ເຫດການຕ່າງໆທີ່ເກີດຂຶ້ນໃນປີ 2022...ຈາກ SBS News.
ໃນຂນະທີ່ປີ 2021 ໄດ້ເຂົ້າສູ່ປີ 2022, ຊາວອອສເຕຣເລັຍສ່ວນຫລາຍ ກໍຫວັງວ່າຈະເປັນປີທີ່ທ້າທາຍຫນ້ອຍລົງ.
ເຖິງຢ່າງໃດກໍຕາມ, ມັນກໍປາກົດວ່າມັນ ເປັນປີທີ່ມີການຂຶ້ນ-ລົງ ຄ້າຍກັບປີຕ່າງໆທີ່ຜ່ານມາ...ຂ່າວ SBS ຈະພາທ່ານກັບໄປຕັ້ງແຕ່ຕອນຕົ້ນຂອງປີ ຈົນຮອດທ້າຍປີ.
ໃນມື້ທໍາອິດຂອງປີ, ການສະແດງດອກໄມ້ໄຟປີໃຫມ່ ທີ່ເປັນສັນຍາລັກ ຂອງ Sydney ນັ້ນ ແຕກຕ່າງກັນຫຼາຍໃນປີ 2022 ເມື່ອປຽບກັບປີທີ່ຜ່ານມາ.
ທ່າເຮືອ Sydney,ຕາມປົກກະຕິແລ້ວ ຈະຈັດໃຫ້ມີຜູ້ຄົນຫນຶ່ງລ້ານຄົນ ຫລືຫລາຍກວ່ານັ້ນ ສໍາລັບດອກໄມ້ໄຟ. ແຕ່ປີນີ້, ທ່າມກາງການຕິດເຊື້ອ COVID-19 ເພີ່ມຂຶ້ນ, ເຈົ້າເມືອງ Sydney, Clover Moore ໄດ້ກ່າວວ່າມີພຽງແຕ່ 36,000 ຄົນເທົ່ານັ້ນທີ່ມາ.
"ພວກເຮົາຮູ້ສຶກດີໃຈຫຼາຍທີ່ຫຼາຍຄົນເລືອກທີ່ຈະຢູ່ເຮືອນ ແລະເບິ່ງການຖ່າຍທອດສົດທາງ ໂທຣະພາບ, ພວກເຮົາຮູ້ສຶກພໍໃຈແທ້ໆກັບພຶດຕິກັມຂອງຄົນ ທີ່ເຂົ້າມາເບິ່ງ. ເປັນຄືນທີ່ງຽບສງົບດີ."
Omicron ໄດ້ປາກົດວ່າເປັນ variant ຂອງ COVID-19 ໃນຂນະທີ່ ປີໃຫມ່ເລີ່ມຕົ້ນ ແລະການແຂ່ງຂັນເທັນນິສ ອອສເຕຣເລັຍ ຂອງເດືອນມັງກອນ.
ໂດຍສະເພາະມັນໄດ້ສົ່ງຜົນກະທົບ ຕໍ່ໄອດອນເທັນນິສສາກົນ: Novak Djokovic.
ມືອັນດັບຫນຶ່ງຂອງໂລກ ຫວັງວ່າຈະໄດ້ຮັບແຊມປ້ຽນ ຄັ້ງທີ 21 ແຕ່ວີຊາຂອງລາວໄດ້ຖືກຍົກເລີກ ເມື່ອຕອນໄປເຖິງອອສເຕຣເລັຍ. ລາວໄດ້ຖືກຍ້າຍໄປໂຮງແຮມ Carlton's Park Hotel, ບ່ອນທີ່ຜູ້ສນັບສນູນອົບພະຍົບ ແລະແຟນກິລາ ໄດ້ມາເຕົ້າໂຮມກັນ ແລະໂຕ້ຖຽງ ເຖິງຄຸນສົມບັດຂອງຄະດີຂອງລາວ.
