ຈະເກີດຫຍັງຂຶ້ນເມື່ອທ່ານລາຍງານການມີເພດສໍາພັນທີ່ບໍ່ຍິນຍອມຫຼືການຂົ່ມຂືນໃນອອສເຕຣເລັຍ?

SG Reporting Rape

The decision to report sexual assault to authorities often comes with immense emotional turmoil for victim-survivors. Credit: Milan Markovic/Getty Images

ໃນອອສເຕຣເລັຍຄວາມຮຸນແຮງທາງເພດ ແມ່ນການກະທໍາຜິດທາງອາຍາ. ຖ້າຫາກວ່າທ່ານຖືກບັງຄັບ, ຖືກຂົ່ມຂູ່, ບັງຄັບຫຼືຖືກຫຼອກລວງ ໃນການກະທໍາທາງເພດໂດຍທີ່ທ່ານບໍ່ຍິນຍອມພ້ອມໃຈ, ທ່ານອາດຈະຕ້ອງການ ທີ່ຈະລາຍງານໃຫ້ຕໍາຫຼວດເພື່ອໃຫ້ຜູ້ກະທໍາຜິດຕ້ອງປະເຊີນກັບຂໍ້ຫາ. ເຖິງຢ່າງໃດກໍຕາມ, ຂະບວນການນີ້ ອາດຈະມີການສູນເສັຍທາງກົດຫມາຍ ແລະທາງອາລົມ. ນີ້ແມ່ນສິ່ງທີ່ຈະຕາມມາ.


ຄໍາເຕືອນເນື້ອຫາ: ບົດຄວາມ ແລະ podcast  ນີ້ ມີເນື້ອຫາໃນດ້ານຕ່າງໆຂອງຄວາມຮຸນແຮງທາງເພດ ທີ່ອາດເປັນເລື່ອງທີ່ຫນ້າ ວິຕົກ.

ໂດຍສະເລັ່ຍແລ້ວ ມີການລ່ວງລະເມີດ ທາງເພດ 85 ເທື່ອຕໍ່ມື້ໃນອອສເຕຣເລັຍ. ການສຶກສາ ຊີ້ໃຫ້ເຫັນວ່າ ຄົນຫນຸ່ມສາວ ຫຼາຍກວ່າ ຫນຶ່ງໃນສາມຄົນ ໄດ້ປະສົບກັບການ ມີເພດສໍາພັນ ທີ່ບໍ່ຕ້ອງການ ໃນຊີວິດຂອງເຂົາເຈົ້າ.

ຖ້າຫາກວ່າທ່ານເປັນຜູ້ຖືກເຄາະຮ້າຍຈາກການຂົ່ມຂືນ, ຫຼືການມີເພດສໍາພັນທີ່ທ່ານບໍ່ຍິນຍອມ, ທ່ານອາດຈະພິຈາຣະນາ ລາຍງານປະສົບການຂອງທ່ານ ຕໍ່ເຈົ້າຫນ້າທີ່ ແລະເຫັນຜູ້ກະທໍາຜິດ ປະເຊີນກັບລະບົບຍຸຕິທັມ. ແຕ່ສ່ວນຫລາຍແລ້ວ ການຕັດສິນໃຈນີ້ ມີຄວາມວຸ້ນວາຍ ທາງອາລົມຢ່າງຫລວງຫລາຍ.
Senior Sergeant,  Monique Kelley ນໍາທີມຜູ້ຊ່ຽວຊານຕໍາຫລວດ Victoria ທີ່ສືບສວນກ່ຽວກັບ ຂໍ້ກ່າວຫາການກະທໍາຜິດທາງເພດ.ສ່ວນຫນຶ່ງ ຂອງຄວາມຮັບຜິດຊອບຫຼັກຂອງພວກເຂົາ ແມ່ນການຊ່ວຍເຫຼືອຜູ້ລອດຈາກເຄາະຮ້າຍ-ທີ່ຮູ້ກັນ ໃນນາມຜູ້ຮ້ອງຮຽນ, ໃນຂນະທີ່ ພວກເຂົາເຈົ້າ ໃຫ້ຄຳໃຫ້ການ ແລະສະແດງຫຼັກຖານ.

