ອີກປະເດັນນຶ່ງຂອງການຫາສຽງ.

AVALON AIRSHOWAVALON AUSTRALIAN INTERNATIONAL AIRSHOW PREVIEW

Richard Marles ຣັຖມົນຕີກະຊວງປ້ອງກັນປະເທດ ໃຫ້ສຳກາດຕໍ່ຜູ້ສື່ຂ່າວ ກ່ຽວກັບ ອິນໂດນີເຊັຍ. Source: AAP / JOEL CARRETT/AAPIMAGE

ມີລາຍງານວ່າ ຣັສເຊັຍ ໄດ້ຂໍຮ້ອງອິນໂດນີເຊັຍ ໃຫ້ອະນຸຍາດຕັ້ງຖານທັບອາກາດ ສຳລັບຍົນບິນໄກ ໃນແຂວງ Papua ຂອງອິນໂດນີເຊັຍ... ແລະນີ້ກໍກາຍເປັນປະເດັນການເມືອງໃນ ອອສເຕຣເລັຍ ເມື່ອມື້ເລືອກຕັ້ງໄດ້ໃກ້ເຂົ້າມາ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ອີກປະເດັນນຶ່ງຂອງການຫາສຽງ.

Richard Marles ຣັຖມົນຕີກະຊວງປ້ອງກັນປະເທດ ກ່າວວ່າ ອິນໂດນີເຊັຍ ໄດ້ໃຫ້ຄວາມຫມັ້ນໃຈ ແກ່ອອສເຕຣເລັຍ ວ່າມັນຈະບໍ່ອະນຸຍາດ ໃຫ້ຣັສເຊັຍ ເຂົ້າໄປຕັ້ງຖານທັບ ໃນເຂດແດນຂອງຕົນ.

ແຕ່ເລື້ອງນັ້ນ ເປັນການທົດສອບທາງການທູດ ສໍາລັບຜູ້ສມັກ

ຕຳແໜ່ງ ນາຍົກຣັຖມົນຕີສອງຄົນ, ໃນຂນະທີ່ ພວກເຮົາໄປເຖິງເຄິ່ງທາງ ຂອງການເລືອກຕັ້ງ.

Rania Yallop ລາຍງານ.

ຕາມມີລາຍງານວ່າ ຣັສເຊັຍ ໄດ້ຂໍຮ້ອງອິນໂດນີເຊັຍ ໃຫ້ອະນຸຍາດຕັ້ງຖານທັບອາກາດ ສຳລັບຍົນບິນໄກ ໃນແຂວງ Papua ຂອງອິນໂດນີເຊັຍ.

ທັງສອງຝ່າຍ ຂອງການເມືອງ ໄດ້ຕອບຕໍ່ເລື້ອງນີ້.

"ພວກເຮົາ ກໍາລັງຊອກຫາຂໍ້ມູນເພີ່ມເຕີມ. ເຫັນໄດ້ຢ່າງຊັດແຈ້ງວ່າ ພວກເຮົາ ບໍ່ຢາກເຫັນອິດທິພົນຂອງຣັສເຊັຍ ໃນພາກພື້ນຂອງພວກເຮົາ."

"ມັນເປັນການທຳລາຍຫມັ້ນຄົງຢ່າງແຮງ ແລະພວກເຮົາ ຢາກໄດ້ຍິນຈາກນາຍົກຣັຖມົນຕີ ກ່ຽວກັບວ່າໄດ້ພະຍາຍາມ ເຮັດຫຍັງແດ່.ແນ່ນອນວ່າ ລາວຮູ້ກ່ຽວກັບເລື່ອງນີ້ ກ່ອນມັນຈະຖືກເປີດເຜີຍຕໍ່ສາທາຣະນະ."

ຣັຖມົນຕີ ກະຊວງປ້ອງກັນປະເທດ Richard Marles ໄດ້ຊີ້ແຈງ ສະຖານະການ ກັບປະເທດອິນໂດເນເຊັຍ, ດັ່ງທີ່ໄດ້ບອກກັບ ABC.