"ການໄປສານ, ພວກເຂົາສາມາດເຮັດໄດ້ຫຼາຍຢ່າງ..."
"ພວກເຂົາຈະເອົາເຂົ້າຈີ່ແຫ້ງແລະໜອນໃຫ້ Novak ກິນເຊັ່ນກັນ, ນັ້ນແມ່ນສິ່ງທີ່ພວກເຂົາເຈົ້າໄດ້ເອົາໃຫ້ຜູ້ລີພັຍທີ່ຖືກຂັງໄວ້ຢູ່ໃນນັ້ນກິນ."
"ອອສເຕຣເລັຍຄວນຈະມີຄວາມອາຍ. ລາວບໍຣິຈາກເງິນ 20 ລ້ານໂດລາ ເມື່ອສອງສາມປີກ່ອນ ສໍາລັບໄຟໄຫມ້ປ່າ, ນັກເທັນນິສຄົນອື່ນໆຢູ່ໃສ?"
"ແຕ່ວ່າ, ນັກເທັນນິສຄົນອື່ນໆ ໄດ້ຮັບການຍົກເວັ້ນ, ເປັນຫຍັງພວກເຂົາຈຶ່ງບໍ່ຖືກສົ່ງກັບບ້ານ? ນັ້ນເປັນຄວາມຈິງຫຼືບໍ່?"
"ຂອບໃຈອອສເຕຣເລັຍ ທີ່ໄດ້ຂັງໄວ້ຄືກັບຜູ້ລີ້ພັຍຄືກັບຜູ້ກະທໍາຜິດ."
ຕໍ່ມາລາວໄດ້ຮັບໄຊຊະນະການສູ້ຄະດີໃນສານ ແລະໄດ້ຖືກປົດປ່ອຍຈາກການກັກຂັງຄົນເຂົ້າເມືອງ, ແຕ່ໄດ້ສູນເສັຍຄະດີຕໍ່ໄປ, ໂດຍທີ່ສານຣັຖບານໄດ້ສນັບສນູນການຍົກເລີກວີຊາ ຂອງຣັຖມົນຕີກວດຄົນເຂົ້າເມືອງ ດ້ວຍເຫດຜົນດ້ານ ສາທາຣະນະປໂຍດ, ເພື່ອຫຼຸດຜ່ອນຄວາມສ່ຽງ ຂອງການສົ່ງເສີມ "ຄວາມຄິດເຫັນໃນການຕໍ່ຕ້ານການສັກຢາວັກຊີນ".
ສະນັ້ນລາວຈຶ່ງຖືກເນຣະເທດ ແລະບໍ່ໄດ້ຫລິ້ນຢູ່ທີ່ Open.
ແຕ່ Ash Barty ໄດ້ຫຼິ້ນໃນ Open, ແລະສ້າງປວັດສາດ ໂດຍໄດ້ກາຍເປັນນັກຫລິ້ນຊາວພື້ນເມືອງຄົນທີສອງ ທີ່ໄດ້ຊະນະການແຂ່ງຂັນ ແລະຍິງຄົນທໍາອິດຂອງອອສເຕຣເລັຍໃນຮອບ 44 ປີທີ່ໄດ້ຊະນະເລີດ.
"ຂ້າພະເຈົ້າຄິດວ່າໃນຖານະຄົນ Aussie (ອອສເຕຣເລັຍ)ສິ່ງທີ່ສໍາຄັນທີ່ສຸດຂອງການແຂ່ງຂັນນີ້ຄື ການແບ່ງປັນ ກັບຫຼາຍຄົນ ແລະພວກທ່ານໃນມື້ນີ້ ແມ່ນຝູງຊົນທີ່ພິເສດຫຼາຍ."
Ash Barty ໄດ້ປະກາດເລີກຫຼິ້ນເທັນນິສ ພຽງແຕ່ຫນຶ່ງເດືອນຫຼັງຈາກນັ້ນ.
