ຈຸດສໍາຄັນ
- ມີແມວລ້ຽງຫຼາຍກວ່າ 5.3 ລ້ານໂຕໃນອອສເຕຣເລັຍ
- ແມວລ້ຽງແຕ່ລະໂຕໃນອອສເຕຣເລັຍ ທີ່ໄດ້ຖືກປ່ອຍ ໃຫ້ອອກໄປນອກເຮືອນ ໄດ້ຂ້າສັດປະມານ 186 ໂຕໃນທຸກໆປີ
- ການເປັນເຈົ້າຂອງແມວ ທີ່ມີຄວາມຮັບຜິດຊອບ ແມ່ນກ່ຽວກັບ ການຮັກສາແມວຂອງທ່ານ ໃຫ້ຢູ່ໃນເຮືອນ.
- ຕິດຕໍ່ເທດສະບານທ້ອງຖິ່ນຂອງທ່ານ ຫຼືເຂົ້າເບິ່ງເວັບໄຊທ໌ ຂອງພວກເຂົາ ສໍາລັບຂໍ້ມູນ ກ່ຽວກັບການລ້ຽງແມວ ໃນພື້ນທີ່ຂອງທ່ານ.
ແມວແມ່ນສັດລ້ຽງ ທີ່ດີຢ້ຽມ – ໃຫ້ຄວາມເປັນເພື່ອນ ແລະ ເປັນ. ແຕ່ໃນອອສເຕຣເລັຍ, ແມວນອກເຮືອນ ຍັງເປັນນັກລ່າສັດປ່າພື້ນເມືອງຂອງພວກເຮົາ, ແລະທັມມະຊາດ ທີ່ມັກຊອກເຫຍື່ອ ຂອງມັນ ເຮັດໃຫ້ແມວມີຄວາມສ່ຽງ ຕໍ່ການເຈັບປ່ວຍ ແລະບາດເຈັບ.
ແມວ ມີແຜ່ຫຼາຍໃນວັດທະນະທັມຕ່າງໆທົ່ວໂລກ. ຈາກທີ່ໄດ້ຮັບການເຄົາລົບນັບຖືເປັນເວລາຫຼາຍພັນປີ ໃນນິທານຂອງອີຢີບ, ພວກມັນ ຍັງໄດ້ເຮັດໃຫ້ຕົນເອງ ເປັນສ່ວນຫນຶ່ງຂອງວັດທະນະທັມ ທີ່ນິຍົມເຊັ່ນກັນ - ຕັ້ງແຕ່ cartoon Garfield ແມວຂີ້ຄ້ານ ຂອງອາເມຣິກາ ໄປຈົນເຖິງ ເຖິງປາກົດການ ອອກແບບຍີ່ປຸ່ນ Hello Kitty ທີ່ແພ່ຫຼາຍ.
ແມວ ຍັງເປັນນັກລ່າສັດ ຕາມທັມມະຊາດອີກດ້ວຍ. ນັກຄົ້ນຄວ້າໄດ້ປະມານວ່າ ໂດຍສເລັ່ຍແລ້ວ ແມວລ້ຽງແຕ່ລະໂຕໃນອອສເຕຣເລັຍ ຂ້າສັດປະມານ ແລະການຂ້າສັດເຫຼົ່ານີ້ ເຈົ້າຂອງແມວຫຼາຍຄົນກໍບໍ່ເຄີຍເຫັນຈັກເທື່ອ.
ນອກຈາກ ຜົນກະທົບທີ່ແມວລ້ຽງມີຕໍ່ສັດປ່າຂອງອອສເຕຣເລັຍແລ້ວ, ແມວປ່າ ຫຼາຍລ້ານໂຕຍັງມີຢູ່ ທົ່ວໄປໃນອອສເຕຣເລັຍ.
Sarah Legge, ສະມາຊິກ ຂອງ Biodiversity ແລະສາດສະດາຈານ Wildlife Conservation ທີ່ມະຫາວິທະຍາໄລ Charles Darwin ກ່າວວ່າ:
"ທຸກຄົນຄຸ້ນເຄີຍກັບແມວລ້ຽງ ທີ່ມີເຈົ້າຂອງ ແລະຖືກເບິ່ງແຍງ, ແຕ່ໃນອອສເຕຣເລັຍ ພວກເຮົາຍັງມີແມວປ່າ, ແລະແມວເຫຼົ່ານີ້ ແມ່ນແມວທີ່ອາສັຍຢູ່ ໂດຍບໍ່ມີການອາສັຍຄົນໃນການລ້ຽງດູ. ແມວປ່າ ສ່ວນຫຼາຍອາສັຍຢູ່ໃນພຸ່ມໄມ້ທີ່ຢູ່ຫ່າງໄກຈາກເມືອງຕ່າງໆ. ແຕ່ມີ ກຸ່ມຍ່ອຍຂອງແມວປ່າ ທີ່ອາສັຍຢູ່ທັງໃນເມືອງ ຫຼື ໃນເຂດນອກຫມູ່ບ້ານ ແລະເມືອງ, ແລະແມວປ່າ ຊະນິດນັ້ນ ບາງຄັ້ງເອີ້ນວ່າ "ແມວບໍ່ມີເຈົ້າຂອງ (Stray cat) “

Cats make great companions and will happily let you live beside them.