"ພວກເຮົາມີສີ່ເປົ້າຫມາຍ. ທໍາອິດພວກເຮົາ ປົກປ້ອງຜູ້ເຄາະຮ້າຍ ແລະສນັບສນູນພວກເຂົາ. ຈາກນັ້ນ ເຮົາກໍຈະຕ້ອງສືບສວນ ເບິ່ງລາຍງານທັງຫມົດທີ່ເກີດຂຶ້ນຢ່າງລະອຽດ ແລະ ໃນສ່ວນນັ້ນ ເຮົາຮວບຮວມຫຼັກຖານ ແລະຄົ້ນຫາວ່າ ມີການກະທໍາຜິດຫຼືບໍ່. ແລ້ວພວກເຮົາກໍລະບຸ ແລະຈັບຜູ້ກະທໍາຜິດ ແລະນຳພວກເຂົາເຈົ້າໄປຂຶ້ນສານ."
ຜູ້ລອດຈາກເຄາະຮ້າຍ ຍັງໄດ້ຮັບການຊຸກຍູ້ ໃຫ້ເອົາຜູ້ສນັບສນູນທີ່ໄວ້ໃຈ ໄປທີ່ສະຖານີຕໍາຫຼວດກັບພວກເຂົາ, ເນື່ອງຈາກຂະບວນການເກັບກໍາຫຼັກຖານ ແລະການຮ່າງຄຳໃຫ້ການ ຕໍ່ຕໍາຫຼວດ ອາດຈະສ້າງຄວາມກະທົບຕໍ່ຈິດໃຈ ອີກເທື່ອໜຶ່ງ.

“I remind my detectives all the time that whenever they speak to a complainant, they need to take a moment to remember that coming to the police station may be the biggest and most stressful event the complainant had post the traumatic event of the attack,” Senior Sergeant Kelley says.
ພວກເຮົາພົບກັບບຸກຄົນ ທີ່ກໍາລັງປະສົບກັບຄວາມເຈັບປວດ, ດັ່ງນັ້ນ ລະດັບຄວາມອ່ອນແອຂອງພວກເຂົາ ແມ່ນສູງຫຼາຍ... ເຮົາຕ້ອງໃຫ້ເວລາແກ່ຄົນນັ້ນ ແລະເຮົາຕ້ອງຟັງເຂົາເຈົ້າ ແລະເຮົາຕ້ອງເປີດໃຈ ໃນສິ່ງທີ່ເຂົາເວົ້າກັບເຮົາ..
Victoria Police Senior Sergeant Kelley

ການລາຍງານຕໍ່ຕໍາຫຼວດ

ຖ້າຜູ້ເຄາະຮ້າຍລາຍງານເຈົ້າຫນ້າທີ່ ພາຍໃນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກການຖືກທຳຮ້າຍ, ພວກເຂົາຈະໄດ້ຮັບການ ຊ່ວຍເຫຼືອທາງແພດ, ການໃຫ້ຄໍາປຶກສາທາງດ້ານກົດຫມາຍ, ແລະທາງອາລົມ.

ພວກເຂົາຈະ ໄດ້ຮັບການກວດສຸຂະພາບພິເສດ, ທີ່ເອີ້ນວ່າ ຊຸດຂົ່ມຂືນ, ເພື່ອຮວບຮວມຫຼັກຖານທາງນິຕິເວດ. ພວກເຂົາສາມາດ ເລືອກທີ່ຈະຖືກກວດໂດຍແພດ ຫຼືເຈົ້າຫນ້າທີ່ແມ່ຍິງ ທີ່ອາດຈະມີ ຫຼືອາດຈະບໍ່ມີກໍໄດ້.

ຈາກນັ້ນ, ຜູ້ຮ້ອງທຸກ ຈະຕ້ອງໃຫ້ ຄຳໃຫ້ການຕໍ່ຕໍາຫຼວດ ຢ່າງລະອຽດ. ແຕ່ນີ້ ອາດຈະບໍ່ເກີດຂຶ້ນໃນວັນດຽວກັນ.