ນອກຈາກນັ້ນ ໃນເດືອນມັງກອນ (20th), ອອສເຕຣເລັຍໄດ້ມາຮອດຈຸດທີ່ບໍ່ໜ້າຍິນດີໂດຍມີກໍລະນີ corona virus ຫຼາຍກວ່າສອງລ້ານ ກໍລະນີ ນັບຕັ້ງແຕ່ການລະບາດໄດ້ເລີ່ມຕົ້ນ.
ພາຍໃນທ້າຍເດືອນ ອອສເຕຣເລັຍໄດ້ບັນທຶກ ການເສັຍຊີວິດປະຈໍາວັນສູງສຸດ ຂອງ COVID-19 ໂດຍມີ 97ກໍລະນີໃນປະເທດ.
ທ່ານ John Gerrard ຫົວຫນ້າຜແນກ ສຸຂະພາບ ຂອງຣັດ Queensland ໄດ້ກ່າວວ່າ:
"ນີ້ແມ່ນຈຸດສູງສຸດ, ບໍ່ແມ່ນຈຸດຈົບ. ຍັງຈະມີຫຼາຍຄົນທີ່ຈະໄດ້ຮັບມັນ (covid). ພວກເຮົາຢູ່ແຕ່ພຽງເຄິ່ງທາງເທົ່ານັ້ນ. ມັນບໍ່ແມ່ນຈຸດຈົບ. ມັນບໍ່ຊ້າເກີນໄປທີ່ຈະໄດ້ຮັບ booster ນັ້ນ."
ມີສິ່ງທີ່ທີ່ໜ້າຍິນດີ ເມື່ອ Dylan Alcott ກາຍເປັນ Australian of the Year ຂອງປີ2022-ເປັນຄັ້ງທໍາອິດ ໃນປວັດສາດ 62 ປີ ທີ່ຄົນພິການ ໄດ້ຮັບລາງວັນນີ້.
"ເຫດຜົນທີ່ຂ້ອຍລຸກອອກຈາກຕຽງນອນບໍ່ແມ່ນເພື່ອຊະນະຫຼຽນຄໍາ ແລະ grand slams, ມັນແມ່ນການປ່ຽນແປງຄວາມຮັບຮູ້. ດັ່ງນັ້ນຄົນຢ່າງຂ້ອຍ, ຄົນທີ່ມີຄວາມພິການ ໄດ້ຮັບໂອກາດທີ່ເຂົາເຈົ້າຄວນໄດ້ຮັບ."
ໃນເດືອນກຸມພາ, ຣັຖບານກາງໄດ້ເປີດເຂດແດນ ຂອງອອສເຕຣເລັຍຄືນໃຫມ່ ໃຫ້ນັກທ່ອງທ່ຽວຕ່າງຊາດ ທີ່ໄດ້ສັກຢາວັກຊີນຄົບຖ້ວນ (Feb 21).
ແລະໃນວັນທີ 23 ກຸມພາ, ອອສເຕຣເລັຍໄດ້ວາງມາດຕະການ ຂັ້ວມບາດ ຣັສເຊັຍ ກ່ຽວກັບການສ້າງກອງທັບ ຢູ່ໃນເຂດຊາຍແດນ ທີ່ຕິດກັບຢູເຄຣນ.
ນີ້ແມ່ນທ່ານ Scott Morrison ນາຍົກຣັຖມົນຕີ ໃນເວລານັ້ນ.
"ພວກເຮົາບໍ່ມີຄໍາແນະນໍາແນວໃດ ທີ່ວ່າຣັສເຊັຍ ມີເຫດຜົນ.ແຕ່ຢູ່ທີ່ນີ້ ພວກເຂົາເຈົ້າກໍາລັງທຳການລົງໂທດ.ພວກເຂົາປະພຶດຄືກັບພວກນັກເລງ ແລະອັນຕະພານແລະພວກເຂົາເຈົ້າຄວນຖືກເອີ້ນວ່າ ເປັນພວກນັກເລງແລະອັນຕະພານ."
