Ramadan ແລະ Eid ແມ່ນຫຍັງ ແລະມີການ ສເລີມສລອງແນວໃດໃນອອສເຕຣເລັຍ?

Lantern With Moon Symbol And Mosque Shape Background. Ramadan Kareem And Islamic New Year Concept.

Photo taken in Bangkok, Thailand Credit: Songyuth Unkong / EyeEm/Getty Images

ທ່ານເຄີຍສົງໄສກ່ຽວກັບຄວາມສໍາຄັນຂອງ Ramadan ແລະ Eid ໃນວັດທະນະທັມອິສລາມບໍ່? ແລະ ການສເລີມສລອງເຫຼົ່ານີ້ມີຄວາມສໍາຄັນພຽງໃດຕໍ່ເພື່ອນຮ່ວມງານຊາວມຸສລິມ, ຫມູ່ເພື່ອນ, ຫຼືເພື່ອນບ້ານຂອງທ່ານ?


ຈຸດສຳຄັນ
  • Ramadan ເປັນເດືອນທີ່ສັກສິດທີ່ສຸດໃນສາສນາອິສລາມ ຊຶ່ງແມ່ນໄລຍະທີ່ຊາວມຸສລິມຜູ້ໃຫຍ່ ທີ່ມີສຸຂະພາບແຂງແຮງອົດອາຫານຕັ້ງແຕ່ຮຸ່ງເຊົ້າຈົນເຖິງຕອນຄໍ່າ.
  • Eid al-Fitr ເປັນການສເລີມສລອງ ສາມມື້ ຂອງການສິ້ນສຸດຂອງເດືອນສັກສິດຂອງການອົດອາຫານ.
  • ຊາວອອສເຕຣເລັຍມຸສລິມ ນໍາເອົາການປະຕິບັດທາງວັດທະນະທັມທີ່ໂດດເດັ່ນຂອງເຂົາເຈົ້າມາສເລີມສລອງ Eid.
ອອສເຕຣເລັຍ ເປັນບ້ານຂອງຊາວມຸສລິມ ຫຼາຍກວ່າ 813,000 ຄົນຈາກ 1.97 ພັນລ້ານຄົນທົ່ວໂລກ. ຖ້າຫາກວ່າ ທ່ານອາສັຍຢູ່ໃນເມືອງ ຫຼືເມືອງໃຫຍ່, ທ່ານອາດຈະໄດ້ພົບ, ເປັນເພື່ອນ, ຫຼືເຮັດວຽກກັບ ຫນຶ່ງໃນພວກເຂົາ.

ການທຳຄວາມເຂົ້າໃຈ ແລະ ການເຫັນຄຸນຄ່າຂອງສາສນາ ແລະ ວັດທະນະທັມຂອງກັນ ແລະ ກັນ ເປັນພື້ນຖານຂອງສັງຄົມທີ່ມີຫຼາຍວັດທະນະທັມທີ່ຜູກພັນກັນ.

ຊາວມຸສລິມອອສເຕຣເລັຍ ແລະທົ່ວໂລກ ກຳລັງຈະສເລີມສລອງ Ramadan ຊຶ່ງແມ່ນ ການປະຕິບັດເວລາ ໜຶ່ງເດືອນຂອງ ການບຳເພັນສິນ ແລະອົດອາຫານ.
Man praying in the sunset (Pixabay).jpg
The Islamic Hijri calendar, is based on the cycles of the moon around the Earth. Credit: Pixabay

Ramadan ແມ່ນຫຍັງ?

ຣາມາດານ (Ramadan) ເປັນເດືອນທີເກົ້າ ຂອງປະຕິທິນຈັນທະຣະຄະຕິ ຂອງອິສລາມ. ຊາວມຸສລິມຜູ້ໃຫຍ່ ທີ່ມີສຸຂະພາບແຂງແຮງ ຕ້ອງອົດອາຫານຈາກຕອນຕາເວັນຂຶ້ນ ຈົນເຖິງຕອນຕາເວັນຕົກ ໃນຊ່ວງນີ້.

ສາດສະດາຈານ Zuleyha Keskin ຫົວຫນ້າຂອງ Centre for Islamic Studies and Civilisation ທີ່ມະຫາວິທະຍາໄລ Charles Sturt ໃນ Melbourne.

