ສິດທິໃນການເບິ່ງແຍງຜູ້ສູງອາຍຸຂອງທ່ານໃນອອສເຕຣເລັຍ ແລະວິທີ ການຮ້ອງຮຽນ

senior woman.jpg

The Charter of Aged Care Rights (the Charter) is a requirement of the Aged Care Act 1997, and its latest version came into effect in 2019. Credit: Getty Images/ThanasisZovoilis

ໃນອອສເຕຣເລັຍ ມີສິດທີ່ປົກປ້ອງທຸກຄົນທີ່ໄດ້ຮັບທຶນຊ່ອຍເຫຼືອຈາກ ຣັຖບານໃນການດູແລຜູ້ສູງ ອາຍຸບໍ່ວ່າຈະເປັນຢູ່ເຮືອນ ຫຼື ຢູ່ທີ່ສະຖານທີ່ພັກຄົນຊະຣາ. ແຕ່ຈະເກີດຫຍັງຂຶ້ນ ຖ້າທ່ານ ຫຼືຄົນທີ່ທ່ານຮັກບໍ່ພໍໃຈກັບການບໍຣິການ?


ຈຸດສຳຄັນ:
  • ສິດທິໃນການດູແລຜູ້ສູງອາຍຸ ໄດ້ຮັບການຄຸ້ມຄອງ ໃນປະເທດອອສເຕຣເລັຍ ສໍາລັບການບໍຣິການໃນທຸກຮູບແບບທີ່ໄດ້ຮັບ ທຶນຊ່ອຍເຫຼືອ ຈາກຣັຖບານ, ລວມທັງການດູແລບ້ານ ແລະ ໃນສະຖານທີ່ພັກຄົນຊະຣາ.
  • ການຮ້ອງຮຽນຢ່າງເປັນທາງການສາມາດຍື່ນຕໍ່ຄະນະກັມມະການທີ່ກ່ຽວຂ້ອງ ເພື່ອຕິດຕາມ ແລະ ອາດຈະມີການດໍາເນີນການຕາມກົດລະບຽບry action
  • ທ່ານຄວນຈະຣະບຸຄວາມຕ້ອງການ ແລະການເລືອກຂອງທ່ານ ກັບຜູ້ໃຫ້ບໍຣິການຂອງທ່ານ.
ກົດບັດສິດທິການດູແລຜູ້ສູງອາຍຸ (Charter of Aged Care Rights) ກວມເອົາ ລວມທັງການດູແລທີ່ປອດພັຍ ແລະມີຄຸນນະພາບ, ຂໍ້ມູນ, ຄວາມເປັນສ່ວນຕົວ, ການເລືອກ, ແລະສິດທິໃນການຮ້ອງຮຽນໂດຍບໍ່ມີການຕອບໂຕ້

ກົດບັດ (Charter) ຊ່ວຍໃຫ້ທ່ານເຂົ້າໃຈພັນທະ ຂອງຜູ້ໃຫ້ບໍຣິການຂອງທ່ານ ແລະຄວາມຄາດຫວັງກ່ຽວກັບການບໍຣິການຂອງພວກເຂົາ.

ຄະນະກັມມະການຄຸນນະພາບ ແລະຄວາມປອດພັຍໃນການດູແລຜູ້ສູງອາຍຸແມ່ນຜູ້ຄວບຄຸມຣະດັບປະເທດ ຂອງການບໍຣິການດູແລຜູ້ສູງອາຍຸ ແລະນໍາພາໂດຍ Janet Anderson