ຣັສເຊັຍໄດ້ບຸກຢູເຄຣນນຶ່ງມື້ຕໍ່ມາ.
ໃນເດືອນມິຖຸນາ, ມີສະພາບອາກາດຮ້າຍແຮງ ໃນທົ່ວຣັດ Queensland ແລະ New South Wales ໄດ້ກໍ່ໃຫ້ເກີດນ້ຳຖ້ວມ ຢ່າງຮ້າຍແຮງ ແລະມີການເສັຍຊີວິດ.
ຫຼັງຈາກ 9 ຄົນເສັຍຊີວິດ, ນາຍົກຂອງຣັດ Queensland, Annastacia Palaszczuk ໄດ້ອອກຄໍາເຕືອນນີ້.
"ທາງກົມ (ອຸຕຸນິຍົມ) ໄດ້ແນະນໍາພວກເຮົາວ່າ ອາດມີພາຍຸຟ້າຜ່າ ທີ່ເປັນອັນຕະລາຍຕໍ່ຊີວິດ ແລະມັນຈະສືບຕໍ່ເປັນໄລຍະ 24 ຫາ 48 ຊົ່ວໂມງຂ້າງໜ້າ. ດັ່ງນັ້ນ, ສະຖານທີ່ ທີ່ປອດພັຍທີ່ສຸດ ສໍາລັບປະຊາຊົນ ແມ່ນຢູ່ໃນເຮືອນ, ຫຼີກລ່ຽງການຢູ່ຕາມຖນົນຫົນທາງ."
ເດືອນມີນາ ເປັນເດືອນທີ່ໂສກເສົ້າ ສໍາລັບແຟນ cricket ທົ່ວໂລກ, ເນື່ອງຈາກການເສັຍຊີວິດ ຢ່າງກະທັນຫັນຂອງ Shane Warne ຢູ່ປະເທດໄທ.
ຫົວໜ້າທີມອອສເຕຣເລັຍ, Pat Cummins, ກ່າວວ່າ ຂ່າວດັງກ່າວ ໄດ້ເຮັດໃຫ້ທີມຢູ່ໃນສະພາບທີ່ບໍ່ເຊື່ອ.
"ຫຼາຍຄົນໃນທີມນີ້ ຍັງຖືວ່າລາວເປັນວິຣະບຸຣຸດ, ນັກກິລາທີ່ເຂົາເຈົ້າມັກຕລອດກາລ ແລະເປັນການສູນເສັຍອັນໃຫຍ່ຫຼວງ ທີ່ພວກເຮົາທຸກຄົນກໍາລັງພະຍາຍາມ ທຳຄວາມເຂົ້າໃຈກັບມັນ."
ແລະໃນທ້າຍເດືອນມີນາ, ຣັຖບານກາງ ໄດ້ສົ່ງມອບງົບປະມານກ່ອນກຳໜົດນຶ່ງເດືອນ, ໂດຍວາງຖແລງການ ຂອງຣັຖບານຮ່ວມ ຢ່າງມີປະສິດທິຜົນ ກ່ອນການເລືອກຕັ້ງຣັຖບານກາງໃນເດືອນພຶດສະພາ.
ກາງເດືອນເມສາ ການຣົນນະຣົງເລືອກຕັ້ງກໍໄດ້ດໍາເນີນໄປ ຢ່າງເປັນທາງການ.
ໃນຂນະດຽວກັນ, ທະນາຄານກາງໄດ້ຕົກຢູ່ໃນຄວາມກົດດັນ ທີ່ເພີ່ມຂຶ້ນ ເພື່ອຍົກລະດັບອັດຕາດອກເບັ້ຍຫຼັງຈາກທີ່ ອັດຕາເງິນເຟີ້ ປະຈໍາປີ ຂອງອອສເຕຣເລັຍໄດ້ເພີ້ມຂຶ້ນ ສູ່ລະດັບສູງສຸດ ໃນຮອບສອງທົດສະວັດ ຊຶ່ງໄດ້ກໍ່ໃຫ້ເກີດ ການຂຶ້ນລາຄານ້ຳມັນ ແລະຄ່າໃຊ້ຈ່າຍຂອງບ້ານເຮືອນ.