"ຂ້າພະເຈົ້າໄດ້ເວົ້າລົມກັບຣັຖມົນຕີປ້ອງກັນປະເທດອິນ ມື້ວານນີ້, ຜູ້ເປັນຄູ່ສົນທະນາຂອງຂ້າພະເຈົ້າ, ແລະເພິ່ນໄດ້ບອກຢ່າງຊັດເຈນ ຕໍ່ຂ້າພະເຈົ້າວ່າ ບໍ່ມີໂອກາດ ທີ່ຈະມີຍົນຂອງຣັສເຊັຍ ທີ່ຈະປະຕິບັດການຈາກອິນໂດນີເຊັຍ."

ເພິ່ນບໍ່ໄດ້ບອກວ່າ ມີການກ່າວເຖິງວ່າ Moscow ໄດ້ຕິດຕໍ່ຣັຖບານຂອງອິນໂດນີເຊັຍຫລືບໍ່.

ນັກຂ່າວ: "ລາວປະຕິເສດຫຼືບໍ່ ວ່າ Moscow ໄດ້ເຂົ້າຫາຣັຖບານ ຂອງອິນໂດນີເຊັຍ ໃນລະດັບໃດໆກໍຕາມ?"

MARLES: "ພວກເຮົາ-ປະເທດຣັສເຊັຍ ກໍມີບົດບາດຢູ່ໃນເຂດນັ້ນ. ເຮົາຮູ້ວ່າ ເຂົາເຈົ້າສົນໃຈຫລາຍຢ່າງ. ຂ້າພະເຈົ້າບໍ່ກ່າວເຖິງ ລາຍລະອຽດຂອງເລື່ອງນີ້....

ນັກຂ່າວ: "ສະນັ້ນ, ທ່ານໄດ້ຖາມເພິ່ນຫຼືບໍ່? ປະເທດຣັສເຊັຍ ໄດ້ເຂົ້າຫາອິນໂດນີເຊັຍ ກ່ຽວກັບເລື່ອງນີ້ບໍ່?"

MARLES: "ຂ້າພະເຈົ້າ ຈະບໍ່ລາຍງານລາຍລະອຽດ ກ່ຽວກັບເລື່ອງນີ້ ໃນສື່ມວນຊົນ."

ລາຍງານທໍາອິດ ມາຈາກ Janes ຊຶ່ງແມ່ນຫນັງສືພິມທະຫານ ຂອງສະຫະຣັດອາເມຣິກາ-ໂດຍອ້າງວ່າ Moscow ກໍາລັງຂໍອະນຸຍາດ ໃຫ້ຍົນປະຈຳການ ຢູ່ທີ່ຖານທັບປະມານ 1,300 ກິໂລແມັດ ຈາກແຜ່ນດິນໃຫຍ່ຂອງອອສເຕຣເລັຍ.

ມັນຍັງໄດ້ກ່າວອີກວ່າ ຣັສເຊັຍໄດ້ຂໍຮ້ອງໃຫ້ຍົນລົງເດີ່ນບິນອີກດ້ວຍ.

Mr Albanese ຍັງບໍ່ໄດ້ຕອບຄໍາຖາມ ກ່ຽວກັບການຮ້ອງຂໍຂອງ ຣັສເຊັຍ.

"ທ່ານຄິດວ່າ ລາຍງານຂອງ the Janes ນັ້ນຖືກຕ້ອງ. ແລະບໍ່ມີຫລັກຖານໃດ ທີ່ທ່ານຈະສັນນິຖານແນວນັ້ນ."

Moscow ໄດ້ອອກຖແລງການວ່າ "ມີຂ່າວປອມຢູ່ທົ່ວໄປ ຫລາຍຢ່າງ, ໃນຫນັງສືພິມ ໃນສື່ສານມວນຊົນ, ຮວມທັງ ຂ່າວທີ່ກ່ຽວພັນ ກັບເຂດທີ່ມີຄວາມສ່ຽງທາງທະຫານ."

David Andrews ຈາກວິທະຍາໄລ ຄວາມໝັ້ນຄົງແຫ່ງຊາດ ຂອງ ANU (the ANU's National Security College) ກ່າວວ່າ Janes ເປັນແຫລ່ງທີ່ມີຊື່ສຽ ງສໍາລັບການລາຍງານ ທາງການທະຫານ.

ລາວຍັງເວົ້າອີກວ່າ ການເຄື່ອນໄຫວແບບນີ້ ຈາກຣັສເຊັຍ ອາດໄດ້ບໍ່ເຈາະຈົງ ໃສ່ອອສເຕຣເລັຍ.