"ມັນເປັນເລື່ອງທີ່ຍາກຫຼາຍ ທີ່ຈະເຮັດລາຍງານ ແລະມັນຈະຍາກກວ່າ ທີ່ຈະໃຫ້ຄຳໃຫ້ການ, ແຕ່ລະບົບຕ້ອງການໃຫ້ ຜູ້ເຄາະຮ້າຍໃຫ້ລາຍລະອຽດທຸກຢ່າງ ເປັນລາຍລັກອັກສອນ ໃນເທື່ອດຽວ. ຖ້າບໍ່ດັ່ງນັ້ນ, ສຳນວນຟອ້ງ ອາດຈະບໍ່ແໜ້ນພໍ ຖ້າຫາກມີສິ່ງທີ່ຕື່ມໃສ່ໃນພາຍຫຼັງ ຫຼື ຈໍາເປັນຕ້ອງມີການແກ້ໄຂ. ດັ່ງນັ້ນ ຈຶ່ງເປັນພາລະໃຫ້ ຜູ້ເຄາະຮ້າຍ ທັນທີ." ທະນາຍຄວາມ Michael Bradley ອະທິບາຍ.
ນັກຂ່າວສືບສວນ, Jess Hill, ໄດ້ສຳຫຼວດຄະດີທາງເພດ ທີ່ບໍ່ມີຄວາມຍິນຍອມ ຈະຖືກປະຕິບັດແນວໃດ ໃນລະບົບກົດຫມາຍ ຊຶ່ງເປັນສ່ວນ ຫນຶ່ງຂອງສາມພາກ ຂອງສາຣະຄະດີ ຂອງລາວ, ‘Asking For It’.

ລາວກ່າວວ່າ ມັນເປັນສິ່ງສໍາຄັນ ສໍາລັບຜູ້ທີ່ລອດຊີວິດຈາກເຄາະຮ້າຍ ເພື່ອໃຫ້ແນ່ໃຈວ່າ ຄໍາໃຫ້ການຂອງພວກເຂົາເຈົ້ານັ້ນຖືກຕ້ອງ. ນອກນັ້ນ, ຍັງສາມາດລາຍງານ ການທຳຮ້າຍໃນອະດີດໄດ້ເຊັ່ນກັນ ເຖິງແມ່ນວ່າ ໄດ້ຜ່ານໄປດົນແລ້ວກໍຕາມ.

"ບໍ່ມີກໍານົດເວລາ, [ແຕ່] ລາຍງານໄວເທົ່າໃດຍິ່ງດີ ເພາະວ່າ... ທ່ານນາງ Hill ກ່າວວ່າ ຈະມີຫລັກຖານຫລາຍຂຶ້ນເທົ່ານັ້ນ."

ລາວເນັ້ນວ່າ "ຄໍາໃຫ້ການ ທີ່ເປັນລາຍລັກອັກສອນຕໍ່ຕໍາຫຼວດ ແມ່ນເອກະສານທີ່ສໍາຄັນທີ່ສຸດ ທີ່ຈະຖືກນໍາໃຊ້ໃນສານ. ດັ່ງນັ້ນ, ທ່ານຕ້ອງເຮັດໃຫ້ແນ່ໃຈວ່າ ມັນຖືກຕ້ອງແທ້ໆ."
SG Sexual Consent - Depressed mid adult woman receiving a embrace during a therapy
Specialists say it's important for victim-survivors of rape to seek support services, as the process of reporting and going to court is re-triggering and retraumatising for many. Support services are available, whether or not the victim decides to report or engage in proceedings. Credit: FG Trade Latin/Getty Images
ເມື່ອຜູ້ລອດຈາກເຄາະຮ້າຍລາຍງານ, ເຈົ້າຫນ້າທີ່ຕໍາຫຼວດ ກໍເຂົ້າຄວບຄຸມ ແລະສອບສວນຄະດີນັ້ນ. ແລ້ວຜູ້ເສັຍຫາຍກໍຈະກາຍເປັນພະຍານປາກສໍາຄັນ ຂອງຄະດີຕົນເອງ.

