Key Points
- ກະສັດແຫ່ງຣາຊອານາຈັກ ຍັງເປັນປະມຸກຣັດ ຂອງອອສເຕຣເລັຍ ອີກດ້ວຍ.
- ປະເທດທັງຫມົດໃນເຄືອຈັກກະພົບ ເປັນປະເທດທີ່ ມີເອກຣາຊ
- ກະສັດບໍ່ໄດ້ມີສ່ວນກ່ຽວຂ້ອງໂດຍກົງ ໃນການດຳເນີນງານປະຈໍາວັນຂອງ ອອສເຕຣເລັຍ
- ການເຄື່ອນໄຫວ “ສາທາຣະນະຣັຖອອສເຕຣເລັຍ” ເຊື່ອວ່າ ຊາວອົດສະຕຣາອອສເຕຣເລັຍ ຄວນເລືອກເອົາຜູ້ນຳ ຂອງຕົນເອງ.
ທ່ານ Campbell Rhodes ນັກຄົ້ນຄວ້າ ຈາກຫໍພິພິດທະພັນ ປະຊາທິປະໄຕ ອອສເຕຣເລັຍໃນນະຄອນ Canberra ກ່າວວ່າ: "ອອສເຕຣເລັຍຖືກສ້າງຕັ້ງ ເປັນຫົວເມືອງຂຶ້ນ ຂອງສຫະຣາຊອານາຈັກ ອັງກິດ ແລະດັ່ງນັ້ນ ຈຶ່ງໄດ້ຢືມ ຫຼືດັດແປງ ປະເພນີຂອງອັງກິດຫຼາຍຢ່າງ ລວມທັງລະບອບການປົກຄອງແລະຫນຶ່ງໃນນັ້ນແມ່ນ ຖາບັນພຣະມຫາກະສັດ." ດັ່ງນັ້ນ, ກະສັດ ຫຼື ພຣະຣາຊິນີ ຂອງສຫະຣາຊອານາຈັກ ຍັງເປັນປະມຸກ ຂອງອອສເຕຣເລັຍ ນຳອີກ
Elizabeth Alexandra Mary Windsor ເປັນພຣະຣາຊິນີ ຂອງສຫະຣາຊອານາຈັກ ແລະ ອີກ 14 ອານາຈັກໃນເຄືອຈັກກະພົບ (Commonwealth Realms) ນັບຕັ້ງແຕ່ ການປົກຄອງຂອງນາງ ໄດ້ເລີ່ມຕົ້ນໃນເດືອນກຸມພາ 1952.
Elizabeth ທີ 2 ໄດ້ ເປັນຣາຊິນີ ທີ່ດຳຣົງຕຳແໜ່ງດົນທີ່ສຸດໃນປວັດສາດ ຂອງອັງກິດ. ດ້ວຍການຕາຍຂອງນາງ, Charles ລູກຊາຍຂອງນາງຈຶ່ງໄດ້ກາຍເປັນກະສັດ. ພຣະອົງໄດ້ເລີ່ມຄອງຣາຊ ໃນຖານະກະສັດ Charles III.
ທຸກປະເທດທັງຫມົດຂອງເຄືອຈັກກະພົບ ເປັນປະເທດອະທິປະໄຕ ທີ່ມີກົດຫມາຍຂອງຕົນເອງ ແລະຣັຖບານຂອງຕົນເອງ.
ໂຄງສ້າງ ແລະອໍານາດຂອງຣັຖບານ ຂອງພວກເຮົາ ແມ່ນໄດ້ລະບຸໄວ້ໂດຍຣັຖທັມນູນ ຂອງອອສເຕຣເລັຍ, Sandy Biar, ຜູ້ອໍານວຍການແຫ່ງຊາດ ຂອງຂບວນການ ສາທາຣະນະຣັຖ ອອສເຕຣເລັຍ (The Australian Republic Movement - ARM) ອະທິບາຍ.
