ຈຸດສໍາຄັນ
- ການຍ້າຍລະຫວ່າງຣັດ ແມ່ນກ່ຽວຂ້ອງ ກັບຂະບວນການ ຂອງການປັບໂຕທີ່ສໍາຄັນ
- ຣັດ ແລະ ເຂດປົກຄອງຕ່າງໆມີລະບົບ, ການບໍຣິການ, ແລະກົດຫມາຍຂອງຕົນເອງ
- ການຍົກຍ້າຍລະຫວ່າງຣັດ ອາດກ່ຽວຂ້ອງ ກັບຄ່າໃຊ້ຈ່າຍທີ່ບໍ່ຄາດຄິດ.
- ການຄົ້ນຄວ້າຂອງທ່ານ ກ່ອນການຍ້າຍ ສາມາດຊ່ວຍໃຫ້ ແນ່ໃຈວ່າ ການປ່ຽນແປງເປັນໄປ ຢ່າງສະດວກສະບາຍ.
ຈໍານວນຜູ້ຄົນທີ່ຍ້າຍໄປຢູ່ໃນຣັດອື່ນພາຍໃນປະເທດ ແມ່ນເພີ່ມຂຶ້ນຢ່າງສມ່ຳສເມີ, ແລະຫນ້າສົນໃຈທີ່ ຜູ້ທີ່ເກີດຢູ່ຕ່າງປະເທດ ມີແນວໂນ້ມທີ່ຈະຍ້າຍພາຍໃນປະເທດ ເມື່ອທຽບໃສ່ກັບ ຜູ້ທີ່ເກີດຢູ່ປະເທດອອສເຕຣເລັຍ, ອີງຕາມສຳນັກງານສະຖິຕິ ອອສເຕຣເລັຍ.
ເຖິງຢ່າງໃດກໍຕາມ, ການຍ້າຍລະຫວ່າງຣັດ ແມ່ນກ່ຽວຂ້ອງ ກັບຂະບວນການທີ່ສໍາຄັນ ຂອງການປັບຕົວ, ຄ້າຍຄືກັບການຕັ້ງຖິ່ນຖານ ໃນປະເທດໃຫມ່, ເນື່ອງຈາກຣັດ ແລະເຂດປົກຄອງຕ່າງໆມີລະບົບ, ການບໍຣິການ, ແລະກົດຫມາຍຂອງຕົນເອງ. ເພື່ອເຮັດໃຫ້ການຍ້າຍລະຫວ່າງຣັດຂອງທ່ານ ສະດວກສະບາຍແລະບໍ່ຫຍຸ້ງຍາກ, ນີ້ແມ່ນລາຍການກວດສອບການຍ້າຍ ແລະຄຳແນະນໍາ ທີ່ສຳຄັນບາງຢ່າງເພື່ອພິຈາຣະນາ.
ອັບເດດ ທີ່ຢູ່ຂອງທ່ານ ກັບໜ່ວຍງານທີ່ກ່ຽວຂ້ອງ
ການຍ້າຍລະຫວ່າງຣັດ ຫມາຍເຖິງ ການອັບເດດທີ່ຢູ່ຂອງທ່ານ ກັບ ໜ່ວຍງານຕ່າງໆ ຂອງ, ທະນາຄານ, ໜ່ວຍງານຂົນສົ່ງ (Transport Authority) ຂອງຣັດ ຫຼືເຂດປົກຄອງຂອງທ່ານ, ແລະຜູ້ໃຫ້ບໍຣິການອື່ນໆ.
"ຜູ້ຄົນຈຳເປັນຕ້ອງປ່ຽນທີ່ຢູ່ຂອງເຂົາເຈົ້າ ບໍ່ພຽງແຕ່ສໍາລັບຫມູ່ເພື່ອນ, ແຕ່ສໍາລັບທະນາຄານຂອງເຂົາ ແລະບາງທີກັບ , ຖ້າຫາກວ່າ ເຂົາເຈົ້າໄດ້ຮັບເງິນບາງປະເພດ. ຖ້າຫາກວ່າ ພວກເຂົາເຈົ້າ ຢູ່ໃນວີຊາໃດຫນຶ່ງ, .” ຜູ້ຈັດການຝ່າຍກິດຈະການສາທາຣະນະ ຜູ້ໃຫ້ບໍຣິການຕັ້ງຖິ່ນຖານ ທ່ານນາງ Laurie Nowell ອະທິບາຍ.