ຖ້າຕໍາຫຼວດສາມາດຮວບຮວມຫຼັກຖານພຽງພໍ ເພື່ອດໍາເນີນຄະດີ, ສຳນວນຄະດີ ກໍຈະຖືກທົບທວນໂດຍ ຜູ້ອໍານວຍການ ອົງການອັຍການສາທາຣະນະ (Director of Public Prosecutions-DPP). ຖ້າຫາກຜ່ານເກນຂອງ DPP ໃນການດໍາເນີນຄະດີ, ມີການຕັ້ງຂໍ້ຫາ, ແລະຕໍາຫຼວດ ຈະຈັບກຸມຜູ້ກະທໍາຜິດທີ່ຖືກກ່າວຫາ.

"ຖ້າພວກເຂົາເຈົ້າບໍ່ໄດ້ຕັ້ງຂໍ້ຫາ, ມັນກໍບໍ່ໄດ້ຫມາຍຄວາມວ່າ ການທໍາຮ້າຍທາງເພດບໍ່ໄດ້ເກີດຂຶ້ນ. ມັນພຽງແຕ່ຫມາຍຄວາມວ່າ ພວກເຂົາເຈົ້າ ບໍ່ຄິດວ່າພວກເຂົາເຈົ້າ ຈະສາມາດຊະນະຄະດີຢູ່ໃນສານໄດ້." Ms Hill ກ່າວ.

"ຫລັງຈາກນີ້ແລ້ວ ພວກເຂົາເຈົ້າຈະຈັບກຸມ ແລະຕັ້ງຂໍ້ຫາ ຜູ້ທີ່ຖືກກ່າວຫາ. ຜູ້ທີ່ຖືກກ່າວຫາ ອາດຈະຖືກປະກັນໂຕ, ຫຼືເຂົາເຈົ້າອາດຈະຖືກປ່ອຍ ໂດຍບໍ່ຕ້ອງມີການປະກັນ. ເຂົາເຈົ້າ ອາດຈະຖືກຄຸມຂັງ ຈົນເຖິງການພິຈາຣະນາຄະດີ. ແຕ່ວ່າ ພວກເຂົາເຈົ້າບໍ່ຈໍາເປັນ ຕ້ອງຖືກນຳໂຕອອກຈາກຖນົນ ໃນຈຸດທີ່ຖືກຈັບກຸມ."

End Rape on Campus
Source: Supplied

ການຂຶ້ນສານ

ເມື່ອຄະດີໄປຮອດສານ, ຜູ້ເສັຍຫາຍ ແລະພະຍານຄົນອື່ນໆ-ຖ້າມີ-ຕ້ອງໃຫ້ການເປັນພະຍານ.

ພວກເຂົາເຈົ້າຈະຖືກສໍ້ ໂດຍທະນາຍຂອງຝ່າຍໂຈດ ແລະຝ່າຍຈຳເລີຍ. ກົງກັນຂ້າມ, ຜູ້ທີ່ຖືກກ່າວຫາ (ຫຼືຈຳເລີຍ) ມີສິດທີ່ຈະບໍ່ໃຫ້ປາກຄຳຕໍ່ສານ. ຜູ້ຖືກກ່າວຫາ ສາມາດກ່າວຕໍ່ສານວ່າ 'ບໍ່ມີຄວາມຜິດ' ຫຼືຮັບສາຣະພາບວ່າ 'ມີຄວາມຜິດ' ຕໍ່ຄວາມຜິດທາງເພດເລັກນ້ອຍ.

ທ່ານ Bradley ກ່າວວ່າ ລັກສນະ ຂອງລະບົບກົດຫມາຍເຫຼົ່ານີ້ ເຮັດໃຫ້ຜູ້ເຄາະຮ້າຍຫຼາຍຄົນ ຮູ້ສຶກລຳບາກໃຈ, ມັນຄືກັບວ່າ ພວກເຂົາເຈົ້າ ແມ່ນຜູ້ທີ່ຖືກດໍາເນີນຄະດີ.
ໃນສ່ວນໃຫຍ່ຂອງຄະດີ [ການຂົ່ມຂືນ] ຫລັກຖານຢ່າງດຽວ ແມ່ນຄຳໃຫ້ການຂອງຜູ້ເຄາະຮ້າຍ. ພາຣະທັງຫມົດ ແມ່ນຂອງອັຍການ ເຊິ່ງຕ້ອງພິສູດຄະດີທັງຫມົດ ໂດຍປາດສະຈາກ ຄວາມສົງສັຍຕາມເຫດຜົນ–ຊຶ່ງເປັນພາລະທີ່ສູງຫຼາຍ.
Lawyer and author Micheal Bradley, law reform advocate.
ທ່ານ Bradley ອະທິບາຍວ່າ ການດໍາເນີນຄະດີ ຍັງຕ້ອງພິສູດວ່າ ການກະທໍາທາງເພດ ເກີດຂຶ້ນໂດຍບໍ່ໄດ້ຮັບຄວາມຍິນຍອມ.

