຫມ່ ຂອງ Royal Life Saving Australia.

ນາຍົກຣັຖມົນຕີ ຣັດ New South Wales, ທ່ານ Dominic Perrotet, ໄດ້ອອກຂໍ້ຄວາມນີ້ ຕໍ່ຊາວອອສເຕຣເລັຍ:

"ສິ່ງທີ່ພວກເຮົາໄດ້ເຫັນ ໃນຊ່ວງສາມມື້ ແມ່ນການກູ້ພັຍຫຼາຍກວ່າ 600 ຮ້ອຍເທື່ອ (ໃນNSW). ຕາມປົກກະຕິແລ້ວ ເຮົາມີປະມານສີ່ພັນເທື່ອຕໍ່ປີ. ມັນເປັນສິ່ງເຕືອນໃຈ ພວກເຮົາທຸກຄົນວ່າ ອອກໄປມ່ວນຊື່ນກັບແສງແດດ, ຊື່ນຊົມກັບຫາດຊາຍທີ່ດີທີ່ສຸດໃນໂລກ, ແຕ່ກະລຸນາຮັກສາຄວາມປອດພັຍ, ໃຫ້ຫຼິ້ນນ້ຳລະຫວ່າງທຸງ. ຖ້າຫາກວ່າທ່ານຢູ່ເທິງເຮືອໃຫ້ໃສ່ເສື້ອຊູຊີບ, ເຮັດໃນສິ່ງທີ່ພວກເຮົາຮູ້ວ່າ ສາມາດຮັກສາພວກເຮົາໃຫ້ປອດພັຍ ໃນຊ່ວງລະດູຮ້ອນ."

ລະດູຮ້ອນທີ່ຜ່ານມາ, ມີ 145 ຄົນໄດ້ຈົມນ້ຳຕາຍ, ເຮັດໃຫ້ຊ່ວງນີ້ ເປັນລະດູຮ້ອນທີ່ຮ້າຍແຮງທີ່ສຸດ ໃນຮອບກວ່າ 20 ປີ.

ນັບແຕ່ວັນຄຣິສມາສ 10 ຄົນໄດ້ເສັຍຊີວິດໄປໃນການຈົມນ້ຳຕາຍທົ່ວປະເທດ.

ຜູ້ຊ່ຽວຊານກ່າວວ່າ ຄວາມຮ້ອນເຮັດໃຫ້ຜູ້ຄົນເກີດຄວາມອ່ອນເພັຍ, heatstroke ແລະອາການແພ້ທາງການແພດອື່ນໆ.

Steve Pearce ຈາກ Surf Life Saving New South Wales ກ່າວວ່າ ເຫຼົ້າເປັນອີກປັດຈັຍໜຶ່ງທີ່ສໍາຄັນ ໃນການຈົມນໍ້າໃນວັນພັກ.

"ໃນຊ່ວງເທສການ, ມັນເປັນສິ່ງສໍາຄັນຫຼາຍ ທີ່ຈະຈື່ໄວ້ວ່າ ເຫຼົ້າແລະນໍ້າ ໄປນຳກັນບໍ່ໄດ້. ແລະຢູ່ແຄມຝັ່ງທະເລທີ່ນີ້ ພວກເຮົາໄດ້ເຫັນເຫດການຫຼາຍຢ່າງ ທີ່ກ່ຽວຂ້ອງກັບເຫຼົ້າ ແລະພວກເຮົາຄຶດວ່າ ມັນກໍຈະສະທ້ອນໃຫ້ເຫັນຢູ່ໃນບ່ອນອື່ນເຊັ່ນກັນ."

ປະມານ 50 ເປີເຊັນຂອງການຈົມນ້ຳໃນລະດູຮ້ອນນີ້ ໄດ້ເກີດຂຶ້ນຢູ່ຕາມນ້ຳ ທີ່ບໍ່ແມ່ນທະເລ ຊຶ່ງເປັນຜົນຈາກນ້ຳຖ້ວມເມື່ອບໍ່ດົນມານີ້.

Kane Treloar ຈາກ Lifesaving Victoria ກ່າວວ່າ ຂໍ້ຈໍາກັດຂອງ COVID ອາດມີຜົນກະທົບຕໍ່ການຈົມນ້ຳຕາຍ ຍ້ອນຂາດການຮຽນລອຍນ້ຳ ແລະການຮຽນກ່ຽວກັບຄວາມປອດພັຍໃນສະນ້ຳ.

ທ່ານຍັງກ່າວອີກວ່າ ການຈໍາກັດການເຂົ້າເຖິງສະນ້ຳນັ້ນ ກໍອາດສົ່ງຜົນກະທົບ ຕໍ່ພວກລອຍນ້ຳ ທີ່ມີປະສົບການເຊັ່ນກັນ.