ນອກຈາກນີ້ ຄວນຄິດກ່ຽວກັບການໃຫ້ທີ່ຢູ່ເພື່ອການ ສົ່ງຕໍ່ (forwarding address) ຈາກທີ່ຢູ່ອາສັຍເກົ່າຂອງທ່ານເຊັ່ນກັນ, ດັ່ງນັ້ນ ຈົດໝາຍຂອງທ່ານ ຈະໄດ້ຖືກສົ່ງຕໍ່ໃຫ້ທ່ານ.Laurie Nowell, Public affairs manager, AMES Australia

a young couple unpack their belongings as they settle into their new loft apartment . Credit: E+
ມັນຍັງເປັນສິ່ງສໍາຄັນ ທີ່ຈະຈື່ໄວ້ວ່າ ການລົງຄະແນນສຽງ ແມ່ນຂໍ້ບັງຄັບ ໃນອອສເຕຣເລັຍ ທຸກຄັ້ງທີ່ທ່ານຍ້າຍ, ຫຼືຊື່ຂອງທ່ານ ອາດຈະຖືກປົດອອກ ແລະທ່ານຈະບໍ່ສາມາດລົງຄະແນນສຽງໄດ້.
ແຈ້ງໃຫ້ຄນະກັມມະການການເລືອກຕັ້ງ ອອສເຕຣເລັຍ (Australian Electoral Commission) ຮູ້ເຖິງການຍ້າຍຂອງທ່ານ ແລະເຮັດໃຫ້ແນ່ໃຈວ່າ ທ່ານໄດ້ລົງທະບຽນເລືອກຕັ້ງ ໃນຣັດໃຫມ່ຂອງທ່ານ. ທ່ານສາມາດຖືກປັບໃຫມ ຖ້າທ່ານບໍ່ລົງທະບຽນເມື່ອທ່ານມີສິດ.
ຕັ້ງງົບປະມານສໍາລັບການຍ້າຍ
ການຍ້າຍຖິ່ນຖານລະຫວ່າງຣັດ ອາດມີຄ່າໃຊ້ຈ່າຍ ທີ່ບໍ່ຄາດຄິດ.
ຄ່າໃຊ້ຈ່າຍ ອາດລວມເຖິງຄ່າໃຊ້ຈ່າຍໃນການຂົນສົ່ງ, ທີ່ພັກອາສັຍ, ແລະຄ່າທໍານຽມທີ່ກ່ຽວຂ້ອງ ກັບການປ່ຽນແປງເອກະສານເຊັ່ນ: ໃບອະນຸຍາດຂັບຂີ່ ແລະການຂຶ້ນທະບຽນຍານພາຫະນະ.
Pallavi Thakkar, ຜູ້ທີ່ຍ້າຍຈາກ Sydney ໄປ Melbourne ເພື່ອໂອກາດໃນການເຮັດວຽກ, ລາວແນະນໍາໃຫ້ມີງົບປະມານການຍ້າຍ ເພື່ອຫຼີກລ້ຽງຄ່າໃຊ້ຈ່າຍທີ່ຄິດບໍ່ເຖິງ.
"ເນື່ອງຈາກວ່າມັນເປັນການຍ້າຍຄັ້ງໃຫຍ່ ຈາກຣັດນຶ່ງໄປອີກຣັດນຶ່ງ, ມັນເປັນສິ່ງສໍາຄັນ ທີ່ຈະມີງົບປະມານຢູ່ໃນໃຈ ເມື່ອເວົ້າເຖິງການຍ້າຍ.ພວກເຮົາໄດ້ໃຊ້ຈ່າຍເງິນປະມານ 10,000 ໂດລາ ໃນການຍ້າຍຄັ້ງນີ້”. ນາງກ່າວ

Flat lay of real estate concept ***These documents are our own generic designs. They do not infringe on any copyrighted designs. Source: iStockphoto / Rawpixel/Getty Images/iStockphoto
ຄ່າປະກັນ (Premiums) ແລະຜູ້ໃຫ້ບໍຣິການ ອາດຈະແຕກຕ່າງກັນ, ດັ່ງນັ້ນ ມັນເປັນສິ່ງຈໍາເປັນ ເພື່ອໃຫ້ແນ່ໃຈວ່າ ການປະກັນພັຍຂອງທ່ານ ຍັງຄົງພຽງພໍ ແລະເຫມາະສົມ ສໍາລັບສະຖານທີ່ໃຫມ່ ຂອງທ່ານ.
ຄົ້ນຄວ້າ ຣະບົບການສຶກສາ
ຖ້າຫາກວ່າທ່ານ ຫຼືລູກຂອງທ່ານ ລົງທະບຽນໃນໂຮງຮຽນ, ການຝຶກອົບຮົມ ຫຼືການສຶກສາ, ທຳຄວາມຄຸ້ນເຄີຍກັບຣະບົບການສຶກສາ ໃນຣັດໃຫມ່ຂອງທ່ານ.
ໃນຂນະທີ່ອອສເຕຣເລັຍ ປະຕິບັດຕາມຫຼັກສູດລະດັບຊາດ, ອາດຈະມີຄວາມແຕກຕ່າງກັນ ຂອງເວລາຮຽນຂອງໂຮງຮຽນ, ໃບຢັ້ງຢືນ, ແລະວິຊາຕ່າງໆ ໃນແຕ່ລະຣັດ.