"ແລະ ຖ້າວ່າບໍ່ມີການຍິນຍອມ, ແຕ່ຜູ້ຖືກກ່າວຫາ ເຊື່ອວ່າມີການຍິນຍອມ, ແລ້ວຄວາມເຊື່ອນັ້ນ ກໍບໍ່ສົມເຫດສົມຜົນ."

ທ່ານກ່າວຕື່ມວ່າ ເນື່ອງຈາກຜູ້ທີ່ຖືກກ່າວຫາວ່າ ເຮັດຜິດທາງເພດສ່ວນຫລາຍ ຮັກສາສິດທິຂອງເຂົາເຈົ້າ ທີ່ຈະບໍ່ໃຫ້ການຕໍ່ສານແລະໄດ້ຮັບການຍົກເວັ້ນ ຈາກການໃຫ້ຫລັກຖານ, ການພິຈາຣະນາຄະດີ ຈຶ່ງຕົກຢູ່ໃນຄຳໃຫ້ການ ຂອງຜູ້ເສັຍຫາຍ (ໂຈດ)ຊຶ່ງມີຄວາມສົງສັຍ ແລະຈະຖືກສໍ້. ມັນກາຍເປັນການແຂ່ງຂັນ ກ່ຽວກັບວ່າ ຜູ້ເຄາະຮ້າຍເວົ້າຄວາມຈິງ ຫລືບໍ່.

ທ່ານກ່າວວ່າ "ຄນະຕັດສິນ (ລູກຂຸນ)ຈະໄດ້ຍິນ ແຕ່ເລື່ອງຂອງຜູ້ເຄາະຮ້າຍ ຫຼືໂຈດເທົ່ານັ້ນ ແລະນັ້ນກໍເປັນຫລັກຖານ ພຽງຢ່າງດຽວ ທີ່ອັຍການຕ້ອງພິສູດຄະດີຂອງຕົນ."
ສໍາລັບການປ້ອງກັນ ທີ່ຈະກໍ່ໃຫ້ເກີດຄວາມສົງສັຍ ທີ່ສົມເຫດສົມຜົນ, ວິທີທີ່ຈະເຮັດສິ່ງນັ້ນ ຄືການກໍ່ໃຫ້ເກີດຄວາມສົງສັຍ ກ່ຽວກັບຄວາມໜ້າເຊື່ອຖື ຂອງຄຳໃຫ້ການຂອງຜູ້ເຄາະຮ້າຍ. ດັ່ງນັ້ນ, ພວກເຂົາຈະຖືກເອີ້ນວ່າ ຄົນຂີ້ຕົວະ.
Victoria Police Senior Sergeant Kelley
ມີການປະເມີນວ່າ ປະມານ 90 ເປີເຊັນ ຂອງຜູ້ທີ່ລອດຊີວິດ ຈາກເຄາະຮ້າຍ ບໍ່ໄດ້ລາຍງານການຂົ່ມຂືນ ຂອງເຂົາເຈົ້າຕໍ່ຕໍາຫຼວດ. ການສຶກສາສະແດງໃຫ້ເຫັນວ່າ ຫນຶ່ງໃນຫ້າຄົນ ຂອງຊາວອອສເຕຣເລັຍຄິດວ່າ ຜູ້ຍິງມັກຈະແຕ່ງເລື້ອງ ຫຼືເວົ້າເກີນຄວາມຈິງ ໃນການກ່າວອ້າງວ່າ ຖືກລ່ວງລະເມີດ ຫລືຖືກຂົ່ມຂືນ–ຊຶ່ງສູງສຸດໃນບັນດາປະເທດຕາເວັນຕົກ.