ແມວ ກໍາລັງສົ່ງຜົນກະທົບຕໍ່ສັດປ່າ ຂອງອອສເຕຣເລັຍ
"ແມວ ໄດ້ຖືກນໍາມາທີ່ ອອສເຕຣເລັຍ ກັບກໍາປັ່ນລໍາທໍາອິດ (First Fleet) ໃນປີ 1788. ແມວປ່າ ໄດ້ເປັນໂຕການໃຫຍ່ ໃນການສູນພັນ ຂອງສັດລ້ຽງລູກດ້ວຍນ້ຳນົມພື້ນເມືອງ ຫຼາຍກວ່າຊາວ ຊະນິດແລະແມວ ຍັງເຮັດໃຫ້ປະຊາກອນ ຫຼຸດລົງໃນປັດຈຸບັນ." ສາດສະດາຈານ Legge ກ່າວ.
ຖ້າພວກເຮົາ ຮວມເອົາຜົນກະທົບຂອງແມວລ້ຽງ ແລະ ແມວປ່າຕໍ່ສັດປ່າ ທີ່ເປັນເອກະລັກ ຂອງອອສເຕຣເລັຍ, ໃນແຕ່ລະມື້ ແມວ ກໍາລັງຂ້າສັດລ້ຽງລູກດ້ວຍນ້ຳນົມ ຫຼາຍກວ່າ 3.1 ລ້ານໂຕ, ສັດເລືອຄານ 1.8 ລ້ານໂຕ ແລະ ນົກ 1.3 ລ້ານໂຕ. ຕາມທີ່ສາດສະດາຈານ Professor Legge ກ່າວ, ສັດປ່າພື້ນເມືອງ ຊະນິດອື່ນກໍ ມີຄວາມສ່ຽງຄືກັນ.
"ພວກເຮົາຈະເຫັນ ການສູນພັນຂອງສັດພື້ນເມືອງ ອອສເຕຣເລັຍຫລາຍຂຶ້ນ ໃນຫລາຍປີ ແລະຫລາຍສິບປີຂ້າງໜ້າ ຖ້າຫາກພວກເຮົາ ບໍ່ຈັດການເລື້ອງແມວ. ພວກເຮົາຮູ້ວ່າ ແມວປ່າ ເປັນບັນຫາ ແຕ່ໃນຄວາມເປັນຈິງ ແມວລ້ຽງກໍສາມາດສົ່ງຜົນກະທົບ ຕໍ່ສັດປ່າໄດ້ເຊັ່ນກັນ ເພາະເຖິງແມ່ນວ່າ ພວກມັນໄດ້ຖືກລ້ຽງໂດຍເຈົ້າຂອງມັນ, ຖ້າຫາກວ່າແມວລ້ຽງ ໄດ້ຖືກປ່ອຍໃຫ້ອອກໄປນອກເຮືອນ ພວກມັນ ຍັງລ່າເຫຍື່ອຢູ່. ມັນແມ່ນທັມມະຊາດຂອງແມວ ທີ່ຈະລ່າສັດ. ເຈົ້າຂອງແມວຫຼາຍຄົນ ອາດຈະບໍ່ຮູ້ເລື່ອງນີ້ ເພາະໂດຍສະເລັ່ຍແລ້ວ ແມວຂອງພວກເຂົາ ນໍາເອົາພຽງແຕ່ຫນຶ່ງ ໃນຫ້າໂຕ ຂອງສັດທີ່ຖືກຂ້ານັ້ນມາບ້ານ ແລະແມວບາງຊະນິດ ບໍ່ເຄີຍນໍາເອົາຊາກສັດໃດໆກັບບ້ານເລີຍ."

Feral Cat in Arid South Australia. Credit: Hugh McGregor
ການເປັນເຈົ້າຂອງແມວ ທີ່ມີຄວາມຮັບຜິດຊອບ ໃນອອສເຕຣເລັຍກ່ຽວຂ້ອງກັບຫຍັງ?
