ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌
ມາທຳຄວາມຮູ້ຈັກກັບພັກ Liberal Party.
ພັກ Liberal ຂອງອອສເຕຣເລັຍ, ຊຶ່ງປະຈຸບັນ ນໍາໂດຍ Peter Dutton, ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ຫລາຍທີ່ສຸດ ໃນບັນດາພັກອື່ນໆໃນອອສເຕຣເລັຍ.
ເມື່ອການເລືອກຕັ້ງໃກ້ເຂົ້າມາ Rania Yallop ອະທິບາຍຕື່ມອີກ ກ່ຽວກັບພັກນີ້.
ພັກ Liberal....
ມັນເປັນພັກ ທີ່ໄດ້ຮັບໄຊຊນະ ໃນການເລືອກຕັ້ງຫລາຍທີ່ສຸດ ໃນປວັດສາດ ຂອງອອສເຕຣເລັຍ.
ແລະເປັນພັກ ທີ່ມີນາຍົກຣັຖມົນຕີສອງຄົນ ທີ່ດຳຣົງຕຳແໜ່ງ ເປັນເວລາຍາວນານທີ່ສຸດ ຂອງອອສເຕຣເລັຍນຳອີກ.
ແຕ່ Liberal Party ມາຈາກໃສ ແລະບັດນີ້ເຂົາເຈົ້າເປັນໃຜ?
ພັກໄດ້ຖືກກໍ່ຕັ້ງຂຶ້ນ ໃນປີ 1944.
Dr Jill Sheppard ອາຈານສອນອາວຸໂສທີ່ the Australian National University ກ່າວວ່າ ມີແນວຄິດງ່າຍໆ ຢູ່ເບື້ອງຫລັງພັກນີ້.
"The Liberal Party ຖືກກໍ່ຕັ້ງຂຶ້ນ ໃນການຕອບຮັບຕໍ່ Labor Party, ແລະນັ້ນ ບໍ່ພຽງແຕ່ຈະຫລໍ່ຫລອມ ປວັດສາດຂອງເຂົາເຈົ້າເທົ່ານັ້ນ, ແຕ່ມັນຍັງຫລໍ່ຫລອມ ຕຳແໜ່ງທີ່ເຂົາເຈົ້າເປັນຢູ່ ໃນເວລານີ້ອີກດ້ວຍ."
Sir Robert Menzies, ສະມາຊິກຜູ້ກໍ່ຕັ້ງ ຂອງ Liberal Party, ມີຄວາມຄວາມຄິດຢ່າງແຮງກ້າ ໃນເລື່ອງການເລືອກສ່ວນບຸກຄົນ.
ການປະເມີນຂອງ Sir Robert Menzies ແມ່ນວ່າ Labor Party ໄດ້ເກີດມາ ຈາກການເຄື່ອນໄຫວ ຂອງຂະບວນການສະຫະພາບແຮງງານ(Union) ແລະວ່າ ບໍ່ມີໃຜກ່າວແທນ ຜູ້ທີ່ທໍາງານອິດສຣະ, ແລະຄົນຊັ້ນກາງ.
ແລະອີກຫລາຍຄົນ ກໍຄິດແບບດຽວກັນ, ສະນັ້ນ ເຂົາເຈົ້າຈຶ່ງໄດ້ຮວມໂຕກັນ ເພື່ອກໍ່ຕັ້ງ Liberal Party, ດັ່ງທີ່ George Brandis ອະດີດຣັຖມົນຕີຂອງພັກ Liberal Party ອະທິບາຍ.
"The Liberal Party ຖືກກໍ່ຕັ້ງຂຶ້ນ ເພື່ອເປັນຕົວແທນ ໃຫ້ແກ່ກະແສຫຼັກ ຂອງອອສເຕຣເລັຍ ໃນສມັຍນັ້ນ, ບໍ່ແມ່ນກຸ່ມແຮງງານ ທີ່ຖືກຈັດຕັ້ງຂຶ້ນ, ແລະແນ່ນອນວ່າ ມັນບໍ່ໄດ້ຖືກອອກແບບ ເພື່ອເປັນຕົວແທນຂອງເສດຖີເຊັ່ນກັນ."
ໃນປີ 1949, Liberal Party ໄດ້ຮັບໄຊຊນະ ໃນການເລືອກຄັ້ງທໍາອິດ, ຊຶ່ງໄດ້ຮ່ວມມື ກັບພັກ Country Party of Australia, ແລະເຮັດໃຫ້ Robert Menzies ເປັນນາຍົກຣັຖມົນຕີ.
