ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ຄວາມສຳຄັນຂອງໂທຣະສັບສາທາຣະນະ ຕໍ່ສັງຄົມແລະວັດທະນະທັມ.
ພວກມັນ ອາດຖືກປ່ຽນແທນ ໂດຍໂທຣະສັບມືຖື, ແຕ່ໂທຣະສັບສາທາຣະນະ ຍັງຄົງມີບົດບາດສໍາຄັນ ໃນອອສເຕຣເລັຍ.
Telstra ກ່າວວ່າ ມີການໃຊ້ຫລາຍກວ່າ 25 ລ້ານເທື່ອ ຈາກໂທຣະສັບສາທາຣະນະ ໃນປີທີ່ຜ່ານມາ, ແລະຢາກເຫັນ ສາມໂທຣະສັບສາທາຣະນະ ຖືກຮັບຮູ້ວ່າ ເປັນຈຸດສຳຄັນຂອງປະເທດ.
Peggy Giakoumelos ລາຍງານ.
"ສະບາຍດີ. ຂ້ອຍບໍ່ຮູ້ວ່ານີ້ແມ່ນໃຜ, ຫວັງວ່າມັນແມ່ນເລື້ອງສໍາຄັນ. ມັນແມ່ນທີ່ຮັກ...ທີ່ຮັກ. ແມ່ນຂ້ອຍ, ທີ່ຮັກ. ເຈົ້າຢູ່ໃສ? ເຈົ້າຫາກໍອອກຈາກຄຸກຫວາ? ໂທຣະສັບມືຖືຂອງຂ້ອຍໃຊ້ບໍ່ໄດ້, ທີ່ຮັກ. ເຈົ້າໂທມາແຕ່ໃສ...ທີ່ຮັກ? ໂຊກດີ ທີ່ມີໂທຣະສັບສາທາຣະນະ, ທີ່ຮັກ. ມັນຮັບບັດເຄຣດິດເຈົ້າບໍ່? ບໍ່ຫວາ, ທີ່ຮັກ. ທີ່ດີໄປກວ່ານັ້ນ...ເຈົ້າໃຊ້ໄດ້ຟຣີຫວາ?"
ນັ້ນມາຈາກການໂຄສະນາ ໃນສື່ສານມວນຊົນ ທີ່ສົ່ງເສີມໂທຣະສັບສາທາຣະນະ.
ຄັ້ງຫນຶ່ງ ພວກມັນມີຢູ່ເກືອບທຸກມຸມຖນົນ ໃນທຸກເມືອງ ແລະທຸກບ້ານ.
"ຂ້ອຍຈື່ໄດ້ ເພາະມັນເປັນບ້ານເກີດຂອງຂ້ອຍ. ຕອນນັ້ນ ມັນເປັນຕູ້ສີແດງ ຢູ່ໃນບ່ອນນັ້ນ ແລະແນ່ນອນວ່າ ຕ້ອງໄດ້ປ່ອນຫລຽນເງິນ ໃສ່ໃນກ່ອງ, ມັນໄດ້ຢູ່ໃນສະຖານທີ່ນັ້ນ ເປັນເວລາດົນນານແລ້ວ."
ນັ້ນແມ່ນ Phil Constable ຜູ້ຈັດຮ້ານຂາຍເຄື່ອງກໍ່ສ້າງ ຢູ່ເມືອງ Narooma ໃນ New South Wales.
ໃນຂນະ ທີ່ຄົນສ່ວນຫລາຍຄຶດວ່າ ໂທຣະສັບສາທາຣະນະ ເປັນສິ່ງຂອງເກົ່າແກ່ຈາກອະດີດ, ແຕ່ມັນຍັງມີບົດບາດສໍາຄັນ ໃນຊີວິດຂອງຊາວຈຳນວນຫລາຍ.
ໃນລະຫວ່າງໄຟໄຫມ້ປ່າ ໃນລະດູຮ້ອນ (Black Summer bush fires) ປີ 2019-2020 ໂທຣະສັບເຫຼົ່ານີ້ ໄດ້ໃຫ້ການຕິດຕໍ່ທີ່ສໍາຄັນ ກັບໂລກພາຍນອກ ເມື່ອການບໍຣິການທາງໂທຣະສັບມືຖື ໃຊ້ບໍ່ໄດ້.
