ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌
ຄ່ຳຄືນຂອງມື້ເລືອກຕັ້ງ.
Peter Dutton ໄດ້ຍອມຮັບຄວາມພ່າຍແພ້ ຂອງພັກຮ່ວມ (the Coalition), ໂດຍທີ່ພັກ Labor ໄດ້ຮັບໄຊຊນະ ໃນການເລືອກຕັ້ງ ຣັຖບານກາງ ໃນປີ 2025.
Rania Yallop ລາຍງານ.
ຫລາຍຄົນຄາດວ່າ ຈະເປັນການເລືອກທີ່ໃກ້ຄຽງ, ແລະການນັບຄະແນນທີ່ຊັບຊ້ອນ ໃນຄືນການເລືອກຕັ້ງ.
ແຕ່ມັນບໍ່ໄດ້ເປັນແບບນັ້ນ.
Anthony Albanese ຈະຍັງຄົງເປັນນາຍົກຣັຖມົນຕີ ຂອງຕໍ່ໄປ.
"ການຮັບໃຊ້ ໃນການເປັນນາຍົກຣັຖມົນຕີຂອງທ່ານ ເປັນກຽດທີ່ຍິ່ງໃຫຍ່ທີ່ສຸດ ໃນຊີວິດຂອງຂ້າພະເຈົ້າ. ແລະດ້ວຍຄວາມຖ່ອມຕົວ ແລະຄວາມຮັບຜິດຊອບທີ່ເລິກເຊິ່ງ ສິ່ງທໍາອິດ ທີ່ຂ້າພະເຈົ້າເຮັດໃນຄືນນີ້ ຄືການຂອບໃຈ ຊາວອອສເຕຣເລັຍ ສໍາລັບໂອກາດ ທີ່ຈະຮັບໃຊ້ປະເທດ ທີ່ດີທີ່ສຸດຢູ່ໃນໂລກຕໍ່ໄປ."
ພັກ Labor ໄດ້ຮັບໄຊຊນະ ໃນການເລືອກຕັ້ງຣັຖບານກາງ ໃນປີ 2025,ໂດຍທີ່ມີການເສັຍບ່ອນນັ່ງ ອັນຫລວງຫຼາຍ ຂອງພັກຮ່ວມ (the Coalition) ທົ່ວປະເທດ.
ຮຽງຂ້າງໂດຍ Kirrilee ພັນລະຍາຂອງລາວ ແລະລູກສາມຄົນ, Harry, Tom ແລະ Rebecca, ຜູ້ນໍາຝ່າຍຄ້ານ Peter Dutton ຍອມຮັບຄວາມພ່າຍແພ້.
"ພວກເຮົາບໍ່ໄດ້ເຮັດດີພໍ ໃນລະຫວ່າງການຫາສຽງນີ້. ສິ່ງນັ້ນ ກໍໄດ້ປາກົດ ຢ່າງຊັດແຈ້ງໃນຄືນນີ້ ແລະຂ້າພະເຈົ້າ ຮັບເອົາຄວາມຮັບຜິດຊອບຢ່າງເຕັມທີ່ ສໍາລັບສິ່ງນັ້ນ. ກ່ອນຫນ້ານັ້ນ, ຂ້າພະເຈົ້າໄດ້ໂທຣະສັບຫານາຍົກຣັຖມົນຕີ ເພື່ອສະແດງຄວາມຍິນດີ ສໍາລັບຄວາມສໍາເລັດຂອງເພິ່ນ ໃນຄືນນີ້. ມັນເປັນໂອກາດແຫ່ງປວັດສາດ ສໍາລັບLabor Party ແລະພວກເຮົາຮັບຮູ້ໃນສິ່ງນັ້ນ."
Peter Dutton ໄດ້ສູນເສັຍບ່ອນນັ່ງຂອງ Dickson ຕໍ່ Ali France ຂອງພັກLabor, ດ້ວຍຄວາມແຕກຕ່າງພຽງແຕ່ 1.7 ເປີເຊັນເທົ່ານັ້ນ.
Shaun Ratcliff ຫົວຫນ້າຝ່າຍວິຈັຍຂອງ Accent Research ກ່າວວ່າ ໜ້າທີ່ຂອງຜູ້ນໍາຝ່າຍຄ້ານ ໃນການຫາສຽງທົ່ວປະເທດ ອາດມີຜົນກະທົບ ຕໍ່ການລົງຄະແນນສ່ວນຕົວຂອງຂອງລາວ.
"ພວກເຮົາ ກໍາລັງເຫັນການປ່ຽນແປງອັນໃຫຍ່ຫລວງ ໃນການຕໍ່ຕ້ານພັກຮ່ວມ (the Coalition) ໃນບ່ອນນັ່ງຢູ່ອ້ອມເມືອງ, ແລະເຂດເລືອກຕັ້ງ Dickson ກໍເປັນເຫຍື່ອອີກເຂດຫນຶ່ງ ໃນຂະບວນການ ທີ່ພວກເຮົາກໍາລັງເຫັນ. ແລະເມື່ອທ່ານມີຜູ້ແທນ ທີ່ບໍ່ສາມາດຫາສຽງ ໃນບ່ອນນັ່ງຂອງຕົນເອງ ໄດ້ຫລາຍປານໃດ, ນັ້ນຈະເຮັດໃຫ້ລາວ ຕົກຢູ່ໃນຕໍາແຫນ່ງທີ່ລຳບາກ."
Mr Albanese ຂອບໃຈ ຝ່າຍກົງກັນຂ້າມຂອງລາວ.
"ຂ້າພະເຈົ້າຂໍຂອບໃຈ Peter ສໍາລັບຖ້ອຍຄໍາທີ່ສະແດງຄວາມຍິນດີຂອງລາວ ໃນທ້າຍການຫາສຽງ ທີ່ຕ້ອງຕໍ່ສູ້ກັນຢ່າງໜັກ, ແລະຂ້າພະເຈົ້າ ຢາກໃຊ້ໂອກາດນີ້ ເພື່ອອວຍພອນໃຫ້ Peter ແລະ Kirrilee ແລະຄອບຄົວຂອງເຂົາເຈົ້າ ໂຊກດີສໍາລັບອະນາຄົດຂອງພວກເຂົາ."
ເນື້ອເລື່ອງໂດຍ Rania [[rah-NEE-ah]] Yallop ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