ຈໍານວນຜູ້ເສັຍຊີວິດຈາກແຜ່ນດິນໄຫວໃນ ອັຟການິສຖານ ມີແນວໂນ້ມວ່າຈະເພີ່ມຂຶ້ນ ໃນຂະນະທີ່ຫນ່ວຍກູ້ພັຍທໍາງານເພື່ອຊ່ວຍເຫຼືອຜູ້ເຄາະຮ້າຍຈາກພັຍພິບັດ ທີ່ຮ້າຍແຮງນັ້ນ.
ມີການຢືນຢັນວ່າ ມີຈຳນວນຫຼາຍກວ່າ 1,000 ຄົນ ໄດ້ເສັຍຊີວິດແລ້ວ ແລະ ມີລາຍງານວ່າ ມີປະມານ 1500 ຄົນ ໄດ້ຮັບບາດເຈັບໃນແຜ່ນດິນໄຫວ ຂະຫນາດແຮງສັ່ນສະເທືອນ 6.1 ຊຶ່ງໄດ້ເກີດຂຶ້ນໃກ້ໆກັບ ເມືອງ Khost ໃນແຂວງ Paktika ໃນວັນພຸດ 22 ມິຖຸນາ. Stephanie Corsetti ລາຍງານ.
ມັນເປັນແຜ່ນດິນໄຫວ ທີ່ຮ້າຍແຮງທີ່ສຸດ ທີ່ໄດ້ເກີດຂຶ້ນໃນ ອັຟການິສຖານ ໃນສອງທົດສະວັດ ແລະ ຂໍ້ມູນຂອງຄວາມເສັຍຫາຍໂຕຈິງ ກໍຈະມີຢ່າງເຕັມທີ່່ເພາະຕ້ອງຜ່ານມາຈາກຫມູ່ບ້ານທີ່ກັນດານ.
ຊາຍຄົນນີ້ແມ່ນຫນຶ່ງໃນຈໍານວນຫຼາຍສິບຄົນທີ່ໄດ້ຮັບບາດເຈັບໃນພັຍພິບັດທີ່ເຮືອນໄດ້ເພພັງລົງ ເຫຼືອແຕ່ຊາກຫັກພັງ.
"ແຜ່ນດິນໄຫວໄດ້ເກີດຂຶ້ນປະມານ 2 ໂມງເຊົ້າ. ມັນອັນຕະລາຍຫຼາຍ. ພວກເຮົາໄດ້ອອກຈາກເຮືອນ (ທັນທີ). ຫຼາຍຄົນກໍໄດ້ຮັບບາດເຈັບ."
ເດັກນ້ອຍແມ່ນຢູ່ໃນບັນດາຜູ້ເຄາະຮ້າຍ ແລະ ກໍາລັງໄດ້ຮັບການຮັກສາຢູ່ໃນໂຮງຫມໍ.
ຊາວບ້ານໃນທ້ອງຖິ່ນ, Gul Babu ກ່າວວ່າ ລູກຊາຍ ຂອງລາວ ໄດ້ເສັຍຊີວິດ ໃນແຜ່ນດິນໄຫວນັ້ນ.
"ພວກເຮົາໄດ້ດື່ມນ້ໍາຊາ, ແລ້ວກໍເຂົ້ານອນ, ແລະຕື່ນຂື້ນດ້ວຍຄວາມຕົກໃຈຂອງແຜ່ນດິນໄຫວໃນຕອນກາງຄືນ. ຂ້ອຍບໍ່ຮູ້ວ່າມັນເປັນເວລາຈັກໂມງ, ຂ້ອຍ ໄດ້ເຫັນລູກຊາຍຂອງຂ້ອຍ ຢູ່ກ້ອງຫລັງຄາ ແລະ ຮ້ອງຂໍຄວາມຊ່ວຍເຫລືອ."
ຊາວບ້ານກໍາລັງຊຸກຍູ້ໃຫ້ໄດ້ຮັບການຊ່ອຍເຫຼືອໃນທັນທີ ແລະຕໍາຫຼວດກໍລາຍງານວ່າ ການກູ້ພັຍກໍໄດ້ເລີ່ມຂຶ້ນແລ້ວ.
ບັນດາເຈົ້າຫນ້າທີ່ ຕາລີບັນ ທີ່ຍຶດອໍານາດໃນ ອັຟການິສຖານ ເມື່ອປີກາຍນີ້ ກໍໄດ້ຮ້ອງຂໍຄວາມຊ່ອຍເຫລືອ ໃນທັນທີເຊັ່ນກັນ.
ທ່ານ Hasibullah Sheikhani ຈາກອົງການຈັດການພັຍພິບັດແຫ່ງຊາດຂອງອັຟການິສຖານ (Afghanistan's National Disaster Management Authority) ແລະທ່ານໄດ້ໂອ້ລົມກັບ SBS Pashto.
"ເມື່ອກ່າວເຖິງຜູ້ປະສົບພັຍແລ້ວ, ມັນເປັນສິ່ງຈໍາເປັນສໍາລັບປະເທດຜູ້ບໍລິຈາກເຊັ່ນ: ອອສເຕຣເລັຍແລະ ປະເທດອື່ນໆທີ່ຈະຊ່ວຍເຫຼືອປະຊາຊົນອັຟການິສຖານແລະປະຊາຊົນທີ່ໄດ້ຮັບຜົນກະທົບຂອງອັຟການິສຖານ."