"ລາວໄດ້ຮັບຄວາມສໍາເລັດຢ່າງຫລາຍ ໃນການສ້າງ ແລະຂັບເຄື່ອນຄວາມຮູ້ສຶກ ຂອງຈຸດປະສົງ ທີ່ເປັນຕົວແທນ ໃຫ້ແກ່ສັງຄົມຂອງອອສເຕຣເລັຍ ທີ່ເປັນທີ່ເຂົ້າໃຈ ສໍາລັບຫລາຍຄົນ, ແລະລາວເອີ້ນເຂົາເຈົ້າວ່າ ຜູ້ທີ່ຖືກລືມຂອງລາວ."
"Menzies ກ່າວວ່າ ຄົນຮັ່ງມີ ສາມາດດູແລຕົນເອງໄດ້, ຄົນງານສ່ວນຫລາຍ ຈະໄດ້ຮັບການດູແລ ໂດຍສະຫະພາບແຮງງານຂອງເຂົາ. ແຕ່ຄົນຊັ້ນກາງ, ນັກທຸລະກິດຂນາດນ້ອຍ, ຜູ້ຊ່ຽວຊານ, ຊາວກະສິກອນ, ພວກນາຍຊ່າງ, ຄົນເຫລົ່ານັ້ນ ບໍ່ມີໃຜດູແລເຂົາເຈົ້າ. ນັ້ນເປັນພື້ນຖານເດີມຂອງ Liberal Party."
ລາວເປັນຜູ້ສນັບສນູນຢ່າງແຮງກ້າ ຂອງກົດຫມາຍ ເລື່ອງການຈໍາກັດເລື່ອງການຍ້າຍຖິ່ນຖານ ໃນປີ 1901-ທີ່ຮູ້ຈັກກັນທົ່ວໄປວ່າ 'ນະໂຍບາຍ ອອສເຕຣເລັຍສີຂາວ (White Australia Policy)''.
ແຕ່ໃນປີ 1966 ,ພັກ Liberal ໄດ້ປ່ຽນກົດຫມາຍ, ເປີດທາງໄປສູ່ການຍົກເລີກນະໂຍບາຍນັ້ນ.
ພັກນີ້ ຖືວ່າເປັນພັກອະນຸຣັກນິຍົມ (Conservative) ຫລາຍກວ່າລະຫວ່າງສອງພັກໃຫຍ່.
ແລະເນື່ອງຈາກວ່າ ພັກນັ້ນມີຄວາມເປັນ ອະນຸຣັກນິຍົມ (Conservative) ທາງການເມືອງຫລາຍກວ່າ, ແລະຊື່ liberal ນັ້ນອາດເບິ່ງຄືວ່າສັບສົນຫນ້ອຍຫນຶ່ງ.
ໃນຂນະທີ່ ໃນສ່ວນອື່ນໆຂອງໂລກ ກຸ່ມທີ່ຕໍ່ຕ້ານແຮງງານ ມັກຈະຖືກເອີ້ນວ່າ Conservative Party, George Brandis ກ່າວວ່າ ນັ້ນບໍ່ໄດ້ເປັນເລື່ອງຂອງພັກ Liberal Party ເດີມ.
"ໃນທາງເລືອກຕ່າງໆ ທີ່ Menzies ມີ ໃນການເລືອກຊື່ຂອງພັກໃຫມ່ຂອງລາວ, ລາວໄດ້ຫລີກ ຈາກການເອີ້ນມັນວ່າ Conservative Party,ເພາະລາວ ບໍ່ໄດ້ເປັນຄົນ Conservative, ລາວເປັນຄົນ liberal."
ແຕ່ Dr Sheppard ກ່າວວ່າ ມີອົງປະກອບທີ່ເປັນ Conservative.
