ຜູ້ຂັບຂີ່ທີ່ປະສົບກັບຄວາມກະທົບກະເທືອນ ກໍາລັງໄດ້ຮັບການສນັບສນູນຊ່ອຍເຫຼືອທີ່ຈະບອກໃຫ້ຄົນອື່ນຮູ້ວ່າ ຕົນເອງພ້ອມທີ່ຈະກັບໄປຂັບຣົດອີກ.
ກໍາລັງມີການລິເລີ່ມຄວາມຄຶດໃຫມ່ ເພື່ອຊ່ວຍໃຫ້ຜູ້ຂັບຂີ່ໃຫ້ມີຄວາມຫມັ້ນໃຈຄືນ ທີ່ຈະກັບໄປຂັບຣົດອີກ ຫຼັງຈາກເກີດອຸບັດຕິເຫດ ໂດຍມີແຜ່ນປ້າຍທີ່ຕິດຢູ່ເທິງຣົດ ທີ່ບົ່ງບອກໃຫ້ຜູ້ຂັບຂີ່ຄົນອື່ນໆ ໃຫ້ມີຄວາມອົດທົນ ຫຼືສະແດງຄວາມເຫັນອົກເຫັນໃຈ ແລະຄວາມເຂົ້າໃຈ. Marcus Megalokonomos ຣາຍງານ.
ເມື່ອທ່ານເລີ່ມຂັບຣົດທຳອິດ ທ່ານຈະໄດ້ຮັບປ້າຍໂຕ L ( L Plates) ຂອງທ່ານ .
ຈາກນັ້ນ ທ່ານກໍຈະໄດ້ເລື່ອນເປັນ ແຜ່ນປ້າຍໂຕ P (P Plates) ກ່ອນທີ່ທ່ານຈະໄດ້ຮັບໃບອະນຸຍາດຂັບຂີ່ເຕັມຂອງທ່ານ.
ຕອນນີ້ ມີແຜ່ນປ້າຍ R ທີ່ເປັນທາງເລືອກອີກ - ມັນແມ່ນແຜ່ນພລາສະຕິກ ເພື່ອໃຫ້ຜູ້ຂັບຣົດຄົນອື່ນ ຮູ້ວ່າ ທ່ານຕ້ອງການພື້ນທີ່ເພີ່ມເຕີມ ແລະຄວາມອົດທົນ ຫຼັງຈາກທີ່ໄດ້ປະສົບກັບເຫດການ ທີ່ກະທົບກະເທືອນຕໍ່ຈິດໃຈ.
ນາງ Karen Hickling ຜູ້ລອດຊີວິດຈາກອຸບັດຕິເຫດທາງຣົດໃນຂນະທີ່ກໍາລັງເດີນທາງຢູ່ພາກຕາເວັນຕົກຂອງອອສເຕຣເລັຍ. ເມື່ອນາງປະສົບອຸບັດເຫດ, ຣົດຂອງນາງຖືກທໍາລາຍ ແລະນາງໄດ້ລອດຊີວິດ... ແຕ່ ຄວາມປາດຖະຫນາຂອງນາງ ທີ່ ຈະຂັບຣົດ ກໍຖືກທໍາລາຍຄືກັນ.
"ພຽງແຕ່ໃຫ້ລະວັງວ່າ ຣົດນີ້ຕ້ອງດູແລເປັນພິເສດ. ຂ້ອຍມັກຄວາມຄິດນັ້ນ. ຕັ້ງແຕ່ເກີດອຸບັດເຫດ ເດືອນກັນຍາ ປີ 2020 ຂ້ອຍໄດ້ຂັບຣົດພຽງເຈັດເທື່ອ. ຂ້ອຍຢາກຂັບຂີ່ຣົດໄດ້. ຂ້ອຍເປັນຄົນທີ່ມັກໄປຫັ້ນມາໜີ້. ເວລາຂ້ອຍເຫັນຄົນຂັບຣົດທີ່ມີແຜ່ນປ້າຍ L ຂ້ອຍເຄີຍໃຫ້ພື້ນທີ່ເພີ່ມເຕີມແກ່ເຂົາເຈົ້າ ເພາະຂ້ອຍຈື່ໄດ້ວ່າ ມັນເປັນແນວໃດ ຕອນຂ້ອຍອາຍຸ 16 ຫລື 17 ປີ."
