ຈຸດສໍາຄັນ
- ພາສີກໍາໄລຈາກການຂາຍ (CGT) ຈະຕ້ອງຈ່າຍກໍາໄລ ຈາກການຂາຍຊັບສິນ ເຊັ່ນ: ເຮືອນ ຫຼືທີ່ດິນ, ຫຸ້ນ, cryptocurrency.
- ໂດຍທົ່ວໄປແລ້ວ, ກໍາໄລຈາກການຂາຍ ທີ່ຢູ່ອາສັຍຫຼັກ ຂອງທ່ານ ຈະໄດ້ຮັບ ການຍົກເວັ້ນຈາກ CGT.
- ໃນກໍຣະນີທີ່ບໍ່ຈ່າຍ CGT, ATO ສາມາດນໍາໃຊ້ບົດລົງໂທດ ຢ່າງຫນັກໄດ້.
ແມ່ນພາສີ ທີ່ເອີ້ນເກັບຈາກຜົນກໍາໄລ ທີ່ເກີດຈາກການຂາຍຊັບສິນ. ຖ້າຫາກວ່າ ທ່ານມີກໍາໄລ ເມື່ອທ່ານຂາຍຊັບສິນ, ມັນຈະເພີ່ມພາສີ ທີ່ທ່ານຕ້ອງຈ່າຍ.
ພາສີນີ້ ແມ່ນຕ້ອງຈ່າຍຜ່ານການເກັບພາສີລາຍໄດ້ຂອງທ່ານ, ຕາມປົກກະຕິແລ້ວ ຈະຍື່ນຫຼັງຈາກສິ້ນປີງົບປະມານ ຂອງອອສເຕຣເລັຍໃນວັນທີ 30 ມິຖຸນາ.
ຊາວອອສເຕຣເລັຍທີ່ຕ້ອງເສັຍພາສີ ທີ່ໄດ້ຂາຍຊັບສິນເຊັ່ນ: ເຮືອນ ຫຼືດິນ, ຫຼືຫຸ້ນ ຕ້ອງລາຍງານກຳໄລ ຫຼືການຂາດທຶນຕ່າງໆຈາກການຂາຍເຫຼົ່ານີ້ ໃນການຄືນພາສີລາຍໄດ້ ປະຈຸບັນຂອງເຂົາເຈົ້າ ເພື່ອຫຼີກເວັ້ນບົດລົງໂທດ.
ເຖິງແມ່ນວ່າ CGT ມີຊື່ຕ່າງກັນ, ແຕ່ມັນກໍເປັນສ່ວນຫນຶ່ງ ຂອງພາສີລາຍໄດ້ຂອງທ່ານ.
ຊາວອອສເຕຣເລັຍ ທີ່ຕ້ອງເສັຍພາສີ ມີໜ້າທີ່ ທີ່ຈະຕ້ອງແຈ້ງ ທັງລາຍໄດ້ຂອງເງິນທຶນ ແລະການຂາດທຶນ ພາຍໃນການຄືນພາສີລາຍໄດ້ ຂອງເຂົາເຈົ້າ ແລະປະຕິບັດ ຕາມພາສີທີ່ກ່ຽວຂ້ອງ ໃນພາຍຫຼັງ.
ATO ຄວບຄຸມດ້ານພາສີ ແລະການເກັບລາຍຮັບທຸກຢ່າງ ໃນອອສເຕຣເລັຍ.
ຄົນສ່ວນໃຫຍ່ ມີນາຍບັນຊີພາສີ (Tax accountants) ໃນການຍື່ນເລື້ອງການຄືນພາສີປະຈໍາປີ ຂອງເຂົາເຈົ້າ.
Manoj Gupta ເປັນ Chartered Accountant ທີ່ Melbourne. ລາວອະທິບາຍ CGT ແລະວິທີການນໍາໃຊ້.
"ພາສີກໍາໄລ ຈາກການລົງທຶນ (Capital gains tax) ແມ່ນພາສີ ທີ່ເກັບຈາກຜົນກໍາໄລ ທີ່ພວກເຮົາເຮັດ ໃນການຂາຍຊັບສິນໃດໆ... ຊັບສິນເຫຼົ່ານັ້ນ ສາມາດເປັນ ຊັບສິນ (ເຮືອນ ຫຼືທີ່ດິນ), ຫຸ້ນ, ໃນປະຈຸບັນ ຮວມເຖິງ cryptocurrency ຫຼືຊັບສິນອື່ນໆ. ມັນຈະລວມເອົາຊັບສິນ ໃນຕ່າງປະເທດເຊັ່ນກັນ." ລາວກ່າວ.