"ມີສອງກະແສຫຼັກຂອງ Liberal Party, ແລະຢ່າງຫນຶ່ງຄື ສິ່ງທີ່ເຮົາເອີ້ນວ່າ ເສຣີນິຍົມ (liberal), ແຕ່ເຮົາມັກເອີ້ນວ່າ liberal ດ້ວຍໂຕ 'l' ນ້ອຍ.ສິ່ງທີ່ເຮົາຫມາຍຄວາມວ່າ ມີຄວາມເຊື່ອຖືຢ່າງແທ້ຈິງ ວ່າຣັຖບານບໍ່ໄດ້ຢູ່ທີ່ນີ້ ເພື່ອຊ່ວຍເຫລືອທ່ານ, ວ່າທ່ານເປັນຜູ້ກ່າວແທນ ທີ່ດີທີ່ສຸດຂອງທ່ານເອງ, ວ່າທ່ານ ສາມາດຕັດສິນໃຈໄດ້ດີທີ່ສຸດ ວ່າຈະດໍາລົງຊີວິດຂອງທ່ານແນວໃດ, ແລະຣັຖບານ ຍິ່ງເຮັດຫນ້ອຍເທົ່າໃດ, ກໍຍິ່ງດີກວ່າເທົ່ານັ້ນ. ກຸ່ມອະນຸຣັກນິຍົມ ຂອງພັກ Liberal Party ຄິດວ່າ ຣັຖບານນັ້ນດີແລ້ວ. ເຂົາເຈົ້າ ບໍ່ຍອມຮັບຄວາມຄິດທີ່ວ່າ ຣັຖບານສາມາດແກ້ໄຂບັນຫາຂອງເຮົາໄດ້. ແຕ່ສິ່ງທີ່ເຂົາເຈົ້າບໍ່ມັກ ແມ່ນສິ່ງຕ່າງໆ ເຊັ່ນການແຕ່ງງານກັບເພດດຽວກັນ, ການເປີດຊາຍແດນ, ນັກຮຽນຕ່າງຊາດ. ເຂົາເຈົ້າ ຢາກມີອອສເຕຣເລັຍທີ່ນ້ອຍກວ່າ ແລະງຽບກວ່າ ຄ້າຍກັບໃນຊຸມປີ 1960. ບາງເທື່ອ ມັນກໍເປັນຫລັກການ ທີ່ແຕກຕ່າງຢ່າງບໍ່ໜ້າເຊື່ອ ທີ່ Liberal Party ກໍາລັງພະຍາຍາມຈັດການ. ພາຍໃຕ້ Peter Dutton, ພັກກໍຮູ້ສຶກວ່າເປັນອະນຸຣັກນິຍົມ (Conservative). ມັນຮູ້ສຶກວ່າ ເປັນພັກ ທີ່ຢາກໃຫ້ພວກເຮົາ ດໍາລົງຊີວິດຢ່າງງຽບໆ, ບໍ່ຢາກໃຫ້ມີປັນຫາຫລາຍເກີນໄປ."
ນະໂຍບາຍອື່ນໆ ຂອງພັກ Liberal ທີ່ຮູ້ຈັກກັນດີໄດ້ແກ່:
ໃຫ້ການຕັ້ງຖິ່ນຖານ ແກ່ຜູ້ລີ້ພັຍຫວຽດນາມ ຫຼັງຈາກສົງຄາມຫວຽດນາມ ໃນປີ 1976.
ການຈັດຕັ້ງ ບໍຣິການຖ່າຍທອດພິເສດ (the Special Broadcasting Service) ໃນປີ 1977.
ອອກກົດຫມາຍ ເລື່ອງປືນທີ່ເຄັ່ງຄັດ ຫລັງຈາກການສັງຫານໝູ່ ທີ່ເມືອງ Port Arthur ໃນປີ 1996.
ແລະສ້າງຕັ້ງ Operation Sovereign Borders ໃນປີ 2014.
"ສິ່ງທີ່ຣັຖບານໄດ້ເຮັດ ແມ່ນການຢຸດເຮືອ."
Dr Sheppard ກ່າວວ່າ ພັກຈະພາກພູມໃຈ ກັບຄວາມສໍາເລັດທາງເສດຖະກິດ.
"ການເປີດເສຣີທາງເສດຖະກິດ, ຄວາມສາມາດ ສໍາລັບທຸກຄົນໃນຊົນຊັ້ນກາງ ຫລືຄົນງານ ທີ່ຈະກ້າວຫນ້າຂຶ້ນໃນສັງຄົມ, ເປັນເຈົ້າຂອງທຸຣະກິດຂອງຕົນເອງ, ໄປຮຽນຢູ່ມະຫາວິທະຍາໄລ ຖ້າຫາກເຂົາເຈົ້າຕ້ອງການ, ທີ່ຈະດໍາລົງຊີວິດ ແບບທີ່ເຂົາເຈົ້າເລືອກ ທີ່ບໍ່ຜູກມັດກັບອາຊີບຂອງເຂົາເຈົ້າ ຫລືກັບສິ່ງທີ່ພໍ່ແມ່ຂອງເຂົາເຈົ້າໄດ້ເຮັດ. ເຂົາເຈົ້າ ຈະເວົ້າວ່າ ນັ້ນຄືຄວາມສໍາເລັດ ທີ່ສໍາຄັນຂອງເຂົາເຈົ້າ ໃນໄລຍະ 30 ປີທີ່ຜ່ານມາ."