ທ່ານນາງກ່າວວ່າ ຫນຶ່ງໃນວິທີການທີ່ຄະນະກັມມະການໃຫ້ຜູ້ບໍຣິການຮັບຜິດຊອບ, ແມ່ນໂດຍການໄປຢ້ຽມຢາມສະຖານທີ່ພັກອາສັຍເພື່ອເບິ່ງວິທີວຽກຂອງພວກເຂົາເຈົ້າ.
elderly hands on walker.jpg
ການມີເອກະລັກ, ວັດທະນະທັມແລະຄວາມແຕກຕ່າງຂອງທ່ານ ມີຄຸນຄ່າ ແລະໄດ້ຮັບການສນັບສນູນ ແມ່ນຫນຶ່ງໃນ14 ສິດທິພື້ນຖານການດູແລຜູ້ສູງອາຍຸ ທີ່ຖືກຮັບຮູ້ຢູ່ໃນ ກົດບັດ(Charter). Credit:GettyImages/JasminMerdan Credit: Getty Images/Jasmin Merdan
"ສິ່ງ ທີ່ເຮົາອາດຈະເບິ່ງຄື:
  • ເຂົາເຈົ້າປະຕິບັດຕໍ່ຜູ້ສູງອາຍຸຢ່າງມີສັກສີ ແລະຄວາມເຄົາຣົບບໍ່?
  • ພວກເຂົາໃຫ້ ຄົນເຫຼົ່ານັ້ນມີສ່ວນຮ່ວມໃນການຕັດສິນໃຈກ່ຽວກັບການດູແລ ຂອງເຂົາເຈົ້າບໍ?
  • ການບໍຣິການຂອງພວກເຂົາປອດພັຍ ແລະມີຄຸນນະພາບສູງບໍ່?
  • ພວກເຂົາ ປັບແຕ່ງການດູແລ ເພື່ອຕອບສນອງຄວາມຕ້ອງການ ແລະຄວາມມັກຂອງແຕ່ລະບຸກຄົນບໍ່?
  • ເຂົາເຈົ້າຈັດການຄວາມສ່ຽງຕໍ່ສຸຂະພາບ ແລະສຸຂະພາບຂອງຜູ້ບໍຣິໂພກຢ່າງມີປະສິດທິພາບບໍ?
  • ເຂົາເຈົ້າມີພະນັກງານພຽງພໍບໍ່?
  • ສະພາບແວດລ້ອມຂອງທີ່ພັກປອດພັຍ ແລະເຫມາະສົມສໍາລັບການດູແລຫຼືບໍ່?
  • ອົງກອນເອງ ມີການຄຸ້ມຄອງທີ່ດີຫຼື ບໍ່?"

ການຕິດຕໍ່ເມື່ອ ທ່ານມີຂໍ້ກັງວົນ

ຄະນະກັມມະການຄຸນນະພາບ ແລະຄວາມປອດພັຍຂອງ Aged Care ແມ່ນໜ່ວຍງານທີ່ຮັບຜິດຊອບໃນການຈັດການ ກັບການຮ້ອງຮຽນຢ່າງເປັນທາງການ ໂດຍຜູ້ໃຊ້ບໍຣິການດູແລຜູ້ສູງອາຍຸ.ຄະນະກັມມະການ ຍັງສາມາດປະຕິບັດແທນຜູ້ຮັບ(ບໍຣິການ) ໄດ້ ຖ້າຫາກວ່າຂໍ້ກັງວົນຂອງເຂົາເຈົ້າບໍ່ໄດ້ຮັບການແກ້ໄຂ.

Ms Anderson ກ່າວວ່າ ທາງເລືອກທີ່ດີທີ່ສຸດ ກໍຄືແຈ້ງບັນຫາກັບຜູ້ໃຫ້ບໍຣິການກ່ອນ.

"ແຕ່ອາດຈະມີຫຼາຍເຫດຜົນທີ່ບຸກຄົນຈະບໍ່ສະບາຍໃຈຫຼືລັງເລ ທີ່ຈະຍົກເລື່ອງ ໂດຍກົງກັບຜູ້ໃຫ້ບໍຣິການຂອງເຂົາເຈົ້າ. ແລະໃນສະຖານະການນັ້ນ ພວກເຮົາກໍພ້ອມທີ່ຈະຊ່ວຍຢ່າງແນ່ນອນ. ບໍ່ຄວນລັງເລໃຈ ໃນການຕິດຕໍ່ກັບ ຄະນະກັມມະການ "
male nurse with senior.jpg
ການເຂົ້າໃຈ ກ່ຽວກັບການດູແລ ແລະການບໍຣິການທີ່ທ່ານໄດ້ຮັບ ໃນວິທີທີ່ທ່ານເຂົ້າໃຈ ແມ່ນຄວາມຮັບຜິດຊອບຂອງຜູ້ໃຫ້ບໍຣິການ. Credit: Getty Images/Klaus Vedfel
ເຄືອຂ່າຍສນັບສນູນຜູ້ສູງອາຍຸ (The Older Persons Advocacy Network - OPAN) ໃຫ້ຂໍ້ມູນແລະບໍຣິ ການສນັບສນູນຟຣີ ແກ່ຜູ້ສູງອາຍຸໃນທົ່ວອອສເຕຣເລັຍ

ມີປະມານ 200 ເຄືອຂ່າຍສນັບສນູນຜູ້ສູງອາຍຸ (OPAN) ໃນທົ່ວປະເທດ, ຜູ້ທີ່ສາມາດເຮັດວຽກກັບຄອບຄົວ ຫຼືຫມູ່ເພື່ອນຂອງຜູ້ສູງອາຍຸຖ້າຈໍາເປັນ.

