ຈຸດສຳຄັນ:
- ນັກເດີນປ່າຫລົງທາງທຸກມື້, ແຕ່ການວາງແຜນທີ່ສລາດ ສາມາດຊ່ວຍຊີວິດຂອງທ່ານໄດ້.
- ຖ້າຫລົງທາງ, ໃຫ້ທ່ານນັ່ງລົງ ແລະສງົບສະຕິ ລົງກ່ອນທີ່ທ່ານ ຈະຕັດສິນໃຈທີ່ບໍ່ດີ.
- ຢູ່ໃນປ່າ ສັນຍານໂທຣະສັບມືຖືອາດຈະບໍ່ດີ, ແຕ່ເຄື່ອງສົ່ງສັນຍານສຸກເສີນກໍມີໃຫ້ທ່ານເຊົ່າ.
- ອາສາສມັກ ຄົ້ນຫາ ແລະກູ້ພັຍໃນປ່າຂອງ SES (SES Bush Search and Rescue) ຈະຊ່ວຍທ່ານໃນກໍຣະນີສຸກເສີນ.
ປະມານ 95 ເປີເຊັນ ຂອງຜູ້ຫຼົງທາງຢູ່ໃນປ່ານັ້ນ ແມ່ນຖືກພົບເຫັນ ພາຍໃນ 12 ຊົ່ວໂມງ.
ນີ້ຕ້ອງຂອບໃຈອາສາສມັກ ທີ່ອຸທິດຕົນ ເຊັ່ນ Caro Ryan, ຮອງຜູ້ບັນຊາການຫນ່ວຍ ຂອງ NSW SES Bush Search and Rescue. Ms Ryan ເປັນນັກສຶກສາ ທີ່ມີຄວາມກະຕືລືລົ້ນ ໃນການກຽມພ້ອມໃນເດີນປ່າ.
"ມີອັກສອນຫຍໍ້ທີ່ມີປໂຍດແທ້ໆ ທີ່ເຮົາຕ້ອງຈື່, ແລະມັນແມ່ນ Trek, T-R-E-K."
T ຫຍໍ້ມາຈາກ Take what you need-ພົກເອົາສິ່ງທີ່ທ່ານຕ້ອງການ;
R ຫຍໍ້ມາຈາກ Register your intentions-ລົງທະບຽນຄວາມປະສົງຂອງທ່ານ;
E ຫຍໍ້ມາຈາກ Emergency communications or emergency beacon-ການສື່ສານສຸກເສີນ ຫຼືເຄື່ອງສົ່ງສັນຍານສຸກເສີນ;
K ຫຍໍ້ມາຈາກ Know your route and stick to it-ຮູ້ເສັ້ນທາງຂອງທ່ານ ແລະຕິດຢູ່ກັບມັນ.

Preparedness will increase the likelihood of being found. Credit: pixdeluxe/Getty Images
ພົກເອົາສິ່ງທີ່ທ່ານຕ້ອງການ
- ສິ່ງທີ່ຕ້ອງໃສ່ໃນເປ້ນ້ອຍໆໄດ້ແກ່:
- ອາຫານ-ລວມທັງອາຫານວ່າງ ເຊັ່ນຫມາກຖົ່ວ ແລະຊ໊ອກໂກແລັດ
- ນໍ້າ–ຫນຶ່ງລິດສຳຣັບທຸກໆສາມຊົ່ວໂມງ
- ຊັ້ນເສື້ອຜ້າໃນສີທີ່ສົດໃສ
- ໝວກ ແລະຢາທາກັນແດດ
- ເກີບທີ່ໃສ່ສະບາຍເຊັ່ນ: ເກີບໃສ່ແລ່ນ(joggers)ຫຼືເກີບເດີນປ່າ ສໍາລັບພູມປະເທດທີ່ຍ່າງລຳບາກ
- ເສື້ອກັນຝົນ
- ແຜນທີ່ ແລະເຂັມທິດ ຖ້າທ່ານຮູ້ວິທີໃຊ້, ຫຼືດາວໂຫລດແອັບ navigation ໃສ່ໂທຣະສັບຂອງທ່ານ
- ຊຸດປະຖົມພະຍາບານ
Ms Ryan ກ່າວວ່າ "ແລະສິ່ງທີ່ດີທີ່ສຸດຢ່າງນຶ່ງ ທີ່ທ່ານຄວນຈະພາໄປນໍາ ກໍຄືຫມູ່ບາງຄົນ”.