ຜູ້ນໍາທີ່ ຮູ້ຈັກກັນດີບາງຄົນໄດ້ແກ່ Harold Holt, ຜູ້ທີ່ຫາຍໄປໃນທະເລ.
"ນີ້ຄື ຂ່າວຈາກຫ້ອງຂ່າວ Herald Sun. ການຄົ້ນຫາ ນາຍົກຣັຖມົນຕີ, Mr Holt ທັງທາງບົກ, ທາງອາກາດ ແລະທາງທະເລ ກໍາລັງດໍາເນີນຕໍ່ໄປ ໃກ້ຫາດຊາຍຂອງເມືອງ Portsea."
...ແລະ John Howard, ນາຍົກຣັຖມົນຕີ ທີ່ດຳລົງຕຳແໜ່ງ ເປັນເວລາຍາວນານທີ່ສຸດ ອັນດັບສອງ ຂອງອອສເຕຣເລັຍ.
ພັກນີ້ ເປັນຣັຖບານເທື່ອສຸດທ້າຍ ໃນປີ 2022-ແລະແມ່ນ Scott Morrison ທີ່ເປັນນາຍົກຣັຖມົນຕີຄົນສຸດທ້າຍ ຂອງ Liberal Partyຂອງອອສເຕຣເລັຍ.
Peter Dutton ເປັນຜູ້ນໍາຄົນປະຈຸບັນ, ແລະຈະເປັນນາຍົກຣັຖມົນຕີ ຖ້າຫາກພັກຮ່ວມ ຊນະການເລືອກຕັ້ງຄັ້ງຕໍ່ໄປ.
ລາວເປັນນັກການເມືອງມາ 25 ປີແລ້ວ, ແລະກ່ອນນັ້ນ ລາວເປັນຕໍາຫລວດ.
Liberal Party ຮ່ວມມືກັບ Nationals ເປັນພັກຮ່ວມເພື່ອຈັດຕັ້ງຣັຖບານ.
Mr Brandis ອະທິບາຍວ່າ...
"ມັນແມ່ນ ຄວາມສໍາພັນດ້ານການທໍາງານ. ມັນເປັນຄວາມສໍາພັນທີ່ຈໍາເປັນ. ເຖິງຢ່າງໃດກໍຕາມ,ພັກ National Party ເປັນພັກທີ່ແຕກຕ່າງຫລາຍຈາກພັກ Liberal Party."
ຄໍາຂວັນຂອງ Liberal Party ໃນການເລືອກຕັ້ງຄັ້ງນີ້ ແມ່ນ 'ເຮັດໃຫ້ອອສເຕຣເລັຍກັບມາສູ່ເສັ້ນທາງ', ພ້ອມດ້ວຍນະໂຍບາຍ ທີ່ຮວມເຖິງ:
ການສ້າງ Nuclear Reactors ແຫ່ງທໍາອິດ ຂອງ
ເຄັ່ງຄັດຕໍ່ອາດຊະຍາກັມ
ຫລຸດຜ່ອນ ການໃຊ້ຈ່າຍທີ່ບໍ່ເປັນປໂຍດ, ລວມທັງການຕັດວຽກ ການບໍຣິການສາທາຣະນະ.
ແລະຫລຸດ ການຍ້າຍຖິ່ນຖານ.
ສະນັ້ນ ພັກຈະສອດຄ່ອງກັບຖແລງການເດີມ ຂອງມັນໄດ້ແນວໃດ?
ດີຫລາຍ, Dr Sheppard ກ່າວ.
"ເປັນສິ່ງແປກປລາດ, ຂ້າພະເຈົ້າຄິດວ່າ Liberal Party ອາດໃກ້ຊິດກັບພັກເດີມຂອງຕົນ ຫລາຍກວ່າ Labor Party, ເຖິງແມ່ນວ່າ ເຂົາເຈົ້າບໍ່ເຄີຍ ມີຈຸດປະສົງທີ່ແຮງກ້າ, ນອກເຫນືອໄປຈາກ ການຕໍ່ຕ້ານ Labor, ຍັງມີຄວາມເຄັ່ງຕຶງ ລະຫວ່າງ conservatives ແລະ liberals ພາຍໃນLiberal Party. ນັ້ນເປັນກໍຣະນີ ໃນປີ 1944 ເມື່ອພັກໄດ້ຖືກກໍ່ຕັ້ງຂຶ້ນ ແລະມັນກໍຍັງ ເປັນເຊັ່ນນັ້ນ ໃນທຸກວັນນີ້."
ເນື້ອເລື່ອງໂດຍ Rania Yallop ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່