ທ່ານ Craig Gear ເປັນຫົວຫນ້າບໍຣິຫານຂອງ OPAN ກ່າວວ່າ ຜູ້ແປພາສາອິດສຣະກໍພ້ອມໃຫ້ການຊ່ວຍເຫຼືອເຊັ່ນກັນ.

"ສະນັ້ນເຮົາຈຶ່ງໄດ້ຍິນຈາກບຸກຄົນນັ້ນວ່າເຂົາເຈົ້າຕ້ອງການ, ແລະພວກເຂົາສາມາດບອກພວກເຮົາ ເຖິງວິທີທີ່ພວກເຂົາຕ້ອງການໃຫ້ຍົກບັນຫາຂອງພວກເຂົາຂຶ້ນມາ ແລະວ່າພວກເຂົາຕ້ອງການແກ້ໄຂແນວໃດ."
man with laptop.jpg
ຖ້າທ່ານໄດ້ຮັບທຸນຊ່ວຍເຫຼືອໃນການດູແລຜູ້ສູງ ອາຍຸໃນອອສເຕຣເລັຍ, ທ່ານມີສິດທີ່ຈະໄດ້ຮັບການສນັບສນູນໃນການດູແລຜູ້ສູງອາຍຸ. Credit: Getty Images/Yoshiyoshi Hirokawa

ຮູ້ສິດຂອງທ່ານ

ອີງຕາມສາດສະດາຈານ Joseph Ibrahim, ນາຍແພດຊ່ຽວຊານດ້ານຜູ້ສູງອາຍຸ (Geriatrician) ແລະຫົວຫນ້າຫນ່ວຍງານຄົ້ນຄວ້າກົດຫມາຍສຸຂະພາບແລະອາຍຸ (Health Law and Ageing Research Unit) ທີ່ມະຫາວິທະຍາໄລ Monash, ກາວວ່າຜູ້ຮັບການດູແລຜູ້ສູງ ອາຍຸ ແລະຍາດພີ່ນ້ອງຂອງເຂົາເຈົ້າ ປົກກະຕິແລ້ວລັງເລທີ່ຈະຮ້ອງຮຽນ.

ທ່ານກ່າວວ່າ ມີອຸປສັກຫຼາຍຂຶ້ນ ສໍາລັບຜູ້ທີ່ເວົ້າພາສາອັງກິດເປັນພາສາທີສອງ.
ຜູ້ຄົນມັກຈະບໍ່ຈິງຈັງກັບທ່ານເພາະສໍານຽງຂອງທ່ານ ຫຼືບໍ່ຮູ້ຄໍາທີ່ຖືກຕ້ອງ. ມັນຍັງອາດຈະຍາກ ທີ່ຈະເຮັດໃຫ້ຜູ້ຄົນເຂົ້າໃຈວ່າ ເປັນຫຍັງ ບາງຢ່າງຈຶ່ງສໍາຄັນເປັນພິເສດຕໍ່ ພື້ນຖານທາງວັດທະນະທັມຂອງທ່ານ.
Professor Joseph Ibrahim, Head of the Health Law and Ageing Research Unit, Monash University
ທ່ານ Gear ກ່າວວ່າ ກົດບັດສິດທິການດູແລຜູ້ສູງອາຍຸ(Charter of Aged Care Rights) ກວມເອົາທຸກຮູບແບບ ຂອງການບໍຣິການດູແລຜູ້ສູງອາຍຸທີ່ໄດ້ຮັບທຶນຈາກຣັຖບານ.

"ຈາກສິ່ງທີ່ເອີ້ນວ່າ ໂຄງການສນັບສນູນທີ່ບ້ານຂອງ Commonwealth, (Commonwealth Home Support Program) ແພັກເກັດ, ການດູແລທີ່ບ້ານ(Home Care Packages), ການດູແລຜູ້ສູງອາຍຸທີ່ຍືດຍຸ່ນ (Flexible AgedCare), ການດູແລການຟື້ນຟູໄລຍະສັ້ນ, ຫລືການດູແລຜູ້ສູງອາຍຸໃນທີ່ພັກອາສັຍ(Residential Aged Care) ແລະການພັກຜ່ອນ (Respite)"
nursing home food.jpg
ທ່ານ Gear ກ່າວວ່າ ການບໍ່ໄດ້ຖືກສເນີໃຫ້ເລືອກອາຫານທີ່ເຫມາະສົມທາງວັດທະນະທັມໃນຖານະທີ່ເປັນຜູ້ອາສັຍຢູ່ໃນບ້ານພະຍາບານຄົນຊະຣາ ແມ່ນຂໍ້ກັງວົນທີ່ຖືກຕ້ອງທີ່ສາມາດຍົກຂຶ້ນມາສເນີກັບຜູ້ໃຫ້ບໍຣິການໄດ້. Credit: Getty Images/Richard Bailey
ທ່ານມີສິດທີ່ຈະຮັບຂໍ້ມູນ ທີ່ມອບໃຫ້ທ່ານ ໃນວິທີທີ່ທ່ານເຂົ້າໃຈ. ແລະນັ້ນຫມາຍຄວາມວ່າ ການແປ, ຫລືການໃຊ້ນາຍພາສາ, ຫລືເຄື່ອງຊ່ວຍໃນການສື່ສານ, ຖ້າຫາກວ່ານັ້ນ ເປັນອຸບປະສັກໃນການເຂົ້າໃຈ ຂອງທ່ານ.
Craig Gear, OPAN CEO