"Ramadan ຖືວ່າ ເປັນເດືອນສັກສິດທີ່ສຸດຂອງປີ ສໍາລັບຊາວມຸສລິມ, ແລະນັ້ນເຮັດໃຫ້ເປັນເດືອນພິເສດຫຼາຍ.  ສິ່ງທີ່ເຮັດໃຫ້ມັນໂດດເດັ່ນແທ້ໆ ແມ່ນການຖືສິນອົດເຂົ້າ ຈາກຕອນຕາເວັນຂຶ້ນຈົນເຖິງຕອນຕາເວັນຕົກຊຶ່ງຫມາຍຄວາມວ່າເຂົາເຈົ້າຫຼີກເວັ້ນຈາກອາຫານ, ນ້ຳ, ຄວາມສໍາພັນທາງເພດ ແລະຂ້າພະເຈົ້າຄິດວ່າສິ່ງນີ້ແມ່ນຂະບວນການຮຽນຮູ້ ຫຼືການພັດທະນາ ແລະວິນັຍຢ່າງໃຫຍ່ ກຳລັງເກີດຂຶ້ນ."
Ramadan ຖືວ່າ ເປັນເດືອນສັກສິດທີ່ສຸດຂອງປີ ສໍາລັບຊາວມຸສລິມ, ແລະນັ້ນເຮັດໃຫ້ເປັນເດືອນພິເສດຫຼາຍ.
Associate Professor Zuleyha Keskin, Associate Head of the Centre for Islamic Studies and Civilisation at Charles Stuart University, Melbourne.
ປະຕິທິນອິສລາມ ທີ່ຮູ້ກັນໃນນາມປະຕິທິນ Hijri ແມ່ນອີງໃສ່ວົງຈອນຂອງດວງຈັນອ້ອມຮອບໂລກ. ເນື່ອງຈາກວ່າ ມັນເປັນເວລາ 10 ຫາ 12 ວັນສັ້ນກວ່າປີສຸຣິຍະຄະຕິ, ວັນສຳຄັນນີ້ຂອງອິສລາມ ຈຶ່ງແຕກຕ່າງກັນໃນແຕ່ລະປີ.

ປີນີ້, ເດືອນສັກສິດ Ramadan ແມ່ນ ລະຫວ່າງວັນທີ 22 ມີນາ ຫາ 20 ເມສາ.
Shot of a young muslim woman pouring drinks for her family
A meal with loved ones during Ramadan. Source: iStockphoto / PeopleImages/Getty Images/iStockphoto

ເປັນຫຍັງຊາວມຸສລິມຈຶ່ງຕ້ອງອົດອາຫານ?

ການອົດອາຫານ (ຫຼື Sawn ໃນພາສາອາຣັບ) ແມ່ນຫນຶ່ງໃນ 'ຫ້າເສົາ ຂອງສາສນາອິສລາມ' ເຊິ່ງແມ່ນການຍອມຮັບສັດທາ, ການສູດມົນ, ການໃສ່ບາດ, ການອົດອາຫານ ແລະ Hajj ຫຼື ການສແວງບຸນ.

ຊາວມຸສລິມຍັງຖືກຮຽກຮ້ອງໃຫ້ຢັບຢັ້ງການສູບຢາ, ມີຄວາມສໍາພັນທາງເພດ, ສະແດງຄວາມຄຽດຮ້າຍ ຫຼືມີສ່ວນຮ່ວມ ໃນການໂຕ້ຖຽງກັນ ໃນລະຫວ່າງ Ramadan. ການກະທໍາຜິດສິນທັມກໍຖືກຫ້າມເຊັ່ນກັນ.

