ຈຸດສໍາຄັນ
- Negative gearing ຊ່ອຍໃຫ້ເຈົ້າຂອງຊັບສິນ ສາມາດຊົດເຊີຍຄ່າໃຊ້ຈ່າຍ ກັບລາຍຮັບທີ່ຕ້ອງເສັຍພາສີ.
- ຂໍ້ດີ: ສາມາດຫຼຸດຜ່ອນຄ່າເຊົ່າ, ດຶງດູດຜູ້ຊື້ດ້ວຍສິດທິປໂຍດດ້ານພາສີ, ເພີ່ມມູນຄ່າທີ່ຢູ່ອາສັຍ.
- ຂໍ້ເສັຍ: ການສູນເສັຍໃນເບື້ອງຕົ້ນ, ຄວາມສາມາດຈໍາກັດ ໃນການໄດ້ຮັບ(ຊື້) ຊັບສິນເພີ່ມເຕີມ.
Negative gearing ເກີດຂຶ້ນ ເມື່ອຄ່າໃຊ້ຈ່າຍຂອງຊັບສິນ (ທີ່ຢູ່ອາສັຍ) ເພື່ອການລົງທຶນສູງເກີນຜົນຕອບແທນ ທີ່ເກີດຈາກມັນ. ໃນທາງກົງກັນຂ້າມ, Positive gearing ເກີດຂຶ້ນເມື່ອ ລາຍຮັບຈາກຄ່າເຊົ່າ ສູງກວ່າຄ່າໃຊ້ຈ່າຍທັງຫມົດ, ລວມທັງດອກເບັ້ຍກູ້ເງິນຢືມ.
ໃນຂນະທີ່ ຈຸດປະສົງຂອງການລົງທຶນ ໃນຊັບສິນ ແມ່ນເພື່ອສ້າງກໍາໄລ, Negative gearing ບໍ່ຈໍາເປັນ ຕ້ອງເຮັດໃຫ້ຜູ້ລົງທຶນທໍ້ຖອຍໃຈ.
ວິທີການຂອງ Negative gearing
Maxwell Shifman, ຫົວຫນ້າປະຕິບັດງານທີ່ Intrapac Property, ອະທິບາຍວ່າNegative gearing ເປັນວິທີການ ສຳລັບຜູ້ເສັຍພາສີ ຂອງອອສເຕຣເລັຍທີ່ເປັນເຈົ້າຂອງຊັບສິນ ເພື່ອການລົງທຶນ.
ມັນຊ່ອຍໃຫ້ເຂົາເຈົ້າຊົດເຊີຍຄ່າໃຊ້ຈ່າຍ ທີ່ກ່ຽວຂ້ອງກັບຊັບສິນ ກັບລາຍໄດ້ທີ່ຕ້ອງເສັຍພາສີຂອງເຂົາເຈົ້າ.
ພາຍໃຕ້ກົດຫມາຍພາສີຂອງອອສເຕຣເລັຍ, ນັກລົງທຶນ ສາມາດຮຽກຮ້ອງ ໃຫ້ຄ່າດອກເບັ້ຍ ໃນການຈ່າຍເງິນກູ້ຂອງເຂົາເຈົ້າ ເປັນການຫຼຸດຢ່ອນພາສີ ຖ້າຫາກວ່າ ຊັບສິນນັ້ນຖືກເຊົ່າ ຫຼືໃຫ້ເຊົ່າ.
ຖ້າຫາກຄ່າໃຊ້ຈ່າຍທັງຫມົດສູງກວ່າຈໍານວນເງິນທີ່ທ່ານໄດ້ຮັບ, ທ່ານສາມາດ ໃຊ້ຄ່າໃຊ້ຈ່າຍເພີ່ມເຕີມເຫຼົ່ານັ້ນ ເພື່ອຊົດເຊີຍລາຍຮັບປົກກະຕິ ຈາກວຽກຂອງທ່ານ ຫຼືລາຍຮັບອື່ນໆ ທີ່ທ່ານອາດຈະມີ..Maxwell Shifman, Chief Operating Officer, Intrapac Property
ທ່ານ Shifman ກ່າວວ່າ ການ Negative gearing ແມ່ນການລົງທຶນ ຫຼືເລື່ອນພາສີ ຫຼາຍກວ່າການຫລຸດຜ່ອນພາສີ.