ດັດຊະນີລາຄາຜູ້ບໍຣິໂພກ ໄດ້ພຸ່ງສູງຂຶ້ນເຮັດໃຫ້ອັດຕາຕໍ່ປີເປັນ 5.1 ເປີເຊັນ.
ເພື່ອເຮັດໃຫ້ມັນ (ດັດຊະນີລາຄາຜູ້ບໍຣິໂພກ) ຊ້າລົງ ໃນເດືອນພຶດສະພາ, ທະນາຄານກາງໄດ້ປັບອັດຕາດອກເບ້ຍຂຶ້ນ 25 ຈຸດພື້ນຖານ-ຊຶ່ງເປັນການຂຶ້ນອັດຕາດອກເບັ້ຍ ຄັ້ງທໍາອິດໃນຮອບ 11 ປີ.
ວັນທີ 21 ພຶດສະພາ, ອອສເຕຣເລັຍມີຣັຖບານໃຫມ່ ແລະ Anthony Albanese ຂອງພັກແຮງງານ ໄດ້ກາຍເປັນນາຍົກຣັຖມົນຕີ ຄົນທີ 31 ຂອງອອສເຕຣເລັຍ.
"ເຮົາສາມາດຍຸດຕິສົງຄາມສະພາບອາກາດຮ່ວມກັນໄດ້. ເຮົາສາມາດແກ້ໄຂວິກິດການໃນການດູແລຜູ້ສູງອາຍຸຮ່ວມກັນໄດ້.. ເຮົາສາມາດສ້າງໂອກາດ ທີ່ເທົ່າທຽມກັນສໍາລັບແມ່ຍິງໃຫ້ມີຄວາມສໍາຄັນ ທາງດ້ານເສດຖະກິດ-ສັງຄົມແຫ່ງຊາດຮ່ວມກັນໄດ້. ເຮົາສາມາດ ແລະເຮົາຈະຈັດຕັ້ງຄນະກັມມາທິການຕໍ່ຕ້ານການສໍ້ຣາດບັງຫຼວງແຫ່ງຊາດ."
ການເຄື່ອນໄຫວໃນຕອນຕົ້ນຂອງຣັຖບານໃຫມ່ ໄດ້ເຮັດໃຫ້ຄອບຄົວ Murugappan ຜູ້ທີ່ອາສັຍຢູ່ໃນເມືອງ Biloela ໃນຣັດ Queensland ເປັນເວລາຫຼາຍປີ ກ່ອນທີ່ຈະຖືກກັກຂັງ ແລະກັບຄືນບ້ານ (ເມືອງBiloela) ໃນທີ່ສຸດ.
ທ່ານ Jim Chalmers ຣັຖມົນຕີກະຊວງພາຍໃນຊົ່ວຄາວ ໄດ້ແຈ້ງຂ່າວໃຫ້ພວກສນັບສນຸນ.
"ຕອນນີ້ຂ້າພະເຈົ້າໄດ້ລົມກັບຄອບຄົວ ແລ້ວ ແລະພວກເຂົາເຈົ້າໄດ້ຜ່ານຂະບວນການທີ່ Perth ແລະຂ້າພະເຈົ້າ ພຽງແຕ່ຢາກໂທຫາທ່ານ ແລະບອກທ່ານວ່າພວກເຮົາຂໍຂອບໃຈ ຕໍ່ວິທີທີ່ທ່ານໄດ້ຕໍ່ສູ້ສໍາລັບຄອບຄົວນີ້."
ໃນຕົ້ນເດືອນມິຖຸນາ Queen Elizabeth II ສເລີມສລອງ 70 ປີໃນການຄອງຣາຊບັນລັງຂອງອັງກິດ.