*ການຄົ້ນຄວ້າໂດຍ My-car Tyre and Auto ສະແດງໃຫ້ເຫັນວ່າປະມານ 90 ເປີເຊັນຂອງ (89 ເປີເຊັນ)ຂອງຜູ້ຂັບຂີ່ຊາວອອສເຕຣເລັຍ ອ້າງວ່າເປັນຄົນຂັບຣົດທີ່ມີຄວາມຫມັ້ນໃຈ, ແຕ່ເກືອບເຄິ່ງຫນຶ່ງ (43 ເປີເຊັນ) ຂອງຜູ້ຂັບຂີ່ເຫຼົ່ານັ້ນ ໄດ້ຫຼຸດຄວາມຫມັ້ນໃຈລົງ ຫຼັງຈາກເກີດອຸບັດເຫດ.
ປັດໃຈສໍາຄັນທີ່ເຮັດໃຫ້ຜູ້ຂັບຣົດ ສູນເສັຍຄວາມຫມັ້ນໃຈ ແມ່ນການມີສ່ວນຮ່ວມ ໃນອຸບັດເຫດທາງຣົດໂດຍມີຄວາມກັງວົນ ຫນຶ່ງໃນຫ້າ (21 ເປີເຊັນ) ທີ່ຕ້ອງໃຊ້ເວລາລະຫວ່າງສອງເດືອນ ຫຼືຫນຶ່ງປີ ທີ່ຈະມີຄວາມໝັ້ນໃຈທີ່ຈະຂັບຣົດອີກ ຫຼັງເກີດເຫດການຂຶ້ນ.
My-car Tyre and Auto ກ່າວວ່າ ຂໍ້ລິເລີ່ມໃຫມ່ຂອງປ້າຍ 'R'Plate ຈະຊ່ວຍໃຫ້ການປ່ຽນແປງ ຂອງຜູ້ຂັບຣົດ ໄດ້ຮັບຄວາມຫມັ້ນໃຈໃນທ້ອງຖນົນ ຫລັງຈາກເກີດອຸບັດເຫດ.
ຄ້າຍຄືກັນກັບລະບົບແຜ່ນປ້າຍ 'L' ຫຼື 'P' , ແຜ່ນປັາຍ 'R' ອາດສະແດງເທິງຍານພາຫະນະເພື່ອຈະບອກວ່າ ຄົນຂັບຣົດ ກໍາລັງກັບໄປຂັບຣົດ ແລະອາດຈະຕ້ອງໃຊ້ຄວາມອົດທົນ ຫຼືພິຈາລະນາເປັນພິເສດ ຈາກຜູ້ຂັບຂີ່ອື່ນໆ.