ເຖິງຢ່າງໃດກໍຕາມ Senior Sergeant Kelley ກ່າວວ່າ ນາງບໍ່ຄ່ອຍໄດ້ພົບກັບຜູ້ເຄາະຮ້າຍ ທີ່ນາງສົງສັຍວ່າ ເວົ້າຕົວະ.

"ຈາກການເປັນຜູ້ຊ່ຽວຊານເລື່ອງນີ້ໂດຍສະເພາະແລະໄດ້ໃຊ້ເວລາເກືອບສິບປີໃນຫົວຂໍ້ນີ້, ຂ້າພະເຈົ້າສາມາດເວົ້າໄດ້ວ່າ ບໍ່ມີໃຜຢາກຜ່ານຂະບວນການນີ້. ດັ່ງນັ້ນ, ບໍ່ມີໃຜ ຢາກໃຫ້ຕົນເອງ ຖືກກວດສອບ ໃນວິທີ ທີ່ລະບົບກົດຫມາຍກວດສອບເຂົາເຈົ້າ, ດັ່ງນັ້ນ ການຈະແຕ່ງເລື້ອງແບບນີ້ຂຶ້ນ ຈະເປັນເລື່ອງທີ່ຜິດປົກກະຕິຫຼາຍ."
Review of Queensland's legal system.
Source: AAP
ຖ້າຫາກວ່າຈຳເລີຍ ຖືກພົບວ່າ ມີຄວາມຜິດໃນຂໍ້ຫານັ້ນໆ, ຂັ້ນຕອນຕໍ່ໄປ ແມ່ນການຕັດສິນ.

"ທາງເລືອກຂອງການລົງໂທດມີຕັ້ງແຕ່ 'ບໍ່ມີການບັນທຶກໂທດ', ຈົນເຖິງການບໍຣິການຊຸມຊົນ. ເຂົາເຈົ້າອາດພຽງແຕ່ຖືກປັບໃໝ, ຈົນເຖິງການຕິດຄຸກ, ຊຶ່ງໃນບາງຄັ້ງ ອາດຈະເຮັດໃຫ້ ຜູ້ທີ່ລອດຈາກເຄາະຮ້າຍ ຮູ້ສຶກວ່າ ໂທດນັ້ນບໍ່ສອດຄ່ອງ ກັບສິ່ງທີ່ເຂົາເຈົ້າຖືກກະທຳ." Ms Hill ອະທິບາຍ.

"ໃນການຕັດສິນ, ປົກກະຕິແລ້ວ ທ່ານສາມາດໃຫ້ຄໍາຖແລງຂອງຜົນກະທົບຂອງຜູ້ເຄາະຮ້າຍຕໍ່ສານ ເຊິ່ງມັນເປັນຊ່ວງເວລາ ທີ່ສໍາຄັນຫຼາຍ ສໍາລັບຜູ້ລອດຈາກເຄາະຮ້າຍຫຼາຍຄົນ ບ່ອນທີ່ພວກເຂົາ ສາມາດບອກຕໍ່ສານວ່າ ຄວາມຜິດນັ້ນ ສົ່ງຜົນກະທົບແນວໃດ ຕໍ່ພວກເຂົາເຈົ້າ. ແລະໂດຍສະເພາະແມ່ນຕໍ່ບຸກຄົນທີ່ກະທຳ ຕໍ່ພວກເຂົາເຈົ້າ."

ເມື່ອບໍ່ດົນມານີ້, ເຂດອຳນາດສານບາງແຫ່ງ ຂອງອອສເຕຣເລັຍໄດ້ປ່ຽນກົດຫມາຍຂອງຕົນ ເພື່ອບັງຄັບໃຫ້ຈຳເລີຍ ທີ່ກະທຳຜິດທາງເພດ ຕ້ອງພິສູດໃນສານວ່າ ເຂົາເຈົ້າໄດ້ຢືນຢັນການຍິນຍອມ ກ່ອນທີ່ຈະມີສ່ວນຮ່ວມ ໃນກິດຈະກັມທາງເພດ.
ບາງເຂດອຳນາດສານ ຍັງແນະນໍາທາງເລືອກ ໃນການລາຍງານ ການລ່ວງລະເມີດ ທາງເພດໃຫມ່ ສໍາລັບຜູ້ທີ່ຕ້ອງການ ທີ່ຈະໃຫ້ ປະສົບການຂອງຕົນ ເປັນທາງການ, ໂດຍບໍ່ຜ່ານລະບົບຍຸຕິທັມທາງອາຍາ.