"ຂໍໃຫ້ເປັນທີ່ຮູ້ຈັກໃນການປະກາດການໃຫ້ກຽດນີ້ແກ່ພຣະຣາຊິນີ ໃນການຄອງຣາຊຂອງນາງ ຄົບຮອບ 70 ປີ ແລະວ່າພວກເຮົາເປັນປະເທດຫນຶ່ງ ແລະ Commonwealth ຫນຶ່ງ. ພຣະເຈົ້າຊົງຊ່ວຍພຣະຣາຊິນີ."
ແຕ່ການສເລີມສລອງ ໄດ້ກາຍເປັນຄວາມໂສກເສົ້າ ໃນເດືອນກັນຍາ.
"ພວກເຮົາມີຂ່າວທີ່ສໍາຄັນຫຼາຍ. Buckingham Palace ຫາກໍປະກາດວ່າ ພຣະຣາຊິນີ Queen Elizabeth II ໄດ້ເສັຍຊີວິດແລ້ວ.
ເດືອນມິຖຸນາ ມີການປັບຂຶ້ນອັດຕາດອກເບ້ຍຄັ້ງໃຫຍ່ທີ່ສຸດ ຂອງອອສເຕຣເລັຍໃນໄລຍະຫຼາຍກວ່າສອງທົດສະວັດ, ຄຽງຄູ່ກັບຣາຄາແກັສ ແລະໄຟຟ້າທີ່ເພີ່ມຂຶ້ນຢ່າງໄວ.
The Socceroos, ທີມເຕະບານອອສເຕຣເລັຍ, ໄດ້ເອົາຊະນະ Peru ໃນການເຂົ້າໄປແຂ່ງຂັນເຕະບານໂລກປີນີ້.
ແລະຜົນສະຖິຕິສຳຫຼວດປະຊາກອນ (Census) ຄັ້ງທໍາອິດ ຂອງປີ 2021 ໄດ້ຖືກເຜີຍແພ່, ເຊິ່ງສະແດງໃຫ້ເຫັນວ່າ ອອສເຕຣເລັຍ ມີຄວາມແຕກຕ່າງຫຼາຍຂຶ້ນ, ມີສາສນາຫນ້ອຍລົງແລະປະຊາກອນໄດ້ເພີ່ມຂຶ້ນເປັນສອງເທົ່າ ໃນໄລຍະ 50 ປີທີ່ຜ່ານມາ ເຖິງ 25.5 ລ້ານຄົນ.
ນາຍົກຣັຖມົນຕີ Anthony Albanese ໄດ້ປະກາດວ່າ ຣັຖບານລາວຈະເດີນໜ້າ ຈັດຕັ້ງສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ.
ອີກ 50 ຈຸດພື້ນຖານ ທີ່ເພີ່ມຂຶ້ນໃນອັດຕາດອກເບັ້ຍໃນເດືອນສິງຫາ ໄດ້ສ້າງຄວາມກົດດັນໃຫ້ແກ່ຣັຖບານໃຫມ່ ໃນຂນະທີ່ພະຍາຍາມໃຫ້ຄວາມຫມັ້ນໃຈແກ່ປະຊາຊົນ.
ຕໍ່ມາໃນເດືອນດຽວກັນ ອອສເຕຣເລັຍ ໄດ້ສູນເສັຍໄອດອລເພງ ທີ່ຮັກສອງຄົນ.
ນັກຮ້ອງນໍາຂອງ The Seekers, Judith Durham, ໄດ້ເສັຍຊີວິດຕອນອາຍຸ 79 ປີ, ຜົນງານຂອງນາງ ຄອບຄຸມເວລາຫຼາຍສິບປີ.
ບໍ່ເທົ່າໃດມື້ຕໍ່ມາ, ນັກສະແດງ ແລະນັກຮ້ອງ Olivia Newton-John ກໍໄດ້ເສັຍຊີວິດໃນອາເມຣິກາ, ເຮັດໃຫ້ແຟນຂອງນາງ ແລະໂລກບັນເທີງທົ່ວໂລກຕ້ອງໂສກເສົ້າ.