"ພາສີກໍາໄລ ຈາກການລົງທຶນ (Capital gains tax) ແມ່ນພາສີ ທີ່ເກັບຈາກຜົນກໍາໄລ ທີ່ພວກເຮົາເຮັດ ໃນການຂາຍຊັບສິນໃດໆ... ຊັບສິນເຫຼົ່ານັ້ນ ສາມາດເປັນ ຊັບສິນ (ເຮືອນ ຫຼືທີ່ດິນ), ຫຸ້ນ, ໃນປະຈຸບັນ ຮວມເຖິງ cryptocurrency ຫຼືຊັບສິນອື່ນໆ. ມັນຈະລວມເອົາຊັບສິນ ໃນຕ່າງປະເທດເຊັ່ນກັນ." ລາວກ່າວ.

Close up of female accountant or banker making calculations. Savings, finances and economy concept Source: Moment RF / Prapass Pulsub/Getty Images
"ສົມມຸດວ່າ Noori ຊື້ຫຸ້ນໃນລາຄາ 5000 ໂດລາ, ນາງເປັນເຈົ້າຂອງຫຸ້ນເປັນເວລາຫົກເດືອນ ແລະຂາຍໃນລາຄາ 5500 ໂດລາ. ສົມມຸດວ່າ ນາງບໍ່ມີກຳໄລ ຫຼືຂາດທຶນ ຈາກການລົງທຶນອື່ນໆ, ນາງ Noori ຈະຕ້ອງແຈ້ງກຳໄລ ຈາກການຂາຍຫຸ້ນ 500ໂດລາ ໃນການຄືນພາສີຂອງນາງ ແລະຈ່າຍພາສີຈາກກຳໄລນີ້ ໃນອັດຕາພາສີລາຍໄດ້ ສ່ວນບຸກຄົນຂອງນາງ." Mr Loh ກ່າວ.
ການຍົກເວັ້ນ CGT
ໃນຂນະທີ່ , ມັນເປັນສິ່ງສໍາຄັນ ທີ່ຈະສັງເກດວ່າ ການເຮັດທຸຣະກັມຊັບສິນບາງຢ່າງ ແມ່ນໄດ້ຮັບການຍົກເວັ້ນຈາກ CGT ທັງໝົດ.
Mr Gupta ອະທິບາຍ.
"ໂດຍທົ່ວໄປແລ້ວ, ທີ່ຢູ່ອາສັຍຫຼັກ ແມ່ນໄດ້ຮັບການຍົກເວັ້ນ ຈາກພາສີກໍາໄລຈາກການຂາຍ. ຖ້າບຸກຄົນໃດ ໄດ້ຊື້ຊັບສິນ ແລະນັບແຕ່ວັນທີ່ໄດ້ຮັບມາ, ເຂົາເຈົ້າກໍາລັງອາສັຍຢູ່ໃນຊັບສິນ (ເຮືອນ)ນັ້ນ ແລະຂາຍມັນ ໃນຂນະທີ່ອາສັຍຢູ່ໃນນັ້ນ, ບໍ່ວ່າກຳໄລຈາກການຂາຍ ຈະເປັນຈໍານວນເງິນເທົ່າໃດກໍຕາມ,ເງິນຈໍານວນນັ້ນ ຈະຖືກຍົກເວັ້ນຈາກ Capital Gains Tax."
ໃນຫຼາຍກໍຣະນີ, ທ່ານຍັງສາມາດໄດ້ຮັບສ່ວນຫຼຸດ ໃນ CGT ທີ່ທ່ານຕ້ອງຈ່າຍໄດ້.
ເມື່ອທ່ານຂາຍຊັບສິນ, ທ່ານສາມາດຫຼຸດ ຄວາມຮັບຜິດຊອບດ້ານພາສີລາຍໄດ້ ຂອງທ່ານ ເຖິງ 50 ເປີເຊັນ ຖ້າຫາກວ່າທ່ານ ໄດ້ເປັນເຈົ້າຂອງຊັບສິນຢ່າງຫນ້ອຍ 12 ເດືອນ ແລະເປັນຊາວອອສເຕຣເລັຍ ທີ່ຕ້ອງເສັຍພາສີ.