ອັຟການິສຖານ ໄດ້ຜ່ານສົງຄາມ ມາເປັນເວລາສອງທົດສະວັດ ແລະ ການເຂົ້າເຖິງ ເຂດຊົນນະບົດ ຍັງເປັນ ສິ່ງທ້າທາຍຢູ່.
ຄວາມຫມັ້ນຄົງ ດ້ານອາຫານ ກໍເປັນບັນຫາເຊັ່ນກັນ ແລະ ອັຟການິສຖານ ກໍາລັງທໍາງານຜ່ານວິກິດການ ເສດຖະກິດ ທີ່ຮ້າຍແຮງ.
Shelley Thakral ເຈົ້າໜ້າທີ່ຂອງ ໂຄງການອາຫານໂລກ ຂອງ ສະຫະປະຊາຊາດ (The United Nations World Food Program) ເຕືອນວ່າພັຍພິບັດຄັ້ງນີ້ຈະສ້າງຄວາມກົດດັນຕື່ມອີກຕໍ່ປະຊາຊົນ ອັຟການິສຖານ.
"ມັນຈະເພີ່ມຄວາມຕ້ອງການດ້ານມະນຸດສະທັມ ອັນໃຫຍ່ຫລວງໃນປະເທດ ອັຟການິສຖານຕື່ມອີກ. ທຸກຄົນຈະຕ້ອງຊ່ອຍກັນ ເພື່ອໃຫ້ແນ່ໃຈວ່າ ພວກເຮົາ ຈໍາກັດຄວາມທຸກທໍລະມານທີ່ຄອບຄົວ, ແມ່ຍິງ ແລະ ເດັກນ້ອຍ ກໍາລັງປະສົບຢູ່ "
ເຈົ້າຫນ້າທີ່ຍັງມີຄວາມກັງວົນກ່ຽວກັບການຂາດບ່ອນພັກເຊົາແລະ ຄລີນິກ.
ຄນະຕົວແທນຂອງ ສະຫະປະຊາຊາດ ໃນອັຟການິສຖານ ທ່ານ Ramiz Alakbarvo ກ່າວວ່າ Turkey ອາດຈະເໝາະສົມທີ່ສຸດ ທີ່ຈະຊ່ອຍເຫລືອ ໃນຂະນະທີ່ອົງການ ສະຫະປະຊາຊາດ ສອບຖາມວ່າ ມີປະເທດໃດແດ່ທີ່ ຈະມີຄວາມສາມາດຊ່ອຍເຫລືອ.
“ທ່ານອາດວາດພາບໄດ້ວ່າ ການປະເມີນຂັ້ນຕົ້ນຂອງບ້ານເຮືອນທີ່ຖືກທໍາລາຍເກືອບ 2,000 ແຫ່ງ ໃນເຂດນັ້ນ ຫມາຍຄວາມວ່າແນວໃດ. ແນ່ນອນ, ດັ່ງທີ່ຂ້າພະເຈົ້າໄດ້ກ່າວໄວ້ແລ້ວ, ພວກເຮົາບໍ່ມີຄວາມສາມາດ ໃນການເອົາຄົນຈາກໃຕ້ເສດຫັກພັງໄດ້. ຄວາມສາມາດດັ່ງກ່າວນັ້ນແມ່ນບໍ່ມີ. ພວກເຮົາໄດ້ທຳການຕິດຕໍ່ເບື້ອງຕົ້ນກັບບາງປະເທດໃນພາກພື້ນນີ້. "
ອົງກອນຊ່ອຍເຫຼືອ World Vision ກໍາລັງ ຊ່ວຍເຫຼືອດ້ານສະບຽງອາຫານສຸກເສີນ ແລະ ເນັ້ນຄວາມຊ່ອຍເຫຼືອຂອງຕົນຢູ່ພາກຕາເວັນຕົກຂອງປະເທດ.
ຫົວຫນ້າອົງການ Fragile and Humanitarian Contexts, ທ່ານ Patrick Thomas ກ່າວວ່າ ປະຊາຊົນຢູ່ທີ່ນັ້ນບໍ່ສາມາດຮັບເອົາຫຍັງ (ພັຍພິບັດ) ໄດ້ອີກ.
"ສະຖານະການໃນເວລານີ້ແມ່ນຫນຶ່ງໃນຄວາມໝົດຫວັງ. ມັນແມ່ນຄວາມຫມົດຫວັງກ່ອນທີ່ພວກ ຕາລີບານ ຈະຍຶດອຳນາດ, ດ້ວຍຄວາມແຫ້ງແລ້ງ ແລະ ດ້ວຍການຂາດອາຫານທີ່ຮຸນແຮງທີ່ສຸດ ແລະ ໂດຍສະ ເພາະ ການທີ່ຈະເຂົ້າໄປເຖິງຊຸມຊົນ ທີ່ຢູ່ຫ່າງໄກກັນດານ ເຫລົ່ານີ້ "
ສະຫະປະຊາຊາດ ໄດ້ສົ່ງ ອຸປະກອນການແພດທີ່ຈໍາເປັນ ຈຳນວນສິບໂຕນ ໄປຍັງພາກພື້ນຕ່າງໆ ແລະ ກໍາລັງຈະສົ່ງທິມການແພດນຳອີກ.
ເນື້ອເລື່ອງໂດຍ Stephanie Corsetti ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