ຂໍ້ດີ ແລະ ຂໍ້ເສັຍ ຂອງ Negative gearing
Negative gearing, ເຊັ່ນດຽວກັບຍຸດທະສາດການລົງທຶນອື່ນໆ, ມີທັງ ຂໍ້ດີ ແລະ ຂໍ້ເສັຍ ຂອງມັນ.
ຫນຶ່ງໃນຜົນປໂຍດທີ່ຍິ່ງໃຫຍ່ທີ່ສຸດ ແມ່ນມັນສາມາດຫຼຸດຕົ້ນທຶນຄ່າເຊົ່າ ສໍາລັບເຈົ້າຂອງທີ່ດິນ ໂດຍຊ່ອຍໃຫ້ເຂົາເຈົ້າຫຼຸດພາສີລາຍໄດ້ຂອງເຂົາເຈົ້າ.
ນອກຈາກນັ້ນ, ມັນສາມາດດຶງດູດຜູ້ຊື້ ທີ່ສົນໃຈໃນຊັບສິນທີ່ມີ Negative gearing ເນື່ອງຈາກສິດທິປໂຍດດ້ານພາສີທີ່ມີຢູ່, ດ້ວຍເຫດນີ້ຈຶ່ງເພີ່ມມູນຄ່າຂອງເຮືອນ.

Negative gearing encourages investment in property to meet rental demands and prevent housing affordability issues.
Peter Koulizos ແມ່ນຜູ້ອໍານວຍການໂຄງການຂອງ ປະຣິນຍາໂທດ້ານຊັບສິນທີ່ມະຫາວິທະຍາໄລ Adelaide.
Negative gearing ຍັງສາມາດຈໍາກັດຄວາມສາມາດ ຂອງຜູ້ລົງທຶນ ໃນການຊື້ຊັບສິນເພີ່ມເຕີມ ເນື່ອງຈາກຜົນກະທົບ ຂອງມັນຕໍ່ການຈ່າຍດອກເບັ້ຍເງິນກູ້ຄືນຕໍ່ທະນາຄານ, ຕາມທີ່ທ່ານ Koulizos ວ່າ.
ຖ້າເຂົາເຈົ້າ Negative gearing ຜິດຊັບສິນ, ເຊັ່ນ Apartment ໃຫມ່ ທີ່ບໍ່ມີການເຕີບໂຕຂອງເງິນຕົ້ນທຶນຫລາຍ. ບໍ່ພຽງແຕ່ພວກເຂົາເຈົ້າ ສູນເສັຍເງິນ ອາທິດຕໍ່ອາທິດ, ແຕ່ຍັງບໍ່ມີການເຕີບໂຕ ຂອງເງິນຕົ້ນທຶນ, ຫຼືການເຕີບໂຕຂອງເງິນຕົ້ນທຶນ ທີ່ຈໍາກັດຫຼາຍ. ດັ່ງນັ້ນ, ພວກເຂົາກໍຈະຂາດທຶນເຊັ່ນກັນ.Peter Koulizos, Program Director of the Master of Property degree, University of Adelaide.

Negative gearing can reduce rental costs for landlords and attract buyers due to tax benefits.
ຜົນກະທົບຕໍ່ຕລາດເຮືອນເຊົ່າ
ທ່ານ Stephen Mickenberger, ຜູ້ບໍຣິຫານກຸ່ມບໍຣິການ ດ້ານການເງິນ ແລະຫົວຫນ້າຜູ້ບັນຍາຍຂອງ Canstar, ອະທິບາຍວ່າ Negative gearing ມີຜົນກະທົບແນວໃດ ຕໍ່ຕລາດເຮືອນເຊົ່າ.