ສາດສະດາຈານ Legge ກ່າວວ່າ ວິທີທີ່ດີທີ່ສຸດ ໃນການຫຼຸດຜ່ອນ ຜົນກະທົບ ຂອງແມວລ້ຽງຕໍ່ສັດປ່າ ແມ່ນການເປັນເຈົ້າຂອງສັດລ້ຽງ ທີ່ມີຄວາມຮັບຜິດຊອບ.
"ໃຫ້ແມວຂອງທ່ານລົງທະບຽນ ແລະ ຕິດ Microchip ເພື່ອວ່າ ຖ້າຫາກວ່າ ມັນບໍ່ກັບເຮືອນ ມັນສາມາດຖືກສົ່ງກັບຄືນໄປຫາທ່ານໄດ້ໄວ, ໃຫ້ຕອນ (Desex) ແມວ ຂອງທ່ານ - ນັ້ນແມ່ນເພື່ອຢຸດເຊົາການມີລູກທີ່ບໍ່ຕ້ອງການ - ແລະໂດຍສະເພາະ ແມ່ນໃຫ້ແມວຂອງທ່ານ ຢູ່ໃນເຮືອນ ຫຼືໃນການແລ່ນພາຍນອກເຮືອນ ທີ່ຖືກອ້ອມໄວ້."
ຖ້າຫາກວ່າ ທ່ານເປັນເຈົ້າຂອງແມວ ຫຼືກໍາລັງຄິດທີ່ຈະລ້ຽງ, ການໄປພົບສັດຕະວະແພດທ້ອງຖິ່ນຂອງທ່ານເປັນປະຈໍາ ຈະຊ່ວຍໃຫ້ແມວ ຂອງທ່ານ ມີສຸຂະພາບແຂງແຮງ ແລະມີຄວາມສຸກ.
"ສັດຕະວະແພດ ຄວນຈະເປັນແຫຼ່ງຂໍ້ມູນຫຼັກ ກ່ຽວກັບສຸຂະພາບແມວ ຂອງເຈົ້າຂອງທຸກໆຄົນ. ເຮັດໃຫ້ແນ່ໃຈວ່າ ທ່ານຊອກຫາສັດຕະວະແພດ ເພື່ອທຳການກວດສຸຂະພາບປະຈໍາປີ, ການສັກຢາວັກຊີນ ,ຖ່າຍພະຍາດ ແລະແຜນການທາງແພດທີ່ຈໍາເປັນ ສໍາລັບສັດລ້ຽງຂອງທ່ານ. ມັນເປັນການດີທີ່ສຸດສເມີ ທີ່ຈະກວດ ແລະແກ້ໄຂ ຄວາມເຈັບປ່ວຍໃຫ້ໄວທີ່ສຸດ ເທົ່າທີ່ຈະເປັນໄປໄດ້, ແລະວິທີທີ່ດີທີ່ສຸດ ທີ່ຈະເຮັດສິ່ງນີ້ ແມ່ນການມີຄວາມສໍາພັນທີ່ດີ ກັບສັດຕະວະແພດ ໃນທ້ອງຖິ່ນຂອງທ່ານ, "ດຣ. Garnett Hall, ປະທານ ຂອງຜແນກ ສັດຕະວະແພດ Western Australia ຂອງສະມາຄົມສັດຕະວະແພດ ອອສເຕຣເລັຍ ກ່າວ.
ແມວລ້ຽງທີ່ອອກໄປນອກເຮືອນ ບໍ່ພຽງແຕ່ເປັນເຫຍື່ອຂອງສັດປ່າເທົ່ານັ້ນ ແຕ່ຍັງສາມາດສ່ຽງຕໍ່ການບາດເຈັບ ແລະຕິດພະຍາດໄດ້ເຊັ່ນກັນ. Dr Hall ກ່າວ
"ແມວ ມັກຈະຕໍ່ສູ້ກັນ, ເຮັດໃຫ້ມີການ ບາດເຈັບຢ່າງຮ້າຍແຮງ, ຮວມເຖິງຄວາມສ່ຽງສູງໃນການຕິດພະຍາດ ເຊັ່ນ FIV ແລະສິ່ງຕ່າງໆເຊັ່ນ ອຸບັດຕິເຫດຕາມຫົນທາງ. ແມວເປັນນັກຂ້າຕາມທັມມະຊາດ – ພວກເຮົາເຫັນສິ່ງນີ້ ໃນພຶດຕິກັມການຫຼິ້ນຂອງພວກມັນ. ພວກມັນມັກແລ່ນໄລ່ກັນ, ໂດດເຕັ້ນໃສ່ກັນ, ແລະກັດກັນ. ຢູ່ນອກສະພາບແວດລ້ອມຂອງບ້ານ, ພຶດຕິກັມເຫຼົ່ານີ້ ໄດ້ກາຍເປັນການລ່າສັດ ທີ່ມີປະສິດທິພາບ ແລະເຖິງແກ່ຄວາມຕາຍ ຢ່າງໄວ."