"ມັນເປັນພຽງທາງດຽວ ຂອງການສື່ສານກັບພາຍນອກ... ຕອນໄຟໄຫມ້ປ່ານັ້ນ. ເມື່ອເມືອງບໍ່ມີໄຟຟ້າ ເປັນເວລາສາມມື້, ສາມມື້ເຄິ່ງ, ໂທຣະສັບມືຖື ກໍບໍ່ສາມາດໃຊ້ໄດ້. ພວກເຮົາ ບໍ່ສາມາດເລື່ອນການບໍຣິການລູກຄ້າໄດ້. ແລະເມື່ອເຂົາເຈົ້າ ເປີດສາຍໂທຣະສັບຟຣີ ທາງໂທຣະສັບປົກກະຕິ. ໃນເວລາທີ່ຈຳນວນນັກທ່ອງທ່ຽວສູງ ໃນຊຸມຊົນຂອງພວກເຮົາ ທຸກຄົນກໍຕ້ອງຢືນລຽນແຖວຍາວເພື່ອຈະໃຊ້ໂທຣະສັບ."
Phil ຄິດວ່າ ໃນເວລາທີ່ຍາກລຳບາກ ສາມາດນໍາສິ່ງດີທີ່ສຸດ ຂອງຜູ້ຄົນອອກມາ.
ແລະນັ້ນ ຄືສິ່ງທີ່ລາວໄດ້ເຫັນ ເມື່ອມີການໃຊ້ເກືອບ 1000 ເທື່ອຈາກໂທຣະສັບສາທາຣະນະ ຫລັງຈາກໄຟໄຫມ້ ໄດ້ເຮັດໃຫ້ໂທຣະສັບມືຖື ໃຊ້ບໍ່ໄດ້.
ລາວກ່າວວ່າ ຄວາມອົດທົນ ແລະຄວາມອ່ອນນ້ອມ ໄດ້ຖືກສະແດງໃຫ້ເຫັນ ໃນຊ່ວງເວລາທີ່ຍາກລຳບາກເຫຼົ່ານັ້ນ.
"ມັນເປັນສິ່ງທີ່ໜ້າຕື້ນຕັນໃຈຫຼາຍ ແລະມັນເປັນສັດທາ ແລະຄວາມເຫັນອົກເຫັນໃຈ ຊຶ່ງກັນແລະກັນ ຂອງຜູ້ຄົນທີ່ລໍຖ້າຜຽນຂອງເຂົາເຈົ້າ. ມັນເປັນສິ່ງທີ່ຫນ້າອັດສະຈັນໃຈຫລາຍ."
Telstra ຢາກໃຫ້ໂທຣະສັບສາທາຣະນະ ໃນເມືອງ Narooma ໄດ້ຮັບສະຖານະພາບ ເປັນສະຖານທີ່ສໍາຄັນຂອງປະເທດ ພ້ອມດ້ວຍໂທຣະສັບອີກສອງບ່ອນ.
ເຄື່ອງຫນຶ່ງ ຢູ່ໃນຖນົນ Melville Road, ເມືອງ Brunswick West ໃນ Melbourne ແລະອີກເຄື່ອງຫນຶ່ງ ຢູ່ໃນເຂດ Gulf Country ຂອງ Queensland.
Telstra ຢາກໃຫ້ມີການຮັບຮູ້ເປັນທາງການ ກ່ຽວກັບໂທຣະສັບສາມບ່ອນນີ້ ສໍາລັບສິ່ງທີ່ມັນກ່າວວ່າ ເປັນຜົນກະທົບທາງວັດທະນະທັມ ແລະສັງຄົມຂອງມັນ.
ສະຖານະພາບ ສະຖານທີ່ສໍາຄັນ ຈະຫມາຍຄວາມວ່າ ໂທຣະສັບສາທາຣະນະ ຈະຖືກຕື່ມໃສ່ ໃນລາຍຊື່ມໍລະດົກແຫ່ງຊາດ ວ່າເປັນສະຖານທີ່ ທີ່ມີຄວາມສໍາຄັນອັນໂດດເດັ່ນ.
Naomi Parry Duncan, ນັກປວັດສາດ ກ່າວວ່າ ໂທຣະສັບທັງສາມບ່ອນ ໄດ້ຖືກເລືອກ ດ້ວຍເຫດຜົນທີ່ແຕກຕ່າງກັນ.
"ໃນເມືອງ Brunswick West ຂອງ Melbourne, ໂທຣະສັບສາທາຣະນະ ທີ່ຖືກໃຊ້ຫລາຍທີ່ສຸດ ຂອງອອສເຕຣເລັຍ ໄປທີ່ສາຍການຊ່ອຍເຫລືອເລື່ອງວິກິດ. ມີການໃຊ້ຫລາຍກວ່າ 13,000 ເທື່ອໄປຫາ Lifeline ນັບຕັ້ງແຕ່ ມີການໃຊ້ໂທຣະສັບສາທາຣະນະຟຣີ ໃນເມືອງ Narooma ຢູ່ແຄມຝັ່ງທະເລທາງໃຕ້ຂອງ New South Wales. ໃນລະຫວ່າງໄຟໄຫມ້ປ່າ ໃນລະດູຮ້ອນ, ຂ້າພະເຈົ້າກໍຢູ່ທີ່ນັ້ນ ແລະຂ້າພະເຈົ້າ ໄດ້ເຫັນຊຸມຊົນ ອາສັຍໂທຣະສັບສາທາຣະນະ ໃນທ້ອງຖິ່ນຂອງເຂົາເຈົ້າ ເມື່ອທຸກສິ່ງທຸກຢ່າງ, ຮວມທັງໄຟຟ້າ ແລະເຄືອຂ່າຍໂທຣະສັບມືຖື ໃຊ້ບໍ່ໄດ້ ແລະຢູ່ເມືອງ Doomadgee, ໃນເຂດຫ່າງໄກຂອງ Queensland. ໂທຣະສັບໃນທ້ອງຖິ່ນນີ້ ຍັງເປັນຈຸດຕິດຕໍ່ທີ່ສໍາຄັນ."