"ອອສເຕຣເລັຍ ມີຣັຖທັມນູນທີ່ເປັນລາຍລັກອັກສອນ ແລະມັນເປັນກົດຫມາຍທີ່ປົກຄອງ ເໜືອກົດຫມາຍອື່ນໆ ທັງຫມົດ, ແລະຜູ້ອາວຸໂສທີ່ສຸດໃນຣັຖທັມນູນນັ້ນ ແມ່ນ ກະສັດ ຫຼື ຣາຊິນີ ຂອງສຫະຣາຊອານາຈັກ ຄົນນັ້ນເອີ້ນວ່າ ປະມຸກຂອງຣັດ ຂອງພວກເຮົາ ແລະຍ້ອນວ່າ ປະມຸກຣັດ ຂອງພວກເຮົາ ດໍາລົງຊີວິດຢູ່ອີກຟາກຫນຶ່ງຂອງໂລກ ພວກເຂົາຈຶ່ງໄດ້ແຕ່ງຕັ້ງຕົວແທນ ໄປທີ່ອອສເຕຣເລັຍເພື່ອປະຕິບັດຫນ້າທີ່ແທນພວກເຂົາ, ຜູ້ທີ່ເອີ້ນວ່າຜູ້ປົກຄອງທົ່ວໄປ ຫຼື (the Governor General)"

With the death of Queen Elizabeth II, her son Charles became King. He has begun his reign as King Charles III. Credit: Carl Court/AP/AAP Image
ກະສັດເປັນປະມຸກຂອງອອສເຕຣເລັຍ. ດັ່ງນັ້ນ, ພວກເຮົາຈຶ່ງກ່າວເຖິງອອສເຕຣເລັຍວ່າເປັນ “ລະບອບກະສັດພາຍໃຕ້ຣັຖທັມນູນ (Constitutional Monarchy)”
"ປະມຸກຣັດ ແມ່ນຕຳແໜ່ງທາງພິທີການ”. ທ່ານນາງ Judith Brett, ສາສດາຈານບຳນານດ້ານການເມືອງທີ່ ມະຫາວິທະຍາໄລ LaTrobe ກ່າວ.
“ພວກເຂົາເຈົ້າ ບໍ່ມີອໍານາດບໍລິຫານ, ໃນຂນະທີ່ແມ່ນຫົວຫນ້າຣັຖບານ ທີ່ມີອໍານາດບໍລິຫານ. ສະນັ້ນ ຈຶ່ງມີການແບ່ງແຍກ ລະຫວ່າງ ປະມຸກຣັດ ທີ່ເປັນສັນຍາລັກ ທີ່ໝາຍເຖິງຄວາມເປັນອັນຫນຶ່ງດຽວກັນຂອງປະເທດ, ແລະຫົວຫນ້າຣັຖບານ ທີ່ມາຈາກການເລືອກຕັ້ງ."
ກະສັດບໍ່ໄດ້ກ່ຽວຂ້ອງໂດຍກົງ ໃນການດໍາເນີນງານ ປະຈໍາວັນ ຂອງອອສເຕຣເລັຍແລະບໍ່ມີອິດທິພົນໂດຍກົງຕໍ່ສັງຄົມ, ເສດຖະກິດຫຼື ຣັຖບານ ຂອງອອສເຕຣເລັຍອີກຕໍ່ໄປ.
"ແຕ່ໃຫ້ຄວາມສົນໃຈ ແລະຮູ້ເລື່ອງກ່ຽວກັບອອສເຕຣເລັຍ ເປັນຢ່າງດີ. ທຸກມື້ນີ້ ນາງມີໜ້າທີ່ໃນຖານະທີ່ປຶກສາ ແລະເປັນຄົນໃກ້ຊິດຂອງນາຍົກຣັຖມົນຕີ ."
ບົດບາດຂອງຜູ້ປົກຄອງທົ່ວໄປ (the Governor General) ແມ່ນຫຍັງ?
ກະສັດ Charles III ມີຕົວແທນໃນ ອອສເຕຣເລັຍຄື ຜູ້ປົກຄອງທົ່ວໄປ (the Governor General) ໃນ Canberra ແລະມີຜູ້ປົກຄອງ ໃນເມືອງຫຼວງ ຂອງແຕ່ລະຣັດ.