ປະທານຂອງ Surf Life Saving New South Wales, ທ່ານ George Shales ໄດ້ອອກຂໍ້ຄວາມນີ້ ຕໍ່ຊາວອອສເຕຣເລັຍ:

"ຂ້າພະເຈົ້າຄິດວ່າ ໃນແງ່ຂອງການສົ່ງຂໍ້ຄວາມ ສໍາລັບປະຊາຊົນຢູ່ບ່ອນໃດກໍຕາມ ທີ່ໃກ້ກັບນ້ຳເພື່ອໃຫ້ແນ່ໃຈວ່າ ໃຫ້ທ່ານເຂົ້າໃຈວ່າ ຄວາມສາມາດຂອງທ່ານແມ່ນຫຍັງ ຢູ່ໃນສະພາບແວດລ້ອມ ທີ່ທ່ານຢູ່. ຖ້າທ່ານບໍ່ແນ່ໃຈ ກ່ຽວກັບສະພາບແວດລ້ອມທີ່ທ່ານຢູ່, ແລ້ວຢ່າເຂົ້າໄປໃນສະພາບແວດລ້ອມນັ້ນ."

New South Wales Ambulance ໄດ້ຮັບມື ຕໍ່ເຫດການທີ່ກ່ຽວຂ້ອງກັບນ້ຳ 40 ຄັ້ງພາຍໃນສີ່ມື້.

ມີສີ່ຄົນເສັຍຊີວິດໃນ 4 ມື້ໃນຣັດ.

Kay Armstrong ກ່າວວ່າ ມີຍິງສາວຄົນນຶ່ງທີ່ເກືອບຈົມນ້ຳຕາຍ ຢູ່ໃນສະນ້ຳທີ່ Sydney ໃນວັນອັງຄານ ຊຶ່ງຕອນນີ້ຢູ່ໃນສະພາບຄົງທີ່ ແຕ່ຮ້າຍແຮງ ຍ້ອນວ່າມີຄົນເຮັດ CPR ຈົນກວ່າ ພວກແພດມາເຖິງ.

ໄວລຸ້ນສອງຄົນ ໄດ້ເສັຍຊີວິດ ໃນອຸປະຕິເຫດເຮືອ ໃນພາກເຫນືອຂອງຣັດ New South Wales.

Steve Pearce ຈາກ Surf Life Saving New South Wales ກໍາລັງເຕືອນຜູ້ທີ່ກໍາລັງຄຶດວ່າຈະລອຍນໍ້າໃນແມ່ນໍ້າ ແລະເຂື່ອນ ໃຫ້ແນ່ໃຈໃນຄວາມສາມາດຂອງຕົນເອງ.

"ຂ້າພະເຈົ້າກໍເປັນເດັກຈາກ Tamworth ເຊັ່ນດຽວກັນ. ສະນັ້ນ ຂ້າພະເຈົ້າຮູ້ຈັກພື້ນທີ່ນັ້ນດີ, ມັນເປັນເຫດການທີ່ໜ້າໂສກເສົ້າ, ແລະຂ້າພະເຈົ້າສາມາດວາດພາບໄດ້ໃນສິ່ງທີ່ ເດັກນ້ອຍຜູ້ຊາຍກໍາລັງເຮັດຢູ່ທີ່ນັ້ນ ແລະເດັກນ້ອຍຕາມບ້ານນອກຈໍານວນຫຼາຍ ໄດ້ອອກໄປຫຼິ້ນນ້ຳ ແລະເຂື່ອນເຊັ່ນດຽວກັນກັບການຫລິ້ນສະກີຂອງເຂົາເຈົ້າ ຊຶ່ງເປັນຕາຢ້ານສໍາລັບຄອບຄົວ. ມັນສົ່ງຜົນສະທ້ອນ ທີ່ແຕກຕ່າງກັນ ຊຶ່ງໃນຕອນນີ້ຈະກະທົບຕໍ່ທຸກໆຄອບຄົວ ແລະຊຸມຊົນນັ້ນ. ແລະເຖິງແມ່ນວ່າ ເຮົາຈະຢືນຢູ່ແຄມຝັ່ງ, ແຕ່ Surf Life Saving ສົ່ງຄວາມຄິດ ແລະໃຈ ໄປຫາພໍ່ແມ່ເຫລົ່ານັ້ນ, ຕໍ່ເດັກນ້ອຍທີ່ມີສ່ວນຮ່ວມເຫລົ່ານັ້ນ."

ໄດ້ມີການພົບຮ່າງຂອງຊາຍຊາວໄຕ້ຫວັນຄົນນຶ່ງ ທີ່ຫາຍສາບສູນໄປໃນວັນຄຣິສມາສ ຈາກທະເລສາບແຫ່ງນຶ່ງ ຢູ່ທີ່ເໝືອງຮ້າງ ໃນພາກຕາເວັນຕົກຂອງອອສເຕຣເລັຍ.

ຊາຍອາຍຸ 33 ປີໄດ້ຫາຍສາບສູນ ທີ່ Black Diamond Lake ໃກ້ກັບເມືອງ Collie, ປະມານ 200 ກິໂລແມັດ ທາງໃຕ້ຂອງເມືອງ Perth, ໃນຕອນບ່າຍຂອງວັນອາທິດ.

ອາທິດທີ່ຜ່ານມາ ແມ່ນປີທີ່ຫນ້າຢ້ານກົວທາງນ້ຳ, ໂດຍມີລາຍງານຈາກ Royal Life Saving National Drowning Report ທີ່ສະແດງໃຫ້ເຫັນວ່າ ມີຜູ້ເສັຍຊີວິດ 339 ຄົນໃນທົ່ວປະເທດ-ເປັນຈໍານວນທີ່ສູງທີ່ສຸດ ໃນຮອບ 25 ປີ.

ເນື້ອເລື່ອງໂດຍ Marcus Megalokonomos ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

Share