ນອກຈາກນີ້, ມີການບຳເພັນ ເພີ່ມເຕີມເຊັ່ນ: ການນະມັດສະການ, ການອ່ານ ແລະເຂົ້າໃຈ Quran, ແລະງານການກຸສົນ. ຊາວມຸສລິມຫຼາຍຄົນ ເຂົ້າຮ່ວມໂບດ (mosques) ຕ່າງໆ ຫຼັງຈາກໄດ້ເລີກການອົດອາຫານ, ຫຼື 'Iftar'

ຜູ້ອໍານວຍການ Centre for Arab and Islamic Studies ທີ່ມະຫາວິທະຍາໄລແຫ່ງຊາດອອສເຕຣເລັຍ, ສາສດາຈານ Karima Laachir ກ່າວວ່າ ຣາມາດານແມ່ນກ່ຽວຂ້ອງ ຫລາຍກວ່າການລະເວັ້ນຈາກອາຫານ ຫຼືເຄື່ອງດື່ມເທົ່ານັ້ນ.

"ມັນເປັນເດືອນແຫ່ງຈິດວິນຍານ, ມັນເປັນເດືອນຫນຶ່ງກ່ຽວກັບການເຊື່ອມໂຍງກັບຄວາມເຊື່ອຂອງຄົນເຮົາ, ກ່ຽວກັບພຣະເຈົ້າ, ໃນການເຊື່ອມໂຍງ ແລະການນະມັດສະການ ຢ່າງໃກ້ຊິດ ແລະ ທີ່ສໍາຄັນ, ມັນເປັນເດືອນ ທີ່ພວກເຮົາໄດ້ຮຽນຮູ້ຄືນໃຫມ່ ເພື່ອເປັນມະນຸດ ທີ່ມີຄວາມເຫັນອົກເຫັນໃຈ, ເພື່ອເຂົ້າໃຈຄວາມຕ້ອງການຂອງຄົນທີ່ທຸກຍາກ, ຜູ້ທີ່ບໍ່ຫຍັງຈະກິນ ແລະເຊື່ອມຕໍ່ກັບໂລກທີ່ຢູ່ຮອບໂຕພວກເຮົາ".
ມັນເປັນເດືອນທີ່ພວກເຮົາໄດ້ຮຽນຮູ້ຄືນໃຫມ່ ທີ່ຈະເປັນມະນຸດ ທີ່ມີຄວາມເຫັນອົກເຫັນໃຈ, ເພື່ອເຂົ້າໃຈຄວາມຕ້ອງການຂອງຄົນທີ່ທຸກຍາກ, ຜູ້ທີ່ບໍ່ມີຈະກິນ ແລະເຊື່ອມຕໍ່ກັບໂລກ ທີ່ຢູ່ອ້ອມຂ້າງພວກເຮົາ.
Professor Karima Laachir, Centre for Arab and Islamic Studies, ANU
ນອກເຫນືອໄປຈາກ ການສວດມົນແລະຫນ້າທີ່ທາງສາສນາແລ້ວ, ສາສດາຈານ Laachir ໃຫ້ຂໍ້ສັງເກດວ່າ ຍັງມີຜົນປໂຍດຕໍ່ສຸຂະພາບ ໃນການຖືສິນອົດເຂົ້ານໍາອີກ.

"ຮ່າງກາຍກໍຈະ ມີສຸຂະພາບດີຂຶ້ນຫຼາຍ ເພາະມັນຄວບຄຸມການເຜົາຜານອາຫານຂອງຮ່າງກາຍ, ມັນຊໍາລະສານພິດຕ່າງໆຈາກຮ່າງກາຍ. ດັ່ງນັ້ນ, ມັນໄດ້ພິສູດໃຫ້ເຫັນວ່າ ເປັນຂະບວນການທີ່ດີຕໍ່ສຸຂະພາບຫຼາຍ  ແລະພວກເຮົາຮູ້ ກ່ຽວກັບການອົດອາຫານເປັນບາງເວລາວ່າມີຄວາມສໍາຄັນສໍາລັບຮ່າງກາຍຢ່າງໃດ."

Eid ແມ່ນຫຍັງ?

ແລະຫຼັງຈາກຊາວມຸສລິມ ໄດ້ຜ່ານການອົດອາຫານຕລອດເດືອນ, ແລ້ວກໍແມ່ນເທສການ Eid.

Eid ເປັນຄໍາພາສາອາຣັບສໍາລັບ 'ເທດສະການ' ຫຼື 'ງານລ້ຽງ'. ມີສອງ Eids ຫຼັກຢູ່ໃນປະຕິທິນອິສລາມ ຊຶ່ງແມ່ນ Eid al-Fitr ແລະ Eid al-Adha.