ດຣ Jason Thompson ອາຈານສອນມະຫາວິທະຍາລັຍ Melbourne ທີ່ມີປຣິນຍາໂທດ້ານຈິດຕະວິທະຍາຄລີນິກ ກ່າວວ່າ:
"ຄວາມກະທົບກະເທືອນທາງຖນົນ ສາມາດສົ່ງຜົນກະທົບ ຕໍ່ການຂັບຂີ່ ແລະຄວາມຫມັ້ນໃຈຂອງບຸກຄົນໃນຫົນທາງໄດ້. ສ່ວນໃຫຍ່ກໍຈະກັບມາເປັນປົກກະຕິ, ພວກເຂົາຈະເອົາຊນະສິ່ງເຫລົ່ານີ້, ແຕ່ການເດີນທາງໄປສູ່ ການຟື້ນຟູ ແລະການກັບຄືນໄປຫາຄວາມຫມັ້ນໃຈ ອາດເປັນສິ່ງສະເພາະຂອງແຕ່ລະຄົນ ແລະມັນອາດຈະໃຊ້ເວລາດົນ. ມັນອາດຈະເປັນເລື່ອງຍາກສໍາລັບຄົນທີ່ບໍ່ຜິດ ໃນເຫດການທີ່ເກີດຂຶ້ນ ໂດຍບໍ່ວ່າຈະບາດເຈັບໜ້ອຍຫຼາຍປານໃດ. ສ່ວນຫລາຍແລ້ວ ມັນແມ່ນເກີນກວ່າ ຜົນກະທົບທາງຮ່າງກາຍ, ມັນແມ່ນຜົນກະທົບທາງຈິດໃຈ. ທ່ານອາດຈະເຄີຍມີສ່ວນຮ່ວມ ຫລືໄດ້ເຫັນຄົນ ທີ່ຍອມຮັບຄວາມກັງວົນ ແລະຄວາມຮູ້ສຶກ - ພວກເຮົາຄິດວ່າ ສິ່ງນີ້ສາມາດຊ່ອຍຊາວອອສເຕຣເລັຍໃຫ້ມີຄວາມຫມັ້ນໃຈ ຄືນໃຫມ່ ໃນການກັບຄືນໄປຂັບຣົດອີກ. ແຜ່ນ ‘R’ ຊ່ອຍໃຫ້ມີຄວາມເຫັນອົກເຫັນໃຈ ແລະຄວາມເຂົ້າໃຈຈາກຜູ້ໃຊ້ຫົນທາງຄົນອື່ນໆ."
Adele Coswello ຫົວຫນ້າຝ່າຍບໍຣິການລູກຄ້າທີ່ mycar Tyre & Auto ກ່າວວ່າ:
"ຖ້າເຫັນແຜ່ນປ້າຍ R ຢູ່ຕາມຫົນທາງ, ໃຫ້ຮູ້ວ່າມີຄົນມີຄວາມກ້າທີ່ກັບມາຂັບຣົດອີກ, ດັ່ງນັ້ນ ຈົ່ງປະຕິບັດກັບເຂົາເຈົ້າ ດ້ວຍຄວາມເຫັນອົກເຫັນໃຈ, ເຄົາລົບ ແລະ ດູແລເປັນພິເສດ. ມັນຄົງຈະດີທີ່ຈະມີແຜ່ນປ້າຍ R ທີ່ໄດ້ຮັບການຮັບຮູ້ ຕາມຫົນທາງຂອງອອສເຕຣເລັຍ "
ມັນເປັນແຜ່ນປ້າຍແບບທໍາອິດ ຂອງມັນທີ່ບອກໃຫ້ຮູ້ວ່າ ຜູ້ຂັບຣົດ ກຳລັງກັບຄືນໄປຂັບຣົດອີກ ຫລັງຈາກໄດ້ຮັບຄວາມກະທົບກະເທືອນ ຫລືຫລັງຈາກໄດ້ເຊົາຂັບຣົດມາດົນແລ້ວ.
‘R’ Plate ມີຈຸດປະສົງເພື່ອຊຸກຍູ້ຄວາມເຫັນອົກເຫັນໃຈ ຈາກຜູ້ໃຊ້ຖນົນຄົນອື່ນໆ, ດັ່ງນັ້ນຜູ້ຂັບຂີ່ ທີ່ກັບຄືນມາ ຈະຮູ້ສຶກກົດດັນຫນ້ອຍລົງ, ໃຫ້ພວກເຂົາມີເວລາ ແລະຊ່ອງວ່າງທີ່ຈະຟື້ນຕົວ.