ໃນເດືອນສິງຫາເຊັ່ນກັນ ທີ່ນາຍົກຣັຖມົນຕີ ໄດ້ສແວງຫາຄໍາແນະນໍາທາງກົດຫມາຍ ຫຼັງຈາກມີການເປີດເຜີຍວ່າ ນາຍົກຣັຖມົນຕີຜູ້ກ່ອນຫນ້າຂອງເພິ່ນ ໄດ້ສາບານຕົວເຂົ້າຮັບຕໍາແຫນ່ງ ເປັນຣັຖມົນຕີອື່ນອີກຫຼາຍກະຊວງຢ່າງລັບໆ.
"ຊາວອອສເຕຣເລັຍຮູ້ວ່າໃນລະຫວ່າງການເລືອກຕັ້ງວ່າ ຂ້າພະເຈົ້າເປັນຣັຖມົນຕີຝ່າຍຄ້ານ. ສິ່ງທີ່ພວກເຂົາເຈົ້າ(ຊາວອອສເຕຣເລັຍ) ບໍ່ຮູ້ ກໍແມ່ນວ່າທ່ານ Scott Morrison ໄດ້ເປັນຣັຖບານຢູ່ເບື້ອງຫຼັງ. ນີ້ແມ່ນການກະທຳຂອງຣັຖບານທີ່ບໍ່ມີຄຸນນະພາບທີ່ພວກເຮົາຈະເຍາະເຍີ້ຍ ຖ້າຫາກວ່າ ມັນຢູ່ໃນປະເທດທີ່ບໍ່ເປັນປະຊາທິປະໄຕ."
ເດືອນກັນຍາ ນຳມາຊຶ່ງການເພີ່ມຂຶ້ນຂອງອັດຕາດອກເບັ້ຍອີກເທື່ອຫນຶ່ງ-ຊຶ່ງເພີ່ມຂຶ້ນ ເປັນເທື່ອທີຫ້າຕິດຕໍ່ກັນ-ເຮັດໃຫ້ຫລາຍຄົນດີ້ນລົນ ກັບຄ່າໃຊ້ຈ່າຍໃນຊີວິດປະຈໍາວັນ.
ແຕ່ໃນຂ່າວທີ່ດີກວ່າກໍເກີດຂຶ້ນ:
ພວກເຮົາບໍ່ເຄີຍຢູ່ໃນຕໍາແຫນ່ງທີ່ດີກວ່ານີ້ໃນການຍຸດຕິການລະບາດ. ພວກເຮົາຍັງບໍ່ທັນໄດ້ຮອດບ່ອນນັ້ນເທື່ອ, ແຕ່ມັນກໍຢູ່ບໍ່ໄກ.
ນັ້ນແມ່ນ Dr Tedros Ghebreyesus ຂອງອົງການອະນາໄມໂລກ ທີ່ປະກາດອັດຕາການຕາຍ ທີ່ຕ່ຳກວ່າ 2 ປີ, ການປະກາດໃຫ້ຜ່ອນມາດຕະການລົງ ໃນທຸກບ່ອນເຖິງແມ່ນວ່າຈະມີອັດຕາການຕິດເຊື້ອສູງຢ່າງຕໍ່ເນື່ອງກໍຕາມ.
ມາຮອດກາງເດືອນຕຸລາ, ອອສເຕຣເລັຍ ໄດ້ສິ້ນສຸດກົດການແຍກໂຕຂອງ COVID-19 ທີ່ບັງຄັບໃຊ້.
ເມື່ອລະດູໃບໄມ້ຫຼົ່ນໃກ້ເຂົ້າມາ, ພາກສ່ວນຕ່າງໆຂອງຣັດ New South Wales ແລະຣັດ Victoria ກໍເກີດນ້ຳຖ້ວມ, ຈາກນັ້ນກໍເກີດນໍ້າຖ້ວມອີກເທື່ອນຶ່ງ ເມື່ອພາຍຸຮຸນແຮງ ພັດເຂົ້າຖລົ່ມພາກຕາເວັນອອກສ່ຽງໃຕ້ຂອງປະເທດ.