Walking alone increases the risks and if you’ve got people with you, you’ve got someone to back you up.Caro Ryan, Deputy Unit Commander, NSW SES Bush Search and Rescue
ກຸ່ມທີ່ເຫມາະສົມທີ່ສຸດ ແມ່ນກຸ່ມຢ່າງນ້ອຍສີ່ຄົນ. ວິທີນີ້ ຖ້າຫາກມີຄົນໄດ້ຮັບບາດເຈັບ, ຄົນຫນຶ່ງສາມາດຢູ່ກັບຜູ້ບາດເຈັບ ໃນຂນະທີ່ສອງຄົນຊອກຫາຄວາມຊ່ອຍເຫລືອ.

It's also vital to let other people know your plans. Credit: visualspace/Getty Images
ລົງທະບຽນຄວາມປະສົງຂອງທ່ານ
ທ່ານສາມາດແຈ້ງໃຫ້ອຸທຍານ ແລະສັດປ່າ ແຫ່ງຊາດ, ຕໍາຫຼວດຫຼືເພື່ອນທີ່ໄວ້ວາງໃຈໄດ້.
ໃຫ້ລາຍລະອຽດເຊັ່ນ: ເສັ້ນທາງຂອງທ່ານ ແລະເວລາທີ່ທ່ານຄາດວ່າຈະກັບມາ ແລະຢ່າລືມແຈ້ງໃຫ້ຜູ້ຕິດຕໍ່ຂອງທ່ານຮູ້ ເມື່ອທ່ານກັບມາ.
ເຄື່ອງສົ່ງສັນຍານສຸກເສີນ (Emergency beacons)
ສັນຍານໂທຣະສັບມືຖື ອາດຈະບໍ່ໄດ້ດີຢູ່ໃນປ່າ, ດັ່ງນັ້ນ ນັກເດີນປ່າ ມັກຈະພົກເຄື່ອງສົ່ງສັນຍານສຸກເສີນສ່ວນໂຕ (Personal Locator Beacon-PLB). ສິ່ງນີ້ຈະຊ່ອຍໃຫ້ດາວທຽມລະບຸຕຳແໜ່ງຂອງທ່ານໄດ້.
Kirsten Mayer ເຈົ້າຫນ້າທີ່ບໍລິຫານ ຂອງ Bushwalking NSW ກ່າວວ່າ "ຖ້າຫາກທ່ານປະສົບບັນຫາຮ້າຍແຮງ ທ່ານກໍສາມາດໃຊ້ PLB ໄດ້.
ທ່ານສາມາດເຊົ່າ PLBs ຈາກຮ້ານຂາຍເຄື່ອງນອກຮົ່ມ ແລະສຳນັກງານອຸທະຍານແຫ່ງຊາດ, ແລະແມ່ນແຕ່ ສະຖານີຕໍາຫຼວດທີ່ຕັ້ງຢູ່ໃກ້ກັບອຸທະຍານແຫ່ງຊາດ.
ຟຣີອີກດ້ວຍ. ມັນຕ້ອງມີສັນຍານໂທຣະສັບ ແຕ່ຈະໃຫ້ຕຳແໜ່ງຂອງທ່ານ ແລະໃຫ້ທ່ານໂທຂໍຄວາມຊ່ວຍເຫຼືອ.