ການຮ້ອງຮຽນ

ເພື່ອຍື່ນຄໍາຮ້ອງຮຽນຢ່າງເປັນທາງການ ກ່ຽວກັບການບໍຣິການດູແລຜູ້ມີອາຍຸ ທີ່ໄດ້ຮັບເງິນຊ່ວຍເຫຼືອ, ທ່ານບໍ່ຈໍາເປັນຕ້ອງເປັນຜູ້ຮັບການບໍຣິການນັ້ນ.

ຍາດພີ່ນ້ອງ ແລະຫມູ່ເພື່ອນຂອງຜູ້ຮັບບໍຣິການ, ຫຼືແມ່ນແຕ່ພະນັກງານດູແລ ກໍສາມາດຮ້ອງຮຽນໄດ້.

ມີຫຼາຍວິທີທີ່ຈະຍື່ນຄໍາຮ້ອງຮຽນ, ລວມທັງການຮ້ອງຮຽນ

ເມື່ອໄດ້ຮັບຄໍາຮ້ອງຮຽນ, ຄະນະກັມມະການ ຄຸນນະພາບແລະຄວາມປອດພັຍ ຂອງການດູແລຜູ້ສູງອາຍຸ ຈະມີສ່ວນ ຮ່ວມກັບທັງຜູ້ໃຫ້ບໍຣິການແລະຜູ້ຮ້ອງຮຽນ.

ຖ້າຫາກວ່າບັນຫານີ້ຍັງບໍ່ສາມາດແກ້ໄຂໄດ້, ຄະນະກັມມະການ ອາດຈະດຳເນີນການ ພາຍໃນອໍານາດກຳກັບການດູແລ ຂອງຕົນຖ້າເຫມາະສົມ.

ເຖິງຢ່າງໃດກໍ່ຕາມ, ການກະທໍາບາງຮູບແບບແມ່ນຢູ່ນອກ ຂອບເຂດຂອງ ຄະນະກັມມະການ, ອີງຕາມ Ms Anderson

"ພວກເຮົາບໍ່ໄດ້ໃຫ້ຄໍາແນະນໍາທາງດ້ານກົດຫມາຍ, ແລະພວກເຮົາບໍ່ໄດ້ໃຫ້ຄໍາແນະນໍາກ່ຽວກັບການດູແລສຸຂະພາບ [...] ພວກເຮົາບໍ່ໄດ້ກວດສອບສາເຫດຂອງການເສັຍຊີວິດເພາະວ່ານັ້ນແມ່ນຢູ່ໃນຂອບເຂດຂອງຜູ້ສອບສວນ. ແລະພວກເຮົາບໍ່ໄດ້ມີສ່ວນຮ່ວມໃນເລື່ອງພະນັກງານຂອງ ຜູ້ໃຫ້ບໍລິການເຊັ່ນ: ຄ່າຈ້າງ, ຂໍ້ກຳໜົດ ແລະເງື່ອນໄຂຂອງການຈ້າງງານ."

ເຖິງແມ່ນວ່າ OPAN ໄດ້ຮັບເງິນສນັບສນູນຈາກກະຊວງສາທາຣະນະສຸກ ແລະການດູແລຜູ້ສູງອາຍຸຂອງ ອອສເຕຣເລັຍ ແຕ່ປະຕິບັດໜ້າທີ່ ໂດຍບໍ່ຂຶ້ນກັບຣັຖບານ ແລະຜູ້ໃຫ້ບໍຣິການ, CEO Craig Gear ອະທິບາຍ.