Colin Seery ຫົວຫນ້າຜູ້ອໍານວຍການໃຫຍ່ຂອງ Lifeline ກ່າວວ່າ ໂທຣະສັບສາທາຣະນະ ຍັງເປັນບ່ອນປອດພັຍທີ່ສໍາຄັນ ສໍາລັບຊາວອອສເຕຣເລັຍ ທີ່ກຳລັງປະສົບກັບຄວາມລຳບາກ.
ລາວເວົ້າວ່າ ສໍາລັບບາງຄົນ ມັນເປັນສິ່ງທີ່ປອດພັຍທີ່ສຸດ, ແລະໃນບາງກໍຣະນີ ເປັນວິທີດຽວໃນການຕິດຕໍ່, ໂດຍສະເພາະ ຖ້າຫາກເຂົາເຈົ້າບໍ່ສາມາດໃຊ້ໂທຣະສັບມືຖື ຫລືຮູ້ສຶກສະບາຍໃຈກວ່າ ທີ່ຈະໂທຣະສັບຈາກສະຖານທີ່ສາທາຣະນະ.
Teresa Corbin, ຫົວຫນ້າຜູ້ສນັບສນູນລູກຄ້າຂອງ Telstra, ກ່າວວ່າ ພຽງແຕ່ໃນປີທີ່ຜ່ານມາເທົ່ານັ້ນ, ຫລາຍກວ່າ 300,000 ການໃຊ້ຟຣີຈາກໂທຣະສັບສາທາຣະນະ ແມ່ນໄປຫາບໍຣິການຊ່ອຍເຫລືອ ໃນວິກິດເຊັ່ນ Lifeline ແລະ Triple zero.
"ນັບຕັ້ງແຕ່ ພວກເຮົາເຮັດໃຫ້ການໃຊ້ ໃນການຕິດຕໍ່ໂທຣະສັບປົກກະຕິໃນປະເທດ ແລະໂທຣະສັບມືຖືທັງຫມົດ ໂດຍບໍ່ຄິດຄ່າ ໃນປີ 2021, ການໃຊ້ໄດ້ເພີ່ມຂຶ້ນ ຫຼາຍກວ່າສາມເທົ່າ. ພຽງແຕ່ປີກາຍນີ້ເທົ່ານັ້ນ, ຊາວອອສເຕຣເລັຍ ໄດ້ໃຊ້ໂທຣະສັບສາທາຣະນະຟຣີ ປະມານ 25 ລ້ານເທື່ອ ຮວມທັງຫລາຍກວ່າ 300,000 ເທື່ອທີ່ໂທຣະສັບໄປຫາ Triple zero ແລະສາຍໂທຣະສັບ ຊ່ອຍເຫລືອໃນວິກິດອື່ນໆ."
ນັບແຕ່ປີ 2021, Telstra ກ່າວວ່າ ການໃຊ້ໂທຣະສັບສາທາຣະນະ ຫຼາຍກວ່າ 15,000 ເທື່ອ ຈາກໂທຣະສັບໃນທ້ອງຖິ່ນ ແລະທົ່ວປະເທດ ໄປຫາແລະໂທຣະສັບໃນເຮືອນ ແລະໂທຣະສັບມືຖື ໃນອອສເຕຣເລັຍ.
Telstra ມີຄຳສັ່ງ ໃຫ້ຮັກສາໂທຣະສັບສາທາຣະນະ ໃນຂນະທີ່ການໃຊ້ຂອງມັນ ຫລຸດລົງໃນປະເທດອື່ນໆ.
ຍົກຕົວຢ່າງ, ໃນສະຫະຣັດອາເມຣິກາ, ຈໍານວນໂທຣະສັບ ໄດ້ຫລຸດຈໍານວນລົງຈາກ 2.1 ລ້ານເຄື່ອງໃນປີ 1999 ເຖິງຫນ້ອຍກວ່າ 100,000 ເຄື່ອງໃນປີ 2016.
ເນື້ອເລື່ອງໂດຍ Peggy Giakoumelos ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