ການລະເມີດຂໍ້ມູນຂອງ Medibank ແລະ Optus ໄດ້ກໍ່ໃຫ້ເກີດຄວາມວິຕົກກັງວົນຢ່າງກວ້າງຂວາງຕໍ່ຂໍ້ມູນຂອງລູກຄ້າ.
ຈາກນັ້ນການແຂ່ງຂັນເຕະບານໂລກໄດ້ເລີ່ມຕົ້ນດ້ວຍຄວາມທ້າທາຍ- The Socceroos ເສັຍ ສີ່ປະຕູ ຕໍ່ໜຶ່ງໃຫ້ກັບ France ໃນ Qatar.
ແຕ່ພວກເຂົາເອົາຊະນະ Tunisia ແລະ ຈາກນັ້ນ-ໜ້າແປກໃຈ-ທີ່ຊະນະ Denmark, ໄດ້ເຂົ້າໄປໃນຮອບຕັດເຊືອກ (knockout) ຂອງການແຂ່ງຂັນເຕະບານໂລກ ເປັນຄັ້ງທໍາອິດນັບຕັ້ງແຕ່ປີ 2006 ເປັນຕົ້ນມາ.
"ເຮົາມາຮອດບ່ອນນີ້ແລ້ວ! ບໍ່ໜ້າເຊື່ອ? ວ່າຈະເສັຍໄຊຫຼາຍເທື່ອຈົນຈື່ບໍ່ໄດ້, ອອສເຕຣເລັຍມາຮອດບ່ອນນີ້ແລ້ວ!"
ໃນທີ່ສຸດ The Socceroos ກໍເສັຍໄຊແກ່ Argentina ໃນຮອບ16ທີມ....ແຕ່ບໍ່ໄດ້ເສັຍໜ້າ.
ຄວາມພາກພູມໃຈປະສົມກັບຄວາມຜິດຫວັງ ແມ່ນສິ່ງທີ່ເກີດຂຶ້ນສໍາລັບຜູ້ທີ່ໃສ່ສີຂຽວແລະຄໍາ, ແລະສໍາລັບຜູ້ຈັດການທີມຂອງເຂົາເຈົ້າ, Graham Arnold.
"ຂ້າພະເຈົ້າພຽງແຕ່ຫວັງວ່າທຸກຄົນຢູ່ປະເທດອອສເຕຣເລັຍເຄົາລົບໃນສິ່ງທີ່ພວກເຮົາໄດ້ເຮັດ, ແລະມີຄວາມພູມໃຈຫຼາຍກັບພວກເຮົາເຊັ່ນກັນ. ພວກເຮົາເອົາໄປໃຫ້ພວກເຂົາ."
ມັນອາດເປັນການສິ້ນສຸດຂອງປີ 2022 ທີ່ມີຄວາມສຸກ, ແຕ່ຕອນທ້າຍປີ ໄດ້ຖືກທຳລາຍ ດ້ວຍຄວາມໜ້າຢ້ານກົວ ຂອງການລອບທຳຮ້າຍ ໃນສະຖານ ທີ່ຫ່າງໄກ ທາງຕາເວັນຕົກຂອງເມືອງ Brisbane, ໃນຣັດ Queensland.
ຫົກຄົນໄດ້ຖືກຍິງຕາຍ-ເຈົ້າຫນ້າທີ່ຕໍາຫຼວດສອງຄົນ, ສະມາຊິກຂອງສາທາຣະນະ ແລະສາມຄົນທີ່ຖືກກ່າວຫາ ວ່າເປັນຜູ້ຮັບຜິດຊອບຕໍ່ການເສັຍຊີວິດທັງໝົດຄັ້ງນີ້....ກໍເສັຍຊີວິດ.
ເນື້ອເລື່ອງໂດຍ ຂ່າວ News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