ການຄົ້ນຄວ້າຂອງທ່ານ ສາມາດຊ່ວຍໃຫ້ແນ່ໃຈວ່າ ການປ່ຽນແປງທີ່ສະດວກ ສໍາລັບຕົວທ່ານເອງ ຫຼືສະມາຊິກໃນຄອບຄົວຂອງທ່ານ.
ໃຫ້ຮູ້ກ່ຽວກັບກົດຫມາຍ ການກັກກັນ (Quarantine Laws)
ອອສເຕຣເລັຍ ມີກົດຫມາຍກັກກັນ ທີ່ເຄັ່ງຄັດທີ່ສຸດໃນໂລກ ແລະມີຜົນບັງຄັບໃຊ້ ເມື່ອເຄື່ອນຍ້າຍລະຫວ່າງຣັດ.
ແນະນໍາໃຫ້ປະຖິ້ມພືດ, ຜລິດຕະພັນສັດ ແລະອຸປະກອນກະສິກັມ ຊຶ່ງອາດມີສານປົນເປື້ອນ.
ຊອກຫາເຄືອຂ່າຍສນັບສນູນ
ການຍ້າຍໄປຢູ່ຣັດໃຫມ່ ເປັນເລື້ອງທີ່ຫນ້າຕື່ນເຕັ້ນ ແລະທ້າທາຍ. ຄອບຄົວຜູ້ຍົກຍ້າຍຖິ່ນຖານບາງຄອບຄົວ ຮູ້ສຶກສະບາຍໃຈ ໃນການເຂົ້າຮ່ວມ ກຸ່ມຊຸມຊົນວັດທະນະທັມ ເພື່ອເຊື່ອມຕໍ່ ກັບເຄືອຂ່າຍສນັບສນູນ ແລະຂໍຄຳແນະນຳ ກ່ຽວກັບທີ່ພັກອາສັຍໃຫມ່ ຂອງເຂົາເຈົ້າ.
ຖານສື່ມວນຊົນ (Social Media Platforms)ຍັງສາມາດເປັນແຫລ່ງຊ່ວຍເຫຼືອ ທີ່ມີຄ່າ ສໍາລັບຄໍາແນະນໍາ ທີ່ເປັນ ປໂຍດຈາກຜູ້ທີ່ຄຸ້ນເຄີຍກັບພື້ນທີ່.
ທ່ານນາງ Thakkar ກ່າວວ່າ ລາວໄດ້ພົບເວັບໄຊສື່ມວນຊົນ ທີ່ມີປໂຍດໃນການຮັບຄໍາແນະນໍາ ເພື່ອຊ່ວຍໃຫ້ນາງຄຸ້ນເຄີຍກັບພື້ນທີ່.
"ຂ້າພະເຈົ້າ ໄດ້ລົງຄຳຖາມຂອງຂ້າພະເຈົ້າໃນ Facebook ແລະຜູ້ຄົນຈະມາ ພ້ອມກັບຄໍາແນະນໍາຫຼາຍຢ່າງ. ແລະມັນສໍາຄັນທີ່ສຸດ ສໍາລັບພວກເຮົາທີ່ພວກເຮົາທີ່ຈະຢູ່ໃກ້ກັບເມືອງ ດັ່ງນັ້ນ ການຍ້າຍໄປຢູ່ເຂດນອກເມືອງ ຈຶ່ງຖືກຕັດອອກ."

Credit: Ariel Skelley/Getty Images
ໃຊ້ບໍຣິການ ການຕັ້ງຖິ່ນຖານ
ນອກເຫນືອໄປຈາກກຸ່ມຊຸມຊົນແລ້ວ, ທ່ານ Nowell ກ່າວວ່າ ຜູ້ໃຫ້ບໍຣິການຕັ້ງຖິ່ນຖານ ແລະສູນກາງແຫລ່ງຊ່ອຍເຫລືອ ຜູ້ອົບພະຍົບ ກໍສາມາດຊ່ອຍເຫລືອໄດ້ເຊັ່ນກັນ.
ຜູ້ໃຫ້ບໍຣິການການຕັ້ງຖິ່ນຖານ ແລະສູນຊັບພະຍາກອນ ຜູ້ຍົກຍ້າຍຖິ່ນຖານ ສາມາດເປັນພັນທະມິດ ທີ່ມີຄ່າ ໃນລະຫວ່າງການເຄື່ອນຍ້າຍ ລະຫວ່າງຣັດຂອງທ່ານ.
ພວກເຂົາສາມາດໃຫ້ການຊ່ວຍເຫຼືອ, ໃຫ້ຄໍາແນະນໍາ, ແລະການເຂົ້າເຖິງການບໍຣິການການແປ ເຊິ່ງອາດເປັນປໂຍດ, ໂດຍສະເພາະສໍາລັບຜູ້ທີ່ ອາດປະເຊີນກັບອຸປະສັກດ້ານພາສາ.