ທ່ານກ່າວວ່າ ຣັຖບານອະນຸຍາດໃຫ້ມີ Negative gearing ເພື່ອຊຸກຍູ້ການລົງທຶນ ໃນທີ່ຢູ່ອາສັຍ ແລະໃຫ້ແນ່ໃຈວ່າ ມີເຮືອນພຽງພໍຕໍ່ການໃຫ້ເຊົ່າ.
ຣັຖບານອະນຸຍາດໃຫ້ມີ Negative gearing ເພື່ອຊຸກຍູ້ ໃຫ້ປະຊາຊົນລົງທຶນໃນຊັບສິນ ໂດຍສະເພາະໃນຊັບສິນທີ່ຢູ່ອາສັຍ ເພື່ອໃຫ້ແນ່ໃຈວ່າມີທີ່ຢູ່ອາສັຍພຽງພໍຕໍ່ຄວາມຕ້ອງການ ໃນເຮືອນເຊົ່າ.Stephen Mickenberger, Group Executive of Financial Services and Chief Commentator at Canstar.
ຖ້າຫາກວ່າ Negative gearing ຖືກລົບລ້າງ, ມັນອາດຈະພາໃຫ້ຄ່າເຊົ່າສູງຂຶ້ນ ແລະການຂາດແຄນເຮືອນເຊົ່າ.
ຜົນປໂຍດໄລຍະຍາວ ຂອງການລົງທຶນດ້ານຊັບສິນ.
ທ່ານ Peter Koulizos ກ່າວວ່າ Negative gearing ແມ່ນການແລກປ່ຽນ ທີ່ພວກນັກລົງທຶນເຮັດ ເພື່ອໃຫ້ໄດ້ຜົນປໂຍດຈາກກຳໄລ ຂອງເງິນຕົ້ນທຶນ ເມື່ອຂາຍຊັບສິນໃນອະນາຄົດ ເຖິງແມ່ນວ່າຈະມີການຂາດທຶນໃນເບື້ອງຕົ້ນກໍຕາມ.
ທ່ານ Koulizos ກ່າວຕື່ມວ່າ ການລົງທຶນໃນຊັບສິນ ອະນຸຍາດໃຫ້ ຜູ້ຄົນສ້າງຄວາມຮັ່ງມີ ໃນໄລຍະຍາວ ແລະຫຼຸດຜ່ອນການເພິ່ງເງິນບຳນານ ຂອງຣັຖບານ ແລະເງິນສນັບສນູນການກະສຽນ.
"ເຖິງແມ່ນວ່າ ທ່ານຈະເປັນເຈົ້າຂອງຊັບສິນການລົງທຶນ ທີ່ມີມູນຄ່າ 500,000 ໂດລາ ແລະໃນທີ່ສຸດທ່ານກໍໄດ້ຈ່າຍຄ່າຊັບສິນນັ້ນ, ທ່ານອາດຈະບໍ່ມີສິດ ໄດ້ຮັບເງິນບໍານານ ຫຼືຖ້າທ່ານມີສິດ, ທ່ານຈະໄດ້ຮັບພຽງແຕ່ສ່ວນຫນຶ່ງເທົ່ານັ້ນ. ສະນັ້ນ, ພວກເຂົາເຈົ້າ ຈຶ່ງເປັນພາລະຕໍ່ຣັຖບານໜ້ອຍລົງ."
ປີງົບປະມານ ຂອງອອສເຕຣເລັຍສິ້ນສຸດລົງ ໃນວັນທີ 30 ມິຖຸນາ ແລະການເກັບພາສີ ສໍາລັບປີງົບປະມານຜ່ານມາ ຕ້ອງໄດ້ຖືກຍື່ນແຈ້ງລະຫວ່າງວັນທີ 1 ກໍລະກົດ ຫາວັນທີ 31 ຕຸລາ.