ຜູ້ປົກຄອງທົ່ວໄປ (the Governor General) ໄດ້ຮັບການແຕ່ງຕັ້ງໂດຍພຣະຣາຊິນີ ຫຼືກະສັດ ຕາມຄໍາແນະນໍາຂອງ ຣັຖບານ ອອສເຕຣເລັຍ. ໃນຂນະນີ້ ຜູ້ປົກຄອງທົ່ວໄປຂອງອອສເຕຣເລັຍແມ່ນ ພນະທ່ານ David Hurley.
ແບບດຽວກັນກັບກະສັດ, ຜູ້ປົກຄອງທົ່ວໄປ (the Governor General) ບໍ່ໄດ້ມີ ສ່ວນກ່ຽວຂ້ອງ ໃນການດໍາເນີນງານຂອງຣັຖບານໃນແຕ່ລະວັນ ແຕ່ພວກເຂົາເຈົ້າມີຄວາມຮັບຜິດຊອບທີ່ສໍາຄັນ.
ທຸກເທື່ອທີ່ຣັຖສະພາຜ່ານກົດໝາຍ ຫຼືເຮົາຈະມີການເລືອກຕັ້ງເຮົາຈະຕ້ອງມີ ຜູ້ຕ່າງໜ້າ (ຂອງກະສັດ) ເຊັນອະນຸມັດ.Sandy Biar, National Director of the Australian Republic Movement.
ຕົວແທນຂອງກະສັດຍັງຕ້ອງເຊັນອະນຸມັດຕຳແນ່ງນາຍົກຣັຖມົນຕີຂອງ ອອສເຕຣເລັຍ “ຕາມທັມດາແລ້ວແມ່ນຜູ້ທີ່ໄດ້ບ່ອນນັ່ງຫຼາຍທີ່ສຸດໃນສະພາ ທີ່ມາຈາກການເລືອກຕັ້ງຄັ້ງສຸດທ້າຍ.”

Queen Elizabeth II watches Tjapukai Aboriginal ceremonial fire performance near Cairns, 2002. Credit: Torsten Blackwood/AFP via Getty Images
ການຕັດສາຍສຳພັນ
ໃນປີ 1986 ກົດຫມາຍອອສເຕຣເລັຍໄດ້ຕັດການເຊື່ອມໂຍງ ຢ່າງເປັນທາງການ ຄັ້ງສຸດທ້າຍລະຫວ່າງຣັຖບານອັງກິດ ແລະອອສເຕຣເລັຍ, ໂດຍຍົກເວັ້ນມະຫາກະສັດ.
ຫຼາຍປະເທດອານານິຄົມຂອງອັງກິດ ໄດ້ສແວງຫາຄວາມເປັນເອກະຣາດ ແລະຕັດສາຍພົວພັນກັບສະຖາບັນກະສັດ. ຫຼ້າສຸດແມ່ນ Barbados ໃນເດືອນພະຈິກ, ຊຶ່ງຍັງເຫຼືອ 15 ປະເທດໃນເຄືອຈັກກະພົບ.
ແລະນີ້ກໍແມ່ນ ຄັ້ງທໍາອິດໃນອອສເຕຣເລັຍ ທີ່ຣັຖບານພັກແຮງງານ ປະຈຸບັນ ໄດ້ແຕ່ງຕັ້ງ ທ່ານ Matt Thistlethwaite ເປັນຜູ້ຊ່ວຍຣັຖມົນຕີ ຂອງສາທາຣະນະຣັດ (Minister for the Republic)
ຫຼາຍຄົນຮູ້ສຶກວ່າ ອອສເຕຣເລັຍ ສະແດງອາການຂອງ ສາທາຣະນະຣັຖຫຼາຍຂຶ້ນ. ທ່ານ SandyBiar ຈາກການຂບວນການສາທາຣະນະຣັຖອອສເຕຣເລັຍ (The Australian Republic Movement) ກໍາລັງຊຸກຍູ້ໃຫ້ມີການປ່ຽນແປງ.