ຮູ້ເສັ້ນທາງຂອງທ່ານ ແລະຕິດຢູ່ກັບມັນ
Caro Ryan ກ່າວວ່າ "ນີ້ຫມາຍເຖິງການຮູ້ວ່າ ທ່ານຈະໄປໃສແທ້, ໄປຕາມປ້າຍ, ໃຊ້ແຜນທີ່, ຮູ້ວ່າທ່ານຈະອອກໄປເວລາໃດ ແລ້ວບໍ່ປ່ຽນເສັ້ນທາງຂອງທ່ານ ຕາມທີ່ໄດ້ວາງໄວ້"
"ຈື່ໄວ້ວ່າ ທ່ານໄດ້ບອກຄົນໄວ້ວ່າທ່ານຈະໄປໃສ, ເພື່ອວ່າຫນ່ວຍງານສຸກເສີນ ຈະຮູ້ວ່າທ່ານຢູ່ໃສ ເພື່ອຈະມາຊອກຫາທ່ານ"
Be smart and choose a bushwalk to suit you.Caro Ryan, Deputy Unit Commander, NSW SES Bush Search and Rescue
ຫນຶ່ງໃນຄວາມສ່ຽງທີ່ພົບເຫັນຫຼາຍທີ່ສຸດທີ່ຜູ້ຄົນເຮັດແມ່ນການເລືອກເສັ້ນທາງທີ່ບໍ່ເຫມາະສົມ.
"ຄວາມແຂງແຮງ (fitness)ໃນການເດີນປ່ານັ້ນແຕກຕ່າງກັນ ໂດຍສະເພາະເມື່ອມີຂັ້ນໄດຫຼາຍ, ພູມປະເທດທີ່ສູງ ແລະພວກເຮົາກໍແບກເປ້ອີກ. ມັນຈະຍາກຂຶ້ນກວ່າເກົ່າເມື່ອຢູ່ໃນສະພາບອາກາດຮ້ອນ."
Ms Ryan ກ່າວວ່າການຕັດສິນຄວາມແຂງແຮງ (fitness) ຂອງພວກເຮົາຜິດພາດ ແມ່ນເປັນເລື່ອງປົກກະຕິ.
ແລະຖ້າຫາກວ່າທ່ານຍັງໃຫມ່ຕໍ່ການເດີນປ່າໃນອອສເຕຣເລັຍ, ໃຫ້ເລີ່ມຕົ້ນໃນລະດັບຫນຶ່ງ.

If you don’t have an emergency beacon, try your best to make yourself visible. Credit: Nicole Bordes
ຈະເຮັດແນວໃດ ຖ້າທ່ານຫຼົງທາງແທ້ໆ?
ສິ່ງທໍາອິດທີ່ຕ້ອງເຮັດ ຄືນັ່ງລົງ ແລະສງົບຈິດໃຈໂຕເອງລົງ.
Ms Ryan ແນະນໍາວ່າ :ດື່ມນ້ຳ. ຖ້າທ່ານໄດ້ນໍາເອົາເຕົາສນາມມານຳ ໃຫ້ຊົງນ້ຳຊາດື່ມ.
"ການນັ່ງລົງ ຈະຊ່ອຍໃຫ້ທ່ານຕັດສິນໃຈໄດ້ດີຂຶ້ນ"
"ສິ່ງທີ່ຮ້າຍແຮງທີ່ສຸດ ທີ່ທ່ານສາມາດເຮັດໄດ້ ແມ່ນເຮັດໃຫ້ຕົວທ່ານເອງຫຼົ ງທາງຫລາຍຂຶ້ນ ໂດຍການຍ່າງຕໍ່ໄປ ແລະຄິດວ່າ 'ເຮົາແນ່ໃຈວ່າມັນຢູ່ໃກ້ໆນີ້'. ນັ້ນແມ່ນສິ່ງທີ່ພວກເຮົາເອີ້ນວ່າ 'ການດັດແຜນທີ່-bending the map’."