ນີ້ເອີ້ນວ່າ ສ່ວນຫຼຸດCGT (CGT discount), ເຊິ່ງຫມາຍຄວາມວ່າ ທ່ານຈະຕ້ອງຈ່າຍ CGT ພຽງແຕ່ເຄິ່ງຫນຶ່ງ ຂອງກໍາໄລທີ່ ທ່ານໄດ້ຈາກການຂາຍ.

Wooden cubes with word 'Tax' on australian dollars Source: iStockphoto / alfexe/Getty Images
ໂທດໃນການຫຼົບຫຼີກພາສີ
ເຖິງແມ່ນວ່າຊາວອອສເຕຣເລັຍທີ່ຕ້ອງເສັຍພາສີ
ຕ້ອງແຈ້ງກໍາໄລຈາກການລົງທຶນ ແລະຈ່າຍພາສີໃນໄລຍະປີງົບປະມານ, ແຕ່ບາງຄົນ ພະຍາຍາມຫຼົບຫຼີກພັນທະເຫຼົ່ານີ້, ເຊິ່ງນໍາໄປສູ່ ການລົງໂທດທີ່ອາດຈະເກີດຂຶ້ນ.
Mr Loh ອະທິບາຍ ເຖິງວິທີ ທີ່ ATO ຄວບຄຸມກິດຈະການ ທາງການເງິນ ທີ່ຫນ້າສົງໄສ ແລະພາສີກໍາໄລຈາກການຂາຍ ທີ່ບໍ່ໄດ້ລາຍງານ.
"ເພື່ອໃຫ້ແນ່ໃຈວ່າ ປະຊາຊົນກໍາລັງເຮັດສິ່ງທີ່ຖືກຕ້ອງ, ພວກເຮົາໄດ້ຮັບຂໍ້ມູນລາຍໄດ້ ແລະຂໍ້ມູນອື່ນໆ ຈາກຫຼາຍອົງກອນ ເຊັ່ນ: ທະນາຄານ, ສຳນັກງານສຳພາກອນຂອງຣັດ, ກົມຕາດິນ, ບໍຣິສັດປະກັນພັຍ, ທະບຽນຫຸ້ນ.” ລາວກ່າວ
If you aren’t sure if you need to pay capital gains tax or have made a mistake with your lodgement, it’s really important you reach out to us at the ATO or speak to a registered tax agent.Tim Loh
ເຊັ່ນດຽວກັນກັບພາສີອື່ນໆ, ບົດລົງໂທດ ສໍາລັບການຫຼີກເວັ້ນພາສີ ກໍາໄລຈາກການຂາຍ, ແມ່ນຖືກຄຳນວນ ຈາກການຈ່າຍພາສີບໍ່ພຽງພໍ ແລະພຶດຕິກັມຂອງແຕ່ລະບຸກຄົນ.
ATO ກໍານົດພຶດຕິກັມດັ່ງກ່າວວ່າ ບໍ່ໄດ້ເອົາໃຈໃສ່ຕາມສົມຄວນ, ຄວາມປມາດເລີນເລີ້ ແລະການບໍ່ເອົາໃຈໃສ່ ໂດຍເຈດຕະນາ. ເປີເຊັນຂອງການປັບໄໝ ແມ່ນແຕກຕ່າງກັນ ສໍາລັບພຶດຕິກັມແຕ່ລະປະເພດ.
ນອກຈາກນັ້ນ, ATO ອາດຈະຄິດໄລ່ດອກເບັ້ຍ ຕໍ່ການຈ່າຍພາສີບໍ່ຄົບອີກດ້ວຍ.
ທ່ານ Loh ກ່າວວ່າ ການປັບໄໝ ອາດແມ່ນ 25 ເຖິງ 100 ເປີເຊັນ ຂອງການຈ່າຍພາສີບໍ່ຄົບ, ແລ້ວແຕ່ລະກໍຣະນີ.