"ພວກເຮົາສາມາດຍົກບັນຫາຕ່າງໆ ມາຫາລືກັບຣັຖບານ ຖ້າວ່າພວກເຮົາເຫັນວ່າ ມີບັນຫາຢູ່ໃນລະບົບການດູແລຜູ້ສູງອາຍຸ. ຫລືພວກເຮົາປະຕິບັດຕາມທາງຂອງຜູ້ສູງອາຍຸ ເພື່ອເວົ້າກັບຜູ້ໃຫ້ການດູແລ ຂອງພວກເຂົາ ເພື່ອໃຫ້ບັນຫານັ້ນ ໄດ້ຮັບການແກ້ໄຂ."
woman and healthcare worker.jpg
ການທີ່ຄໍາຮ້ອງຮຽນຂອງທ່ານໄດ້ຖືກຮັບຮູ້, ກວດສອບ, ແລະປະຕິບັດຕາມ ແມ່ນສິດໄດ້ຮັບການປົກປ້ອງພາຍໃຕ້ ກົດບັດສິດທິການດູແລຜູ້ສູງອາຍຸ (Charter of Aged Care Rights) Credit: Getty Images/FG Trade
Prof Ibrahim ແນະນໍາໃຫ້ແຈ້ງຄວາມເປັນຫ່ວງ ຫຼືປັນຫາໃດໆຂຶ້ນ ໃນຕອນຕົ້ນ ແລະໃນຮູບແບບຂອງການສົນທະນາກ່ອນ.

ແທນທີ່ຈະເວົ້າວ່າ 'ພະຍາບານເຮັດວຽກບໍ່ດີ, ນ້ຳເຢັນເກີນໄປເມື່ອຂ້ອຍເຂົ້າໄປອາບ', Prof Ibrahim ແນະນໍາໃຫ້ຫັນການສົນທະນາໂດຍເວົ້າວ່າ; 'ຂ້ອຍມັກອາບນ້ຳຕອນເຊົ້າ, ຂ້ອຍມັກອາບນ້ຳອຸ່ນຫຼາຍ. ບອກຂ້ອຍແນ່ໄດ້ບໍ່ວ່າ ເຂົາເຮັດໄດ້ບໍ່?'

ຖ້າຫາກວ່າຄວາມຕ້ອງການຂອງທ່ານ ຍັງບໍ່ທັນຮັບການຕອບສນອງ, Prof Ibrahimໃຫ້ຄຳແນະນໍາດັ່ງຕໍ່ໄປນີ້ ໃນການຮ້ອງຮຽນຢ່າງມີປະສິດທິພາບ:
  • ເລືອກຍາດພີ່ນ້ອງ ຫລືເພື່ອນທີ່ທ່ານໄວ້ວາງໃຈ ຜູ້ທີ່ທ່ານຮູ້ວ່າສງົບ ແລະສຸພາບ ທີ່ຈະຊ່ວຍໃຫ້ປັນຫາຂອງທ່ານເຂົ້າໃຈ (ໂດຍຜູ້ໃຫ້ບໍຣິການ)
  • ເກັບກໍາຂໍ້ມູນກ່ຽວກັບສິ່ງທີ່ກໍາລັງເວົ້າແລະເກີດຂຶ້ນ, ໃນກໍລະນີທີ່ບັນຫາຍັງຄົງບໍ່ໄດ້ຮັບການແກ້ໄຂ, ແລະທ່ານຈໍາເປັນຕ້ອງມີຂໍ້ມູນແລະຫຼັກຖານ.
  • ເປີດໃຈຮັບຟັງ ອີກຝ່າຍຫນຶ່ງ.

ທ່ານຕ້ອງການຜູ້ສນັບສນູນການດູແລທີ່ຜູ້ສູງອາຍຸບໍ່?

ຜູ້ສນັບສນູນສາມາດຊ່ວຍໃຫ້ທ່ານຊອກຫາທາງເລືອກແລະການຕັດສິນໃຈຢ່າງມີຂໍ້ມູນ. ພວກເຂົາເຈົ້າຍັງສາມາດຊ່ວຍໃຫ້ທ່ານຍົກຂໍ້ກັງວົນຂອງທ່ານ(ໃຫ້ຜູ້ໃຫ້ບໍຣິການຮັບຮູ້)ແລະຫາທາງແກ້ໄຂມັນ.

ທ່ານຕ້ອງຕິດຕໍ່ຫາຄະນະກັມມະການ ຄຸນນະພາບແລະຄວາມປອດພັຍຂອງການດູແລຜູ້ສູງອາຍຸບໍ່?

ຄະນະກັມມະການ ສາມາດຊ່ວຍທ່ານໃນການແກ້ໄຂຂໍ້ຮ້ອງຮຽນກ່ຽວກັບຜູ້ໃຫ້ການດູແລຜູ້ສູງອາຍຸ.

Share