Dr Keskin ກ່າວວ່າ Eid al-Fitr ຍັງໄດ້ກ່າວເຖິງວ່າ 'Eid ນ້ອຍ', ເປັນການ ເລີມສລອງ ຂອງຄວາມສໍາເລັດ ຂອງເຮົາສາມວັນ.
Eid al-Fitr ແມ່ນໂອກາດທີ່ຈະ ສເລີມສລອງ ສິ່ງທີ່ຄົນເຮົາໄດ້ບັນລຸໃນໄລຍະເດືອນ Ramadan.
Dr Zuleyha Keskin, Centre for Islamic Studies and Civilisation, Charles Stuart University
ໃນຂນະທີ່ພວກເຂົາຮັບເອົາ Eid, ຊາວມຸສລິມ ຍັງມີພັນທະທີ່ຈະທຳການກຸສົນ, ທີ່ຮູ້ກັນໃນຊື່ Zakat al-Fitr, ດັ່ງນັ້ນຄົນທຸກຍາກ ຍັງສາມາດ ສເລີມສລອງ.

ດັ່ງທີ່ Professor Laachir ກ່າວໄວ້, ຍັງເປັນການສເລີມສລອງ "ຄວາມສາມັກຄີ ແລະ ການໃຫ້ອະພັຍ" ອີກດ້ວຍ. ມັນຟື້ນຟູນໍ້າໃຈຊຸມຊົນ ແລະຊຸກຍູ້ໃຫ້ຊາວມຸສລິມສແວງຫາການໃຫ້ອະພັຍ.

ຍິ່ງໄປກວ່ານັ້ນ, ມັນໃຫ້ ໂອກາດແກ່ເດັກນ້ອຍທີ່ຈະມີຄວາມມ່ວນຊື່ນ, ມີຫມູ່ເພື່ອນໃຫມ່, ແລະຄຸ້ນເຄີຍກັບວັດທະນະທັມ.
Tradicionalni muslimanski roditelji i njihova djeca dijele lepinju tokom iftara u Ramazanu
In most Islamic countries, Eid al-Fitr is a public holiday. Source: iStockphoto / Drazen Zigic/Getty Images/iStockphoto
ການຊື້ເຄື່ອງນຸ່ງໃຫມ່ ໂດຍສະເພາະສໍາລັບເດັກນ້ອຍ, ທໍາຄວາມສະອາດເຮືອນ ແລະ ການກະກຽມເຄື່ອງຫວານ ແລະອາຫານພິເສດ ແມ່ນສ່ວນສຳຄັນຂອງການກຽມ Eid.

ປີນີ້ Eid al-Fitr ຈະກົງກັບ ວັນທີ 21 ຫຼື 22 ເມສາ, ຂຶ້ນກັບການເຫັນດວງຈັນ.
ໃນປະເທດອິສລາມສ່ວນໃຫຍ່, Eid al-Fitr ແມ່ນວັນພັກສາທາຣະນະ.

ຊາວມຸສລິມໃນອອສເຕຣເລັຍສເລີມສລອງ Eid ແນວໃດ?

ການສວດມົນ ຂອງຊຸມຊົນ ແມ່ນຈັດຂຶ້ນຢູ່ໃນໂບດ (mosques) ແລະສູນຊຸມຊົນ ບ່ອນທີ່ຜູ້ຄົນທັກທາຍກັນດ້ວຍ 'Eid Mubarak' ຫມາຍຄວາມວ່າ 'Happy Eid'.

"ສະນັ້ນ, Eid al-Fitr ເປັນການສເລີມສລອງໃຫຍ່. ຊາວມຸສລິມແຕ່ງຕົວດີແລະງາມຫຼາຍ, ເດັກນ້ອຍຊື້ເຄື່ອງນຸ່ງໃຫມ່, ພວກເຂົາໄດ້ຮັບຂອງຂວັນ,  ແລະມັນເປັນການສເລີມສລອງ ຮ່ວມກັນຂອງຄອບຄົວ ແລະທຸກຄົນກໍໄປຢ້ຽມຢາມຄົນອື່ນ, ແລະພວກເຂົາ ມ່ວນຊື່ນໃນ ສາມມື້ຂອງການ ສເລີມສລອງ Eid al-Fitr ໃນງານລ້ຽງ ແລະອາຫານ. ເຂົ້າຫນົມ ແລະອາຫານ ແມ້ນຖືກເຮັດພິເສດສໍາລັບເດືອນນີ້."  