ລາວກ່າວວ່າ: "ຖ້າຫາກວ່າ ທ່ານກໍາລັງທຳການຫຼົບຫນີພາສີ, ການລົງໂທດ ອາດຈະໜັກ, ນັ້ນຂຶ້ນຢູ່ກັບປະເພດຂອງພຶດຕິກັມທີ່ທ່ານເຮັດ. ຖ້າຫາກວ່າ ທ່ານໄດ້ເຮັດຜິດພາດຢ່າງໂດຍບໍ່ຕັ້ງໃຈ, ການລົງໂທດ ຈະບໍ່ໜັກ. ແຕ່ຖ້າທ່ານກໍາລັງຫລິ້ນລະບົບໂດຍເຈດຕະນາ ແລະຫຼົບຫຼີກການຈ່າຍພາສີຂອງທ່ານ, ກໍຈະມີການລົງໂທດໜັກ."
ຜູ້ກະທໍາຜິດໂດຍເຈດຕະນາ ແລະເຮັດຊ້ຳ ອາດຈະຖືກດໍາເນີນຄະດີ ທາງອາຍານໍາອີກ.
ສ່ວນຫຼາຍແລ້ວ, ອອສເຕຣເລັຍ ແມ່ນເສດຖະກິດ ທີ່ບໍ່ໃຊ້ເງິນສົດ.
ເຖິງຢ່າງໃດກໍຕາມ, ຊາວອອສເຕຣເລັຍທີ່ຕ້ອງເສັຍພາສີບາງຄົນ ອາດດໍາເນີນທຸລະກິດດ້ວຍເງິນສົດ, ເຮັດໃຫ້ເຂົາເຈົ້າສາມາດ ແຈ້ງລາຍໄດ້ ທີ່ຕ້ອງເສັຍພາສີ ຕ່ຳກວ່າຄວາມເປັນຈິງ ແລະອາດຫຼີກເວັ້ນ ການເສັຍພາສີ.
ແຕ່ນີ້ ແມ່ນບໍ່ຄ່ອຍມີຫຼາຍ ເມື່ອຂາຍຊັບສິນ CGT ເຊັ່ນເຮືອນ ຫຼືຫຸ້ນ.
Mr Gupta ອະທິບາຍວ່າ "ໃນອອສເຕຣເລັຍ, ມັນເປັນໄປໄດ້ຍາກ ທີ່ຈະມີການເຮັດທຸຣະກິດດ້ວຍເງິນສົດ ເພາະວ່າທຸຣະກັມ (ສ່ວນໃຫຍ່) ຈະເປັນການເຮັດ ໂດຍຜ່ານທະນາຄານ ແທນທີ່ຈະເປັນທຸຣະກິດເງິນສົດ."
ການອຸທອນບົດລົງໂທດທາງພາສີ
ຊາວອອສເຕຣເລັຍທີ່ຕ້ອງເສັຍພາສີ ສາມາດຂໍອຸທອນໄດ້ ຖ້າເຂົາເຈົ້າເຊື່ອວ່າ ເຂົາເຈົ້າຖືກລົງໂທດ ຢ່າງບໍ່ຖືກຕ້ອງ.
ຖ້າຫາກວ່າ ATO ພໍໃຈກັບຄຳອຸທອນ, ມັນສາມາດຫຼຸດລົງ ຫຼືຖືກລົບລ້າງ ໃນບາງສະຖານະການ.
ທ່ານ Loh ກ່າວວ່າ "ຕາມປົກກະຕິແລ້ວ, ທ່ານຕ້ອງຄັດຄ້ານ ການປະເມີນພາສີຂອງທ່ານ ຫລືການຄືນພາສີຂອງທ່ານ ແລະຜ່ານຂັ້ນຕອນຕ່າງໆ ເພື່ອຂໍອຸທອນຕໍ່ການລົງໂທດ ຫຼືການປັບໄໝ ຫລືຄວາມຮັບຜິດຊອບ ດ້ານພາສີຂອງທ່ານ."
ທ່ານ Loh ເນັ້ນວ່າ ການປະຕິບັດຕໍ່ພັນທະພາສີທັງຫມົດ ລວມທັງ CGT ແມ່ນມີຄວາມສໍາຄັນຫຼາຍ ເພາະມັນມີບົດບາດສໍາຄັນ ໃນການສນັບສນູນ ສັງຄົມຂອງພວກເຮົາ.