ທ່ານນາງ Hill ກ່າວຕື່ມວ່າ "ມີລະບົບລາຍງານ ເຊັ່ນ ບ່ອນທີ່ທ່ານສາມາດລາຍງານ ການລ່ວງລະເມີດທາງເພດ ທີ່ອາດຈະເກີດຂຶ້ນໄດ້ ຕລອດເວລາໃນຊີວິດຂອງທ່ານ, ແລະທ່ານບໍ່ຈໍາເປັນ ຕ້ອງຜ່ານຂັ້ນຕອນການຕັ້ງຂໍ້ຫາໃດໆ ຈົນເຖິງຂັ້ນສານ, ແຕ່ມັນຈະຖືກບັນທຶກໄວ້."
SG Sexual Consent - STOP
one person holding a banner with stop single word againd blue background Source: Moment RF / Carol Yepes/Getty Images
Michael Bradley ເຊື່ອວ່າ ນີ້ເປັນທາງເລືອກທີ່ເປັນປໂຍດ ສໍາລັບຜູ້ເຄາະຮ້າຍ ທີ່ມີຄວາມເປັນຫ່ວງ ກ່ຽວກັບການປົກປ້ອງ ຜູ້ທີ່ອາດຈະຜູ້ຮັບເຄາະຄົນອື່ນໆ.

"ສ່ວນຫລາຍແລ້ວ ສິ່ງທີ່ຊຸກຍູ້ຜູ້ລອດຊີວິດ ແມ່ນຄວາມເປັນຫ່ວງຂອງເຂົາເຈົ້າ ກ່ຽວກັບຄົນອື່ນ, ເພາະວ່າ ຈະບໍ່ມີເຫດການລ່ວງລະເມີດພຽງເທື່ອດຽວ. ທາງບວກຂອງລະບົບ ການລາຍງານແບບນັ້ນ ກໍຄື ຖ້າຫາກມີລາຍງານອື່ນໆ ຢູ່ໃນລະບົບແລ້ວ ຫຼືມີການລາຍງານຕໍ່ມາໃນລະບົບ ແລ້ວກໍຈະເປັນສິ່ງກະຕຸ້ນໃຫ້ຕໍາຫຼວດ ກັບຄືນໄປຫາຜູ້ເຄາະຮ້າຍ ແລະເວົ້າວ່າ, 'ເອີ້, ປາກົດວ່າແມ່ນແລ້ວ ຜູ້ຊາຍຄົນນີ້ ເປັນຜູ້ເຮັດຜິດຢ່າງຕໍ່ເນື່ອງ', ຫຼືຢ່າງຫນ້ອຍ ກໍອາດຈະແມ່ນ, 'ທ່ານຢາກຕິດຕາມເລື້ອງນັ້ນຢູ່ບໍ່?'.

ບໍ່ວ່າທ່ານຕັດສິນໃຈ ທີ່ຈະລາຍງານກັບຕໍາຫຼວດຫຼືບໍ່, ມີຫຼາຍບໍຣິການ ສນັບສນູນທີ່ທ່ານສາມາດເຂົ້າເຖິງໄດ້.

ຖ້າທ່ານ ຫຼືຄົນທີ່ທ່ານຮູ້ຈັກ ໄດ້ຮັບຜົນກະທົບຈາກການລ່ວງລະເມີດທາງເພດ, ໂທຫາ 1800RESPECT. ນອກນັ້ນ ທ່ານຍັງສາມາດຕິດຕໍ່ Lifeline, ທີ່ 13 11 14 ຫຼື ທີ່ 1800 22 46 36.

ເນື້ອເລື່ອງໂດຍ Claudianna BlancoSBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share