ນີ້ແມ່ນພຽງແຕ່ແນວຄວາມຄິດ ແລະແຜ່ນປ້າຍເທົ່ານັ້ນ - ມັນບໍ່ມີຖານະທີ່ຖືກຕ້ອງຕາມກົດຫມາຍ ແລະບໍ່ໄດ້ຮັບການສນັບສນູນ ຈາກຄະນະຣັຖບານໃດໆ, ແຕ່ວ່າມັນບໍ່ໄດ້ຫມາຍຄວາມວ່າ ທ່ານບໍ່ສາມາດ ໃສ່ໃນປ່ອງຢ້ຽມດ້ານຫຼັງ ຂອງຣົດທ່ານ ຄືກັບທີ່ທ່ານຈະມີປ້າຍ 'ເດັກນ້ອຍຢູ່ໃນຣົດ - Baby onBoard'.
"ສໍາລັບພວກເຮົາຫຼາຍຄົນ ການກັບໄປຂັບຣົດອີກ ອາດຈະເປັນປະສົບການທີ່ຫນ້າຢ້ານ ຫຼືກັງວົນ ແຕ່ຄົນສ່ວນຫຼາຍຈະກັບມາເປັນປົກກະຕິ ດ້ວຍການສນັບສນູນຈາກຄອບຄົວ ແລະຫມູ່ເພື່ອນ. ນີ້ສະແດງໃຫ້ເຫັນວ່າ ການບາດເຈັບຫຼື ກະທົບກະເທືອນທາງຖນົນ ແມ່ນປະສົບການທົ່ວໄປໃນອອສເຕຣເລັຍ ແລະມັນສົ່ງຜົນກະທົບ ຕໍ່ບາງຄົນ ໃນບາງຈຸດ ໃນຊີວິດຂອງເຂົາເຈົ້າ."
ການຄົ້ນຄວ້າຍັງສະແດງໃຫ້ເຫັນວ່າ ສອງສ່ວນສາມຂອງຊາວອອສເຕຣເລັຍ (66 ເປີເຊັນ) ຮູ້ສຶກປອດພັຍກວ່າ ຕາມຫົນທາງ ເມື່ອພວກເຂົາມີແຜ່ນປ້າຍໂຕ P ຫຼືໂຕ L ຕິດຢູ່ໃນຣົດຂອງເຂົາເຈົ້າ ຕອນເຂົາຮຽນຂັບຣົດ ເພາະເຂົາເຈົ້າຮູ້ສຶກວ່າ ຜູ້ຂັບຣົດຄົນອື່ນຮູ້ວ່າຈະໃຫ້ພື້ນທີ່ ຫຼືຄວາມອົດທົນແກ່ພວກເຂົາ.
ນອກເຫນືອໄປຈາກ R Plate ທີ່ຖືກສະແດງ ຢູ່ໃນ ຍານພາຫະນະຂອງຕົນແລ້ວ, Code QR ຂອງຣົດຍັງເຊື່ອມຜູ້ຂັບຣົດ ຕໍ່ການບໍຣິການສນັບສນູນ ມືອາຊີບຣະດັບທ້ອງຖິ່ນ ແລະຣະດັບປະເທດຊຶ່ງເຮັດໃຫ້ສາມາດຂໍຄວາມຊ່ວຍເຫຼືອໄດ້ທຸກເວລາ.
ຖ້າທ່ານ ຫລືຄົນທີ່ທ່ານຮູ້ຈັກ ໄດ້ຮັບຜົນກະທົບຈາກການກະທົບທາງຖນົນ, ໃຫ້ໄປທີ່: mycar.com.au/rplates ເພື່ອສັ່ງປ້າຍ R Plate ຂອງທ່ານ ຫຼືເຂົ້າເຖິງ ການບໍຣິການສນັບສນູນ ມືອາຊີບຂອງບຸກຄົນທີສາມ.
ເນື້ອເລື່ອງໂດຍ Marcus Megalokonomos ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