ທ່ານຈື່ໄດ້ບໍວ່າ ເທື່ອສຸດທ້າຍທີ່ທ່ານຮູ້ວ່າທ່ານຢູ່ໃສ? ບາງທີທ່ານອາດໄດ້ເຫັນປ້າຍ ຫຼືທາງແຍກ.
ຖ້າຫາກວ່າ ທ່ານສາມາດກັບໄປບ່ອນນັ້ນ ໃນໄລຍະສັ້ນ, ໃຫ້ເຮັດເຄື່ອງຫມາຍຂອງທ່ານດ້ວຍວັດຖຸ.
ແລະຖ້າຫາກວ່າ ທ່ານມີບັນຫາທີ່ແທ້ໆ, ເຮັດໃຫ້ຄົນອື່ນເຫັນຕົວທ່ານໄດ້. ເມື່ອສະພາບອາກາດ ແລະຊັບພະຍາກອນອຳນວຍ, SES ກໍຈະໃຊ້ເຮລິຄອບເຕີ ເພື່ອຊອກຫາທ່ານ.

Around 95 per cent are found within 12 hours by SES Bush Search and Rescue. Credit: Raoul Wegat/Getty Images
ຖ້າຫາກວ່າທ່ານໄດ້ຮັບບາດເຈັບ ຫຼືສະພາບອາກາດບໍ່ດີ, ໃຫ້ຊອກຫາສະຖານທີ່ ທີ່ພັກເຊົາໄດ້. ຖອດເສື້ອຜ້າປຽກອອກ ແລະຖ້າທ່ານສາມາດເຮັດໄດ້, ໃຫ້ດັງໄຟ. ນີ້ຈະຊ່ວຍໃນການຊອກຫາທ່ານ.
ກວດເບິ່ງສະບຽງອາຫານຂອງທ່ານ. ທ່ານອາດຈະຕ້ອງປັນສ່ວນອາຫານ ແລະນ້ຳຂອງທ່ານ ໃນຂນະທີ່ລໍຖ້າການຊ່ວຍເຫຼືອ.
ກ່ອນທີ່ທ່ານຈະໄປເດີນປ່າ
ຈົບຫຼັກສູດການປະຖົມພະຍາບານເພື່ອໃຫ້ທ່ານສາມາດເບິ່ງແຍງຕົວເອງ ແລະຄົນຮອບຂ້າງໄດ້.
Kirsten Mayer ກ່າວວ່າ: ເຂົ້າຮ່ວມສະໂມສອນເດີນປ່າ.
"ທ່ານຈະມີຂນາດກຸ່ມເພື່ອຄວາມປອດພັຍໃນປ່າ. ທ່ານຈະພົບຄົນທີ່ເປັນມິດ ເພື່ອສອນທ່ານວິທີການອ່ານແຜນທີ່ ແລະເຂັມທິດ, ວິທີການປະຕິບັດ ໃນການປະຖົມພະຍາບານ ແລະສິ່ງທີ່ຄວນເຮັດ ເມື່ອທ່ານມີບັນຫາ. ຍິ່ງໄປກວ່ານັ້ນ ພວກເຂົາຈະພາທ່ານໄປສະຖານທີ່ ທີ່ຫນ້າອັດສະຈັນ ທີ່ຄົນສ່ວນໃຫຍ່ບໍ່ໄດ້ໄປ."

Joining a bushwalking group is a great idea to explore Australia's nature. Credit: andresr/Getty Images
ຊັບພະຍາກອນ
- ສໍາລັບສະໂມສອນເດີນປ່າ ແລະຂໍ້ມູນຄວາມປອດພັຍ ທົ່ວອອສເຕຣເລັຍ:
- ທ່ານສາມາດລົງທະບຽນແຜນການເດີນປ່າຂອງທ່ານກັບ:
- ຂອງ Caro Ryan
- –Day Hike ຂອງ Caro Ryan