"ມັນຢູ່ຫ່າງຈາກ Darwin ປະມານ 1300 ກິໂລແມັດ, ແຕ່ປະມານ 1900ກິໂລແມັດ ຈາກ Guam, ຊຶ່ງເປັນຖານທັບໃຫຍ່ ຂອງສະຫະຮັດອາເມຣິກາ ຢູ່ໃນປາຊີຟິກ. ສະນັ້ນ, ເຖິງແມ່ນວ່າ ມັນຈະເຮັດຣັສເຊັຍເຂົ້າໃກ້ອອສເຕຣເລັຍຫລາຍຂຶ້ນ, ຫລືຖ້າຫາກມັນເກີດຂຶ້ນ, ມັນຈະເຮັດໃຫ້ເຂົາເຈົ້າ ຢູ່ໃນຕໍາແຫນ່ງ ທີ່ຈະສັງເກດອິດທິພົນ ຂອງສະຫະຣັດອາເມຣິກາ ໃນພູມີພາກນັ້ນ."

ແຕ່ລາວສົງສັຍວ່າ ສິ່ງນີ້ຈະຜ່ານໄດ້.

"ແນ່ນອນວ່າ ຂ້າພະເຈົ້າຈະບໍ່ຄຶດວ່າ ອິນໂດນີເຊັຍ ຮັບເອົາຂໍ້ສເນີຂອງຣັສເຊັຍ, ຖ້າຫາກມັນໄດ້ເກີດຂຶ້ນ, ແຕ່ເຂົາເຈົ້າ ມີຄວາມສໍາພັນອັນຍາວນານ. ດັ່ງນັ້ນ, ອິນໂດນີເຊັຍ ຈຶ່ງໃຊ້ເຄື່ອງບິນຂອງຣັສເຊັຍຈໍານວນຫນຶ່ງ. ອິນໂດນີເຊັຍ ໄດ້ຮັກສາມິດຕະພາບ ກັບນະໂຍບາຍຫຼາຍຢ່າງ, ຫລືນະໂຍບາຍທີ່ເປັນກາງ, ຕລອດເວລາ ທີ່ເຂົາເຈົ້າໄດ້ຮັບເອກກະຣາຊ ຕັ້ງແຕ່ທົດສະວັດ 1940."

ແຕ່ມື້ນີ້, ການວິຈານ ແມ່ນແນໃສ່ ທີ່ການຕອບຮັບ ຂອງຜູ້ນໍາຝ່າຍຄ້ານ.

Peter Dutton ໃຫ້ສຳພາດກັບ ABC ມື້ວານນີ້ໂດຍກ່າວວ່າ:

DUTTON" ມີຄວາມຄິດເຫັນ ທີ່ຂ້າພະເຈົ້າໄດ້ເຫັນ ລາຍງານຈາກໂຄສົກຂອງອິນໂດນີເຊັຍ. ແລະແນ່ນອນວ່າ ນັ້ນມາຈາກຣັຖບານ. ມີລາຍງານ ເຖິງການເຈຣະຈາ ຫລືການສົນທະນາ ລະຫວ່າງຣັສເຊັຍ ແລະອິນໂດນີເຊັຍ."

REPORTER "ຄໍາຖາມຂອງຂ້າພະເຈົ້າແມ່ນວ່າ ທ່ານໄດ້ເຫັນປະທານາທິບໍດີອິນໂດນີເຊັຍ ຢືນຢັນເລື່ອງນີ້ຢູ່ໃສ? ທ່ານບໍ່ໄດ້ເວົ້າໃສ່ຮ້າຍ ປະທານາທິບໍດີອິນໂດນີເຊັຍບໍ່? "

DUTTON "ມີຄຳເວົ້າ ທີ່ອອກມາຈາກຝ່າຍຣັຖບານ, ຈາກຣັຖບານຂອງ Prabowo."

ແຕ່ບໍ່ມີຖແລງການ ສາທາຣະນະ ຫຍັງຈາກປະທານາທິບໍດີ.

ມື້ນີ້, ຊີ້ແຈງຄຳເວົ້ານັ້ນ.