ສາດສະດາຈານ Laachir ກ່າວວ່າໃນອອສເຕຣເລັຍ ການສເລີມສລອງນີ້ ມີຄວາມແຕກຕ່າງກັນ.

Ali Awan ເປັນຊາວອອສເຕຣເລັຍ ທີ່ມີພູມຫຼັງເປັນຊາວ Pakistani ຊຶ່ງຫຍຸ້ງເປັນພິເສດ ໃນລະຫວ່າງ Eid al-Fitr ທຸກໆປີ. ລາວຈັດງານສເລີມສລອງ Eid ຫຼາຍວັດທະນະທັມ ທີ່ໃຫຍ່ທີ່ສຸດງານນຶ່ງ ຂອງອອສເຕຣເລັຍ.

ທ່ານກ່າວວ່າ ມີຄວາມແຕກຕ່າງທາງດ້ານວັດທະນະທັມ "ຢ່າງຫຼາຍ" ລະຫວ່າງຊາວມຸສລິມ ທີ່ມີພື້ນຖານທີ່ແຕກຕ່າງກັນ. ຫນ້າທີ່ຂອງລາວ ໃນຖານະເປັນປະທານຂອງງານສເລີມສລອງ Multicultural Eid ຂອງອອສເຕຣເລັຍ ແມ່ນເພື່ອນໍາເອົາທຸກຄົນ ມາເຕົ້າໂຮມໃນບ່ອນດຽວ.

"ບາງຄົນແຕ່ງອາຫານທີ່ແຕກຕ່າງກັນ, ແລະພວກເຂົາມີຊຸດທີ່ແຕກຕ່າງກັນ ທີ່ພວກເຂົາໃສ່ໃນວັນ Eid. ແລະຈາກນັ້ນ, ເມື່ອເວົ້າເຖິງການສເລີມສລອງ,  ອາດຈະເປັນໃນແງ່ຂອງກິດຈະກັມບາງຢ່າງ, ການສະແດງບາງຢ່າງ, ບາງວິທີຂອງການຄົ້ນຫາ. Mr Awan ອະທິບາຍ.
"ສິ່ງທີ່ເຮົາເຮັດຕາມປົກກະຕິ ພາຍໃຕ້ເທດສະການ Eid ຄືເຮົາພະຍາຍາມ ນໍາເອົາການສະແດງ ທີ່ແຕກຕ່າງກັນທັງຫມົດ, ວັດທະນະທັມທີ່ແຕກຕ່າງກັນ ຢູ່ບ່ອນດຽວ ແລະນັ້ນຄືຄວາມສວຍງາມຂອງອອສເຕຣເລັຍ"
Ali Awan, Australian Multicultural Eid Festival
ສາດສະດາຈານ Laachir ເຫັນພ້ອມ ໂດຍກ່າວວ່າ ນາງຮູ້ສຶກວ່າ ການ ສເລີມສລອງ Eid ໃນອອສເຕຣເລັຍມີຄວາມແຕກຕ່າງກັນ ຫຼາຍກວ່າໃນຫຼາຍປະເທດອິສລາມ.

"ສິ່ງທີ່ສວຍງາມກ່ຽວກັບຊຸມຊົນຊາວມຸສລິມໃນອອສເຕຣເລັຍ ແມ່ນການສເລີມສລອງ ສ່ວນຫຼາຍເກີດຂຶ້ນໃນສູນຊຸມຊົນ ແລະໃນໂບດ ໃນທ້ອງຖິ່ນ,  ເຊິ່ງມີແນວໂນ້ມ ທີ່ຈະນໍາເອົາຊຸມຊົນເຫຼົ່ານີ້ທັງຫມົດ ມາເຕົ້າໂຮມກັນ, ມີພູມຫຼັງທີ່ແຕກຕ່າງກັນ.

Share