Impacts of urban cats in Australia. Threatened Species Recovery Hub. Note the estimate of the pet cat population shown in this poster (4.9 million) has been surpassed; recent surveys put the figure at 5.3 million.
ກົດຫມາຍທ້ອງຖິ່ນ ກ່ຽວກັບການມີແມວເປັນສັດລ້ຽງ ແມ່ນຫຍັງ?
ຂຶ້ນກັບບ່ອນທີ່ທ່ານຢູ່ສັຍໃນອອສເຕຣເລັຍ, ກົດຫມາຍກ່ຽວກັບ ການມີແມວ ເປັນສັດລ້ຽງ ແຕກຕ່າງກັນ, ດັ່ງທີ່ Professor Legge ອະທິບາຍ.
"ກົດຫມາຍກ່ຽວກັບການຄຸ້ມຄອງການລ້ຽງແມວແມ່ນຖືກກໍານົດໂດຍ ຣັດ ແລະເຂດປົກຄອງ, ແຕ່ຈາກນັ້ນ ການຄຸ້ມຄອງແມວລ້ຽງທີ່ແທ້ຈິງ ແມ່ນດໍາເນີນ ໂດຍຣັຖບານທ້ອງຖິ່ນ, ແລະຣັຖບານທ້ອງຖິ່ນ ຍັງສາມາດມີ ກົດຫມາຍ ເພີ່ມເຕີມ ຂອງຕົນເອງ. ທ້ອງຖິ່ນ ອາດຈະກຳໜົດ, ຍົກຕົວຢ່າງ, ວ່າແມວທັງຫມົດໃນເຂດທ້ອງຖິ່ນຕ້ອງຖືກຕອນ (Desexed), ຫຼືວ່າແມວທັງຫມົດ ໃນຕົວເມືອງໃດຫນຶ່ງຈໍາເປັນຕ້ອງຢູ່ແຕ່ໃນເຮືອນ – ດັ່ງນັ້ນ ຫມາຍຄວາມວ່າ ກົດຫມາຍແຕກຕ່າງກັນໄປ ຕາມບ່ອນທີ່ທ່ານອາສັຍຢູ່.
ເຂົ້າເບິ່ງເວັບໄຊທ໌ ຂອງເທດສະບານທ້ອງຖິ່ນຂອງທ່ານ ສໍາລັບຂໍ້ມູນກ່ຽວກັບການມີແມວ ເປັນສັດລ້ຽງ ໃນພື້ນທີ່ຂອງທ່ານ.
Professor Legge ກ່າວວ່າ "ຖ້າພວກເຮົາທຸກຄົນ ຮັບເອົາການປະຕິບັດ ການເປັນເຈົ້າຂອງສັດລ້ຽງ ທີ່ມີຄວາມຮັບຜິດຊອບ ມັນຫມາຍຄວາມວ່າ ພວກເຮົາສາມາດເພີດເພີນກັບແມວຂອງເຮົາ, ເພາະວ່າພວກມັນເປັນເພື່ອນທີ່ດີເລີດ, ແລະໃນເວລາດຽວກັນ ພວກເຮົາຍັງສາມາດເພີດເພີນກັບ ນົກ ແລະ ກະປອມນ້ອຍ ແລະສັດປ່າພື້ນເມືອງຕ່າງໆ ທີ່ມາຢ້ຽມຢາມສວນຂອງເຮົາ."
ຕ້ອງການຂໍ້ມູນເພີ່ມເຕີມກ່ຽວກັບວິທີການເປັນເຈົ້າຂອງ ແມວທີ່ມີຄວາມຮັບຜິດຊອບຫຼືບໍ່? ກວດເບິ່ງເວັບໄຊທ໌ ເທດສະບານທ້ອງຖິ່ນຂອງທ່ານ ແລະ ທີ່ເຊື່ອມຕໍ່ (links) ນີ້:
- ເວັບໄຊທ໌ Safe Cat, Safe Wildlife ມີຄໍາແນະນໍາຈາກຜູ້ຊ່ຽວຊານ ກ່ຽວກັບການຮັກສາແມວຢູ່ໃນເຮືອນ:
- ເວັບໄຊທ໌ Threatened Species Recovery Hub ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຜົນກະທົບຂອງແມວ:
-
- ເວັບໄຊທ໌ ຂອງສະມາຄົມສັດຕະວະແພດອອສເຕຣເລັຍເພື່ອຊອກຫາສັດຕະວະແພດທ້ອງຖິ່ນຂອງທ່ານ:
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