"ຄຳເວົ້າ ທີ່ຂ້າພະເຈົ້າໄດ້ກ່າວໄປນັ້ນ ແມ່ນມາຈາກການອ້າງອີງ ຈາກເວັບໄຊ້ຂອງທະຫານ ທີ່ເຊື່ອຖືໄດ້. ແລະນັ້ນ ເວົ້າເຖິງແຫຼ່ງຂໍ້ມູນຂອງຣັຖບານ."

ແຕ່ປ່ອຍໃຫ້ຕົນເອງຖືກວິພາກວິຈານ, ຮວມທັງ ຈາກຣັຖມົນຕີການຕ່າງປະເທດ, Penny Wong.

"Mr Dutton ໄດ້ເຫັນຫົວຂໍ້ຂ່າວ, ແລະບໍ່ໄດ້ລໍຖ້າຂໍ້ເທັດຈິງ. ລາວບໍ່ໄດ້ລໍຖ້າຄວາມຈິງ. ນັ້ນບໍ່ແມ່ນ ຄົນທີ່ທ່ານຢາກໃຫ້ເປັນນາຍົກຣັຖມົນຕີຂອງປະເທດ. ລາວພຽງແຕ່ ເປັນຄົນໂຫດຮ້າຍເກີນໄປ, ດັ່ງທີ່ຂ້າພະເຈົ້າໄດ້ເວົ້າໃນເຊົ້າມື້ນີ້, ລາວເປັນຄົນຮຸນເເຮງເກີນໄປ ແລະປມາດເກີນໄປ."

ແລະນາຍົກຣັຖມົນຕີ:

"ສິ່ງທີ່ພວກເຮົາໄດ້ເຫັນຈາກ Peter Dutton ມື້ວານນີ້ ເປັນການກ່າວທີ່ເກີນຂອບເຂດໂພດ. ເພິ່ນໄດ້ກ່າວໃສ່ຮ້າຍ ປະທານາທິບໍດີປະເທດອິນໂດນີເຊັຍ."

David Andrews ໄດ້ເຕືອນ ບໍ່ໃຫ້ມີປະຕິກິຣິຍາຫລາຍເກີນໄປ ໃນລະຫວ່າງການຫາສຽງ.

"ປະເດັນເຫລົ່ານີ້ ກໍາລັງກາຍເປັນເລື່ອງການເມືອງຢ່າງວ່ອງໄວ, ເມື່ອແທ້ຈິງແລ້ວ, ຂ້າພະເຈົ້າຄິດວ່າ ບາງເທື່ອມັນເປັນສິ່ງດີທີ່ສຸດ ທີ່ຈະລໍຖ້າ24 ຊົ່ວໂມງ ເພື່ອເບິ່ງວ່າຈະມີຫຍັງເກີດຂຶ້ນ, ປ່ອຍໃຫ້ການທູດເຮັດວຽກງານຂອງມັນ ແລະເຂົ້າເຖິງຈຸດສໍາຄັນຂອງບັນຫາ. ຂ້າພະເຈົ້າຄິດວ່າ ມັນຫນ້າເສັຍໃຈ. ຂ້າພະເຈົ້າ ຍັງຍອມຮັບວ່າ ຄວາມຜິດພາດສາມາດເກີດຂຶ້ນໄດ້ ໃນຄວາມຮ້ອນຂອງບັນຫາ ທີ່ກໍາລັງພັດທະນາຂຶ້ນແບບນີ້, ແຕ່ໂດຍສະເພາະ ຄວາມສໍາພັນຂອງເຮົາ ກັບອິນໂດນີເຊັຍ, ຊຶ່ງໃກ້ຊິດແຕ່ບາງເທື່ອອາດເປັນການທ້າທາຍ. ຂ້າພະເຈົ້າຄິດວ່າ ມັນສໍາຄັນ ທີ່ເຮົາຈະໃຫ້ແນ່ໃຈວ່າ ເຂົາເຈົ້າໄດ້ຮັບຜົນປໂຍດ ຈາກຂໍ້ສົງສັຍ ແລະວ່າເຮົາເຮັດວຽກຢ່າງງຽບໆ ແລະຮ່ວມມືກັບເຂົາເຈົ້າ ເພື່ອຈະໄດ້ຮັບຄວາມຈິງຂອງເລື່ອງນີ້."

ເນື້ອເລື່ອງໂດຍ Rania Yallop  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ 

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share