When you don’t pay your taxes, each one of us suffers. It means our schools and hospitals don’t get enough funding which means fewer teachers, doctors and nurses for the Australian community.Tim Loh
ການສູນເສັຍເງິນທຶນ (ຂາດທຶນ)
ກົງກັນຂ້າມກັບຄວາມເຊື່ອທົ່ວໄປ ວ່າຈະຈ່າຍແຕ່ເມື່ອໄດ້ກໍາໄລ, ບາງຄັ້ງທ່ານອາດຈະຕ້ອງຈ່າຍ ເຖິງແມ່ນວ່າຈະມີການຂາດທຶນກໍຕາມ.
ນີ້ເອີ້ນວ່າ ການສູນເສັຍ (ຂາດທຶນ) ເງິນທຶນ (Capital loss)

happy African couple outside home with sold sign giving thumbs up Source: iStockphoto / michaeljung/Getty Images
"ພວກເຮົາມີຊັບສິນ ເພື່ອການລົງທຶນຢູ່ໃນ Tasmania,ພວກເຮົາໄດ້ຊື້ມັນ ໃນລາຄາ 420,000 ໂດລາ ແລະພວກເຮົາໄດ້ອາສັຍຢູ່ໃນນັ້ນ ເປັນເວລາສອງສາມປີ ກ່ອນທີ່ຈະຍ້າຍມາ Brisbane. ມັນຖືກເຊົ່າ ເປັນເວລາສອງສາມປີ, ຫຼັງຈາກນັ້ນ ພວກເຮົາຕ້ອງການຂາຍ. ລາຄາຕົກລົງໄປເປັນ $380,000 ຈາກ $420,000. ເມື່ອພວກເຮົາຍື່ນພາສີປີນັ້ນ, ATOໄ ດ້ຕອບກັບມາ ແລະເວົ້າວ່າ, 'ທ່ານມີກຳໄລ ຈາກການລົງທຶນ," ລາວກ່າວ.
ສະຖານະການນີ້ເກີດຂຶ້ນ ເມື່ອມີການຮຽກຮ້ອງຄ່າໃຊ້ຈ່າຍ ສໍາລັບຊັບສິນເພື່ອການລົງທຶນ, ເຊິ່ງເຮັດໃຫ້ເຈົ້າຂອງຊັບສິນເຊື່ອວ່າ ພວກເຂົາກໍາລັງຂາດທຶນ, ໃນຂນະທີ່ ATO ອາດຈະຖືວ່ານີ້ເປັນກໍາໄລ.
Mr. Subramanya ໃຫ້ລາຍລະອຽດວ່າ ສິ່ງນີ້ໄດ້ເກີດຂຶ້ນແນວໃດ..
"ຢູ່ໃນເຈັ້ຍສໍແລ້ວ, ພວກເຮົາໄດ້ອ້າງເອົາການຫັກເງິນ ສຳລັບຊັບສິນເພື່ອການລົງທຶນ ເຊັ່ນ: ການເສື່ອມລາຄາ, ການບໍາລຸງຮັກສາຊັບສິນ, (ແລະ) ອັດຕາດອກເບັ້ຍ, ຊຶ່ງໄດ້ຊຸກຍູ້ລາຄາໃຫ້ລົງມາເປັນ $355,000.ດັ່ງນັ້ນ, ພວກເຂົາຈຶ່ງໄດ້ກ່າວວ່າ ປັດຈຸບັນນີ້ມີເງິນກຳໄລ ຈໍານວນ $25,000 ຊຶ່ງພວກເຮົາຕ້ອງຈ່າຍພາສີ 3000-$4000." ລາວກ່າວ.
ຕ້ອງຍື່ນເລື້ອງຄືນພາສີລາຍໄດ້ຂອງທຸກໆປີຕັ້ງແຕ່ວັນທີ 1 ກໍລະກົດຫາ 30 ມິຖຸນາ. ຖ້າຫາກວ່າ ທ່ານຈໍາເປັນຕ້ອງດຳເນີນການຄືນພາສີ, ໃຫ້ຍື່ນເລື້ອງ ຫຼືທ່ານສາມາດໃຫ້ນັກບັນຊີພາສີ (Tax Accountants)ຈັດການໃຫ້ທ່ານພາຍໃນວັນທີ 31 ຕຸລາ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