SandyBiar ເຊື່ອວ່າ ເພາະມັນສົມເຫດສົມຜົນ ທີ່ວ່າ ການຕັດສິນໃຈທັງຫມົດ ໃນປະເທດທີ່ເປັນອິດສຣະ ຢ່າງປະເທດເຮົາ ແມ່ນໄດ້ຮັບການຕັດສິນໃຈແບບປະຊາທິປະໄຕ ແລະຕົວແທນຂອງພວກເຮົາ ໃຫ້ຄວາມສຳຄັນຕໍ່ຜົນປໂຍດ ຂອງອອສເຕຣເລັຍ ກ່ອນສິ່ງອື່ນ."
ທ່ານນາງ Judith Brett ກ່າວວ່າ ຄວາມຮູ້ສຶກທີ່ມີຕໍ່ກະສັດອັງກິດກໍປ່ຽນໄປເຊັ່ນກັນ.
ໃນຂນະນີ້ ດ້ວຍວ່າການເດີນທາງ ທາງອາກາດຫລາຍກວ່າຂຶ້ນ ນັ້ນມັນເລີຍບໍ່ໄດ້ມີຜົນກະທົບແບບດຽວກັນຄືຫຼາຍສິບປີກ່ອນ."

The Duke and Duchess of Cambridge visit Taronga Zoo, Sydney during their official 2014 tour to New Zealand and Australia Credit: Anthony Devlin/PA Images via Getty Images
ດ້ວຍວ່າການເຄື່ອນໄຫວ ຂອງຂບວນການສາທາຣະນະຣັຖ ໄດ້ຢັ່ງຮາກຢູ່ ໃນຫລາຍປະເທດ ຂອງເຄືອຈັກກະພົບ (Commonwealth), ເມື່ອບໍ່ດົນມານີ້ ກະສັດ Charles III ໄດ້ຮັບຮູ້ຂອງການປ່ຽນແປງນີ້ ໃນລະຫວ່າງການເປີດກອງປະຊຸມໃຫຍ່ ຂອງ Commonwealth Heads of Government Meeting (CHOGM) ຂອງເຄືອຈັກກະພົບ ໃນ Rwanda ແລະກ່າວວ່າ Commonwealth ຊຶ່ງເປັນຕົວແທນຂອງຫນຶ່ງສ່ວນສາມ ຂອງມະນຸດຊາດ ຈະເປັນ "ສະມາຄົມເສຣີ ຂອງບັນດາປະເທດ ທີ່ເປັນອິດສຣະ ແລະປົກຄອງຕົນເອງສເມີ".
"ຂ້າພະເຈົ້າຢາກກ່າວຢ່າງຊັດເຈນດັ່ງທີ່ຂ້າພະເຈົ້າໄດ້ກ່າວມາກ່ອນວ່າ ກ່ຽວກັບຣັຖທັມນູນ ຂອງສະມາຊິກແຕ່ປະເທດ ບໍ່ວ່າແມ່ນໃນຖານະປະເທດ ສາທາຣະນະຣັຖ ຫຼືສະຖາບັນກະສັດນັ້ນເປັນເລື່ອງສໍາລັບແຕ່ລະປະເທດສະມາຊິກທີ່ຈະຕັດສິນໃຈ" Charles III ໄດ້ບອກຕໍ່ປະທານາທິບໍດີ ແລະ ນາຍົກຣັຖມົນຕີຂອງປະເທດ ທີ່ເຂົ້າຮ່ວມປະຊຸມ.
ໃນຊ່ວງປີທີ່ຜ່ານມາ ARM ໄດ້ປຶກສາ ຊາວອອສເຕຣເລັຍ ຫຼາຍກວ່າ 8,000 ຄົນເພື່ອໃຫ້ເຂົ້າໃຈວ່າສາທາຣະນະຣັຖ ອອສເຕຣເລັຍ ອາດຈະເປັນແບບໃດ ແລະໄດ້ປະກາດ ໃນເດືອນມັງກອນ ປີ2022. ມັນອະທິບາຍເຖິງສິ່ງທີ່ຈໍາເປັນ ຕ້ອງປ່ຽນແປງ ຕໍ່ຣັຖທັມນູນຂອງອອສເຕຣເລັຍ ເພື່ອວ່າປະມຸກຂອງປະເທດ ຈະໄດ້ຮັບການເລືອກຕັ້ງ ຈາກປະຊາຊົນ ອອສເຕຣເລັຍ